10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ

(VOVWORLD) - ເຫດການທີ 1: ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນອາຍຸການ 2020  2025 ຊຶ່ງມີການປ່ຽນແປງໃໝ່ຫລາຍຢ່າງ ແລະ ປະສົບຜົນສຳເລັດ

ປີ 2020, ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນນັບແຕ່ຂັ້ນຮາກຖານຈົນເຖິງຂັ້ນຂຶ້ນກັບສູນກາງໄດ້ຈັດຕັ້ງຂຶ້ນຢ່າງປະສົບຜົນສຳເລັດໃນຫລາຍດ້ານ. ບັນດາເນື້ອໃນທີ່ສຳຄັນຂອງກອງປະຊຸມໃຫຍ່ໄດ້ຮັບການປຶກສາຫາລື, ພິຈາລະນາ ແລະ ຕັດສິນໃຈດ້ວຍຈິດໃຈປະຊາທິປະໄຕ, ພູມປັນຍາ ແລະ ມີຄວາມຮັບຜິດຊອບ, ເປັນຕົ້ນແມ່ນຂອດການກະກຽມຮ່າງເອກະສານກອງປະຊຸມໃຫຍ່ ແລະ ວຽກງານບຸກຄະລາກອນ.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 1ພາບປະກອບ/vov.vn

ອົງຄະນະພັກແຕ່ລະແຫ່ງລ້ວນແຕ່ຕິດຕາມຢ່າງຊິດຕິດກັບສະພາບການ, ຈຸດພິເສດສະເພາະຂອງຕົນ ເພື່ອສ້າງທິດທາງ ແລະ ມາດຕະການໃຫ້ເໝາະສົມ, ສ້າງບາດກ້າວພັດທະນາກ່ຽວກັບປະລິມານ ແລະ ຄຸນນະພາບ. ອັດຕາສະມາຊິກໃນຄະນະພັກເປັນເພດຍິງ, ຊົນເຜົ່າສ່ວນໜ້ອຍ, ໄວໜຸ່ມແມ່ນສູງກ່ວາເມື່ອທຽບໃສ່ກັບບັນດາອາຍຸການກ່ອນ, ເລຂາຄະນະພັກແຂວງ, ນະຄອນຄົນໃໝ່ໃນເກນອາຍຸແຕ່ 40 - 50 ກວມເຖິງ 43%.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 2ພາບປະກອບ/vov.vn

ເຫດການທີ 2: ຫວຽດນາມ ປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດໂຄວິດ-19, ກາຍເປັນຈຸດພົ້ນເດັ່ນໃນໂລກ

ໂດຍອີງໃສ່ບັນດາແຜນນະໂຍບາຍ ແລະ ມາດຕະການຖືກຕ້ອງ, ຂ້ຽວຂາດຂອງພັກ, ລັດຖະບານ, ການເຂົ້າຮ່ວມຂອງທັງລະບົບການເມືອງ, ຄວາມເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈຢ່າງແຮງຂອງປະຊາຊົນ, ຫວຽດນາມ ປ້ອງກັນ, ຕ້ານຢ່າງມີປະສິດທິຜົນ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປເທື່ອລະກ້າວ. ຫວຽດນາມ ກາຍເປັນ “ແບບຢ່າງ” ໃຫ້ຫລາຍປະເທດອື່ນ ກ່ຽວກັບວິທີການຄວບຄຸມໂລກລະບາດດ້ວຍປະສິດທິຜົນສູງສຸດ ແລະ ມີລະດັບຄ່າໃຊ້ຈ່າຍຕ່ຳສຸດ. ໂລກລະບາດໂຄວິດ-19 ເຮັດໃຫ້ບັນດາການເຄື່ອນໄຫວສັງຄົມຕ້ອງຫັນປ່ຽນໄປສູ່ຮູບການທາງອອນລາຍຄືບັນດາກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ກອງປະຊຸມສຸດຍອດອາຊຽນ, ກອງປະຊຸມສຳມະນາ, ການສອນ-ການຮຽນຢູ່ບັນດາໂຮງຮຽນ, ການຄ້າ…

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 3ພາບປະກອບ/vov.vn
ເຫດການທີ 3: ຫວຽດນາມ ຮັບຜິດຊອບບົດບາດເປັນປະທານອາຊຽນ, AIPO / AIPA 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ປະສົບຜົນສຳເລັດ

ເສີມຂະຫຍາຍຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ໃນບົດບາດເປັນປະທານ, ຫວຽດນາມ ໄດ້ພ້ອມກັບບັນດາສະມາຊິກ ອາຊຽນ ສະແດງໃຫ້ເຫັນຄຸນນະທາດໝັ້ນຄົງໜັກແໜ້ນ, ສາມັກຄີ, ເປັນເອກະພາບຕໍ່ບັນດາຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ແລະ ປັບປຸງບົດບາດເປັນໃຈກາງຂອງອາຊຽນ ກ່ວາອີກ, ຍົກສູງທີ່ຕັ້ງໃນພາກພື້ນ ແລະ ຢູ່ເວທີສາກົນ. ຜົນສຳເລັດດີເດັ່ນທີ່ສຸດຂອງປີປະທານ ອາຊຽນ 2020 ແມ່ນເລື່ອງ ຫວຽດນາມ ໄດ້ຊຸກຍູ້ການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) - ຂໍ້ຕົກລົງການຄ້າໃຫຍ່ກ່ວາໝູ່ໃນໂລກ, ບັນດາປະເທດ ອາຊຽນ ມີຄວາມເຫັນດີເຫັນພ້ອມກ່ຽວກັບການຍົກສູງກົດໝາຍສາກົນ, ຮັກສາສະພາບແວດລ້ອມສັນຕິພາບຢູ່ທະເລຕາເວັນອອກ, ແກ້ໄຂທຸກການຂັດແຍ້ງກັນຜ່ານທາງການທູດ ແລະ ເຈລະຈາ.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 4ພາບປະກອບ/vov.vn

ດ້ວຍບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ພິເສດແມ່ນໃນເດືອນ ຫວຽດນາມ ເປັນປະທານ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮັບຮອງເອົາມະຕິ 13 ສະບັບ, ຖະແຫຼງການຂອງປະທານ 1 ສະບັບ, ຖະແຫຼງການສື່ມວນຊົນ 5 ສະບັບ ແລະ ບົດແຈ້ງຂ່າວ 2 ສະບັບ. ຫວຽດນາມ ກໍ່ເປັນເຈົ້າພາບສະເໜີ, ເຈລະຈາ ແລະ ຊຸກຍູ້ ເພື່ອໃຫ້ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິ ເລືອກເອົາວັນທີ 27 ທັນວາ ທຸກໆປີແມ່ນ ວັນສາກົນຕ້ານໂລກລະບາດ. ນີ້ກໍ່ແມ່ນມະຕິສະບັບທຳອິດຂອງສະມັດຊາໃຫຍ່ສະຫະປະຊາຊາດໃນຂົງເຂດນີ້.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 5ພາບປະກອບ/vov.vn

ເຫດການທີ 4: ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ກໍ່ຕາມ ແຕ່ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍບັນດາພື້ນຖານເສດຖະກິດມີລະດັບການເຕີບໂຕສູງຂອງພາກພື້ນ ແລະ ໂລກ

ປີ 2020, ເສດຖະກິດມະຫາພາກຂອງ ຫວຽດນາມ ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມໃນລະດັບຕ່ຳ, ຄຸນນະພາບການເຕີບໂຕໄດ້ຍົກສູງຂຶ້ນ, ບັນດາຄວາມດຸ່ນດ່ຽນໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ. ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດກໍ່ຕາມ, ແຕ່ການເຕີບໂຕ GDP ທັງປີຄາດວ່າບັນລຸ 2,91 %; GDP ສະເລ່ຍຫົວຄົນປີ 2020 ຄາດຄະເນບັນລຸປະມານ 2.750 USD. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີລະດັບເຕີບໂຕສູງສຸດໃນພາກພື້ນ ແລະ ໃນໂລກ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນມູນຄ່າສ່ວນເກີນການຄ້າສູງສະຖິຕິໃນລະດັບ 17 ຕື້ USD, ການສະສົມເງິນຕ່າງປະເທດບັນລຸ 100 ຕື້ USD.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 6ພາບປະກອບ/vov.vn

ເຫດການທີ 5: ການເຊື່ອມໂຍງເສດຖະກິດສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ ໂດຍຜ່ານບັນດາສັນຍາການຄ້າເສລີ

ສັນຍາ EVFTA ມີຜົນສັກສິດນັບແຕ່ວັນທີ 1 ສິງຫາ 2020 ເປັນຕົ້ນໄປ ໄດ້ເປີດບັນດາກາລະໂອກາດໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງຕະຫລາດສະຫະພາບເອີຣົບ (ອີຢູ). ພ້ອມກັບ EVFTA, ຫວຽດນາມ ໄດ້ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP ດ້ວຍການເຂົ້າຮ່ວມຂອງ 15 ປະເທດສະມາຊິກ, ຈະສ້າງເປັນຕະຫລາດທີ່ມີພົນລະເມືອງ 2,2 ຕື້ຄົນ, ເທົ່າກັບປະມານ 26.200 ຕື້ USD, ແມ່ນເຂດການຄ້າເສລີໃຫຍ່ສຸດໃນໂລກ. ເມື່ອນຳເຂົ້າປະຕິບັດ, ບັນດາສັນຍາດັ່ງກ່າວ ຈະແມ່ນກຳລັງພັກດັນໃຫຍ່ໃຫ້ແກ່ການສົ່ງອອກຂອງ ຫວຽດນາມ, ພິເສດແມ່ນບັນດາປະເພດຜະລິດຕະພັນກະເສດ, ສິນໃນນ້ຳ ກໍ່ຄືບັນດາປະເພດສິນຄ້າ ຫວຽດນາມ ມີທ່າແຮງແກ່ງແຍ້ງ.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 7ພິທີເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ. – ພາບ: vov.vn.

ເຫດການທີ 6: ຈັດຕັ້ງບັນດາວັນບຸນໃຫຍ່ສຳເລັດຜົນ, ປຸກລຸກນ້ຳໃຈຮັກສາ ແລະ ຈິດໃຈຄວາມເອກອ້າງທະນົງໃຈປະເທດຊາດ

ປີ 2020, ປະເທດຊາດໄດ້ຈັດຕັ້ງຫລາຍເຫດການການເມືອງສຳຄັນ, ບັນດາວັນບຸນສະເຫຼີມສະຫຼອງໃຫຍ່ຄື: ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມູນິດ ຫວຽດນາມ (03/02/1930 – 03/02/2020), 90 ປີແຫ່ງວັນສ້າງຕັ້ງແນວໂຮມແຫ່ງຊາດເອກະພາບ ຫວຽດນາມ - ວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2020), 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2020), ສະເຫຼີມສະຫຼອງ 75 ປີແຫ່ງວັນປະຕິວັດເດືອນສິງຫາສຳເລັດຜົນ (19/08/1945 – 19/08/2020) ແລະ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ (02/09/1945 – 02/09/2020), ສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ບັນດາການເຄື່ອນໄຫວວັດທະນະທຳນີ້ ໄດ້ປຸກລຸກຈິດໃຈມະຫາສາມັກຄີ, ຄວາມເອກອ້າງທະນົງໃຈ ແລະ ເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງຂອງປະເທດຊາດດ້ວຍຕົນເອງ, ປະກອບສ່ວນປັບປຸງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພາລະກິດປ່ຽນແປງໃໝ່ປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 8ພາບປະກອບ/vov.vn

ເຫດການທີ 7: ວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໄດ້ຮັບການຍູ້ແຮງຢ່າງຮອບດ້ານ, ຄົບຊຸດ; ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ

ປີ 2020, ວຽກງານກໍ່ສ້າງ, ປັບປຸງພັກມີບັນດາການຫັນປ່ຽນຢ່າງຕັ້ງໜ້າ, ກຳລັງຄວາມສາມາດນຳພາ, ວິທີການນຳພາ ແລະ ກຳລັງຕໍ່ສູ້ຂອງບັນດາອົງການພັກໄດ້ຮັບການເພີ່ມທະວີ. ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງໄດ້ຮັບການຊີ້ນຳນຳພາ ແລະ ປະຕິບັດຢ່າງຂ້ຽວຂາດ, ເຂົ້າສູ່ລວງເລິກ, ຢັ້ງຢືນຄວາມຕັດສິນໃຈຕ້ານການສໍ້ລາດບັງຫລວງ “ບໍ່ມີເຂດຫ້າມ, ບໍ່ເວັ້ນເສຍກໍລະນີໃດ” ຂອງພັກ, ລັດ. ພ້ອມກັນນັ້ນ, ແມ່ນການຫັນປ່ຽນຢ່າງແຮງ, ຄົບຊຸດກ່ວາ ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງຢູ່ທ້ອງຖິ່ນ, ຮາກຖານ; ສະກັດກັ້ນ, ແກ້ໄຂສະພາບກຸກກວນຂົ່ມຂູ່, ຫຍໍ້ທໍ້ຕໍ່ປະຊາຊົນ, ວິສາຫະກິດຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນສຳຄັນ ຮັກສາສະຖຽນລະພາບການເມືອງ, ການພັດທະນາເສດຖະກິດ-ສັງຄົມເປັນປົກກະຕິ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທີ່ມີຕໍ່ພັກ ແລະ ລັດ.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 9ພາບປະກອບ/vov.vn

 ເຫດການທີ 8: ພັດທະນາວັດທະນະທຳ, ສ້າງມະນຸດມີຄວາມກ້າວໜ້າຫລາຍຢ່າງ

ສະຕິຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດຂອງວັດທະນະທຳ ດ້ວຍຖານະແມ່ນກຳລັງໜູນ, ແມ່ນເປົ້າໝາຍ, ແມ່ນກຳລັງແຮງພາຍໃນ, ແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມໄດ້ຍົກສູງບາດກ້າວໜຶ່ງ. ບັນດາຮູບແບບ, ຜະລິດຕະພັນວັດທະນະທຳໄດ້ພັດທະນາຫລາຍຮູບຫລາຍແບບ, ອຸດົມສົມບູນ. ບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງປະເທດໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ. ການເຄື່ອນໄຫວວັດທະນະທຳ, ສິລະປະມີຈຸດພົ້ນເດັ່ນຂຶ້ນຫລາຍຢ່າງ. ກອງປະຊຸມໃຫຍ່ອາຍຸການບັນດາສະມາຄົມວັນນະຄະດີ, ສິລະປະໄດ້ຈັດຕັ້ງສຳເລັດຜົນໂດຍພື້ນຖານ.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 10ພາບປະກອບ/vov.vn

ປີ 2020 ໄດ້ຮັບຖືວ່າ ແມ່ນປີຫັນເປັນດີຈີຕອນແຫ່ງຊາດ ສຳລັບເລື່ອງລັດຖະບານ, ບັນດາກະຊວງ, ຂະແໜງການ, ວິສາຫະກິດ ຜັນຂະຫຍາຍແຮງບັນດາພື້ນຖານໂຄງລ່າງ, ຜະລິດຕະພັນ, ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານທີ່ໝູນໃຊ້ບັນດາເຕັກໂນໂລຊີກ້າວໜ້າຄືຖານຂໍ້ມູນໃຫຍ່, ພູມປັນຍາທຽມ, ອິນເຕີແນັດນາໆສິ່ງ…

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 11ພາບປະກອບ/vov.vn

ເຫດການທີ 9: ການເມືອງ - ສັງຄົມເປັນປົກກະຕິ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາ ແລະ ເພີ່ມທະວີຢ່າງໝັ້ນຄົງ

ສ້າງກອງທັບປະຊາຊົນ ແລະ ຕຳຫລວດປະຊາຊົນປະຕິວັດ, ເປັນກຳລັງຫລວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ. ຢຶດໝັ້ນ, ເດັດດ່ຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງ; ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ. ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີ, ທ່າສະໜາມແຫ່ງຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງໝັ້ນຄົງເຂັ້ມແຂງ. ສະພາບການຢູ່ທະເລຕາເວັນອອກ ເຖິງວ່າມີການຜັນແປຢ່າງສັບສົນ ແຕ່ໄດ້ຮັບການແກ້ໄຂຢ່າງຖືກຕ້ອງ, ຂ້ຽວຂາດ. ຜັນຂະຫຍາຍປະຕິບັດບັນດາຍຸດທະສາດກ່ຽວກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ. ຕໍ່ສູ້ສະກັດກັ້ນ, ມ້າງທຳລາຍໄພນາບຂູ່ຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່; ປ້ອງກັນ, ຕ້ານອາດຊະຍາກຳ, ໄພສັງຄົມ, ຫຍໍ້ທໍ້ໃນສັງຄົມທີ່ມີໝາກຜົນສູງ.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 12ພາບປະກອບ/vov.vn

ເຫດການທີ 10: ໄພທຳມະຊາດ, ພະຍຸນ້ຳຖ້ວມກໍ່ຜົນເສຍຫາຍຢ່າງໜັກໜ່ວງ, ພິເສດແມ່ນຢູ່ພາກກາງ

ໝາກເຫັບຕົກຜິດປົກກະຕິນັບແຕ່ຕົ້ນປີ, ໄພແຫ້ງແລ້ງຢູ່ເຂດພາກກາງ, ເຂດໄຕງວຽນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ; ເດືອນ 10 ແລະ ເດືອນ 11, ບັນດາແຂວງແຕ່ເຂດຕອນເໜືອພາກກາງລົງຮອດເຂດຕອນໃຕ້ພາກກາງ ຖືກພະຍຸພັດເຂົ້າຈາກທະເລຕາເວັນອອກຢ່າງຕໍ່ເນື່ອງ. ຝົນຕົກ, ພະຍຸກໍ່ໃຫ້ເກີດນ້ຳແກ່ງຖ້ວມ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງທີ່ສຸດໃນຮອບເວລາ 100 ປີມານີ້, ເຮັດໃຫ້ເກືອບ 200 ຄົນເສຍຊີວິດ ແລະ ກໍ່ຜົນເສຍຫາຍດ້ານເສດຖະກິດເຖິງ 30.000 ຕື້ດົ່ງ. ນີ້ແມ່ນຜົນຮ້າຍຢ້ອນຫລັງຂອງຂະບວນວິວັດແຫ່ງການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ມີການກະທົບຂອງມະນຸດ. ຄວາມສຳນຶກໃໝ່ “ໄພພິບັດທຳມະຊາດນາໆຢ່າງ” ພວມປ່ຽນແປງຄວາມສຳນຶກ “ໄພພິບັດທຳມະຊາດ”. ຜ່ານໄພພິບັດທຳມະຊາດ, ພະຍຸນ້ຳຖ້ວມ, ນຳໃຈຄວາມສາມັກຄີທົ່ວປວງຊົນທັງຊາດ, ນ້ຳໃຈຄວາມຮັກແພງພໍ່ແມ່ພີນ້ອງ, ສະຫາຍ, ຮັກແພງຊ່ວຍເຫຼືອກັນໄດ້ຮັບການເສີມຂະຫຍາຍ. ຜົນຮ້າຍຢ້ອນຫລັງຢ່າງໜັກໜ່ວງຈາກໄພພິບັດທຳມະຊາດໄດ້ຮັບການແກ້ໄຂຢ່າງຮອບດ້ານ ແລະ ຄົບຊຸດ./.

10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ - ảnh 13ຝົນຕົກ, ພະຍຸກໍ່ໃຫ້ເກີດນ້ຳແກ່ງຖ້ວມຢູ່ແຂວງ ກ໋ວາງຈີ້ - ພາບ: TTXVN

ຕອບກັບ

ຂ່າວ/ບົດ​ອື່ນ