10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV

10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ 2/9

ເຫດ​ການ​ທີ 1 : ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ 2/9 ແລະ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

 ພິ​ທີ​ສະ​ເຫຼີມ​ສະຫຼອງ, ເດີນ​ຂະ​ບວນ, ສວນ​ສະ​ໜາມ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈິ​ມິນ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວສະ​ເຫຼີມ​ສະຫຼອງ, ພວກ​ເຮົາ​ຍິ່ງ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ໝາຍ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່ ແລະ ບັນ​ດາ​ບົດ​ຮຽນ​ແຫ່ງ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ພາ​ໄປ​ເຖິງ​ການ​ສະ​ຖາ​ປະ​ນາ​ປະ​ເທດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ປະ​ຈຸ​ບັນ​ແມ່ນ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ; ຂອງ​ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່ 1975 ອັນ​ໄດ້​ພາ​ໃຫ້​ປະ​ເທດ​ຊາດ​ໂຮມ​ເຂົ້າ​ກັນ​ເປັນ​ບຶກ​ໜຶ່ງ​ແຜ່ນ​ດຽວ ; ປະ​ຊາ​ຊົນ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ທີ່​ສະ​ຫວ່າງ​ສະ​ໄຫວ​ຂອງ​ປະ​ເທດ​ຊາດ​ຫວຽດ​ນາມ​ວິ​ລະ​ຊົນ​ທີ່​ພວມ​ປ່ຽນ​ແປງ​ໃໝ່ ແລະ ຂະ​ຫຍາຍ​ຕົວ​ຢ່າງ​ຂງ​ແຮງ.


10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 2
ກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກນະ​ຄອນ​ຮ່າ​ໂນ້ຍ

  ເຫດ​ການ​ທີ 2 : ​ຫວຽດ​ນາມຈັດ​ຕັ້ງ​ກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຂັ້ນ​ຕ່າງໆສຳ​ເລັດ​ຜົນ

     ຜົນສຳ​ເລັດ​ຂອງກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຂັ້ນ​ຕ່າງໆກ້າວ​ໄປ​ເຖິງກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແມ່ນ​ໝາກ​ຜົນ​ທີ່​ຕ້ອງ​ເປັນ​ໄປ​ຂອງ​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ເປັນ​ເຈົ້າ​ການ ແລະ ເປັນ​ເອ​ກະ​ພາບ, ມີ​ປະ​ສິດ​ທິ​ຜົນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ວຽກ​ງານກໍ່​ສ້າງ​ພັກ ນັບ​ແຕ່​ຕົ້ນ​ອາ​ຍຸ​ການກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ 11 ຂອງ​ພັກມາ​ຮອດ​ປະ​ຈຸ​ບັນ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ຈັດ​ຕັ້ງກອງ​ປະ​ຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກໃນ​ທ້າຍ​ເດືອນ 1/2016.


10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 3
​ທ່ານ​ ຫງວຽນ​ຟູ້​ຈ້ອງ ພົບ​ປະ​ກັບ​ທ່ານ Obama

ເຫດ​ການ​ທີ 3 :  ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ພົ້ນ​ເດັ່ນ

      ​ຄວາມ​ປະ​ທັບ​ທີ່​ສຸດແມ່ນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກກ​ອມ​ມູນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຕາມ​ຄຳ​ເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama . ນີ້​ເປັນ​ຄັ້ງ​ທຳ​ອິດທີ່ເລ​ຂາ​ທິ​ການ​ໃຫຍ່ພັກກ​ອມ​ມູນິດຫວຽດ​ນາມຢ້ຽມ​ຢາມ​ອາ​ເມ​ລິ​ກາ. ບັນ​ດາການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ ແລະ ການ​ເຄື່ອນ​ໄຫວ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ​ກັບ​ປະ​ເທດ​ຕ່າງໆ​ໄດ້​ຖືກ​ດຳ​ເນີນ​ຢ່າງ​ຟົດ​ຟື້ນ ອັນ​ໄດ້​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ, ຫຼາຍ​ຝ່າຍ​ໃຫ້​ແຂງ​ແຮງ. ຜ່ານນັ້ນ​ກໍ​ເປັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ; ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ; ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບໃນ​ປະ​ຊາ​ຄົມ​ໂລກ.


10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 4
IPU 132 ໂດຍ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​

   ເຫດ​ການ​ທີ 4 : ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 132 (IPU 132) ສຳ​ເລັດ​ຜົນ

       IPU 132 ໂດຍ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 1.600 ຄົນ​ທີ່​ມາ​ຈາກກວ່າ 160 ລັດ​ຖະ​ສະ​ພາ​ພາ​ຄີ​ຂອງ IPU , ບັນ​ດາ​ສະ​ມາ​ຊິກ​ຮ່ວມ​ສຳ​ພັນ, ບັນ​ດາ​ນັກ​ສັງ​ເກດ​ການ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ໝາກ​ຜົນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ IPU 132 ແມ່ນ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ “ບັນ​ດາ​ເປົ້າໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ: ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ​ຕົວ​ຈິງ” ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ ແລະ ຄຳ​ໝັ້ນ​ໝາຍ​ຂອງ IPU ແລະ ບັນ​ດາ​ລັດ​ຖະ​ສະ​ພາ​ພາ​ຄີ​ໃນ​ການກໍ່​ສ້າງ ແລະ ຊຸກ​ຍູ້​ການ​ປະ​ຕິ​ບັດບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໂດຍ​ສະ​ຫະ​ປະ​ຊາ​ຊາດ​ພວມ​ກໍ່ສ້າງເຖິງ​ປີ 2030, ໃນ​ນັ້ນ​ຖື​ເອົາ​ມະ​ນຸດ​ແມ່ນ​ໃຈ​ກາງ


10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 5
ບັນ​ດາ​ການ​ເຈ​ລະ​ຈາ TPP ຂອງ​ຫວຽດ​ນາມ

     ເຫດ​ການ​ທີ 5 :   ຫວຽດ​ນາມ​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ການ​ຄ້າ.

     ຫວຽດ​ນາມ​ໄດ້​ລົງ​ນາມ​ຢ່າງ​ເປັນທາງ​ການຫຼື ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ​ສ.ເກົາຫຼີ; ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ-ເອີ​ລົບ; ສະ​ຫະ​ພາບ​ເອີ​ລົບ;  ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຝິກ TPP ກັບ 11 ປະ​ເທດ​ສະ​ມາ​ຊິກທີ່​ຍັງ​ເຫຼືອ. ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ສະ​ບັບ​ໃໝ່ ພວມ​ໄດ້​ຮັບ​ຄວາມ ຫວັງ​ວ່າ ຈະ​ສ້າງ​ກະ​ແສ​ຟອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກຄັ້ງ​ທີ 2 ທີ່​ແຂງ​ແຮງກວ່າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ດ້ວຍ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍຫຼາ​ຍ​ຢ່າງ.


10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 6
ຫ້ອງ​ເຄື່ອງ​ຈັກເລກ 1 ​ໂຮງ​ງານ​ໄຟ​ຟ້າ​ນ້ຳ​ຕົກ ລາຍ​ເຈົາເລີ່ມ​ເຄື່ອນ​ໄຫວ

   ເຫດ​ການ​ທີ 6 : ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ

   ຫ້ອງ​ເຄື່ອງ​ຈັກເລກ 1 ຂອງ​ໂຮງ​ງານ​ໄຟ​ຟ້າ​ນ້ຳ​ຕົກ ລາຍ​ເຈົາ ດ້ວຍ​ກຳ​ລັງ​ການ​ຜະ​ລິດ​ໄຟ​ຟ້າ 400 ເມ​ກາ​ວັດ ໄດ້​ກະ​ຈາຍ​ໄຟ​ຟ້າ​ຢ່າງ​ສຳ​ເລັດ​ຜົນ, ອັນ​ໄດ້​ເປີດ​ແງ່​ຫວັງ​ຈະ​ສຳ​ເລັດ​ບັນ​ດາ​ກິດ​ຈະ​ການ​ທີ່​ສຳ​ຄັນ​ທັງ​ໝົດນີ້ໃນ​ປີ 2016, ໄວ​ກວ່າ​ໜຶ່ງ​ປີ​ເມື່ອ​ທຽບ​ໃສ່ແຜນ​ການ​ທີ່​ວາງ​ອອກ. ມີຫຼາຍ​ໂຄງ​ການກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ໄດ້​ຖືກ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຄື ເສັ້ນ​ທາງ​ຄວາມ​ໄວ​ສູງ​ທີ່​ທັນ​ສະ​ໄໝ​ທີ່​ສຸດ ຣ໋າ​ໂນ້ຍ-ຫາຍ​ຟ່ອງ, ຂົວ​ເຍິກ​ເຕີນ ແລະ ອາ​ຄານ​ຜູ້​ໂດຍ​ສານ T2 ສະ​ໜາມ​ບິນ​ສາ​ກົນ​ໂນ້ຍ​ບາຍ; ເສັ້ນ​ທາງ​ຄວາມ​ໄວ​ສູງ​ ນະ​ຄອນ​ໂຮ່​ຈິ​ມິນ-ລອງ​ແທ່ງ-ເຢົາ​ໄຢ; ຂົວ ໂກ​ຈຽນ. ທັງ​ນີ້​ກໍ​ເປັນ​ການ​ປະ​ກອບ​ສ່ວນ​ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ສົ​ມບູນ​ແບບເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ


10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 7
ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ເພີ່ມ 6,68%

      ເຫດ​ການ​ທີ 7 :ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ເພີ່ມ 6,68%, ຊຶ່ງ​ແມ່ນ​ລະ​ດັບ​ເພີ່ມ​ສູງ​ສຸດ​ໃນ 8 ປີ​ທີ່​ຜ່ານ​ມາ.

      ​ເຖິງວ່າໃນ​ເງື່ອນ​ໄຂ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ໂດຍ​ສະ​ເພາະ ສະ​ພາບ​ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ໂລກ​ໄດ້ຫຼຸດ​ລົງຫຼາຍກໍ​ຕາມ, ແຕ່ GDP ຍົງ​ຄົງ​ເຕີບ​ໂຕ; ລາຍ​ຮັບ​ງົບ​ປະ​ມານ​ສູງກວ່າ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ. ພ້ອມ​ກັນ​ນັ້ນ, ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ CPI ໄດ້​ເພີ່ມ​ຂຶ້ນ 0,63% ເມື່ອ​ທຽບ​ໃສ່​ປີ 2014, ຊຶ່ງ​ແມ່ນ​ລະ​ດັບ​ຕ່ຳ​ສຸດ​ໃນ 14 ປີ​ທີ່​ຜ່ານ​ມາ. ກາ​ນຜັນ​ແປລະ​ຫວ່າງ​ການ​ເຕີບ​ໂຕ GDP ແລະ ເງິນ​ເຟີ້​ໃນ​ປີ 2015 ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຜົນ​ສຳ​ເລັດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ.

10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 8
ປະ​ທານ​ປະ​ເທດ​ເຈືອງ​ເຕີ້ນ​ຊາງ ມອບ​ງົວ​ໃຫ້​ຊາວ​ເຜົ່າ​ແຂວງ​ຮ່າ​ຢາງ

  ເຫດ​ການ​ທີ 8 : ຫວຽດ​ນາມ​ໄດ້​ສຳ​ເລັດ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດໂດຍ​ພື້ນ​ຖານ

     ຕາມ​ບົດ​ລາຍ​ງານຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ UNDP , ຫວຽດ​ນ​າມ​ໄດ້​ບັນ​ລຸ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ຄື​ສາ​ມາດຫຼຸດ​ຜ່ອນ​ອັດ​ຕາ​ຄວາມ​ອຶດ​ຫິວ ແລະ ທຸກ​ຍາກ, ອັດ​ຕາ​ນັກ​ຮຽນ​ເຂົ້າ​ຮຽນ​ຊັ້ນ​ປະ​ຖົມ​ບັນ​ລຸ 99%, ອັດ​ຕາການ​ຕາຍ​ຂອງ​ແມ່ ແລະ ເດັກ​ໄດ້ຫຼຸດ​ລົງ 3/4  … ຫວຽດ​ນາມ​ໄດ້​ສຳ​ເລັດ​ກ່ອນ​ກຳ​ນົດ 5 ເປົ້າ​ໝາຍ​ໃນ​ຈຳ​ນວນ 8 ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ແລະ ພວມ​ສືບ​ຕໍ່​ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໃຫ້​ໝົດ​ສຳ​ລັບ​ບັນ​ດາ​ເປົ້າ​ໝາຍ​ຍັງ​ເຫຼືອ​ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ຊຸກ​ຍູ້​ສິ່ງ​ແວດ​ລ້ອມ, ສະ​ພາບ​ເດັກຂາດ​ອາ​ຫານ, ການ​ປ້ອງ​ກັນ ແລະ ຕ້ານ​ການ​ຕິດ​ເຊື້ອ HIV/ໂລກ​ເອດ…



10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 9
ການ​ສຶກ​ສາ​ໄດ້​ປ່ຽນ​ໃໝ່​​ການ​ສອບ​ເສັງຈົບ​ຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍ

         ເຫດ​ການ​ທີ 9 :ການ​ສຶກ​ສາ ແລະ ກໍ່​ສ້າງ​ໄດ້​ປ່ຽນ​ໃໝ່​​ໂດຍ​ພື້ນ​ຖານ​ກ່ຽວ​ກັບການ​ສອບ​ເສັງຈົບ​ຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍແຫ່ງ​ຊາດ

     ຈຸດທີ່​ແຕກ​ຕ່າງ​ໂດຍ​ພື້ນ​ຖານ​ຂອງ​ການ​ສອບ​ເສັງ​ປີ 2015 ເມື່ອ​ທຽບ​ກັບ​ຊຸມ​ປີ​ກ່ອນນີ້ ແມ່ນ​ການ​ສອບ​ເສັງ​ຖືກ​ຈັດ​ຕັ້ງ​ເທື່ອ​ດຽວ, ດ້ວຍ​ຈຸດ​ປະ​ສົງ ກວດ​ກາ​ລະ​ດັບ​ຄວາມ​ຮູ້​ເພື່ອ​ອອກ​ໃບ​ປະ​ກາດ​ສະ​ນິ​ຍະ​ບັດ​ຈົບ​ຊັ້ນ​ມັດ​ທະ​ຍົ​ມ​ຕອນ​ປາຍ ​ແລະ ຄັດ​ເລືອກ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ. ການ​ປ່ຽນ​ແປງ​ເຫຼົ້າ​ນີ້ ແມ່ນ​ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ກຳ​ລັງ​ດັນ, ຫຼຸດ​ຜ່ອນ​ການ​ສິ້ນ​ເປືອງ​ເງິນ​ທຶນ ແລະ ຄວາມ​ເຄັ່ງ​ຕຶງ​ໃນ​ທົ່ວ​ສັງ​ຄົມ, ໂຮງ​ຮຽນ, ນັກ​ຮຽນ ແລະ ພໍ່​ແມ່​ນັກ​ຮຽ​ນ.


10 ເຫດການພາຍໃນປະເທດຫວຽດນາມທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 10
                                              ທ່ານ ຮີ່ງວັນ​ແນ້ນ

     ເຫດ​ການ​ທີ 10 : ການ​ຕັດ​ສິນ​ໂທດ​ທີ່​ຜິດ​ພາດ​ສຳ​ລັບ​ທ່ານ ຫງວ​ຽນ​ແທງ​ເຈີ້ນ ແລະ ທ່ານ ຮີ່ງວັນ​ແນ້ນ

     ບັນ​ດາຄວາມ​ຜິດ​ພາດ, ​ຂໍ້​ຂາດ​ຕົກ​ບົກ​ຜ່ອງໃນ​ການ​ເຄື່ອນ​ໄຫວ​ສືບ​ສວນ, ນຳ​ຂຶ້ນ​ສານ​ດຳ​ເນີນ​ຄະ​ດີ ແລະ ພິ​ພາກ​ສາ ໄດ້​ພາ​ໄປ​ເຖິງ​ການ​ຕັດ​ສິນ​ໂທດ​ທີ່​ຜິດ​ພາດ​ສຳ​ລັບ​​ຄະ​ດີ​ຂອງທ່ານ ຫງວ​ຽນ​ແທງ​ເຈີ້ນ ແລະ ທ່ານ ຮີ່ງວັນ​ແນ້ນ, ອັນ​ໄດ້​ຮຽກ​ຮ້ອງ​ໃຫ້​ຕ້ອງ​ສືບ​ຕໍ່​ສ້າງ​ບັນ​ດາ​ປະ​ມວນ​ກົດ​ໝາຍ, ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ດຳ​ເນີນ​ຄະ​ດີ​ໃຫ້​ສົມ​ບູນ​ແບບ. ປະ​ມວນ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ ຫາ​ກໍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໄດ້​ກຳ​ນົດ​ແບບ​ບັງ​ຄັບ​ວ່າ ຕ້ອງ​ບັນ​ທຶກ​ສຽງຫຼື​ບັນ​ທຶກ​ພາບ​ພ້ອມ​ກັບສຽງເມື່ອ​ດຳ​ເນີນ​ສອບ​ປາກ​ຄຳ​ຜູ້​ຖືກ​ຫາ​ຢູ່​ສະ​ຖານ​ທີ່​ກັກ​ຂັງຫຼື​ຢູ່​ສຳ​ນັກ​ງານ​ອົງ​ການ​ສືບ​ສວນ ຊຶ່ງ​ໄດ້​ຮັບ​ມອບ​ໝາຍ​ໜ້າ​ທີ່​ດຳ​ເນີນ​ບາງ​ການ​ເຄື່ອນ​ໄຫວ​ສືບ​ສວນ.

ຕອບກັບ

ຂ່າວ/ບົດ​ອື່ນ