ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ກອນຕູນ ພົ້ນທຸກຈາກແຫຼ່ງທຶນກູ້ຢືມ ພັດທະນາເສດຖະກິດ.

(VOVWORLD) - ປັດຈຸບັນເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນບໍລິເວນແຂວງ ກອນຕູນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເສດຖະກິດ ສັງຄົມດ້ອຍພັດທະນາ, ພື້ນຖານໂຄງລ່າງເຖິງວ່າໄດ້ຮັບການເອົາໃຈໃສ່ລົງທຶນກໍ່ຕາມ  ແຕ່ຍັງຖືກຈຳກັດຢູ່. ຍ້ອນເຫດນີ້ເອງແຂວງ ກອນຕູນ ໄດ້ປະຕິບັດຫຼາຍໂຄງການ, ແຜນການ ເປີດທິດພັດທະນາຊ່ວຍພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ ໃນນັ້ນມີໂຄງການໃຫ້ກູ້ຢືມທຶນ ຈາກແຫຼ່ງທຶນພັດທະນາເສດຖະກິດຂອງບັນດາທະນາຄານນະໂຍບາຍສັງຄົມ
ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ກອນຕູນ ພົ້ນທຸກຈາກແຫຼ່ງທຶນກູ້ຢືມ ພັດທະນາເສດຖະກິດ. - ảnh 1ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນແຂວງ ກອນຕູນມີການປ່ຽນແປງແມ່ນຍ້ອນມີນະໂຍບາຍກູ້ຢືມທຶນຢ່າງມີປະສິດທິຜົນ

     ທ່ານ ອາອານຕວ່ານ ຊາວເຜົ່າແຢ໋ຈຽງ ຢູ່ບ້ານ ດັກເວີກ, ຕາແສງ ດັກກະຣອງ ເມືອງ ດັກກະເຣິຍ ແຂວງ ກອນຕູນ ແມ່ນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຈາກສອງຝາມືເປົ່າ. 15 ກ່ອນນີ້ຄອບຄົວຂອງທ່ານ ແມ່ນເປົ້າໝາຍຄອບຄົວທຸກຍາກ. ເຖິງວ່າມີເນື້ອທີ່ດິນກວ້າງກໍ່ຕາມ ແຕ່ປູກພຽງແຕ່ມັນ ແລະ ຕັດເອົາເຂົ້າຢູ່ເນື້ອທີໄຮ່ ດັ່ງນັ້ນປີໃດກໍ່ບໍ່ພໍກິນ ຕ້ອງຮັບເຂົ້າສານຊ່ວຍບັນເທົາທຸກຈາກລັດ. ປີ 2013 ສອງຜົວເມຍທ່ານໄດ້ກູ້ຢືມເງິນ 120 ລ້ານດົ່ງ ເພື່ອລົງທຶນປູກກາເຟ ແລະ ຊື້ໝູພັນມາລ້ຽງ,. ຈາກນັ້ນຊີວິດການເປັນຢູ່ຂອງຄອບຄົວໄດ້ຄ່ອຍໆເປັນປົກກະຕິ.  ລູກທັງ 5 ຄົນກໍ່ລ້ວນແຕ່ໄດ້ໄປໂຮງຮຽນ, ຄອບຄົວກໍ່ສາມາດປຸກເຮືອນໃໝ່. ປັດຈຸບັນຄອບຄົວຂອງທ່ານ ອາອານຕວ່ານ ໄດ້ກາຍເປັນຄອບຄົວທີ່ຮັ່ງມີຂອງບ້ານ ດັກເວີກ  ພ້ອມກັບຟາມປູກກາເຟຫຼາຍກວ່າ  3 ເຮັກຕາ ພ້ອມກັບສະລ້ຽງປາສອງແຫ່ງ. ນອກຈາກນັ້ນທ່ານຍັງລ້ຽງ ໝູແມ່ພັນ  ແລະ ໝູຊີ້ນແຕ່ລະປີກໍ່ຂາຍໝູນ້ອຍອອກສູ່ຕະຫຼາດໄດ້ປະມານ 200 ໂຕ ແລະ ຂາຍໝູຊີ້ນໄດ້ 15 ໂຕນ. ທ່ານ ອາອານຕວ່ານ ແບ່ງປັນວ່າ:

        “ແຫຼ່ງທຶນຂອງທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫຼື ອາຣີແບງ  ໄດ້ຊ່ວຍເສດຖະກິດຂອງຄອບຄົວຂ້າພະເຈົ້າພັດທະນາ ແລະ ມີລາຍຮັບຕື່ມອີກ.  ຕໍ່ຈາກນັ້ນ ຂ້າພະເຈົ້າກໍ່ຢາກກາຍເປັນແບບຢ່າງ  ເພື່ອໃຫ້ພໍ່ແມ່ພີ່ນ້ອງປະຕິບັດຕາມຮູບແບບຂອງຄອບຄົວພວກຂ້າພະເຈົ້າ ເພື່ອພ້ອມກັນພັດທະນາເສດຖະກິດ. ດ້ວຍຈຳນວນທຶນທີ່ກູ້ຢືມຈາກທະນາຄານ, ຄອບຄົວຂ້າພະເຈົ້າໄດ້ດຳເນີນທຸລະກິດຢ່າງມີປະສິດທິຜົນ ຊ່ວຍຄອບຄົວມີລາຍຮັບຕື່ມອີກ     ພ້ອມທັງຊ່ວຍເຫຼືອພໍ່ແມ່ພີ້ນ້ອງຫຼາຍຄົນໃນບ້ານ”.

          ທ່ານ ອາເລຈຸກ ຜູ້ຮອງອຳນວຍການ ອາຣີແບງ  ສາຂາເມືອງ ດັກກະເຣິຍ ໃຫ້ຮູ້ວ່າ ປັດຈຸບັນ ຊາວກະສິກອນຢູ່ທັງໝົດ 12 ຕາແສງໃນເມືອງໄດ້ເຂົ້າເຖິງແຫຼ່ງທຶນ ແລະ ນຳໃຊ້ຢ່າງຖືກຕ້ອງຕາມຈຸດປະສົງ ດັ່ງນັ້ນກໍ່ສາມາດເສີມຂະຫຍາຍປະສິດທິຜົນດີທີ່ສຸດ. ທ່ານ ຈຸກ ເວົ້າວ່າ:

      “ປະຕິບັດຕາມພາລະກຳຂອງ ອາຣີແບງ  ນັ້ນແມ່ນໂຄງການ 3 ປັດໄຈ: ກະສິກຳ, ຊາວກະສິກອນ ແລະ ຊົນນະບົດ. ໄລ່ມາຮອດປັດຈຸບັນ ແຫຼ່ງທຶນຂອງພວກຂ້າພະເຈົ້າ ກໍ່ໄດ້ເຕີບໂຕ ແລະ ໄດ້ລົງທຶນໃຫ້ແກ່ພໍ່ແມ່ພີ້ນ້ອງໃນບໍລິເວນ ພິເສດແມ່ນຊາວເຜົ່າສ່ວນໜ້ອຍ. ປັດຈຸບັນພວກຂ້າພະເຈົ້າກໍ່ໄດ້ເຕີບໂຕທຶນຫຼາຍກວ່າ 856 ຕື້ດົ່ງ ເທົ່າກັບ 34 ລ້ານກວ່າ USA, 90% ຈຳນວນທຶນນີ້ ພວກຂ້າພະເຈົ້າກໍ່ລົງທຶນໃຫ້ແກ່ຊາວກະສິກອນ, ກະສິກຳ ແລະ ຊົນນະບົດ  ອັນໄດ້ຊ່ວຍໃຫ້ປະຊາຊົນໃນການປູກຝັງ ແລະ ໄດ້ສ້າງເສດຖະກິດເປັນປົກກະຕິ”.

      ທ່ານ ອາກະລັອກ ຊາວເຜົ່າ ເຊດັງ ຢູ່ບ້ານ ດັກຕາງ ຕາແສງ ດັກສູ໊ ເມືອງ ຫງອກໂຮ່ຍ ກໍ່ແມ່ນຕົວແບບໜຶ່ງກ່ຽວກັບການຜະລິດເກັ່ງຂອງເມືອງ ຫງອກໂຮ່ຍ. ກ່ອນນີ້ 15 ປີດ້ວຍແຫຼ່ງທຶນກູ້ຢືມ 500 ລ້ານດົ່ງ ທ່ານໄດ້ລົງທຶນພັດທະນາເນື້ອທີ່ກາເຟ 3 ເຮັກຕາ. ເມື່ອທຳມາຫາກິນໄດ້ຂະຫຍາຍຕົວໄດ້ຂະຫຍາຍຕົວ ທ່ານໄດ້ກູ້ຢືມທຶນຕື່ມອີກ ເພື່ອເປີດກວ້າງເນື້ອທີ່ປູກກາເຟ ຂຶ້ນເປັນ 8 ເຮັກຕາ.  ປີກາຍນີ້ທ່ານໄດ້ກ້າຫານກູ້ຢືມທຶນເພື່ອລົງທຶນສ້າງເດີນຕາກກາເຟ ທີ່ມີມູນຄ່າ 2 ຕື້ດົ່ງ. ປັດຈຸບັນເສດຖະກິດຄອບຄົວ ກໍ່ໄດ້ມີຄວາມໝັ້ນຄົງ  ເຮືອນຊານໃຫຍ່ໂຕໂອໂຖງ ສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນກວ່າ 20 ຄົນ. ທ່ານ ອາກະລັອກ ເວົ້າວ່າ:

     “ທັງໝົດກໍ່ຍ້ອນມີນະໄຍບາຍຂອງພັກ ແລະ ລັດກ່ຽວກັບການພັດທະນາເສດຖະກິດ ເຂດປະຊາຊົນບັນດາເຜົ່າຢູ່ ເຕິຍງວຽນ ເວົ້າລວມ ເວົ້າສະເພາະແມ່ນພໍ່ແມ່ພີ່ນ້ອງເຜົ່າ ຊູດັງ ຢູ່ຕາແສງ ດັກສູ໊. ເມື່ອກ່ອນນີ້ ຂ້າພະເຈົ້າກໍ່ໄດ້ກູ້ຢືມທຶນ ຈາກທະນາຄານ 500 ລ້ານດົ່ງ ເພື່ອປູກຢາງພາລາ,ເຮັດທາງ,ປູກກາເຟ  ຫຼັງຈາກນັ້ນສາມປີ ຂ້າພະເຈົ້າກໍ່ໄດ້ເກັບກູ້ ຈາກນັ້ນຄອບຄົວກໍ່ສາມາດສ້າງເສດຖະກິດເປັນປົກກະຕິ”.

      ທ່ານ ນາງ ຮ່າທິແທັງຮວາ ຮອງຜູ້ອຳນວຍການ ອາຣີແບງ ກອນຕູນ ໃຫ້ຮູ້ວ່າ:

 “ອາຣີແບງ ສາຂາ ກອນຕູນ ໄດ້ຊີ້ນຳຢ່າງຢ່າງຂ້ຽວຂາດບັນດາທະນາຄານໃນເມືອງຜັນຂະຫຍາຍ ປະຕິບັດນະໂຍບາຍຂອງລັດຢ່າງປະສິດທິຜົນ. ພິເສດຢູ່ບັນດາເມືອງເຂດຫ່າງໄກສອກຫຼີກ ພວກຂ້າພະເຈົ້າໄດ້ຜັນຂະຫຍາຍການຊຳລະໂດຍບໍ່ໄດ້ໃຊ້ເງິນສົດຢູ່ບໍລິເວນຊົນນະບົດ. ຜ່ານນັ້ນໄດ້ປະກອບສ່ວນຫຼຸດຜ່ອນການກູ້ຢືມທຶນແບບບໍ່ຖືກຕ້ອງໃນບໍລິເວນ”.

      ພ້ອມກັບການຊ່ວຍປະຊາຊົນໄດ້ເຂົ້າເຖິງແຫຼ່ງທຶນ ອຳນາດການປົກຄອງທ້ອງຖິ່ນຕ່າງໆໃນແຂວງ ກອນຕູມ ຍັງມີບັນດາໂຄງການແນະນຳພໍ່ແມ່ພີ່ນ້ອງນຳໃຊ້ວິທະຍາສາດເຕັກນິກ  ເຂົ້າໃນການຜະລິດ ຊ່ວຍປະຊາຊົນປ່ຽນແປງລະດັບຄວາມຮັບຮູ້ກ່ຽວກັບແບບວິທີຜະລິດ ເພື່ອບັນລຸປະສິດທິຜົນດ້ານເສດຖະກິດສູງ.

ຕອບກັບ

ຂ່າວ/ບົດ​ອື່ນ