ລາຍການທ່ອງທ່ຽວTeambuilding

(vovworld) - ​ໄປ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ໄປ​ຢ້ຽມຊົມ​ບັນດາ​ທັດສະນີ​ຍະ​ພາບ, ​ໄດ້​ອາບ​ນ້ຳ​ທະ​ເລ​ທີ່​ຂຽວ​ສະ​ອາດ ຫລື​ ປີນ​ພູ, ​ໄດ້​ຮັບ​ປະທານ​ອາຫານ​ຫຼາຍ​ເຍື່ອງ​ຂອງ​ຊາວ​ທ້ອງ​ຖິ່ນ​ເທົ່າ​ນັ້ນ ຫາກ​ປະຈຸ​ບັນ ​ໄປ​ທ່ອງ​ທ່ຽວ​ຍັງ​ແມ່ນ​ໂອກາດເພື່ອໃຫ້ບັນດາ​ສະມາຊິກເຊື່ອມ​ຕົວ, ​ແບ່ງປັນ​ນຳກັນ​. ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ, ຮູບ​ການທ່ອງທ່ຽວ Teambuilding ຫລື​ເອີ້ນ​ວ່າທ່ອງທ່ຽວຈັດເປັນ​ຫນ່ວຍ ​​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ຮູບ​ການ ທ່ອງທ່ຽວ​ທັນ​ສະ​ໄຫມ, ພັດທະນາ​ຢ່າງ​ວ່ອງ​ໄວ​ຢູ່​ບັນດາ​ປະ​ເທດ​ກ້າວຫນ້າ ​ແລະ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຮູບ​ການທ່ອງທ່ຽວ Teambuilding ​ນັບ​ມື້​ນັບໄດ້​ຮັບ​ຄວາມນິຍົມຊົມ​ຊອບ ຢູ່ ຫວຽດນາມ.

ລາຍການທ່ອງທ່ຽວTeambuilding  - ảnh 1
ການລະຫລິ້ນໃນTeambuilding
ພາບ: internet

        ລາຍການ​ທ່ອງ​ທ່ຽວ Teambuilding ​ແມ່ນ​ຮູບ​ການທ່ອງທ່ຽວ​ທັງ​​ລະ​ຫລິ້ນ​ທັງ​ຮ່ຳຮຽນ ​ແລະ ​ເຄີຍ​ຖືກ​ຈັດ​ຕັ້ງ​ຢູ່​ກາງ​ແຈ້ງ​. ຜ່ານ​​ການ​ລະ​ຫລິ້ນ, ຕອບ​ຄຳ​ຖາມ​ຂອງ​ຄະນະ​ຈັດ​ຕັ້ງ, ບັນດາ​ຜູ້​ເຂົ້າ​ຮ່ວມ​ຈະຖອດ​ຖອນ​ບົດຮຽນໄດ້ຫຼາຍ​ຜ່ານພຶດຕິ​ກຳ​​​ຕົວຈິ່ງ, ແຫ່ງການພົວ​ພັນໜູນຊ່ວຍ​​ກັນເພື່ອ​ມຸ່ງ​ໄປ​ສູ່​ຈຸດ​ໝາຍ​ລວມ. ​ເຂົ້າ​ຮ່ວມ​ລາຍການ Teambuilding, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ຮູ້ຈັກ​ເຖິງ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໃຫມ່​ຕື່ມ​ອີກ​ເທົ່າ​ນັ້ນ ຫາກ​ຍັງ​ເຂົ້າ​ໃຈ​ຄຸນຄ່າ​ຂອງ​ຊີວິດ​ອີກ​ດ້ວຍ. ນີ້​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ມີ​ຄວາມເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ, ​ຮ່ວມເຮັດ​ວຽກ​ນຳ​ກັນ​. ອ້າຍ ​​ເຈີ​ນ​ເລ​ບ໋າ​ວ​ເຈົາ, ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ ນາວ​ກວກ​, ຊຶ່ງ​ແມ່ນ​ບໍລິສັດ​ເຄີ​ຍຈັດ​ຕັ້ງ​ລາຍການທ່ອງທ່ຽວ Teambuilding ​ໃຫ້​ຮູ້​ວ່າ: ​ເພື່ອ​ສ້າງ​ລາຍການທີ່​ດູດ​ດື່ມ ຕ້ອງ​ເຂົ້າ​ໃຈຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ.

        “ການບໍລິການ​ທ່ອງ​ທ່ຽວ​ຂອງ​ບໍລິສັດ​ຖືກລົງທຶນ​ຕາມ​ຄວາມຕ້ອງການຂອງນັກ​ທ່ອງ​ທ່ຽວ. ຂັ້ນ​ຕອນ​ຈັດນັກທ່ອງທ່ຽວເປັນຫນ່ວຍ​ແມ່ນ​ກົງ​ກັນ​ຂ້າມ​ກັບ​ຂັ້ນ​ຕອນ​ຂອງ ການບໍລິການທ່ອງທ່ຽວ. ຖ້າຈັດບໍລິການທ່ອງທ່ຽວ​ແມ່ນ​ອີງໃສ່ລາຍການທີ່ມີຢູ່ແລ້ວ ສ່ວນ​ຈັດນັກທ່ອງທ່ຽວເປັນ​ຫນ່ວຍ ແມ່ນຕ້ອງ​ປຶກສາ​ຫາລື​ກັບ​ນັ​ກທ່ອງ​ທ່ຽວ​ເພື່ອ​ຊອກ​ຮູ້​ຈຸດປະສົງ​ຂອງ​ເຂົາເຈົ້າແມ່ນ​ຕ້ອງການຫຍັງ.  ​ແລະ ຈຸດ​ປະສົງ​ຂອງບໍລິສັດ​ ກໍ​ຄື​ສິ່ງທີ່ນັກ​ທ່ອງ​ທ່ຽວ​ຕ້ອງໄດ້​ຮັບ​ຜ່ານການທ່ອງທ່ຽວແມ່ນ​ຫຍັງ. ພາຍຫລັງ​ເຂົາ​ເຈົ້າ​ກັບ​ຄືນ​ເມືອ​ເຮັດ​ວຽກ, ບັນດາ​ລາຍການ​ລະ​ຫລິ້ນທີ່​​ເຄີຍເຂົ້າຮ່ວມ​​ນັ້ນ​ຈະ​ຊ່ວຍ​​ໃຫ້ເຂົາ​ເຈົ້າ​​ຫລາຍ​ຢ່າງໃນ​ວຽກ​ງານ​, ​ເປັນ​ຕົ້ນ​ແມ່ນ​ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ພະນັກງານ​ໃນ​ບໍລິສັດ. ນັ້ນ​ແມ່ນ​ສິ່ງ​ທີ່​ບໍລິສັດ​ພວກ​ຂ້າພະ​ເຈົ້າ​ມຸ່ງ​ໄປ​ເຖິງ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ 3 ປີ​ມໍ່ໆ​ມາ​ນີ້.”

        ບັນດາ​ລາຍການທ່ອງທ່ຽວ Teambuilding ຍາມ​ໃດ​ກໍ່​ຮຽກຮ້ອງ​ໃຫ້ມີ​ຫົວຄິດ​ປະດິດ​ສ້າງ, ຄົ້ນຫາ​ສິ່ງ​ທີ່​​ໃຫມ່​ອ່ຽມ. ​ເພາະສະ​ນັ້ນ ຈຳນວນ​ບໍລິສັດ​ທ່ອງ​ທ່ຽວ​ເຄື່ອນ​ໄຫວ​ຕາມ​ຮູບ​ການ​ນີ້​ຍັງ​ບໍ່​ທັນ​ມີ​ຫລາຍ. ບໍລິສັດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດທ່ອງທ່ຽວ Teambuilding ສ່ວນ​ຫລາຍ​ແມ່ນ​​ເຕົ້າ​ໂຮມ​ຢູ່​ບັນດາ​ແຂວງ​ພາກ​ໃຕ້ ຫວຽດນາມ. ປະຈຸ​ບັນ ລາຍການ​ທ່ອງ​ທ່ຽວ Teambuilding ​ແມ່ນ​ຮູບ​ການທ່ອງທ່ຽວ​ພວມ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ ​ຈາກ​ບັນດາບໍລິສັດ​ຕ່າງປະ​ເທດ, ​ ບໍລິສັດທີ່​ມີ​ສາຂາ​ແລະ ບັນດາໂຮງຮຽນຢູ່​ຫລາຍ​ແຫ່ງ,. ອ້າຍ Bao Chau ​ໃຫ້​ຮູ້​ວ່າ:

        “ຕາມທຳ​ມະ​ດາແລ້ວ, ຄຸນຄ່າ​ຂອງການທ່ອງທ່ຽວ Teambuilding ​ແມ່ນ​ນອນ​ໃນ​ແນວ​ຄວາມ​ຄິດ ​ແລະ ​ການຈັດລາຍການ, ສ່ວນ​ການ​ລະ​ຫລິ້ນ​ແມ່ນ​ສະ​ເໝີ​ກັນ, ສິ່ງສຳຄັນ​ແມ່ນ​ສົ່ງ​ສານ​ຂອງ​ວິ​ສາ​ຫະກິດ​ເຂົ້າ​ລາຍການ.  ຕົວຢ່າງ​ຄື: ມີວິ​ສາ​ຫະກິດ​ແຫ່ງ​ຫນຶ່ງ​ພວມ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ, ​ ຄາດ​ຄະ​ເນ​ໄດ້​ສິ່ງ​ນັ້ນ ​ແລະ ​ເຂົາ​ເຈົ້າ​ຕ້ອງເຮັດແນວໃດເພື່ອໃຫ້ພະນັກງານ​ຂອງ​ຕົນຕັ້ງ​ໝັ້ນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາ​ກ​ໄດ້.”

        ​​ເມື່ອ​ບໍ່​ທັນ​​ເຂົ້າຮ່ວມລາຍການ​ Teambuilding, ຫລາຍ​ຄົນ​ຄິດ​ວ່າ Teambuilding ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ທຳ​ມະ​ດາ​ຫລື​ທ່ອງ​ທ່ຽວ​ພະ​ຈົນ​ໄພ​ສົມທົບ​ກັບ​ການ​​ຝຶກ​ແອບ​ຮ່າງກາຍ. ​ແຕ່​ຄວາມ​ຈິງ​​ແລ້ວ Teambuilding ມີ​ຄວາມ​ໝາຍ​ຫຼາຍກວ່າ​ນັ້ນຜ່ານການ​ໄປ​ຢ້ຽມຢາມ, ການ​ເຄື່ອນ​ໄຫວ​ນນອກ​ຫລັກສູດຈະເປັນ​ບົດຮຽນອັນລ້ຳຄ່າໃຫ້ແກ່
ນັກທ່ອງທ່ຽວ.

ລາຍການທ່ອງທ່ຽວTeambuilding  - ảnh 2
 ລາຍການທ່ອງທ່ຽວ Teambuilding
ພາບ:internet
        ​ແຕ່​ລະລາຍ​ການທ່ອງທ່ຽວ Teambuilding ກໍ່ມີຄວາມແຕກ​ຕ່າງ​ກັນ ໂດຍອີງໃສ່​ຈຳນວນ​ຜູ້​ເຂົ້າ​ຮ່ວມ, ​ເກນ​ອາຍຸ, ອາຊີບ, ສານ​ທີ່​ຕ້ອງ​ສົ່ງ​ໄປ. ລາຍການ Teambuilding ຍັງ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນພັກ​ຢ່ອນ​ອາລົມ​ສົມທົບ​ກັບ​​ຝຶກ​ແອບ​ຮ່າງກາຍ. Teambuilding ​ແມ່ນ​ລາຍການ​​ບຸກຄົນ​ຕິດພັນນຳ​ກັນ​ເປັນໜ່ວຍທີ່​ແຂງ​ແຮງ. ​​​ຜ່ານ​ການ​ເຂົ້າຮ່ວມ​ລາຍການ Teambuilding ​ທຸກ​ຄົນສາມາດ​ຮັບ​ມື​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ສາມາດນຳໃຊ້​ບັນດາ​ບົດຮຽນ​ທີ່​ຖອດ​ຖອນ​ມາ​ໄດ້​ຈາກ​ການ​ລະ​ຫລິ້ນ. ​ເອື້ອຍ ​ເກີ​ມຕູ ສັງ​ກັດ​ບໍລິສັດ​ທ່ອງ​ທ່ຽວ​ນົກ​ທະ​ເລ ​ໃຫ້​ຮູ້​ວ່າ:

  Teambuilding ​ແມ່ນ​ລາຍການທ່ອງທ່ຽວ​ທີ່​ອຸດົມສົມ​ບູນ, ລະ​ຫລິ້ນ​ຕາມ​ຫົວ​ເລື່ອງ ​ດ້ວຍຄວາມສາມັກຄີປະສານສົມທົບກັນ. ນອກ​ຈາກ​ນັ້ນ Teambuilding ກໍ​ແມ່ນ​ຮູບການລະ​ຫລິ້ນ​ພັກຢ່ອນ​ອາລົມ​ແບບ​ລວມໝູ່.  ຊາວໜຸ່ມສ່ວນ​ຫລາຍ​ແມ່ນ​ ​ນິຍົມ​ລາຍການ​ນີ້. ປະຈຸ​ບັນ ລາຍການ​ທ່ອງ​ທ່ຽວ​ Teambuilding ກວມປະມານ 60%.”

  ຄວາມ​ປະ​ທັບ​ໃຈ​ທ່ີ​ລາຍການ​Teambuilding​ນຳ​ມາ​ໃຫ້ນັ້ນ​ແມ່ນເຮັດ​ໃຫ້​ທຸກ​ຄົນ​ບັນເທົາຄວາມອິດເມື່ອຍ
ໃນຊີວິດປະຈຳວັນ. ທ່ານ ຫງວຽນ​ຫື​ວ​ເລີມ, ຜູ້ອຳນວຍການ​ບໍລິສັດ Ariang  ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ດ້ວຍການປະສານສົມທົບ​ກັນລະຫວ່າງບັນດາ​ສະມາຊິກ​ໃນ​ລາຍການ, ຄະນະ​ຈັດ​ຕັ້ງ​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ແກ່​ທຸກ​ຄົນ. ຜ່ານ​ລາຍການ ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ຄວາມ​ສາມັກຄີ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ”

 ສິ່ງທີ່​ດີ​ໃນ​ບັນດາ​ລາຍ​ລະ​ຫລິ້ນ​ຂອງ Teambuilding ​ນັ້ນ​ແມ່ນ​​ເຮັດ​ໃຫ້​ໝົດ​ທຸກ​ຄົນ​ຕ້ອງ​ເຄື່ອນ​ໄຫວ, ຕ້ອງ​ມີຫົວຄິດປະດິດສ້າງ​, ຈາກ​ນັ້ນ​ຈຶ່ງ​ພ້ອມກັບບັນດາ​ສະມາຊິກ​ສ້າງ​ເປັນ​ກຸ່ມ​ຫນຶ່ງ​ທີ່​ເປັນ​ເອກ​ະພາບ ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ ​ສັງ​ເກດ ​ແລະ ຕີ​ລາຄາ, ກຳ​ໄດ້​ຈຸດ​ດີ ​ຈຸດ​ອ່ອນ​ຂອງພະນັກງານ​ແຕ່ລະຄົນ. ​ແລະ ລາຍການ​ທ່ອງ​ທ່ຽວ Teambuilding ​ແມ່ນ​ມາດ​ຕະການ​ງ່າຍ​ດາຍ​ທີ່​ສຸດ​ເພື່ອຕິດ​ພັນ​ບັນດາ​ບຸ​ກຄົນໃຫ້​ເປັນ​ປຶກແຜ່ນທີ່ແໜ້ນໜາ.

Lan Anh

           

 

ຕອບກັບ

ຂ່າວ/ບົດ​ອື່ນ