ຮັກສາສີສັນວັດທະນະທຳເຜົ່າ ຢ້າວ ຈາກການເຄື່ອນໄຫວສິລະປະວັນນະຄະດີ ຂອງໝູ່ບ້ານ

(VOVWORLD) -ຈາກກອງສິລະປະກອນ ພຽງແຕ່ຮັບໃຊ້ພໍ່ແມ່ພີ່ນ້ອງໃນໜູ່ບ້ານ ໃນໂອກາດຈັດວັນບຸນເທົ່ານັ້ນ ມາຮອດປັດຈຸບັນກອງສິລະປະກອນເຜົ່າຢ້າວ ຢູ່ບ້ານ ປ່ຽງສາງ ຕາແສງ ຟຽງລວງ ເມືອງ ໝົກເຈົາ ແຂວງ ເຊີນລາ ເປັນທີ່ຮູ້ຈັກກັນດີ ຍ້ອນແມ່ນກອງສິລະປະກອນ ເຄີຍສະແດງບັນດາລາຍການສິລະປະເປັນເອກະລັກຂອງຊົນເຜົ່າ. ຜ່ານນັ້ນປະກອບສ່ວນຮັກສາເສີມຂະຫຍາຍ ແລະ ໂຄສະນາສີສັນວັດທະນະທຳເຜົ່າ ຢ້າວ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. 
ຮັກສາສີສັນວັດທະນະທຳເຜົ່າ ຢ້າວ ຈາກການເຄື່ອນໄຫວສິລະປະວັນນະຄະດີ ຂອງໝູ່ບ້ານ - ảnh 1ກອງສິລະປະກອນເຜົ່າຢ້າວ ຢູ່ບ້ານ ປ່ຽງສາງ ເຂົ້າຮ່ວມວັນບຸນວັດທະນະທຳເຜົ່າ ຢ້າວ ທົ່ວປະເທດຄັ້ງທີສອງ ປີ 2022

     ທຳນອງເພງ ປ໊າວຢຸງ ທີ່ເປັນໜ້າຈັບໃຈຂອງຊາວເຜົ່າ ຢ້າວ ດ້ວຍຫົວຂໍ້ ຊາວເຜົ່າ ຢ້າວ ຮູ້ບຸນຄຸນຕໍ່ພັກ ແລະ ລຸງ ໂຮ່ ໂດຍກອງສິລະປະກອນບ້ານ ປ່ຽງສາງ ຕາແສງ ຟຽງລວງ  ທຳການສະແດງ. ລາຍການໄດ້ຮັບລາຍວັນ B ໃນລາຍການສະແດງສິລະປະ “ວັນບຸນສະແດງວັດທະນະທຳເຜົ່າ ຢ້າວ ທົ່ວປະເທດຄັ້ງທີສອງ ປີ 2022 ຢູ່ແຂວງ ຖາຍງວຽນ” ໃນເວລາທີ່ຜ່ານມາ.  ອ້າຍ ບ່ານວັນຖ້ວນ ສັງກັດກອງສິລະປະກອນບ້ານປ່ຽງສາງ ໃຫ້ຮູ້ວ່າ:

     “ເວລາທີ່ຜ່ານມາ ກອງສິລະປະກອນບ້ານ ປ່ຽງສາງ ພວກຂ້າພະເຈົ້າມີຄວາມເປັນກຽດໄດ້ຮັບເລືອກເພື່ອເຂົ້າຮ່ວມວັນບຸນເຜົ່າ ຢ້າວ ທົ່ວປະເທດຄັ້ງທີສອງ ທີ່ຈັດຂຶ້ນຢູ່ແຂວງ ຖາຍງວຽນ. ເຂົ້າຮ່ວມວັນບຸນພວກຂ້າພະເຈົ້າມີໂອກາດທຳການສະແດງ ບັນດາວາດຟ້ອນບົດເພງຂອງເຜົ່າຕົນ  ເພື່ອຮັບໃຊ້ແຂກທ່ອງທ່ຽວຈາກສາລະທິດ ທັງແມ່ນໂອກາດໄດ້ພົບປະແລກປ່ຽນຊອກຮູ້ວັດທະນະທຳຂອງກຸ່ມເຜົ່າ ຢ້າວ ອື່ນໆໃນທົ່ວປະເທດ”.

      ກອງສິລະປະກອນບ້ານ ປ່ຽງສາງ ໃນເບື້ອງຕົົ້ນມີສະມາຊິກພຽງ 10 ຄົນ ເຊິ່ງໄດ້ຝຶກແອບ ແລະ ສະແດງບັນດາລາຍການຟ້ອນຢູ່ບ້ານ. ຜ່ານການເຄື່ອນໄຫວເປັນເວລາ 22 ປີ ມາຮອດປັດຈຸບັນ ກອງສິລະປະກອນໄດ້ມີສະມາຊິກປະມານ 30 ຄົນໃນເກນອາຍຸແຕ່ 20 ຫາ 40 ປີ ເຂົ້າເຈົ້າໄດ້ເຂົ້າຮ່ວມຝຶກແອບຢ່າງເປັນປະຈຳ. ຕອນກາງເວັນເຂົາເຈົ້າກໍ່ໄດ້ໄປເນື້ອທີ່ໄຮ່ນາ ເພື່ອອອກແຮງງານທຳການຜະລິດ ຮອດຍາມກາງຄືນບັນດາສະມາຊິກກໍ່ໄດ້ເຕົ້າໂຮມກັນຝຶກແອບຂັບຮ້ອງບັນດາບົດເພງ ແລະ ວາດຟ້ອນຕ່າງໆທີ່ເຂັ້ມຂົ້ນໄປດ້ວຍສີສັນເຜົ່າ ຢ້າວ. ນາງ ຈ້ຽວທິເຮືອງ ຫົວໜ້າກອງສິລະປະກອນບ້ານ ປ່ຽງສາງ ໃຫ້ຮູ້ວ່າ:

      “ໂດຍອີງຕາມແຕ່ລະລາຍການ, ພວກຂ້າພະເຈົ້າກໍ່ໄດ້ເລືອກເຟັ້ນ ແລະ ສະແດງບັນດາລາຍການຟ້ອນລະຄັງ ທີ່ເປັນເອກະລັກຂອງເຜົ່າ ຢ້າວ ຄືຂັບຮ້ອງ ປ໊າວຢຸງ  ສົມທົບກັບການຟື້ນຟູ ບັນດາພິທີກຳໃຫຍ່ຄື ພິທີລົງນາ, ພິທີພາວະນາໃຫ້ລະດູການຜະລິດໃຫ້ໄດ້ຮັບຜົນດີ ດ້ວຍຈຸດປະສົງວາດພາບເຖິງບັນດາຄຸນຄ່າວັດທະນະທຳການເຫຼື້ອມໃສ ຮີດຄອງປະເພນີ ແລະ ຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງເຜົ່າ ຢ້າວ. ທຸກໆຄົນໃນກອງສິລະປະກອນກໍ່ມີຄວາມຫ້າວຫັນສະໝັກໃຈເຂົ້າຮ່ວມ ດ້ວຍຄວາມຫວັງຢາກຮັກສາສີສັນວັດທະນະທຳຂອງເຜົ່າຕົນບໍ່ໃຫ້ສູນຫາຍໄປ”.                ບັນດາລາຍການສະແດງຂອງກອງສິລະປະກອນ ບ້ານ ປ່ຽງສາງ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງເຜົ່າ ຢ້າວ ອັນໄດ້ສ້າງຂີດໝາຍເປັນເອກະລັກສະເພາະ. ເພາະສະນັ້ນ ໃນບັນດາການເຄື່ອນໄຫວໃນໂອກາດບຸນເຕັດ,  ບັນດາລາຍການໃຫຍ່ທັງຢູ່ພາຍໃນ ແລະ ຕ່າງແຂວງ, ທາງເມືອງໄດ້ເລືອກເອົາກອງສິລະປະກອນໄປສະແດງ. ໃນເວລາເກືອບໜຶ່ງເດືອນມານີ້ ເມື່ອຖະໜົນຍ່າງຢູ່ເມືອງ ໝົກເຈົາ ເປີດປະຕູຕ້ອນຮັບແຂກ, ໃນຕອນຄ່ຳວັນເສົາ ແລະ ວັນອາທິດທຸກໆສັບປະດາ, ກອງສິລະປະກອນ ໄດ້ແບ່ງເປັນສອງກຸ່ມພັດປ່ຽນກັນສະແດງລາຍການຟ້ອນລຳທຳເພງຂອງເຜົ່າ ຢ້າວ ເພື່ອແນະນຳ ແລະ ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ຕາມທ່ານ ບ໋ານວັນເລິ້ຍ ເລຂາຄະນະພັກຕາແສງ ຟຽງລວງ ແລ້ວ ການເຄື່ອນໄຫວຂອງກອງສິລະປະກອນ ບໍ່ພຽງແຕ່ຊຸກຍູ້ຂະບວນການວັດທະນະທຳສິລະປະວັນນະຄະດີ ຢູ່ຮາກຖານເທົ່ານັ້ນ ຫາກຍັງປະກອບສ່ວນອະນຸລັກຮັກສາບັນດາຈຸດວັດທະນະທຳ ປະເພນີອັນດີງາມຂອງເຜົ່າ ຢ້າວ ອີກດ້ວຍ. ທ່ານ ບ໋ານວັນເລິ້ຍ ໃຫ້ຮູ້ວ່າ:

       “ໃນໄລຍະທີ່ຜ່ານມາ ອຳນາດການປົກຄອງທ້ອງຖິ່ນ ໄດ້ຕັ້ງໜ້າໂຄສະນາ ເພື່ອໃຫ້ປະຊາຊົນຮັກສາເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳເຜົ່າ ຢ້າວ ຕິດພັນກັບການພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນ ໂດຍຜ່ານບັນດາກອງສິລະປະກອນບ້ານ. ໃນໄລຍະທີ່ຈະມາເຖິງ ທາງຕາແສງຈະເອົາໃຈໃສ່ຍົກສູງຄຸນນະພາບ ໂດຍຜ່ານການກໍ່ສ້າງ ແລະ ຂະຫຍາຍກອງສິລະປະກອນຂອງມະຫາຊົນ, ແຕ່ງຕັ້ງພະນັກງານລົງໝູ່ບ້ານຕ່າງໆ ເພື່ອລະດົມກຳລັງໃຈ, ແນະນຳຈັດສ້າງບັນດາລາຍການສິລະປະທີ່ເປັນເອກະລັກ, ເຂົ້າຮ່ວມງານແຂ່ງຂັນຕ່າງໆ, ທັງນີ້ກໍ່ເປັນການສົງເສີມ ແລະ ຂົນຂວາຍນບັນດາອົງການສ່ວນບຸກຄົນເຂົ້າຮ່ວມວຽກງານ ຫັນການເຄື່ອນໄຫວວັດທະນະທຳສິລະປະວັນນະຄະດີມາເປັນຂອງສັງຄົມ”.

    ເມື່ອມີໂອກາດມາຢາມເຂດພູພຽງ ໝົກເຈົາ ຜູ້ຄົນທັງຫຼາຍຈະເຫັນປະຈັກຕາຊຸດອາພອນທີ່ງົດງາມຂອງຊາວເຜົ່າ ຢ້າວ  ພ້ອມກັບລາຍການຟ້ອນລຳທຳເພງ ເຂັ້ມຂົ້ນໄປດ້ວຍສີສັນຂອງຊົນເຜົ່າ ທັງເຮັດໃຫ້ສີສັນບັນດາເຜົ່າສ່ວນໜ້ອຍຢູ່ແຫ່ງນີ້ງົດງາມຍິ່ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ