ບັນດາວັດຢູ່ແຂວງຈ໋າວິງອະນຸລັກຮັກສາຕົວໜັງສືຂອງເຜົ່າຂະແມ

(VOVWORLD) -ການສອນຕົວໜັງສືເຜົ່າຂະແມຢູ່ບັນດາວັດພຸດທະສາສະໜາ ນິກາຍຫິນະຍານນັບແຕ່ກອນມາຮອດປັດຈຸບັນໄດ້ກາຍເປັນປະເພນີໃນແຂວງຈ໋າວິງ. ແຂວງມີ 143 ວັດ, ວັດໃດກໍ່ເປີດຊຸດຮຽນພາສາເຜົ່າຂະແມນັກຮຽນກໍ່ບໍ່ຈຳແນກຊົນເຜົ່າ,ຍິງຫຼືຊາຍ, ມີຄົບທຸກເກນອາຍຸຈາກຜູ້ໃຫຍ່ຕະຫຼອດຮອດເດັກນ້ອຍແລະພະສົງສຳມະເນນ ພຸດທະສາສະນິກກະຊົນ
ບັນດາວັດຢູ່ແຂວງຈ໋າວິງອະນຸລັກຮັກສາຕົວໜັງສືຂອງເຜົ່າຂະແມ - ảnh 1ວັດກອມປອງດຸງ ແມ່ນແຫ່ງມີນັກຮຽນມາຮຽນຢ່າງຫຼວງຫຼາຍ

      ແຂວງຈ໋າວິງແມ່ນແຂວງມີຊາວເຜົ່າຂະແມດຳລົງຊີວິດຫຼາຍອັນດັບທີສອງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມກໍ່ຄືທົ່ວປະເທດທັດຈາກແຂວງ ຊອັກຈັງ. ທົ່ວແຂວງຈ໋າວິງມີປະຊາກອນຫຼາຍກວ່າ 1.000.000 ຄົນໃນນັ້ນຫຼາຍກວ່າ 300.000 ຄົນແມ່ນຊາວເຜົ່າຂະແມ ກວມເກືອບ 30% ຈຳນວນປະຊາກອນ. ມີ 143 ວັດເຜົ່າຂະແມໃນແຂວງກໍ່ລ້ວນແຕ່ເປີດຊຸດຮຽນຕົວໜັງສືເຜົ່າຂະແມ.ແຕ່ລະປີກ່ອນທີ່ຈະຮອດລະດູຮ້ອນ, ຄະນະອະທິການວັດກໍ່ລ້ວນແຕ່ກະກຽມພື້ນຖານດ້ານວັດຖຸຢ່າງຄົບຖ້ວນເພື່ອຕ້ອນຮັບນັກຮຽນມາຮຽນຕົວໜັງສື.              ເມືອງຕ໋ຽວເກິ່ນໃນແຂວງຈ໋າວິງມີ 15 ວັດໃນນັ້ນວັດກອມປອງດຸງ ແມ່ນແຫ່ງມີນັກຮຽນມາຮຽນຢ່າງຫຼວງຫຼາຍທີ່ສຸດ. ພະອາຈານໃຫຍ່ ກີມແມັ້ງ ເຈົ້າອະທິການວັດກອມປອງດຸງ ໃຫ້ຮູ້ວ່າ:

     “ບໍ່ພຽງແຕ່ນັກຮຽນພະສົງສຳມະເນນໃນເມືອງມາຮຽນເທົ່ານັ້ນ, ນັກຮຽນ ພະສົງສຳມະເນນຢູ່ເມືອງອື່ນໆກໍ່ມານີ້ຮຽນອີກດ້ວຍ. ຄະນະອະທິການວັດແລະເຈົ້າອະທິການວັດກໍ່ໄດ້ສອນຕົວໜັງສືໃນໂອກາດພາກແລ້ງເພື່ອໃຫ້ນັກຮຽນຮູ້ຕົວໜັງສືຮູ້ຮີດຄອງປະເພນີຂອງຕົນອີກດ້ວຍ. ວັດກໍ່ຄືບັນດາພະສົງສຳມະເນນກໍ່ພວມພະຍາຍາມອະນຸລັກຮັກສາຄວາມງາມສີສັນຂອງເຜົ່າຂະແມ”.

     ຊຸດຮຽນສຳລັບເດັກນ້ອຍເຄີຍດຳເນີນເປັນເວລາສັ້ນໆ ໃນໂອກາດພັກແລ້ງດັ່ງນັ້ນບໍ່ສົ່ງຜົນສະທ້ອນເຖິງການຮ່ຳຮຽນຢູ່ໂຮງຮຽນແຕ່ຊ້ຳພັດຊ່ວຍໃຫ້ພວກນ້ອງຮູ້ໜັງສືເຜົ່າຂະແມເພື່ອຮັກສາສຽງເວົ້າຕົວໜັງສືຂອງເຜົ່າຕົນ. ແຕ່ກໍ່ຍັງມີບາງວັດເປີດຊຸດຮຽນປຽບເໝືອນຂະແໜງສຶກສາໄດ້ກຳນົດສຳລັບພໍ່ແມ່ປະຊາຊົນແລະຄູບາເຜົ່າຂະແມ. ຈາກເມືອງຈ໋າກູ໊ ໄປຍັງນະຄອນຈ໋າວິງເພື່ອຮຽນຕົວໜັງສືໃນວັດອົງແມດ. ພະອາຈານກີມຮວ່າງຈຸງໃຫ້ຮູ້ວ່າ:

     “ສົກຮຽນໜຶ່ງກໍ່ເຄີຍດຳເນີນໃນເວລາ 9 ເດືອນ. ແຕ່ລະເດືອນກໍ່ພັກ 4 ວັນ.ຮຽນ 10 ວິຊາ, ເນື້ອໃນຮຽນວິຊາພາສາເຜົ່າຂະແມກໍ່ນຳໃຊ້ຕາມຫຼັກສູດການສອນຄືດັ່ງມະຫາວິທະຍາໄລ. ໜຶ່ງວິຊາຮຽນ 4 ຊົ່ວໂມງ.ວິຊາຂຽນທວາຍຮຽນຈາກ ປໍ1 ຫາ ມໍ7, ວິຊາພາສາເຜົ່າຂະແມ, ຄະນິດສາດ, ວັນນະຄະດີ, ພາສາບາລີ...”

       ສິ່ງທີ່ຫຍຸ້ງຍາກທີ່ສຸດໃນປັດຈຸບັນຢູ່ບັນດາວັດແມ່ນນັກຮຽນມາຮຽນນັບມື້ນັບຫຼາຍຂຶ້ນແຕ່ບັນດາວັດກໍ່ຂາດແຄນຄູອາຈານ ຫ້ອງຮຽນ. ແຕ່ຍ້ອນມີສະຕິຄວາມເຂົ້າໃຈກ່ຽວກັບການຮັກສາພາສາເວົ້າຕົວໜັງສືປະເພນີຂອງເຜົ່າຕົນດັ່ງນັ້ນພໍ່ແມ່ນັກຮຽນຍາມໃດກໍ່ສົ່ງເສີມລູກຫຼານໄປຮຽນຢູ່ວັດ. ນາງ ກີມທິໂຊຟາດ ຊາວແຂວງຈ໋າວິງມີລູກໄປຮຽນຢູ່ວັດອົງແມດເລົ່າສູ່ຟັງວ່າ:

   “ເຂົາເຈົ້າມາຮຽນຢູ່ນີ້ຫຼາຍທີ່ສຸດ ສອງສາມມື້ຂ້າພະເຈົ້າກໍ່ຂຶ້ນມາຢາມລູກເທື່ອໜຶ່ງ, ລູກເຮົາຍັງຮຽນອີກສອງປີຈຶ່ງຮຽນຈົບ. ເມື່ອຮຽນຈົບແລ້ວກໍ່ສາມາດຫາວຽກເຮັດງານທຳໄດ້ສະດວກສະບາຍ”.

     ນອກຈາກຮຽນພາສາເວົ້າ, ຕົວໜັງສືແລ້ວວັດຍັງສຶກສາອົບຮົມກ່ຽວກັບຄຸນສົມບັດ ວິຖີຊິວິດ ຄວາມກະຕັນຍູແລະວິທີມະນຸດສຳພັນປະພຶດຕໍ່ກັນ. ຜ່ານນັ້ນກໍ່ຊ່ວຍໃຫ້ນັກຮຽນເຕີບໃຫຍ່ຂຶ້ນ.  ພະອາຈານເຊີນແກນຢູ່ວັດອົງແມດໃຫ້ຮູ້ວ່າ:

     “ວັດກໍ່ເປີດຊຸດຮຽນໃຫ້ພະສົງສຳມະເນນແລະພຸດທະສາສະນິກກະຊົນ, ແຕ່ລະຊຸດມີພະສົງສຳມະເນນ 31 ອົງ. ປີໜຶ່ງສອນ 9 ເດືອນກໍ່ຮຽນວິຊາສົງອີກດ້ວຍ. ສາສະໜາພຸດນິກາຍຫິນະຍານກໍ່ມີ 143 ວັດເກືອບຄືວ່າວັດໃດກໍ່ເປີດຊຸດຮຽນມີຊັ້ນຕົ້ນແລະຊັ້ນກາງອີກດ້ວຍ”.

         ເລື່ອງບັນດາວັດຢູ່ແຂວງຈ໋າວິງເຂົ້າຮ່ວມການເປີດຊຸດຮຽນໃຫ້ແກ່ນັກຮຽນກໍ່ແມ່ນວຽກງານທີ່ມີຄວາມໝາຍທີ່ສຸດແລະວັດທະນະທຳມະນຸດປະກອບສ່ວນອະນຸລັກຮັກສາຕົວໜັງສືແລະພາສາເວົ້າຂອງເຜົ່າຂະແມໃຫ້ແກ່ປະຊາຊົນໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ