AMM – 49 ຊຸກຍູ້ການປະຕິບັດວິໄສທັດປະຊາຄົມອາຊຽນ 2025

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 (AMM – 49) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ໄດ້​ຖືກ​ໄຂ​ຂຶ້ນ​ເປັນ​ເວ​ລາ 4 ວັນ​ຄື​ແຕ່​ວັນ​ທີ 23-26/7. ດ້ວຍ​ໂຄງ​ການ​ດຳ​ເນີນ​ງານ​ໃນ​ວົງ​ກ້​ວາງ, AMM – 49 ໄດ້​ເລັ່ງ​ໃສ່​ປຶກ​ສາ​ຫາ​ລື​ບັນ​ຫາ​ຮ່ວມ​ມື​ພາຍ​ໃນ​ກຸ່ມ, ກໍ່​ສ້າງ​ປະ​ຊາ​ຄົ​ມ ກໍ​ຄື​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ອາຊຽນ, ເພີ່ມ​ທະ​ວີ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາຊຽນ, ເປັນ​ຕົ້ນ​ແມ່ນ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ວິ​ໄສ​ທັດ 2025 ຂອງ​ປະ​ຊາ​ຄົມ ໃນ​ສະ​ພາ​ວະທີ່​ສະ​ຖາ​ນະ​ການ​ໂລກ ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ໃໝ່, ສັບ​ສົນ ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ.  

   

AMM – 49 ຊຸກຍູ້ການປະຕິບັດວິໄສທັດປະຊາຄົມອາຊຽນ 2025 - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 48 (AMM – 48) ຖືກ​ຈັດ​ຂຶ້ນ​ຢູ່​ມາ​ເລ​ເຊຍ​ເມື່ອ​ເດືອນ 8/2015

     AMM – 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ທີ່​ສຸດ​ໃນ​ປີຂອງ​ອາ​ຊຽນ, ລະ​ຫວ່າງອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມມ​ື​ທີ່ຫຼັກ​ແຫຼ່​ງ ຊຶ່ງ​ມີ​ການ​ເຂົ້າຮ່ວມຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 27 ປະ​ເທດ, ໃນ​ນັ້ນ​ມີ 10 ປະ​ເທດ ອາ​ຊຽນ ແລະ 17 ຄູ່​ຮ່ວມ​ມື. ກອງ​ປະ​ຊຸມ AMM – 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ການ​ແກ່ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ​ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະ​ຫງົບ​ທີ່​ເຄີຍ​ມີ​ມາ ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ ໄດ້​ກາບ​ເປັນ​ບັນ​ຫາ​ທີ່​ຮ້າຍ​ແຮງກວ່າ​ເກົ່າ, ພິ​ເສດ​ແມ່ນ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ. ໃນ​ຂະ​ນະ​ນັ້ນ, ອາ​ຊຽນຍັງ​ພວມ​ຢູ່​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ, ຍູ້​ແຮງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ໃຈ​ກາງໃນ​ພາກ​ພື້ນ. ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ອາ​ຊຽນສາ​ມາດ​ຮັກ​ສາ​ບັນ​ດາຫຼັກ​ໝັ້ນ ແລະ ສຽງ​ເວົ້າ​ລວມ​ຢ່າງ​ມີຫຼັກ​ການ.

    ເພາະ​ສະ​ນັ້ນ, ບັນ​ດາ​ກອງ​ປະ​ຊຸມ​ຄັ້ງ​ນີ້, ມີ​ໂຄງ​ການ​ດຳ​ເນີນ​ງານ​ແບບ​ວົງ​ກ້​ວາງ​ໃນ​ທຸກໆ​ຂົງ​ເຂດ​ຮ່ວມ​ມື. ພ້ອມ​ກັບ​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຮ່ວມ​ມື​ພາຍ​ໃນ​ກຸ່ມ, ສຳຫຼວດກວດ​ຄືນ​ສາຍ​ພົ​ວ​ພັນ​ລະ​ຫວ່າງອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ທິດ​ທາງ​ຊຸກ​ຍູ້​ການ​ພົວ​ພັນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ເຊື້ອ​ໝັ້ນ ແລະ ການ​ທູດ​ເພື່ອ​ປ້ອງ​ກັນ, ອາ​ຊຽນສຸມ​ໃສ່​ຊຸກ​ຍູ້ການ​ປະ​ຕິ​ບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025, ແນ​ໃສ່​ກະ​ກຽ​ມ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ຕໍ່​ໄປ​ຂອງ ອາ​ຊຽນ.

     ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນແມ່ນ​ໝາກ​ຜົນ​ຂອງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ

   ຖະ​ແຫຼງ​ການ​ກ່ຽວ​ກັບ “ອາ​ຊຽນ 2025: ພ້ອມ​ກັນ​ກ້າວ​ເດີນ​ຢ່າງ​ໝັ້ນ​ຄົງ ” ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ທ້າຍ​ປີ 2015. ຖະ​ແຫຼງ​ການ ອາ​ຊຽນ​ອີກ​ຄັ້ງ​ໜຶ່ງ​ໄດ້​ສ້າງ​ອະ​ນາ​ຄົດ ອາ​ຊຽນ​ຜ່ານ​ໂຄງ​ການ​ດຳ​ເນີນ​ງານໃໝ່​ໃຫ້​ແກ່​ໄລ​ຍະ10 ປີ​ຕໍ່​ໜ້າ, ລວ​ມ ​ມີ ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ແລະ ບັນ​ດາ​ແຜນ​ການ​ສັງ​ລວມ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດບົນ 3 ເສົາ​ຄ້ຳ​ : ການ​ເມືອງ-ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ-ສັງຄົມ.

       ການ​ກຳ​ເນີ​ດ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ວັນ​ທີ 31/12/2015 ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຕີບ​ໃຫ​ຍ່​ຂະ​ຫຍາຍ​ຕົວ​ຂອງ ອາ​ຊຽນ, ພ້ອມ​ກັນ​ນັ້ນ ກໍ​ຮຽກ​ຮ້ອງ​ໃຫ້ ອາ​ຊຽນ​ຄວນ​ກະ​ກຽມ​ຢ່າງ​ລະ​ອຽດ​ເພື່ອ​ໃຫ້​ມີ​ບັນ​ດາ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ທີ່​ແທດ​ຈິງກວ່າ​ໃນ​ອະ​ນາ​ຄົດ, ສົມ​ກັບ​ທີ່​ຕັ້ວ​ບົດ​ບາດ​ໃໝ່​ຂອງ ອາ​ຊຽນ. ໃນ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ໄດ້​ຜ່ານ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ອັນ​ໄດ້​ເປີດ​ບັນ​ດາ​ກາ​​ລະ​ໂອ​ກາດ​ອັນ​ໃຫຍ່ຫຼວງ ແຕ່​ກໍ​ມີ​ສິ່ງ​ທ້າ​ທາຍທີ່​ຮ້າຍ​ແຮງບໍ່​ໜ້ອຍ. ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ໄດ້​ກຳ​ເນີດ​ຂຶ້ນ​ບົນ​ພື້ນ​ຖານ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສ່ອງ​ແສງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ທຸກໆ​ປະ​ເທດ​ສະ​ມາ​ຊິກ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງຂອງປະ​ຊາ​ຄົມ​ອາ​ຊຽນ. ໃນ​ຖະ​ແຫຼງການວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ນີ້, ອາ​ຊຽນໝັ້ນ​ໝາຍ​ພ້ອມ​ກັນ​ກໍ່​ສ້າງ ອາ​ຊຽນ​ໃນ​ປີ 2025 ໃຫ້​ກາຍ​ເປັນ “ ປະ​ຊາ​ຄົມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ດ້​ວຍ​ຄວາມ​ກຳ​ລັງຄວາມສາ​ມາດໄດ້​ຮັບ​ການ​ຍົກ​ສູງ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”, “ພາກ​ພື້ນ​ໜຶ່ງ​ທີ່​ເປີດ​ກ້​ວາງ​ກັບ​ພາຍນອກ​ໃນ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ທົ່ວ​ໂລກ, ພ້ອມ​ກັນ​ນັ້ນ ກໍ​ຮັກ​ສາ​ບົດ​ບາດ​ໃຈ​ກາງ​ຂອງ​ຕົນ”, “ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຮ່ວມ​ສຳ​ພັນ​ຢ່າງ​ໜັກແໜ້ນ, ຫມັ້ນ​ຄົງ ແລະ ຂະ​ຫຍັນ​ຂັ່ນ​ເຄື່ອ​ນ​ ” ແລະ “ ອາ​ຊຽ​ນ​ໜຶ່ງ​ມີ​ຄວາມສາ​ມາດ​ເພື່ອ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ ແລະ ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ ”

      ມຸ່ງ​ໄປ​ສູ່ ອາ​ຊຽນ 2025 : ເຊີດ​ຊູຫຼັກ​ການ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ

  ບົນ​ພື້ນ​ຖານບັນ​ດາ​ການ​ກຳ​ນົດ​ທິດ​ລວມນີ້, ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ໄດ້​ຖືກ​ຫັນ​ເປັນ​ລະ​ອຽດ​ດ້ວຍ​ບັນ​ດາ​ການ​ກຳ​ນົດ​ທິດ​ຕາມ​ຈຸດ​ພິເສດ​ສະ​ເພາະ​ຂອງ​ແຕ່​ລະ​ເສົາ​ຄ້ຳ, ໃນ​ນັ້ນ ໄລ​ຍະ​ທຳ​ອິດ​ແມ່ນ​ເລັ່ງ​ໃສ່​ການ​ປະ​ຕິ​ບັດ​ຈຸດ​ໝາຍກໍ່​ສ້າງ​ປະ​ຊາ​ຄົມ​ການ​ເມືອງ-ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ຕາມນັ້ນ​ແລ້ວ, ວິ​ໄສ​ທັດ​ກ່ຽວ​ກັບ ປະ​ຊາ​ຄົມ​ການ​ເມືອງ-ການ​ປ້ອງ​ກັນ​ຄວາມ​ສະ​ຫງົບໃນ​ປີ 2025 ຈະ​ແມ່ນ​ປະ​ຊາ​ຄົມສາ​ມັກ​ຄີ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ອັນ​ໄດ້​ນຳ​ຊີ​ວິດ​ທີ່​ສະ​ຫງົບ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ.

     ກ້າວ​ເຂົ້​າ​ສູ່ໄລ​ຍະ​ພັດ​ທະ​ນາ​ໃໝ່, ອາ​ຊຽນຮຽກ​ຮ້ອງ​ໃຫ້​ຍົກ​ສູງ​ປັດ​ໄຈ​ດ້ານ​ກົດ​ໝາຍ ແລະ ລັກ​ສະ​ນະ​ບັງ​ຄັບ​ດ້ານ​ນິ​ຕິ​ກຳ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປະ​ຊາ​ຄົມ​ເພື່ອ​ໃຫ້​ສາຍ​ສຳ​ພັນ​ລະ​ຫວ່າງ​ບັນ​ດ​າປະ​ເທດສະ​ມາ​ຊິກ​ເພີ່ມ​ຄວາມ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ເຖິງວ່າ​ມີ​ຈຸດ​ຄ້າຍ​ຄື​ກັນ​ຫຼາຍ​ຢ່າງ​ກໍ​ຕາມ, ແຕ່ອາ​ຊຽນກໍ​ຍັງ​ມ​ີ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ລະ​ບອບ​ການ​ເມືອງ, ລະ​ດັບ​ການ​ພັດ​ທະ​ນາ. ເພາະ​ສະ​ນັ້ນ, ການ​ຜູກ​ຮັດ​ຢ່າງ​ໜັກ​ແໜ້ນ​ນຳ​ກັນ​ເພື່ອ​ພາ​ລະ​ກຳ​ອັນ​ສູງ​ສົ່ງ, ນັ້ນ​ແມ່ນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ, ມັນ​ຮຽກ​ຮ້ອງ​ໃຫ້ ອາ​ຊຽນ​ສືບ​ຕໍ່​ສາ​ມັກ​ຄີ​ກ່​ວາ​ອີກ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ໃນ​ພາກ​ພື້ນ, ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ. AMM – 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ບັນ​ດາ​ການ​ນຳ ອາ​ຊຽນ​ວ່າ ຍັງ​ສືບ​ຕໍ່​ມຸ່ວງ​ໄປ​ສູ່​ບັນ​ດາ​ເປົ້າ​ໝາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ