ບຸນເຂົ້າໃຫມ່ຂອງ ຊາວເຜົ່າ​ມະ

(VOVWORLD) -ງານບຸນເຂົ້າໃຫມ່ຂອງຊາວເຜົ່າມະ ແມ່ນການເຄື່ອນໄຫວດ້ານວັດທະນະທຳ, ການເຫລື້ອມໃສສຳຄັນທີ່ສຸດສຳລັບຊາວເຜົ່າ ມະ ຢູ່ ເມືອງ ກາດຕຽນ (ແຂວງ ເລີມດົງ). ງານບຸນໄດ້ຮັບການຈັດຕັ້ງຂຶ້ນ ເພື່ອສົມມະນາຄຸນຕໍ່ເທວະດາຟ້າແຖນທີ່ໄດ້ດົນບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ເຂົ້າເຕັມເລົ້າສາລີເຕັມສາງ. ບົດຂຽນຂອງນັກຂ່າວ ທູຮັ່ງ ດ້ວຍຫົວຂໍ້ວ່າ: ບຸນເຂົ້າໃຫມ່ຂອງ ຊາວເຜົ່າມະ.
ບຸນເຂົ້າໃຫມ່ຂອງ ຊາວເຜົ່າ​ມະ - ảnh 1 ພິທີຖະຫວາຍຄວາຍໃຫ້ເທວະດາຟ້າແຖນຂອງຊາວເຜົ່າ ມະ

ຕາມປະເພນີແຕ່ດົນນານມາແລ້ວຂອງຊາວເຜົ່າ ມະ  ແລ້ວ, ພາຍຫລັງລະດູການເກັບກ່ຽວ, ເມື່ອເຂົ້າເຕັມເລົ້າສາລີເຕັມສາງແລ້ວ ແມ່ນຮອດຈຸດເວລາຊາວບ້ານໄດ້ຈັດຕັ້ງບຸນເຂົ້າໃຫມ່  ເພື່ອສົມມະນາຄຸນຕໍ່ເທວະດາຟ້າແຖນທີ່ໄດ້ດົນບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ພາວະນາຂໍໃຫ້ປະຊາຊົນໃນໝູ່ບ້ານມີຄວາມອີ່ມຫນຳສຳລານສົມບູນພູນສຸກໃນບັນດາລະດູການຕໍ່ໄປ, ນີ້ແມ່ນມື້ເບີກບານມ່ວນຊື່ນທີ່ສຸດຂອງ ໝູ່ບ້ານຊາວເຜົ່າ ມະ. ໃນນັ້ນ ວິທີການຖະຫວາຍຄວາຍ ແມ່ນສ່ວນຫນຶ່ງສຳຄັນ ທີ່ຂາດບໍ່ໄດ້ໃນງານບຸນ. ທ່ານ ຫງວຽນຮູຍກາວ, ພະນັກງານວັດທະນະທຳເມືອງ ກາດຕຽນ ແຂວງ ເລີມດົງ, ຊື່ງແມ່ນຜູ້ທີ່ສະຫລະເວລາໄປເຖິງແຕ່ລະບ້ານຂອງຊາວເຜົ່າ ມະ ເພື່ອຊ່ວຍໃຫ້ປະຊາຊົນຟື້ນຟູບຸນເຂົ້າໃຫມ່ແບ່ງປັນວ່າ:

        “ໃນພິທີການຕ່າງໆຂອງຊາວເຜົ່າ ມະ ມີພິທີການສົມມະນາຄຸນຕໍ່ເທວະດາຟ້າແຖນ ດ້ວຍເຄື່ອງຂອງບູຊາ ແມ່ນໂຕຄວາຍ. ດ້ວຍຄວາມສຳນຶກວ່າ ມະນຸດກິນສິ່ງໃດຕ້ອງຖະຫວາຍເທວະດາຟ້າແຖນສິ່ງນັ້ນ ເພື່ອໃຫ້ເທວະດາຟ້າແຖນປົກປ້ອງໃຫ້ຊາວບ້ານທັງໝົດມີຄວາມສະຫງົບສຸກ, ມີສຸຂະພາບເຂັ້ມແຂງ”

        ບຸນເຂົ້າໃຫມ່ຂອງຊາວເຜົ່າ ມະ ເຄີຍໄດ້ຈັດຕັ້ງພາຍຫລັງລະດູການເກັບກ່ຽວເຂົ້າໄຮ່ ສຳເລັດ ແລະ ເຂົ້າໄດ້ມ້ຽນໄວ້ໃນເລົ້າເປັນທີ່ຮຽບຮ້ອຍ. ໂດຍເລີ່ມມາຈາກຄວາມສຳນຶກການເຫລື້ອມໃສຕໍ່ເທວະດາ, ຊາວເຜົ່າ ມະ ມີຄວາມເຊື່ອໝັ້ນວ່າ ລະດູການເກັບກ່ຽວໄດ້ຮັບຜົນດີ, ເຂົ້າເຕັມເລົ້າ ສາລີເຕັມສາງ ແລະ ຊີວິດການເປັນຢູ່ມີຄວາມອີ່ມໜຳສຳລານສົມບູນພູນສຸກ ປະຊາຊົນມີສຸຂະພາບແຂງແຮງນັ້ນກໍ່ລ້ວນແຕ່ແມ່ນເທວະດາດົນບັນດານໃຫ້. ສະນັ້ນ ຕ້ອງຈັດຕັ້ງພິທີບູຊາເທວະດາ, ມີເຄື່ອງຂອງເອົາມາຖະຫວາຍແມ່ນໂຕຄວາຍເພື່ອສົມມະນາຄຸນແລະ ພາວະນາຂໍໃຫ້ເທວະດາຟ້າແຖນ ສືບຕໍ່ປົກປ້ອງ ແລະ ດົນບັນດານໃຫ້ພໍ່ແມ່ປະຊາຊົນໃນບ້ານມີຊີວິດອີ່ມຫນຳສຳລານສົມບູນພູນສຸກພ້ອມທັງກໍ່ແມ່ນໂອກາດຈັດງານລ້ຽງອວຍພອນລະດູການເກັບກ່ຽວໄດ້ຮັບຜົນດີ.

ກ່ອນນີ້ ບຸນເຂົ້າໃຫມ່ຂອງຊາວເຜົ່າ ມະ ພຽງແຕ່ຖືກຈັດຂຶ້ນໃນຄອບຄົວ, ວົງຕະກຸນ. ຕາມການເວລາ ບຸນເຂົ້າໃຫມ່ໄດ້ກາຍເປັນງານບຸນລວມຂອງໝູ່ບ້ານ. ສະຖານທີ່ຈັດຕັ້ງງານບຸນແມ່ນຢູ່ເຮືອນຂອງເຈົ້າກົກເຈົ້າເຫລົ່າ ຫລື ສາລາບ້ານ. ເມື່ອເລືອກເຟັ້ນໄດ້ມື້ສັນວັນດີເພື່ອປະຕິບັດງານບຸນ, ນັບແຕ່ຮຸ່ງເຊົ້າ, ຜູ້ເຖົ້າຜູ້ແກ່ບ່າວສາວໃນບ້ານ ຜູ້ລະວຽກ ຫ້າງຫາກະກຽມທຸກສິ່ງທຸກຢ່າງທີ່ຈຳເປັນໃຫ້ງານບຸນ. ບັນດານາງສາວໃນບ້ານກະກຽມບັນດາຊຸດອາພອນງາມກວ່າໝູ່ເພື່ອນຸ່ງເວລາເຂົ້າຮ່ວມງານບຸນ ແລະ ເຮັດອະນາໄມ ປະດັບປະດາເຮືອນຊານ, ປະຕູໂຂງ, ຈັດພາເຂົ້າເພື່ອຕ້ອນຮັບແຂກ. ສ່ວນຜູ້ຊາຍໄປເຂົ້າປ່າຫາໄມ້ເຮ້ຍເພື່ອເອົາເມືອເຮັດເຂົ້າຫລາມ, ຫາປາຈາກຫ້ວຍ… ກະກຽມເຄື່ອງຂອງບູຊາ ແລະ ເຄື່ອງປຸງແຕ່ງອາຫານ.

ຊາວເຜົ່າມະເລີ່ມຕົ້ນງານບຸນດ້ວຍພິທີການຕ້ອນຮັບແຂກ, ເມື່ອແຂກມາ ຈະທຳພິທີການເພື່ອສະແດງໃຫ້ເຫັນຄວາມສະຫນິດຕິດພັນ, ໃນນັ້ນ ມີແປ້ງເຂົ້າສານ ແລະ ເຫລົ້າແມ່ນສິ່ງທີ່ຂາດບໍ່ໄດ້ໃນພິທີກຳນີ້. ນີ້ແມ່ນພິທີກຳເພື່ອຂັບໄລ່ຜີສາງນາງຮ້າຍ, ປັດເປົ່າສິ່ງທີ່ບໍ່ດີໃຫ້ແກ່ຊາວບ້ານ, ທັງແມ່ນຮູບການຕ້ອນຮັບແຂກຢ່າງສົມກຽດໃນງານບຸນບູຊາເທວະດາຟ້າແຖນ.

 ຕະຫລອດເວລາໃນຕອນຄ່ຳ ປະຊາຊົນ ແລະ ແຂກທີ່ມາແຕ່ໄກ ຈະພ້ອມກັນຕີກ້ອງຕີຄ້ອງ, ຟ້ອນລຳທຳເພງ. ຕອນເຊົ້າມື້ຕໍ່ມາ ປະຊາຊົນທັງໝົດໃນບ້ານໄດ້ເຕົ້າໂຮມກັນຢູ່ສາລາບ້ານ ພາຍຫລັງເຈົ້າກົກເຈົ້າເຫລົ່າກ່າວສະດຸດີອາໄລອາວອນຫາຄວາຍ, ບັນດາພິທີກຳອື່ນກໍ່ໄດ້ຮັບການປະຕິບັດ.

ສິ້ນສຸດພິທີກຳ ກໍ່ແມ່ນຈຸດເວລາທີ່ເຈົ້າກົກເຈົ້າເຫລົ່າໄດ້ນຳເອົາຄ້ອງ ແລະ ຜ້າພື້ນເມືອງສີຂາວມາແບ່ງໃຫ້ຄວາຍ (ສັດຖະຫວາຍ)ໃຫ້ເທວະດາຟ້າແຖນ. ຫລັງຈາກນັ້ນ ຊີ້ນຄວາມຈະໄດ້ແບ່ງປັນເທົ່າກັນໃຫ້ບ້ານຕ່າງໆເພື່ອພ້ອມກັນຕ້ອນຮັບງານບຸນ. ນັກສິລະປະການ ດ໋ຽວກະບອຍ ໃຫ້ຮູ້ວ່າ:

        “ໃນງານບຸນ ມີເຂົ້າຫນຽວ, ມີເຂົ້າຈ້າວ, ແກງ, ຊີ້ນ… ເພື່ອຕ້ອນຮັບງານບຸນ. ເຫລົ້າໄຫໃດແຊບກໍ່ເອົາມາໃຫ້ເຈົ້າກົກເຈົ້າເຫລົ່າ, ຊາຍຫນຸ່ມໃນບ້ານພ້ອມກັນດື່ມເຫລົ້າ ເລົ່າເລື່ອງໃຫ້ກັນຟັງດ້ວຍຄວາມເບິກບານມ່ວນຊື່ນ ແລະ ແບ່ງປັນບົດຮຽນໃນການທຳມາຫາກິນ.”

        ພ້ອມກັບພິທີບູຊາ, ໃນງານບຸນ ກໍ່ດຳເນີນບັນດາການເຄື່ອນໄຫວຕີກອງຕີຄ້ອງ, ຟ້ອນລຳທຳເພງ ພົບປະແລກປ່ຽນລະຫວ່າງປະຊາຊົນໃນບ້ານຕ່າງຂອງເຜົ່າມະ. ນອກນັ້ນຍັງມີບັນດາການເຄື່ອນໄຫວກ່ຽວກັບອາຫານການກິນ, ຕ່ຳແຜ່ນແພພື້ນເມືອງ, ແຂ່ງສານກະພາ, ຕຳເຂົ້າ, ບັນດາການລະຫລິ້ນພື້ນເມືອງກໍ່ໄດ້ຈັດຕັ້ງຂຶ້ນ. ນີ້ແມ່ນຄວາມງາມໃນການດຳເນີນຊີວິດທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າ ມະ ຢູ່ ແຂວງ ເລີມດົງ.

ຕອບກັບ

ຂ່າວ/ບົດ​ອື່ນ