APEC 2017 ຢືນຢັນທີ່ຕັ້ງທ່ວງທ່າຂອງຫວຽດນາມ

(vovworld) - ວັນ​ທີ 22/11, ດ້ວຍ​ຖາ​ນະ​ເປັນ​ການ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ເຈົ້າ​ພາບ APEC ​ປີ 2017, ຢູ່ Peru, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ຢືນ​ຢັນ​ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ​ຕ​ັ້ງ​ປີ APEC 2017 ແມ່ນ​ຈຸດ​ສຸ​ມ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອ​ງ​ຫວຽດ​ນາມ ຮອດ​ປີ 2020 ແລະ ຫວຽດ​ນາມ ຈະ​ປະ​ຕິ​ບັດ​ບົດ​ບາດນີ້​​ໃຫ້ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ APEC, ປະ​ກອ​ບ​ສ່ວນ​ນຳ​ພາກ​ພື້​ນ​ອາ​ຊີ - ປາ​ຊີ​ຟິກ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ວັດ​ທະ​ນາ​ຖາ​ວອນ. ເລື່ອງ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC 2017 ໄດ້​ຮັບ​ຖື​ວ່າ​ແມ່ນ​ໂອ​ກາດ​ຄຳ, ເປັນ​ການ​ກະ​ຕ​ຸກ​ຊຸກ​ຍູ້​ທີ່​ມີ​ລັກ​ສະ​ນະ​ຍ​ຸດ​ທະ​ສາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ ແອ໋ງ​ຮ່ວຽ​ນ “APEC 2017 ຢືນ​ຢັນ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ”.


APEC 2017 ຢືນຢັນທີ່ຕັ້ງທ່ວງທ່າຂອງຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ
ກ່າວ​ຄຳ​ເຫັນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ​ປີ 2017
(ພາບ: TTXVN)

        ສັ​ບ​ປະ​ດາ​ສຸດຍອດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ​ປີ 2017 (APEC 2017) ​ຖືກ​ຈັດ​ຂຶ້ນ​ຢູ່​ດ່ານັ້ງ, ຫວຽດ​ນາມ ໃນ​ເດືອນ 11/2017 ດ້ວຍ​ຈຸດ​ສຸມ​ແມ່ນກອງ​ປະ​ຊຸມ​ສຸດຍອດ APEC. ພ້ອມ​ກັ​ນນັ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ດຳ​ເນີນ​ໃນ​ຕະ​ຫຼອດ​ປີ. ປີ APEC 2017 ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ກຳ​ລັງ​ໜູນ​ໃໝ່, ພ້ອມ​​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອະ​ນາ​ຄົດ​ລວມ”. APEC 2017 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ການ​ນຳ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ, ມີ​ຜູ້​ແທນ​ທາງ​ການ​ນັບ​ພັນ​ຄົນ, ນັກ​ຂ່າວ, ນັກ​ທຸ​ລະ​ກິດ.

        ​ນີ້​ແມ່ນ​ເທື່ອ​ທີ 2, ພາຍ​ຫຼັງ​ໄລ​ຍະ 10 ​​ປີທີ່​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ APEC, ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຍົກ​ສູງທີ່​ຕັ້ງ​ທ່ວງ​ທ່າຂອງ​ຫວຽດ​ນາມ, ​ເປີດກວ້າງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC ເພີ່ມ​ທະ​ວີ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ​ອີກ​ດ້ວຍ.

ກາ​ລ​ະ​ໂອ​ກາດ​ຊຸກຍ​ູ້​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ.

        APEC ພວມ​ປະ​ກອບ 59% GDP ແລະ 48% ດ້ານການ​ຄ້າ​ທົ່​ວ​ໂລກ, ດ້ວຍ​ບັນ​ດາ​ພື້ຶ້ນ​ຖານ​ເສດ​ຖະ​ກິດ​ໃຫຍ່ກວ່າ​ໝ​ູ່​ໃນ​ໂລກ​ຄື: ອາ​ເມ​ລິ​ກາ, ຈີນ, ຍີ່​ປຸ່ນ. ການ​ຮ່ວມ​ມື APEC ມີ​ຄວາມ​ໝາຍ​ໃຫຍ່​​ຫຼວງ​ສຳ​ລັບ​ແຕ່​ລະ​ພື້​ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ. ສຳ​ລັບ​ຫວຽດ​ນາມ​, APEC ໄດ້​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ສຳ​ຄັນ. ນີ້​ແມ່ນ​ບ່ອນ​ເຕົ້າ​ໂຮມ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ, ຄ​ູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​​ແຖວ​ໜ້າ​ຂອງ​ຫວຽດ​ນາມ, ນຳ​ມາ​ເຊິ່ງການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ປະ​ມານ 80%, ຍອດ​ມູນ​ຄ່າ​ການ​ຄ້າ​ສາ​ກົນ 79% ແລະ ຈຳ​ນວນ​ແຂກ​ທ່ອງ​ທ່ຽ​ວ​ມາ​ຫວຽດ​ນາມ 70%. ​ ສັນ​ຍາ​ການ​ຄ້າ​ເສ​ລີ​ (FTA) ​ສ່ວນ​ຫຼາຍເຊິ່ງ​ຫວຽດ​ນາມ​ໄດ້​ລົງ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ຂອງ APEC. ນອກນັ້ນ, ເຂົ້າ​ຮ່ວມ​ໃນ APEC, ສິນ​ຄ້າ​ຂອງ​ຫວຽດ​ນາມ ໄດ້​ແຊກ​ຊຶມ​ເຂົ້າ​ຕະ​ຫຼາດ​ໃຫຍ່ກວ່າ​ໝູ່, ດ້ວຍ​ອັດ​ຕາ​ພາ​ສີ​ນັບ​ມື້​ນັບ​ຫຼຸດ​ລົງ​ຕາມ​ຂັ້ນ​ຕອນຫັນ​ການ​ຄ້າ​​ຂອງ APEC ເປັນ​ເສລີ.

     ຫວຽດນາມ ຖື​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ APEC 2017 ​ແມ່ນ​ໂອກ​າດ​ເພື່ອ​ຊຸກຍູ້​ດ້ານ​ການ​ຄ້າ, ການ​ລົງທຶນ. ຍ້ອນ​ເຫດ​ນັ້ນ, ຄຽງຂ້າງ​ບັນດາ​ເຫດການ​ທີ່​ມີ​ລັກສະນະ “​ແບບ​​ຢ່າງ“ ນັບ​ແຕ່​ກ່ອນ​ມາ​ນີ້​ເຊັ່ນ: ກອງ​ປະຊຸມ​ສະພາ​ໃຫ້​ຄຳ​ປຶກສາ​ດຳ​ເນີນ​ທຸລະ​ກິດ APEC ​ແລະ ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ຜູ້ອຳນວຍການ​ໃຫຍ່​ວິ​ສາ​ຫະກິດ APEC, ​ໃນ​ຂອບ​ເຂດ​ປີ APEC 2017, ຫວຽດນາມ ສະ​ເໜີ​ຈັດ​ຕັ້ງ​ບາງ​ເຫດການ​ພິ​ເສດ. ທີ​ໜຶ່ງ​ແມ່ນ​ກອງ​ປະຊຸມ​ກ່ຽວ​ກັບ Doing Business ຫວຽດນາມ. ​ເຫດການ​ນີ້​ຈະ​ດຳ​ເນີນ​ຄື​ດັ່ງ​ບັ້ນ​ຮ່ວມ​ກຳລັງ​ເພື່ອ​​ສົ່ງ​ເສີມ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ ຫວຽດນາມ ​ໃນ​ສະຕະວັດ​ທີ 21. ດ້ວຍ​ສານ​​ແຂງ​ແຮງ​ທີ່​ວ່າ, ​​ເຖິງ​ວ່າຈະ​ມີ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP) ຫຼື​ບໍ, ຫວຽດນາມ​ກໍ່​ສືບ​ຕໍ່​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ ​ແລະ ອາຊີ - ປາຊີ​ຟິກ ຍັງ​ຄົງ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ແຖວ​ໜ້າ​ຂອງ ຫວຽດນາມ. ​ເຫດການ​ທີ​ສອງແມ່ນ, ​ເວທີ​ປາ​ໄສ​ເລີ່​ມດຳ​ເນີນ​ອາຊີບ APEC ຈະ​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ນີ້​ຈະ​ແມ່ນ​ແຫ່ງ​ພົບ​ປະ​ຂອງ​ບັນດາ​ນັກ​​ເລີ່​ມດຳ​ເນີນ​ອາຊີບ​ແຖວ​ໜ້າ​ໃນ​ພາກ​ພື້ນ.

        ຫວຽດນາມ ​ພວມ​ຢືນ​ຢູ່​ຕໍ່ໜ້າ​ກະ​ແສ​ເຊື່ອມ​ໂຍງ ​ແລະ ການ​ປະຕິວັດ​ອຸດສາຫະກຳ​, ​ເລື່ອງ​ຊຸກຍູ້​ການ​ເລີ່​ມດຳ​ເນີນ​ອາຊີບ​ບົນ​ພື້ນຖານ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ພວມ​ແມ່ນ​ທ່າ​ອ່ຽງ​ຂອງໂລກ. ລັດຖະບານ ຫວຽດນາມ​ ກໍ່​ໄດ້​ປຸກລະດົມ​ການກໍ່ສ້າງປະ​ເທດ​ແຫ່ງ​ການ​ເລີ່​ມດຳ​ເນີນ​ອາຊີບ. ດ້ວຍ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ເວທີ​ປາ​ໄສ​ເລີ່​ມດຳ​ເນີນ​ອາຊີບ APEC, ຫວຽດນາມ​ ຫວັງ​ວ່ານີ້​ຈະ​ແມ່ນ​ໂອກາດ​ເປີດ​ສາກ​ໃຫ້​ແກ່​ໄລຍະ​ໃໝ່​ຂອງ​ການ​ເລີ່​ມດຳ​ເນີນ​ອາຊີບຢູ່ ຫວຽດນາມ.

 ກາລະ​ໂອກາດ​ໂຄສະນາ​ບັນດາ​ທ່າ​ສະດວກ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ

        APEC 2016 ​ແມ່ນ​ປີ​ທຳ​ອິດ​ທີ່​ປະ​ເທດ​ຕ່າງໆ​ຜັນ​ຂະຫຍາຍ​ຫຼາຍ​ຍຸດ​ທະ​ສາດ​ໄລຍະ​ຍາວ​ກ່ຽວ​ກັບ​ການ​​ເຕີບ​ໂຕ​ດ້ານ​ຄຸນ​ນະພາ​ບ, ການ​ປະຕິ​ຮູບ​ໂຄງ​ປະກອບ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ, ການ​ຮ່ວມ​ມື​ດ້ານ​ການ​ບໍລິການ. ກຳນົດ​ທ່າ​ແຮງ​ຂອງ ຫວຽດນາມ ​ໃນ​ວິວັດ​ແຫ່ງ​ການ​ສ້າງ​ໂຄງ​ປະກອບ, ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ແມ່ນ​ກະສິກຳ, ການ​ທ​ອ່ງ​ທ່ຽວ ແລະ ເຕັກ​ໂນ​ໂລ​ຢີ​ສູງ, APEC 2017 ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ແນະ​ນຳ​ກ່ຽວ​ກັບ​ຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່ ແລະ ການເຊື່ອມ​ໂຍງ, ກ່ຽວ​ກັບ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ກາ​ນ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ເຊິ່ງລັດ​ຖະ​ບານ​ໄດ້​ຢ​ື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັ​ບ​ຮອງ​ເອົາ.

        ບໍ່​ພຽງ​ແຕ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ​ມີ​ອາ​ຫານ​ການ​ກິນ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ​ເທົ່ານັ້ນ, ຫວຽດ​ນາມ ຍັງ​ມີ​ທ່າ​ແຮງ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ຈິດ​ວີນ​ຍານ​ມີ​​ທີ່​ເລິກ​ເຊິ່ງ​ອີກ​ດ້ວຍ. ປະ​ຈ​ຸ​ບັນ, ຫວຽດ​ນາມ ພວມ​ຕັ້ງ​ໜ້າ​ກະ​ກຽມ​ໃຫ້​ແກ່​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ສິ່ງ​ດັ່ງ​ກ່າວນີ້, ກ່ອນ​ອື່ນ​ໝົດ​ແມ່ນ​ກະ​ກຽມ​ບັນ​ດາ​ຂອງ​ຂວັນ​ໃຫ້​ປະ​ມຸກ​ລັດ, ບັນ​ດາ​ຜູ້​ອຳ​ນວຍ​ການ​ໃຫຍ່​ທີ່​ສັບ​ປະ​ດາ​​ສຸດຍອດ APEC 2017. ​​ບາງ​ເທື່ອຂອງ​ຂວັນ​ນັ້ນ​ຈະ​​ແມ່ນຮູບ​ປັ້ນ​ທີ່​ມີ​ຊື່​ວ່​າ “ແມ່ ແລະ ລູກ”, ເພື່ອ​ນຶກ​ເຖິງ​ເທບ​ນິ​ຍາຍ​ກ່ຽວ​ກັບ​ແມ່ ເອົາ​ເກີ ດ້ວຍ​ພົກ​ໄຂ່ 100 ໜ່ວຍ, ​ ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ຮັກ, ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ຫວຽດ​ນາມ ອອກ​ສູ່​ໂລກ. ພິ​ເສດ, ຮູບ​ປັ້ນ​​ແມ່ ແລະ ລູກ​ນີ້​ຈະ​ຖືກ​ຕັ້ງ​ຢູ່​ຝັ່ງ​ທະ​ເລ ດ່ານັ້ງ, ຊຶ່ງ​ເປັນ​ສະ​ຖານ​ທີ່​​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ APEC 2017 ຢ່າງ​ເປັນ​ທາງ​ການ. ໃນ​ສະ​ພາບ​ທີ່​ການ​ປະ​ທ​ະ​ກັນ, ສົງ​ຄາມ​ພວມ​ມີ​ໄພ​ແຜ່​ລາມ​ອອກ​ຢ່າງ​ກ້​ວາງ​ຂວາງ​ໃນ​ໂລກ, ສານ​ກ່ຽວ​ກັບຄອບ​ຄົວ, ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ​ຄວາມ​ຮັກ​ໃນ​ເລື່ອງ​ລາວນີ້​ແມ່ນມີ​ຄວາມ​ໝາຍ​ທີ່​ສຸດ​ໃຫ້​ໂລກ​ແຫ່ງ​ມີ​ຄວາມ​ມະ​ນຸດ​ສະ​ທຳ​ກ່​ວາ.

        ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​​ດ້ວຍ ລັດ​ຖະ​ບານ​ອາ​ຍຸ​ການ​ໃໝ່, ​ພ້ອມ​ກັບ​ໂຄງ​ການ​ປະ​ຕິ​ຮູບ ໂດຍ​ລັດ​ຖະ​ບານ​ປຸກ​ລະ​ດົມ ແລະ ມີ​ຈິດ​ໃຈ​ສົ່ງ​ເສີມ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ປຸກ​ລຸກ. ຜ່ານ​ການ​ເປັນ​​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC 2017 ນີ້, ຫວຽດ​ນາມ ຈະ​ໝູນ​ໃຊ້​ກາ​ລະ​ໂອ​ກາດ​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ, ຮູບ​ພາບ​ປະ​ເທດ​ຊາດ, ​ສິ່ງສຳ​ຄັນ​ກ່​ວາ​ນັ້ນແມ່ນ​ດຶງ​ດູດ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ, ຮັບ​ໃຊ້​ໃຫ້​ແກ່​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນປະ​ເທດ​ອຸ​ດ​ສາ​ຫະ​ກຳ - ທັນ​ສະ​ໄໝ.

        

ຂ່າວ/ບົດ​ອື່ນ