ນຳແຜ່ນແພພື້ນເມືອງຂອງຊົນເຜົ່າ ຢາລາຍ ໃນແຂວງຢາລາຍໄປຂາຍຢູ່ແດນໄກ

(VOVWORLD) -ອາຊີບຕ່ຳແຜ່ນແພພື້ນເມືອງ ແມ່ນຈຸດວັດທະນະທຳພື້ນເມືອງທີ່ເປັນກະລັກ ຂອງຊາວເຜົ່າ ຢາລາຍ ທີ່ແຂວງ ຢາລາຍ. ພ້ອມກັບການຮັກສາອາຊີບຕ່ຳແຜ່ນ ເພື່ອອະນຸລັກອາຊີບຫັດຖະກຳຂອງຊົນເຜົ່າ ມີຫຼາຍສ່ວນບຸກຄົນ ວິສາຫະກິດ ໄດ້ນຳໃຊ້ແຜ່ນແພພື້ນເມືອງຂອງເຜົ່າ ຢາລາຍ ເພື່ອຕັດຫຍິບບັນດາຊຸດອາພອນ ແລ້ວນຳໄປໂຄສະນາ ແລະ ຂາຍທາງສື່ສັງຄົມ ອັນໄດ້ນຳບັນດາຜະລິດຕະພັນຂອງຊົນເຜົ່າຕົນ ໄປຂາຍໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ
ນຳແຜ່ນແພພື້ນເມືອງຂອງຊົນເຜົ່າ ຢາລາຍ ໃນແຂວງຢາລາຍໄປຂາຍຢູ່ແດນໄກ - ảnh 1ນາງ ເຮີຕວຽດ ພວມຕິດຕາມໃບສັ່ງຊື້ສິນຄ້າທາງສື່ສັງຄົມ

     ຮ້ານແຜ່ນແພພື້ນເມືອງຢູ່ໜ່ວຍ 10 ເທດສະບານ ຝູທ້ຽນ ເມືອງ ຝູທ້ຽນ ແຂວງ ຢາລາຍ ພ້ອມທັງແມ່ນໂຮງຕັດຫຍິບຂອງນາງເຣີມາ ເຮີຕວຽດ ແລະທັງແມ່ນສະຖານທີ່ຖ່າຍທຳ ວີດີໂອກ່ຽວກັບວຽກງານ ແລະ ຜະລິດຕະພັນຂອງຕົນ ແລ້ວເອົາລົງທາງເຟດບຸກ. ບາງຄັ້ງນາງ ເຮີຕວຽດ ທັງເຮັດທັງຂັບຮ້ອງ ທັງພົວພັນແລກປ່ຽນ ບາງຄັ້ງກໍ່ລະດົມພວກນາງສາວເຜົ່າ ຢາລາຍ ນຸ່ງຊຸດແຜ່ນແພພື້ນເມືອງ ເພື່ອໂຄສະນາ. ພ້ອມກັນນັ້ນ ເຟດບຸກ ຂອງນາງ ເຮີຕວຽດ ແລະ ບັນດາຜະລິດຕະພັນຂອງນາງ ໄດ້ຮັບຄວາມສົນໃຈຈາກລູກຄ້າທັງຫຼາຍ. ນາງ ເຮີຕວຽດ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າໄດ້ຖ່າຍຮູບຖ່າຍທຳວີດີໂອ ເພື່ອອອກອາກາດສົດ ຜ່ານສື່ສັງຄົມເຟດບຸກ ຊາໂລ ຈາກນັ້ນລຸກຄ້າຫຼາຍຄົນກໍ່ໄດ້ຮູ້ຈັກ ແລະ ໂທມາຫາຂ້າພະເຈົ້າ. ກໍ່ຍ້ອນມີສື່ສັງຄົມ ໄດ້ຊ່ວຍໃຫ້ຂ້າພະເຈົ້າຮຽນຮູ້ຕື່ມອີກ  ເພື່ອຍົກສູງສີມືການຊ່າງ. ກໍ່ຍ້ອນມີສື່ສັງຄົມ, ຫຼາຍຄົນຈຶ່ງຮູ້ຈັກ ແລະ ສົ່ງຂໍ້ຄວາມ, ສັ່ງຈອງ ຊື້ສິນຄ້າ ບໍ່ພຽງແຕ່ລູກຄ້າຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງລູກຄ້າຊາວຕ່າງປະເທດອີກດ້ວຍ”.

      ປີ 2013 ນາງ ເຮີຕວຽດ ໄດ້ຮັບການສັ່ງຊື້ສິນຄ້າຄັ້ງທຳອິດ ນັ້ນແມ່ນເຄື່ອງແບບ 50 ຊຸດຂອງນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ກິນນອນຊົນເຜົ່າເມືອງ ຝູທ້ຽນ. ຕໍ່ຈາກນັ້ນແມ່ນພວກອ້າຍເອື້ອຍຄູໃນໂຮງຮຽນ ໄດ້ສັ່ງຕັດຫຍິບເສື້ອຍາວ ດ້ວຍແຜ່ນແພພື້ນເມືອງ. ໄລຍະຕໍ່ມາ ພໍ່ແມ່ພີ່ນ້ອງໃນເທດສະບານ ຝູທ້ຽນ ກໍ່ໄດ້ຕັດຫຍິບສິ້ນ ເສື້ອ ເພື່ອຮັບໃຊ້ການນຸ່ງຖືໃນໂອກາດດຳເນີນພິທີສູ່ຂໍງານດອງ ວັນບຸນຕ່າງໆ.ນາງ ຊິວເຮີຢູລີ ລູກຄ້າຂອງນາງ ເຮີຕວຽດ ໃຫ້ຮູ້ວ່າ:

      “ເມື່ອກ່ອນນີ້ ຊຸດອາພອນປະຈຳເຜົ່າຕົນຖືກຕ່ຳດ້ວຍມື ດັ່ງນັ້ນຕ້ອງໃຊ້ເວລານານທີ່ສຸດ. ປັດຈຸບັນຫຼານ ຕວຽດ ໄດ້ນຳໃຊ້ເຄື່ອງຈັກ ແລະ ໄດ້ຕັດຫຍິບຊຸດອາພອນຕາມຂະໜາດ ແລະ ຮູບຮ່າງຂອງຜູ້ຕ້ອງການ ດັ່ງນັ້ນນຸ່ງສະດວກສະບາຍ. ກ່ອນນີ້ຕັດຫຍິບຕາມປະເພນີ ດັ່ງນັ້ນກໍ່ຂັບຫຼາຍ ບໍ່ເຮັດຕາມຄວາມຫວັງຂອງຕົນ. ປັດຈຸບັນເມື່ອໄປຫຼິ້ນບຸນ ກໍ່ລ້ວນແຕ່ນຸ່ງຊຸດ ແຜ່ນແພພື້ນເມືອງ. ຂ້າພະເຈົ້າຄິດວ່າ ຄວນຮັກສາຄວາມງາມອັນເປັນປະເພນີນີ້ ເພື່ອໃຫ້ລູກຫຼານເຮັດຕາມໃນອະນາຄົດ”.

        ສິ່ງທີ່ເຮັດໃຫ້ນາງ ເຮີຕວຽດ ມີຄວາມສຸກທີ່ສຸດ ນັ້ນແມ່ນຄວາມຕ້ອງການເຄື່ອງນຸ່ງແຜ່ນແພພື້ນເມືອງ ຈາກໂຮງຕັດຫຍິບຂອງນາງ  ກໍ່ໄດ້ຊ່ວຍໃຫ້ນັກສິລະປະການຫຼາຍຄົນ ຢູ່ບັນດາຕາແສງອ້ອມຂ້າງຄື ລາຊອນ, ຈືອາທາຍສາມາດຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ ໃນເວລາມີເວລາຫວ່າງ ບໍ່ຂ້ອງຄາກັບວຽກໄຮ່ການນາ. ເດືອນພະຈິກ ປີ 2022 ເມືອງ ຝູທ້ຽນ ໄດ້ເລືອກເອົາຜະລິດຕະພັນ ເຄື່ອງຕັດຫຍິບດ້ວຍແຜ່ນແພພື້ນເມືອງຂອງນາງ ເຮີຕວຽດ ມາວາງສະແດງ ໃນລາຍການໜຶ່ງຕາແສງໜຶ່ງຜະລິດຕະພັນ OCOP ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ. ທ່ານ ດິງວັນຈິງ ປະທານຄະນະກຳມະການປະຊາຊົນ ເທດສະບານ ຝູທ້ຽນ ເມືອງ ຝູທ້ຽນ ໃຫ້ຮູ້ວ່າ:

      “ໃນໄລຍະຜ່ານມາ ຮ້ານຂາຍແຜ່ນແພພື້ນເມືອງ ຂອງນາງ ເຮີຕວຽດ ຢູ່ໜ່ວຍ 10 ໄດ້ພັດທະນາ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນພໍສົມຄວນ ອັນໄດ້ປະກອບສ່ວນຮ່ວມແຮງຮ່ວມໃຈ ພ້ອມກັບທ້ອງຖິ່ນໂຄສະນາເຄື່ອງໝາຍການຄ້າຜະລິດຕະພັນຂອງຊາວທ້ອງຖິ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຜະລິດຕະພັນຂອງນາງ  ເຮີຕວຽດ ທີ່ນຳມາວາງຢູ່ ຮ່າໂນ້ຍ ຈະແນະນຳສີສັນຂອງເຂດ ເຕິຍງວຽນ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ເມືອງ ຝູທ້ຽນ ຖືວ່າ ນີ້ແມ່ນຜະລິດຕະພັນໜຶ່ງ ເພື່ອໃຫ້ພວກຂ້າພະເຈົ້າ ສ້າງວຽກເຮັດງານທຳ ເພື່ອພັດທະນາເສດຖະກິດ ສ້າງກຳລັງໜູນໃຫ້ແກ່ປະຊາຊົນພັດທະນາຂະແໜງອາຊີບ ຕ່ຳແຜ່ນແຜພື້ນເມືອງຂອງຊາວເຜົ່າສ່ວນໜ້ອຍຢູ່ແຫ່ງນີ້”.

     ດ້ວຍການນຳໃຊ້ສື່ສັງຄົມ, ມີການປ່ຽນແປງໃໝ່ຢ່າງຕໍ່ເນື່ອງໃນການໂຄສະນາ ແນະນຳຜະລິດຕະພັນ, ນາງ ເຮີຕວຽດ ພ້ອມກັບຊາວທ້ອງຖິ່ນ ຍັງຮັກສາອາຊີບຕ່ຳແຜ່ນ ແລະ ຕັດຫຍິບຊຸດອາພອນ ອັນເປັນປະເພນີຂອງເຜົ່າ ຢາລາຍ ອັນໄດ້ສອດຄ່ອງກັບທ່າອ່ຽງພັດທະນາຂອງຊີວິດ ສັງຄົມ. ຈາກນັ້ນປະກອບສ່ວນໂຄສະນາ ຈຸດຄວາມງາມວັດທະນະທຳ ອັນເປັນມູນເຊື້ອຂອງຊາວເຜົ່າ ຢາລາຍ ຢູ່ແດນໄກ.

ຕອບກັບ

ຂ່າວ/ບົດ​ອື່ນ