10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 1
   COP-21 ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ຢູ່​ປາ​ຣີ  (AP)
.

ເຫດ​ການ​ທີ 1 : ບັນ​ລຸຂໍ້​ຕົກ​ລົງ​ຄັ້ງ​ປະ​ຫວັດ​ສາດ​ກ່ຽວ​ກັບການ​ຈຳ​ກັດການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວທົ່ວ​ໂລກ

   ທີ່ກອງ​ປະ​ຊຸມຄັ້​ງ 21 ຂອງ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອບ​ສົນ​ທິ​ສັນ​ຍາ ສ.ປ.ຊ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP 21) , ຜູ້​ຕາງ​ໜ້າຂອງ 195 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ ປາ​ຣີ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ການ​ອຸ່ນ​ຂຶ້ນ​ຂອງ​ໜ່ວຍ​ໂລກ. ນີ້​ແມ່ນ​ຂໍ້​ຕົກ​ລົງ​ຄັ້ງ​ປະ​ຫວັດ​ສາດ, ຊຶ່ງ​ບັນ​ລຸ​ໄດ້​ພາຍຫຼັງ​ວິ​ວັດ​ການ​ເຈ​ລະ​ຈາ​ທີ່​ເຄັ່ງ​ຕຶງ​ດ້ວຍ​ເປົ້າ​ໝາຍ​ສຳ​ຄັນທີ່​ສຸດ​ແມ່ນຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ແນໃສ່ຈຳ​ກັດ​ລະ​ດັບ​ເພີ່ມ​ອຸນ​ຫະ​ພູມຂອງ​ໜ່ວຍ​ໂລກ​ໃຫ້​ບໍ່​ເກີນ 2 ອົງ​ສາ C ເມື່ອ​ທຽບ​ໃສ່​ຈຸດ​ເວ​ລາ​ກ່ອນ​ທີ່​ດຳ​ເນີນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ເມື່ອ​ທ້າຍ​ສະ​ຕະ​ວັດ​ທີ 19, ພ້ອມ​ກັນ​ນັ້ນ ກໍ​ມີ​ຂໍ້​ສະ​ເໜີ​ແນະ​ຕັດ​ສິນ​ໃຈ​ບັນ​ລຸ​ລະ​ດັບ 1,5 ອົງ​ສາ C. ຂໍ້​ຕົກ​ລົງ ປາ​ຣີ ຈະ​ເລີ່ມ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ປີ 2020 ຂະ​ນະ​ທີ່​ຮັບ​ການ​ລົງ​ນາມ​ຈາກ​ຈຳ​ນວນ​ປະ​ເທດຢ່າງ​ໜ້ອຍ 55 ປ​ະເທດ, ກວມ​ຢ່າງ​ໜ້ອຍ 55% ປະ​ລີ​ມານ​ອາຍ​ພິດ​ທົ່ວ​ໂລກ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 2
ການ​ນຳ 10 ປະ​ເທດ​ອາ​ຊຽນໄດ້​ລົງ​ນາມ​ໃນຖະ​ແຫຼງ​ການ ກົວ​ລາ​ລຳ​ເປີ
ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນ 2015

ເຫດ​ການ​ທີ 2 : ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 31/12/2015      
    ຖະ​ແຫຼງ​ການ ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ການ​ສ້າງ​ຕັ້ງ ປະ​ຊາ​ຄົມ​ອາ​ຊຽນ 2015 ໄດ້​ຮັບ​ການ​ລົງ​ນາມ​ຈາກ​ການ​ນຳ 10 ປະ​ເທດ​ອາ​ຊຽນ ແມ່ນ​ຂີດ​ໝາຍ​ສຳ​ຄັນ​ຂອງ​ອາ​ຊຽນ ໃນ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຂະ​ຫຍາຍ​ຕົວ. ​ການ​ສ້າງ​ຕັ້ງ ປະ​ຊາ​ຄົມ​ອາ​ຊຽນ ດ້ວຍ 3 ເສົາ​ຄ້ຳ​ຕົ້ນ​ຕໍ​ຄື: ປະ​ຊາ​ຄົມການ​ເມືອງ-ຄວາມ​ໝັ້ນ​ຄົງ, ປະ​ຊາ​ຄົມ​ເສດ​ຖະ​ກິດ, ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ-ສັງ​ຄົມ ຈະ​ຊ່ວຍ​ພາກ​ພື້ນ​ເຊື່ອມ​ຢ່າງ​ເລິກ​ເຊິ່ງກວ່າ ແລະ ແກ່ງ​ແຍ້ງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ພ້ອມ​ກັນ​ນັ້ນ ກໍ​ຍົກ​ສູງ​ບົດ​ບາດ​ເປັນ​ສູນ​ກາງ​ຂອງ​ອາ​ຊຽນ, ອັນ​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງຫຼາຍ​ຢ່າງ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພາ​ຄີ.


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 3
ການ​ກະ​ທຳ​ຂອງ​ຈີນ​ໂດຍ​ຖົມ​ດິນ​ເປັນ​ເກາະຢ່າງ​ຜິດ​ກົດ​ໝາຍ

ເຫດ​ການ​ທີ 3 : ​ໂລກ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ແລະ ຄັດ​ຄ້ານ​ຈີນ​ດຳ​ເນີນ​ການ​ກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ໝູ່​ເກາະ​​ເຈືອງ​ຊາ​ຂອງ​ຫວຽດ​ນາມ

     ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ສືບ​ຕໍ່​ແມ່ນ​ຫົວ​ເລື່ອງ​ທີ່​ເຄັ່ງ​ຮ້ອນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ທະ​ວີ​ພາ​ຄີ, ພາກ​ພື້ນ ແລະ ສາ​ກົນ​ໃນ​ປີ 2015. ການ​ກະ​ທຳ​ຂອງ​ຈີນ​ໂດຍ​ບູ​ລະ​ນະ​ສ້ອງ​ແປງ, ຖົມ​ດິນ​ເປັນ​ເກາະ​, ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ບາງ​ຫາດດອນ​ຫີນ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​​ເຈືອງ​ຊາ​ຂອງ​ຫວຽດ​ນາມ ໄດ້​ກໍ່​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ໃຫ້​ວົງ​ຄະ​ນະ​ຍາດ​ສາ​ກົນ, ນາບ​ຂູ່​ຄວາມ​ໝັ້ນ​ຄົງປອດ​ໄພ, ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ບໍ​ລິ​ເວນ​ທະ​ເລ​ຕາ​ເວັນ​ອອກ. ຫຼາຍ​ປະ​ເທດ​ໄດ້​ຄັດ​ຄ້ານ ແລະ ມີ​ການ​ກະ​ທຳ​ທີ່​ແຂງ​ແຮງ​ທວງ​ໃຫ້​ຈີນ​ຈົ່ງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້.


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 4
​ຂະ​ບວນ​ຊາວ​ອົບ​ພະ​ຍົບ ຫຼັງ່​ໄຫຼ​ເຂົ້າ​ເມືອງ​ເອີ​ລົບ  (AP)

ເຫດ​ການ​ທີ 4 : ວິ​ກິດ​ການ​ອົບ​ພະ​ຍົບ​ຢູ່​ເອີ​ລົບ.

   ວິ​ກິດ​ການ​ອົບ​ພະ​ຍົບ ຢູ່​ບັນ​ດາ​ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ EU ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໄພ​ພິ​ບັດ​ມະ​ນຸດ​ສະ​ທຳ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ຊຸມ​ປີ 1940 ເປັນ​ຕົ້ນ​ມາ. ສະ​ເພາະ​ໃນ 10 ເດືອນ​ຕົ້ນ​ປີ 2015, ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ບັນ​ດາ​ປະ​ເທດ EU ຢ່າງ​ຜິດ​ກົດ​ໝາຍນັ້ນ ໄດ້​ຂຶ້ນ​ເຖິງກວ່າ 1 ລ້ານ​ຄົນ​, ໃນ​ນັ້ນ ສ່ວນຫຼາຍ​ແມ່ນ​ຊາວ​ຊີ​ຣີ ຢາກຫຼຸດ​ພົ້ນ​ອອກ​ຈາກ​ສົງ​ຄາມ​ກາງ​ເມືອງ. ວິ​ກິດ​ການ​ອົບ​ພະ​ຍົບ ໄດ້​ເຮັດ​ໃຫ້ EU ຖືກ​ຕົກ​ຢູ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ, ອັນ​ໄດ້​ພາ​ໃຫ້​ກຸ່ມນີ້​ຕ້ອງ​ຊັງ​ຊາ​ກ່ຽວ​ກັບ​ການ​ຢຸດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ກ່ຽວກ​ັບ​ການ​ໄປ​ມາ​ຢ່າງ​ເສ​ລີ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 5
                                            ກຳ​ລັງ IS (Telegraph)

ເຫດ​ການ​ທີ 5 : ກຳ​ລັງ​ລັດ​ອິດ​ສະ​ລາມ IS ຫົວ​ຮຸນ​ແຮງ ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ທີ່ນອງ​ເລືອດ.

     ຮ້າຍ​ແຮງ​ທີ່​ສຸດ​ແມ່ນ​ໄດ້​ເກີດການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ 7 ຄັ້ງຢ່າງ​ລຽນ​ຕິດຢູ່​ປາ​ຣີ ເມື່ອ​ຕອນ​ຄ່ຳ​ວັນ​ທີ 31/11 ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 129 ຄົນ ແລະ ກວ່າ 300 ຄົນ​ໄດ້​ຮັບ​ບາດ​ເຈັບ. ເລື່ອງ​ນະ​ຄອນຫຼວງ​ປາ​ຣີ​ ປະ​ເທດ​ຝະ​ລັ່ງ​ຖືກ​ບຸກ​ໂຈມ​ຕີ ຊຶ່ງ​ໄດ້​ທຳ​ລາຍ​ຊີ​ວິດ​ສາ​ມັນ​ຊົນເປັນ​ຈຳ​ນວນຫຼວງຫຼາຍ​ໄດ້​ເຮັດ​ໃຫ້​ໂລກ​ສັ່ນ​ສະ​ເທື່ອນ. ລັດ​ເຊຍ ກໍ​ແມ່ນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ທີ່​ພວກກໍ່​ການ​ຮ້າຍ​ມຸ່ງ​ໄປ​ເຖິງ ຂະ​ນະ​ທີ່​ເຮືອ​ບິນ​ບັນ​ທ​ຸກ​ຜູ້​ໂດຍ​ສານ​ຂອງ​ລັດ​ເຊຍ​ຖືກ​ລະ​ເບີດ​ບົນ​ເຂດ​ນ່ານ​ຟ​້າ​ຢູ່​ແຫຼມ ຊີ​ນາຍ ຂອງ​ເອ​ຢິບ​ເມື່ອ​ວັນ​ທີ 31/10 ອ​ັນ​ໄດ້​ເຮັດ​ໃຫ້​ຜູ້​ໂດຍ​ສານ, ຈຸ​ບິນ ແລະ ພາ​ລະ​ກອນ​ຮັບໃຊ້​ໃນ​ເຮືອ​ບິນ​ລວມ​ທັງ​ໝົດ 224 ຄົນຖ​ືກ​ເສຍ​ຊີ​ວິດ. ໃນ​ຂະ​ນະ​ນັ້ນ, ​ອາ​ເມ​ລິ​ກາ ກໍ​ກາຍ​ເປັນ​ເປົ້າ​ໝາຍ​ບຸກ​ໂຕມ​ຕີ​ຂອງ IS. ມີ​ຄູ່​ຜົວ​ເມຍໜຶ່ງ​ທີ່​ກ່ຽວ​ພັນ​ເຖິງ IS ໄດ້​ຍິງ​ປືນ​ສັງ​ຫານ​ສາ​ມັນ​ຊົນ 14 ຄົນ​ຢູ່​ນະ​ຄອນ ຊານ ເບ​ຣາ​ດີ​ໂນ, ລັດ ກາ​ລີ​ຟອກ​ເນຍ..

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 6
ລັດ​ເຊຍນຳ​ໃຊ້​ກອງ​ທັບ​ອາ​ກາດ​ເພື່ອ​ຫນູນ​ຊ່ວຍກອງ​ທັບ​ຊີ​ຣີ
                                                  (Spunnik)

ເຫດ​ການ​ທີ 6 : ລັດ​ເຊຍ​ແຊກ​ແຊງ​ດ້ານ​ການ​ທະ​ຫານ​ຢູ່​ຊີ​ຣີ

   ວັນ​ທີ 29/9, ສະ​ພາ​ແຫ່ງ​ຊາດ​ລັດ​ເຊຍ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ການ​ນຳ​ໃຊ້​ກອງ​ທັບ​ອາ​ກາດ​ເພື່ອ​ຫນູນ​ຊ່ວຍກອງ​ທັບ​ຊີ​ຣີ ຕ້ານ​ຕືນ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ, ພິ​ເສດ​ແມ່ນ​ອົງ​ການ​ລັດ​ອິດ​ສະ​ລາມ IS . ການ​ເຂົ້າ​ຮ່ວມ​ຂອງ​ລັດ​ເຊຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ໄດ້​ສ້າງ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ​ໃນ​ການ​ສູ້​ຮົບ​ຕ້ານ IS ຢູ່​ຕາ​ເວັນ​ອອກ​ກາງ. ແຕ່​ການ​ແຊກ​ແຊງ​ຂອງ​ລັດ​ເຊຍ ພັດກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງລັດ​ເຊຍ ແລະ ບາງ​ປະ​ເທດ​ອື່ນ, ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ຕວກ​ກີ ພາຍຫຼັງ​ທີ່ກອງ​ທັບ​ຂອງ​ປະ​ເທດນີ້​ໄດ້​ຍິງ​ເຮືອ​ບິນ​ລັດ​ເຊຍ​ຕົກ​ຢູ່​ເຂດ​ຊາຍ​ແດນ​ຊີ​ຣີ ດ້ວຍ​ເຫດ​ຜົນ ແມ່ນ​ເພື່ອ​ປ້ອງ​ກັນ​ເຂດ​ນ່ານ​ຟ້າ..

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 7
  ອີ​ຣາ ແລະ ກຸ່ມ P5+1 ໄດ້ບັນ​ລຸຂໍ້​ຕົກ​ລົງ​ນິວ​ເຄຼຍ​ຮອບ​ດ້ານ  (PressTV)

ເຫດ​ການ​ທີ 7 : ອີ​ຣານ ແລະ ກຸ່ມ P5+1 ບັນ​ລຸ ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຮອບ​ດ້ານ

   ວັນ​ທີ 14/7, ອີ​ຣານ ແລະ ກຸ່ມ P5+1 ໄດ້ບັນ​ລຸ ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຮອບ​ດ້ານທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ອັນ​ໄດ້​ຢຸດ​ຕິ​ການ​ເຈ​ລະ​ຈາ​ເປັນ​ເວ​ລາ 12 ປີ, ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອີ​ຣານ​ກັບ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ. ຂໍ້​ຕົກ​ລົງ​ນີ້​ລວມ​ມີ 3 ເນື້ອ​ໃນ​ເປັນ​ເສົາ​ຄ້ຳຄື: ອີ​ຣານ​ໄດ້​ຍອມ​ຮັບ​ການ​ຈຳ​ກັດ​ໂຄງ​ການ​ນິວ​ເຄຼຍ​ໃນ​ໄລ​ຍະ​ຢ່າງ​ໜ້ອຍ 1 ທົດ​ສະ​ວັດ; ສາ​ກົນ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳບາດ​ຕ້ານ​ອີ​ຣານ; ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ ໂຄງ​ການ​ນິວ​ເຄຼຍຂອງ​ເຕ​ເຮ​ຣານ. ວັນ​ທີ 18/10 ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ.


10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 8
ລັດ​ຖະ​ມົນ​ຕີ​​ການ​ຄ້າ​ຂອງ 12 ປະ​ເທດ​ ສຳ​ເລັດ​ການ​ເຈ​ລະ​ຈາ​ TPP

ເຫດ​ການ​ທີ 8 : ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຝິກ TPP

     ວັນ​ທີ 5/10/2015, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ 12 ປະ​ເທດ​ທີ່ຂຶ້ນ​ກັບ​ພາກ​ພື້ນ​ປາ​ຊີ​ຝິກ ໄດ້ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຝິກ TPP. ນີ້​ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃຫຍ່ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ. ເປົ້າ​ໝາຍ​ຂອງ TPP ແມ່ນ​ເປີດ​ປະ​ຕູ​ຕະຫຼາດ​ສິນ​ຄ້າ ແລະ ການ​ບໍ​ລິ​ການ, ລົບ​ລ້າງ​ອັດ​ຕາ​ພາ​ສີ ແລະ ຍົກ​ເລີກ​ທຸກ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ, ອັນ​ໄດ້​ສ້າງ​ກຳ​ລັງ​ຊຸກ​ຍູ້ການ​ພັດ​ທະ​ນາ​ໃໝ່​ຢູ່​ແຕ່​ລະ​ພື້ນ​ຖານ​ເສດ​ຖະ​ກິດ​ພາ​ຄີ. ຄາດ​ຄະ​ເນ​ວ່າ ພາຍຫຼັງ​ທີ່​ມີ​ຜົນ​ສັກ​ສິດ, TPP ຈະ​ກາຍ​ເປັນ​ເຂດ​ການ​ຄ້າ​ເສ​ລີ​ໃຫຍ່ກວ່າ​ໝູ່​ໃນ​ໂລກ​ດ້ວຍ​ຈຳ​ນວນ​ປະ​ຊາ​ກອນ 800 ລ້ານ​ຄົນ, ກວມ​ເອົາ 30% ວົງ​ເງິນ​ການ​ຄ້າ​ທົ່ວ​ໂລກ ແລະ ເກືອບ 40% ປະ​ລິີມານເສດ​ຖະ​ກິດ​ໂລກ..
10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 9
  ​ລັດ​ເຊຍ ໄດ້​ດຳ​ເນີນ​ການ​ເດີນສວນ​ສະ​ໜາມ​ (RT)
.

ເຫດ​ການ​ທີ 9 : ​ເຫດ​ການສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ​ລັດ​ທິ​ຟາດ​ຊິດໄດ້​ຖືກ​ຈັດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ.

     ເຫດ​ການ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ໃນ​ວັນ​ທີ 9/5/2015, ຢູ່​ຈະ​ຕຸ​ລັດ​ແດງທີ່​ນະ​ຄອນຫຼວງ​ມຸດ​ສ​ກູ ປະ​ເທດ​ລັດ​ເຊຍ ໄດ້​ດຳ​ເນີນ​ການ​ສວນ​ສະ​ໜາມ​ສະ​ແດງ​ກຳ​ລັງ​ຄັ້ງ​ໃຫຍ່​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດນີ້ ເພື່ອສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ​ລັດ​ທິ​ຟາດ​ຊິດໃນ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່. ໄຊ​ຊະ​ນະ​ຟາດ​ຊິດ ບໍ່​ພຽງ​ແຕ່​ໄດ້​ກອບ​ກູ້ມວນ​ມະ​ນຸດຫຼຸດ​ພົ້ນ​ອອກ​ຈາກ​ໄພ​ພິ​ບັດ​ຈາກ​ພວກ​ຟາດ​ຊິດ​ເພື່ອ​ນຳ​ສັນ​ຕິ​ພາບ​ມາ​ສູ່​ທົ່ວ​ໂລກເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ຂີດ​ໝາຍ​ການ​ພັດ​ທະ​ນາ​ສິດ​ຕັດ​ສິນ​ດ້​ວຍ​ຕົນ​ເອງ, ສິດ​ມີເອ​ກະ​ລາດຂອງ​ບັນ​ດາ​ປະ​ຊາ​ຊາດ; ເປີດ​ສັງ​ກາດ​ໃໝ່, ນັ້ນແມ່ນສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ ດ້ວຍ​ການ​ສ້າງ​ຕັ້ງອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2015 ຂອງ VOV  - ảnh 10
ຈີນ​ໄດ້​ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​​ເງີນຢວນ​​ຢ່າງ​ຕໍ່​ເນື່ອງ

ເຫດ​ການ​ທີ 10 : ຈີນ​ດັດ​ປັບ​ສະ​ກຸນ​ເງິນຢວນ​ຕົກ​ລາ​ຄາ

     ເດືອນ 8 ປີ 2015, ຈີນ​ໄດ້​ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ສະ​ກຸ່ນ​ເງີນຢວນ​ ແລະ ໂດ​ລາ​ສະ​ຫະ​ລັດ​ຢ່າງ​ຕໍ່​ເນື່ອງ ອັນ​ໄດ້​ເຮັດ​ໃຫ້​ຕະຫຼາດ​ການ​ເງິນ​ໂລກ​ຫັນ​ປ່ຽນ. ບັນ​ດາ​ປະ​ເທດ, ວົງ​ການ​ນັກ​ລົງ​ທຶນ ແລະ ບັນ​ດາ​ຜູ້​ຊ່ຽວ​ຊານ​ສາ​ກົນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຕໍ່​ສະ​ພາບ​ເສດ​ຖະ​ກິດ​ຂອງ​ຈີນ ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ເຕີບ​ໂຕທົ່ວ​ໂລກ. ໃນ​ຂະ​ນະ​ນັ້ນ, ວັນ​ທີ 30/11/2015, ກອງ​ທຶນ​ສາ​ກົນ IMF ໄດ້​ຖະ​ແຫຼງ​ວ່າ ສະ​ກຸ່ນ​ເງີນຢວນຂອງ​ຈີນ​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ນຳ​ເຂົ້າ​ລະ​ບົບ​ເງິນ​ຕາ​ສາ​ກົນ ຫຼື​ຍັງ​ເອີ້ນ​ອີກ​ຢ່າງ​ໜຶ່ງວ່າ ສິດ​ຖອນ​ທຶນ​ພິ​ເສດ SDR

ຕອບກັບ

ຂ່າວ/ບົດ​ອື່ນ