10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ


ເຫດການ​ທີ 1: ວິ​ກິດ​ການ​ການ​ເມືອງ​ຢູ່ ຢູ​ແກຼນ ພາ​ໄປ​ເຖິງ​ເລື່ອງ ກຣຶມ ​ໂອນ​ເຂົ້າ​ລັດ​ເຊຍ

ການລັດຖະປະຫານ​​ເພື່ອໂຄ່ນ​ລົ້ມ​ປະທານາທິບໍດີ Viktor Yanukovych ​ໃນ​ເດືອນ 2  ​ແລະ ນະ​ໂຍບາຍ​ນິຍົມ​ຝ່າຍ​ຕາ​ເວັນ​ຕົກ​ຂອງ​ອຳນາດ​ການ​ປົກຄອງ​ໃໝ່ ​ໄດ້​ກໍ່​ຄວາມ​ບໍ່ພໍ​ໃຈ​ໃຫ້​ແກ່​ບັນດາ​ຜູ້​ນິຍົມ​ລັດ​ເຊຍ​ຢູ່ ຢູ​ແກຼນ. ປະຊາຊົນ​ຢູ່​ແຫຼມ ກຣຶມ ​ໄດ້​ຈັດ​ຕັ້ງ​ການ​ເອົາ​ປະຊາ​ມະຕິ​ໃນ​ເດືອນ 3/2014, ຕົກລົງ​ແຍກ​ອອກ​ຈາກ ຢູ​ແກຼນ ​ແລະ ​ໂອນ​ເຂົ້າ​ສະຫະພັນ​ລັດ​ເຊຍ. ສິ່ງ​ດັ່ງກ່າວ​ໄດ້​ກໍ່​ໃຫ້​ເກີດ​ສະພາບ​ແຍກ​ຕົວ​ອອກ​ຢູ່ ຢູ​ແກຼນ​ຕາ​ເວັນ​ອອກ,​ ​ເຮັດ​ໃຫ້ການ​ປະ​ທະ​ກັນ​ແກ່ຍາວ, ພາ​ໃຫ້ 4.300 ຄົນ​ເສຍ​ຊີວິດ ​ແລະ ​ເກືອ​ບ 1 ລ້ານ​ຄົນ​ຕ້ອງ​ລາ​ຍົກຍ້າຍ​ທີ່ຢູ່.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 1

ວິ​ກິດ​ການ​ການ​ເມືອງ​ຢູ່ ຢູ​ແກຼນ

        ເຫດການ​ທີ 2: ການ​ພົວພັນ​ລະຫວ່າງ​ລັດ​ເຊຍ​ກັບ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ຊົ່ວ​ຮ້າຍ​ລົງນັບ​ແຕ່​ພາຍຫຼັງ​ສິ້ນ​ສຸດ “​ສົງຄາມ​ເຢັນ“

        ພາຍຫຼັງ​ເຫດການແຫຼມ ກຣຶມ ​ຖືກ​ໂອນ​ເຂົ້າ​ສະຫະພັນ​ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ກ່າວ​ຫາ​ລັດ​ເຊຍ​​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ ຢູ​ແກຼນ, ພ້ອມ​ທັງ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃນ​ບັນດາ​ຂົງ​ເຂດ, ບໍ່ນຳ້ມັນ​, ອາຍ​ແກ​ສ, ການ​ເງິນ ​ແລະ ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ເຊຍ, ຫ້າມ​ວີ​ຊີ​ສຳລັບ​ເຈົ້າ​ໜ້າ​ທີ່ບາງ​ທ່ານ​ຂອງ​ລັດ​ເຊຍ ​ແລະ ຢູ​ແກຼນ. ປະຈຸ​ບັນ, ​ພື້ນຖານ​ເສດຖະກິດ​ລັດ​ເຊຍພວມ​ປະ​ເຊີນ​ໜ້າ​ກັບ​ການ​ກະທົບ​ຢ່າ​ງໜັກໜ່ວງ​ຈາກ​ຄຳ​ສັ່ງ​ລົງ​ໂທດ. ​ເພື່ອ​ໂຕ້​ຕອບ, ມົດ​ສະ​ກູ​ກໍ່​ອອກ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ, ຊີ້ນ, ບັນດາ​ຜະລິດ​ຕະພັນ​ ນຳ້ນົມຈາກ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 2
ປະທານາທິບໍດີລັດເຊຍ Putin ແລະ ປະທານາທິບໍດີອາເມລິກາ Barack Obama

ເຫດການ​ທີ 3: ການ​ຂັດ​ແຍ້​ງອະທິປະ​ໄຕທະ​ເລ​ໝູ່​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງສືບ​ຕໍ່​ເຄັ່ງ​ຕຶງ

ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ດ້ວຍ​ການ​ກະທຳ​ຢ່າງ​ຜິດພາດຂອງ​ຈີນ​ເຊັ່ນ: ຕັ້ງຮ້ານ​ເຈາະ​ນຳ້ມັນ​ຢ່າງ​ຜິດ​ກົດໝາຍ​ຂອງ​ຈີນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ​ເປີດ​ກວ້າງ​ເຂດ​ຢຶດຄອງ​ຢູ່​ເຈື່ອງ​ຊາ, ປະກາດ​ໃຊ້ ​ແລະ ປະຕິບັດ​ບັນດາ​ກົດໝາຍ, ຂໍ້​ກຳນົດ​ຢູ່​ພາຍ​ໃນ​ປະ​ເທດ​ຕົນ​ເພື່ອ​ຮຽກ​ສິດ​ຢ່າງ​ຜິດ​ກົດໝາຍ​ຢູ່​ທີ່​ນີ້. ການ​ກະທຳ​ຂອງ​ຈີນ​ໄດ້​ພາ​ໃຫ້ຫາ​ງສຽງ​ສາກົນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ. ການ​ຂັດ​ແຍ້​ງ

ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ຮວາ​ຕຸ​ງລະຫວ່າງ​ຈີນ ​ແລະ ຍີ່ປຸ່ນ​ນັບ​ມື້​ນັບ​ຂ້ຽວຂາດ​ກວ່າ, ​ເມື່ອ​ຈີນ​ໄດ້​ຈັດ​ໃຫ້​ກຳ່​ປັ່ນ ​ແລະ ​ເຮືອບິນ​ຂອງ​ຕົນ​ໄປ​ເຄື່ອນ​ໄຫວ​ຢູ່​ເຂດ​ນີ້​ເປັນ​ປະຈຳ. ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ມຽນມາ ​ໄດ້​ອອກ​ຖະ​ແຫຼ​ງການສະ​ເພາະ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເປັນ​ຄັ້ງ​ທຳ​ອິດ​ທີ່ສະພາ​ຕຳ່​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ມະຕິ​ສະບັບ​ໜຶ່ງ​ທີ່​ກ່ຽວຂ້ອ​ງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ. ສານ​ກຳມະການ​ສາກົນ​ຈະ​ພິພາກ​ສາ​ເຫດການ​ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ, ຕາມ​ການ​ຟ້ອງ​ຮ້ອງ​ຂອງ​ຟີ​ລິບ​ປິນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 3

  ຮ້ານເຈາະນ້ຳມັນ HD981 ຂອງຈີນລະເມີດອະທິປະໄຕໝູ່ເກາະທະເລຂອງຫວຽດນາມ
(ພາບ: Vietnam)

ເຫດການ​ທີ 4:ລັດ​ເຊຍ ​ແລະ ກູ​ບາ ປະກາດ​ເຊື່ອມ​ຕໍ່​ການ​ພົວພັນ​ທາງ​ການ​ທູດ​ພາຍຫຼັງຖືກ​ຕັດ​ຕອນ​ເປັນ​ເວລາ 53 ປີ

ວັນ​ທີ 17/12/2014, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ປະທານ​ກູ​ບາ Raul Castro ​ໄດ້​ປະກາດ​ເຊື່ອມ​ຕໍ່​ການ​ພົວພັນ​ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​ທີ່​ສອງ​ປະ​ເທດ​ຍຸບ​ເລີກ​ການ​ພົວພັນ​ທາງ​ການ​ທູດ ​ແລະ ຄວຳ້​ບາດ​ທາງ​ດ້ານ​ເສດຖະກິດກວ່າ​ເຄິ່ງສະຕະວັດ. ປະຈຸ​ບັນ, ອາ​ເມ​ລິ​ກາ​ພວມ​ພິຈາລະນາກ່ຽວ​ກັບ​ການ​ເປີດ​ສະຖານທູດ​ຢູ່​ຮາ​ວານ, ຍົກ​ເລີກ​ຂໍ້​ກຳນົດ “ປະ​ເທດ​ອຸປະຖຳ​ການກໍ່​ການ​ຮ້າຍ“ ​ເຊິ່ງອາ​ເມ​ລິ​ກາ​ໄດ້​ຖີ້ມ​ໂທດ​ໃຫ້​ກູ​ບາ, ຜ່ອນຄາຍ​ຄຳ​ສັ່ງ​ຫ້າມ​ໄປມາ, ຂໍ້​ຈຳກັດ​ດ້ານ​ການ​ເງິນ, ​ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ທຳ​ມາ​ຫາ​ກິນ​ຢູ່​ກູ​ບາ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 4

ລັດ​ເຊຍ ​ແລະ ກູ​ບາ ປະກາດ​ເຊື່ອມ​ຕໍ່​ການ​ພົວພັນ​ທາງ​ການ​ທູດ

ເຫດການ​ທີ 5: ປະຊາ​ຄົມ​ສາກົນ​ເປັນ​ຫ່ວງ​ກັງວົນ​ຕໍ່​ການ​ລຸກ​ຂຶ້ນ​ຂອງ​ກຳລັງ​ລັດ​ອິດສະ​ລາມ (IS) ຫົວ​ຮຸນ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ

ປີ 2014, ​ໂລກ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກຳລັງ​ກໍ່​ການ​ຮ້າຍ​ໃໝ່, ​ທີ່ໂຫດຮ້າຍ, ສາມານ​ກວ່າ An Ke da, ນັ້ນ​ແມ່ນ​ກຳລັງ IS. ບໍ່​ພຽງ​ແຕ່​ແຂງ​ແຮງ​ທາງ​ດ້ານ​ການ​ເງິນ​​ເທົ່າ​ນັ້ນ, IS ຍັງ​ເພີ່ມ​ທະວີ​ກຳລັງ, ທຳລາຍ ​ແລະ ​ເປີດ​ກວ້າງ​ຂອບ​ເຂດ​ເຄື່ອນ​ໄຫວ​ຈາກ ອີ​ຮັກ ​ໄປ​ຍັງ ຊີ​ຣີ, ຂ້າ​ພັນ​ລັ່ນ​ແທງ​ສາມັນ​ຊົນ ​ແລະ ຕົວ​ປະກັນຫຼາຍ​ຄົນ. ອາ​ເມ​ລິ​ກາ​ພ້ອມ​ກັບ​ພັນທະ​ມິດ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ນັບ​ພັນ​ຄັ້ງ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ບັນດາ​ຄວາມ​ມານະ​ພະຍາຍາມ​ດັບ​ສູນ IS  ບໍ່​ທັນ​ບັນລຸ​ປະສິດທິ​ຜົນ​ໄດ້​ເທື່ອ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 5

ການ​ລຸກ​ຂຶ້ນ​ຂອງ​ກຳລັງ​ລັດ​ອິດສະ​ລາມ (IS) ຫົວ​ຮຸນ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ

ເຫດການ​ທີ 6:ລາຄາ​ນ້ຳມັນ​ໂລກ​ຫຼຸດ​ລົງ 45%

ຈາກ​ລະດັບ 106 ​USD/ຖັງ​ໃນ​ເດືອນ 6, ປະຈຸ​ບັນ​ລາຄາ​ນຳ້ມັນ​ໂລກ​ໄດ້​ຫຼຸດ​ລົງ 60 ​USD/ຖັງ. ຕາມ​ຂໍ້​ສັງ​ເກດ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລ້ວ, ​ເລື່ອງ​ລາຄາ​ນຳ້ມັນ​ຫຼຸດ​ລົງ​​ລະດັບ​ຕຳ່​ສຸດ​ໃນ​ເກືອບ 5 ປີຜ່ານມາ, ຈະ​ສ້າງ​ທ່າ​ເຕີບ​ໂຕ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ໂລກ. IMF ຄາດ​ຄະ​ເນ​ວ່າ, ​ລະດັບ​ເຕີບ​ໂຕ​ເສດຖະກິດ​ໂລກ​ແມ່ນ 3,3% ​ໃນ​ປີ​ນີ້ ​ແລະ 3,8%​ໃນ​ປີໜ້າ. ​ແຕ່ IMF ກໍ່​ໃສ່​ໄຈ​ວ່າ, ລາຄາ​ນຳ້ມັນ​ຫຼຸດ​ລົງ​​ກໍ່​ເປັນ​ການ​ກະທົບ​ເຖິງ​ພູມ​ສາດ, ການ​ເມືອງ​ຂອງ​ໂລກ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 6

ລາຄາ​ນ້ຳມັນ​ໂລກ​ຫຼຸດ​ລົງ

ເຫດການ​ທີ 7: ບາງ​ຜືນ​ແຜ່ນດິນ​ຢູ່​ເອີ​ລົບ​ທວງ​ເອົາ​ເອກະລາດ

ພາຍຫຼັງ​ເຫດການ​ຜູ້​ມີ​ສິດ​ເລືອກ​ຕັ້ງ ສະ​ກອັດ​ແລນ 4 ລ້ານກວ່າ​ຄົນປ່ອນ​ບັດ​ໃນ​ການ​ເອົາ​ປະຊາ​ມະຕິ​ທວງ​ເອົາ​ເອກະລາດ​ເປັນ​ເວລາ​ພຽງ 2 ​ເດືອນ, ​ເດືອນ 11/2014, ຢູ່ ກາ​ຕາ​ໂລ​ນີອາ, ປະ​ເທດ​ແອສະ​ປາຍ ​ໄດ້​ດຳ​ເນີນ​ການ​ຢັ່ງ​ຫາງ​ສຽງ, ຜົນ​ມີ​ຢູ່​ວ່າ, ຜູ້​ສະໜັບສະໜູນ​ເອກະລາດ​ກວມ​ເຖິງ 80%. ​ເຖິງ​ວ່າ​ບໍ່​ບັນລຸ​ໄດ້ຜົນ​ງານ​ເທົ່າ​ທີ່​ຄວນ, ຍ້ອນ​ບັດ​ສະໜັບສະໜູນ ສະ​ກອັດ​ແລນເອກະລາດ​ບັນລຸ​ພຽງ 45%​ເທົ່າ​ນັ້ນ ​ແລະ ການ​ຢັ່ງ​ຫາງ​ສຽງ​ນີ້​ຖືກ​ຖື​ວ່າ​ລະ​ເມີດ​ລັດຖະທຳ​ມະນູນ​ກໍ່ຕາມ, ​ແຕ່​ທ່່າອ່ຽງ​ແຍກ​ຕົວ​ອອກ​ໄດ້​ກະທົບ​ເຖິງ​ດ້ານ​ການ​ເມືອງ​ຂອງ​ແຕ່ລະ​ປະ​ເທດ, ດ້ວຍ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວຫຼາຍ​ກວ່າ​ຂອງອຳນາດ​ການ​ປົກຄອງ​ສູນ​ກາງ. ທ່າ​ອ່ຽງນີ້​ກໍ່​ເປັນ​ການ​ຂົ່ມຂູ່​​ໂດຍ​ກົງເຖິງ ຄວາມ​ໝັ້ນຄົງ ​ແລະ ວັດ​ທະນາ​ຖາວອນ​ລວມຂອງ​ພາກ​ພື້ນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 7

ຫຼາຍປະເທດ​ຢູ່​ເອີ​ລົບ​ທວງ​ເອົາ​ເອກະລາດ

ເຫດການ​ທີ 8: ຈີນ​ສືບ​ຕໍ່​ຍູ້​ແຮງ​ບັ້ນ​ຮົບ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

ບັ້ນ​ຮົບ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ຈີນ​ຫາ​ກໍ່​ກ້າວ​ເຂົ້າ​ສູ່​ປີ​ທີ 3. ຈີນ​ໄດ້​ຈັບ​ຕົວ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ 50 ກວ່າ​ຄົນ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ນັບ​ພັນ​ຄົນ. ​ໃນ​ນັ້ນ​ມີ​ການ​ຈັບ​ຕົວ ​ແລະ ​​ໄລ່​ອອກ​ພັກ​ສຳລັບ​ທ່ານ ຈູ່ຢູງຄາງ ອະດີດ​ກຳມະການ​ປະຈຳ​ກົມ​ການ​ເມືອງ​ພັກ​ກອມ​ມູນິດ​ຈີນ; ທ່ານ ຊືຊ໋າຍ​ເຮົາ ອະດີດ​ຮອງ​ປະທານ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ​ຈີນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 8

ປະທານປະເທດຈີນພວມຍູ້ແຮງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ

ເຫດການ​ທີ 9: ຂະ​ແໜງ​ການບິນ ​ແລະ ​ເດີນ​ທະ​ເລ​ໂລກ​ເກີດ​ໄພພິບັດ​ຫຼາຍ​ຄັ້ງ

ການ​ຫາຍ​ສາບ​ສູນ​ຂອງ​ເຮືອບິນ Boeing ດ້ວຍ​ໝາຍ​ເລກ MH 370 ທີ່​ຂົນ​ສົ່ງ​ຜູ້​ໂດຍສານ 239 ຄົນ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ; ເຮືອບິນ ໝາຍ​ເລກ MH 17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ ຖືກ​ຍິງ​ຕົກ​ຢູ່ ຢູ​ແກຼນ ຕາ​ເວັນ​ອອກ, ​ເຮັດ​ໃຫ້ຜູ້​ໂດຍສານ 298 ຄົນ​ເສຍ​ຊີວິດ; ເຮືອບິນຂອງ​ບໍລິສັດ​ການບິນອານ​ເຊຣີ ທີ່​ຂົນ​ສົ່ງ​ຜູ້​ໂດຍສານ 110 ຄົນ​ຖືກ​ຕົກ; ​ເຫດ​ບັກ Sewol ຖືກ​ຈົມ​ນຳ້​ເຮັດ​ໃຫ້ 298 ຄົນ​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ​ຢູ່​ສ.​ເກົາຫຼີ… ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໄພພິບັດ​ໃນ​ປະຫວັດ​ສາ​ດດ້ານ​ການ​ບິນ ​ແລະ ການ​ເດີນ​ທະ​ເລ​ຂອງ​ໂລກ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 9

ການບິນ ​ແລະ ​ເດີນ​ທະ​ເລ​ໂລກ​ເກີດ​ໄພພິບັດ​ຫຼາຍ​ຄັ້ງ

ເຫດການ​ທີ 10: ​ໂລກ​ພະຍາດ ​ເອ​ໂບລາ​​ແຜ່ລາມ​ອອກ​ຢ່າງ​ກວ້າງຂວາງ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ຍຸກ​ປະຈຸ​ບັນ

​ໂດຍ​ປະກົດ​ອອກ​ຈາກ​ບາງ​ປະ​ເທດ​ອາ​ຟະ​ລິ​ກາ​ໃຕ້, ​ໄວຣັດ ​ເອ​ໂບລາ ອັນຕະລາຍ​ທີ່​ສຸດ ​ໄດ້​ແຜ່​ລາມ​ອອກ​ຢ່າງ​ກວ້າງຂວາງ​​ໃນ​ຫຼາຍ​ປະ​ເທດ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ອົງການ​ອະນາ​ໄມ​ໂລກ​ແລ້ວ, ຈຳນວນ​ຜູ້​ຕິດ ​ໄວຣັດ​ເອ​ໂບລາ​ແມ່ນ 18.000 ກວ່າ​ຄົນ, ​ໃນນັ້ນ​ມີ 7.000​ໄດ້​ເສຍ​ຊີວິດ​ແລ້ວ. ວັນ​ທີ 8/8, ອົງການ​ອະນາ​ໄມ​ໂລກ ​ໄດ້​ປະກາດ​ສະພາວະ​ສຸກ​ເສີນ​ໃນ​ທົ່ວ​ໂລກ​ສຳລັບ​ພະຍາດທີ່​ອັນຕະລາຍ​ນີ້. ຄຽງ​ຂ້າງ​ການ​ທົດ​ລອງ​ວັກ​ຊີ​ນ ​ແລະ ຢາ​ປິ່ນປົວ​ພະຍາດ​ແລ້ວ, ປະຊາ​ຄົມ​ສາກົນ​ໄດ້​ສຸມ​ໃສ່​ທຸກ​ແຫຼ່ງກຳລັງ​ເພື່ອ​ສາມາດ​ຍູ້​​ໂລກ​ພະຍາດ​ນີ້​ໃຫ້​ຖອຍ​ໄປ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2014 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 10

ໂລກ​ພະຍາດ ​ເອ​ໂບລາ​​ແຜ່ລາມ​ອອກ​ຢ່າງ​ກວ້າງຂວາງ

ຕອບກັບ

ຂ່າວ/ບົດ​ອື່ນ