BRICS ຢັ້ງຢືນການສົ່ງຜົນສະທ້ອນໃນໂລກຫຼາຍຂົ້ວໃໝ່

ຢູ່​ນະ​ຄອນ Ufa, ແຫ່ງ​ສະ​ຫະ​ພັນ​ລັດ​ເຊຍ ພວມ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ອັນ​ດັບ​ໜຶ່ງ​ໃນ​ໂລກ (BRICS) ແລະ ວາ​ລະ​ປະ​ຊຸມ​ສະ​ພາ​ປະ​ມຸກ​ລ​ັດ​ບັນ​ດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ (SCO). ນີ້​ແມ່ນ 2 ເຫດ​ການ​ໃຫຍ່​ຂອງ 2 ກຸ່ມ​ເສດ​ຖະ​ກິດ​ຊຶ່ງ​ໃນ​ປະ​ຈຸ​ບັນ, ລັດ​ເຊຍ​ພວມ​ສວມ​ບົດ​ບາດ​ເປັນ​ປະ​ທານ. ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ​ຍັງ​ບໍ່​ທັນ​ຫຼຸດ​ຜ່ອນ​ລົງ, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ລັດ​ເຊຍ​ຊອກ​ຫາ​ການ​ໜູນ​ຊ່ວຍຂອງ​ບັນ​ດາ​ສະ​ມາ​ຊິກ ແນ​ໃສ່​ແກ້​ໄຂ​ບັນ​ຫາ​ຢູ​ແກຼນ, ພ້ອມ​ທັງ​ຊຸກ​ຍູ້​ບົດ​ບາດ​ນຳ​ພາ​ໃນ​ກຸ່ມ ຊຶ່ງ​ພວມ​ຮັບ​ການ​ຕີ​ລາ​ຄາ​ວ່າ ສາ​ມາດ​ກາຍ​ເປັນກຳ​ລັງ​ສ້າງ​ຄວາມ​ດຸ່ນ​ດຽງ​ໃນ​ໂລກ.

 

BRICS ຢັ້ງຢືນການສົ່ງຜົນສະທ້ອນໃນໂລກຫຼາຍຂົ້ວໃໝ່ - ảnh 1
ຜູ້​ຕາງ​ໜ້າ​ຂັ້ນ​ສູງບັນ​ດາ​ປະ​ເທດ​ສະ​ມາ​ຊິກ BRICS

   ການ​ນຳ​ກວ່າ 20 ທ່ານ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ BRICS, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ ປະ​ມຸກ​ລັດ​ຈາກ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ເອ​ກະ​ລາດ SNG ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ບັນ​ດາ​ການ​ພົບ​ປະ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ໃນ​ຂອບ​ເຂດກອງ​ປະ​ຊຸມ ໄດ້​ເລັ່ງ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ສ້າງ​ກົນ​ໄກ​ພັດ​ທະ​ນ​າ​ຮອບ​ດ້ານ, ດ້ວຍ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ ແມ່ນ​ສ້າງ​ແຫຼ່ງ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ, ແນ​ໃສ່ຫຼີກ​ລ້ຽງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ ບັນ​ດາ​ປະ​ເທດ​ສະ​ມາ​ຊິກຕໍ່​ໜ້າ​ຜົນ​ກະ​ທົບ​ຈາກ​ພາຍນອກ.

  ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ BRICS ຊຶ່ງ​ລວມ​ມີ ບ​ຣາ​ຊິວ , ລັດ​ເຊຍ, ອິນ​ເດຍ, ຈີນ ແລະ ອາ​ຟະ​ລິ​ກາ​ໃຕ້, ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2006 ຕາມ​ຂໍ້​ລິ​ເລີ່ມ​ຂອງ​ລັດ​ເຊຍ ແລະ ໄດ້​ກາຍ​ເປັນ​ກຸ່ມ​ທີ່​ມີ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່ຫຼວງ​ຕໍ່​ນະ​ໂຍ​ບາຍ ແລະ ເສດ​ຖະ​ກິດ​ໂລກ.

     BRICS ໃນ​ປະ​ຈຸ​ບັນ.

   ປະ​ຈຸ​ບັນ, BRICS ກວມ​ເອົາ 26% ຍອດ​ເນື້ອ​ທີ່​ທົ່ວ​ໂລກ, 42% ຈຳນວນ​ປະ​ຊາ​ກອນ​ໂລກ ແລະ 27% ຍອດ​ຈີ​ດີ​ພີທົ່ວ​ໂລກ. ນີ້​ແມ່ນ​ຕະຫຼາດ​ຈຳ​ໜ່າຍ​ທີ່​ພວມ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ໃນ​ໂລກ, ແຕ່​ລະ​ປີ​ປະ​ມານ 500 ຕື້ USD. ໃນ​ຂະ​ນະ​ນັ້ນ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮດ້ວຍ 6 ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ ແລະ 5 ປະ​ເທດ​ສັງ​ເກດ​ການ, ໄດ້​ຮັບ​ຖື​ວ່າ ແມ່ນ​ກຸ່ມ​​ໃໝ່​ທີ່​ມີ​ການເຕີບ​ໂຕ​ຢ່າງ​ແຂງ​ແຮງຢູ່​ຝ່າຍ​ຕາ​ເວັນ​ອອກ. ທະ​ນາ​ຄານ​ໂລກ​ຄາດ​ຄະ​ເນ​ວ່າ ເຖິງ​ປີ 2025, ບັນ​ຊີ​ລາຍ​ຊື່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່ກວ່າ​ໝູ່​ໃນ​ໂລກ ຈະ​ມີ​ການ​ປ່ຽນ​ແປງຫຼາຍ​ພໍ​ສົມ​ຄວນ. ຍອດ​ຈີ​ດີ​ພີ ທົ່ວ​ໂລກ​ບັນ​ລຸ​ປະ​ມານ 100.000 ຕື້ USD, ໃນ​ນັ້ນ, ສະ​ເພາະ 10 ປະ​ເທດ​ແຖວ​ໜ້າ​ຂອງ​ໂລກ​ໄດ້​ກວມ​ເຖິງ 60% ຕົວ​ເລັກ​ດັ່ງ​ກ່າວ ແລະ ມີ​ເຖິງ 3/5 ຈຳ​ນວນບັນ​ດາ​ປະ​ເທດ​ BRICS ແມ່ນນອນ​ໃນ​ບັນ​ຊີ​ລາຍ​ຊື່ 10 ປະ​ເທດ​ເຫຼົ່າ​ນັ້ນ. ຕາມ​ການ​ຕີ​ລາ​ຄາ​ຂອງ ສ.ປ.ຊ ແລ້ວ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ BRICS ແລະ SCO ໃນ​ຮອບ 30 ປີ​ທີ່​ຈະ​ມາ​ເຖິງ ຈະ​ມີ​ຄວາມ​ສາ​ມາດ​ເປັນ​ສິ່ງ​ທ້າ​ທາຍ​ກຸ່ມ​ G7 ໃນ​ເວ​ທີ​ເສດ​ຖະ​ກິດ ແລະ ການ​ເມືອງ​ທົ່ວ​ໂລກ. ແຕ່​ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ, ນັ້ນ​ແມ່ນ​ທັງ​ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ເບິ່ງ​ຄື​ວ່າ ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ຕໍ່​ການ​ພັດ​ທະ​ນາ​ນັບ​ທັງ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ຂອງ BRICS ​ແລະ SCO.

       ໃນ​ຂະ​ນະ​ນັ້ນ, ຕາມ​ທັດ​ສະ​ນະ​ຂອງ ບັນ​ດາ​ປະ​ເທດ​ BRICS, ແນວ​ທາງ​ຂອງ​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ຢາກ​ສວມ​ບົດ​ບາດ​ນຳ​ພາ​ໃນ​ບັນ​ດາ​ວຽກ​ງານ​ສາ​ກົນ​ນັ້ນ ແມ່ນ​ເສັ້ນ​ທາງ​ທີ່​ຜິດ​ພາດ ແລະ ເປັນ​ອັນ​ຕະ​ລາຍ. ສ່ວນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ການ​ສົນ​ທະ​ນາ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ກໍ​ແມ່ນ​ຮູບ​ແບບ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ພົວ​ພັນ​ສາ​ກົນ ແລະ BRICS ພວມ​ຊຸກ​ຍູ້​ວິ​ທີ​ສຳ​ພັດ​ຕາມ​ທິດນີ້, ແນ​ໃສ່​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ຜົນ​ປະ​ໂຫຍດ​ຂອງບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຢ່າງ​ກົມ​ກ່ຽວເພື່ອ​      ເປີດ​ກ້​ວາງ​ບົດ​ບາດ​ສົ່ງ​ຜົນ​ສະ​ທ້ອນ​ຂອງ​ກຸ່ມ. ໃນ​ຕົວ​ຈິງ, ມູນ​ຄ່າ​ແລກ​ປ່ຽນ​ການ​ຄ້າ​ໃນ​ກຸ່ມ BRICS ພວມ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ຕາມ​ການ​ປະ​ເມີນ​ແລ້ວ, ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ປີ 2014 ຂອງ 5 ພື້ນ​ຖານ​ເສດ​ຖະ​ກິດ BRICS ແມ່ນ​ເກືອບ​ເທົ່າ​ກັບ​ລະ​ດັບ ຈີ​ດີ​ພີ ຂອງ​ອາ​ເມ​ລ​ິ​ກາ, ໃ​ນ​ຂະ​ນະທີ່​ໃນ​ປີ 2007, ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ມີ​ຂອບ​ຂະ​ໜາດ​ໃຫ​ຍ່​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່ BRICS ແລະ ກຸ່ມ BRICS ໄດ້​ເປີດ​ກ້​ວາງ​ຂອບ​ເຂດ​ການ​ຮ່ວມ​ມື, ນັບ​ທັງໃນບັນ​ດາ​ຂົງ​ເຂດ​ໃໝ່​ຄື ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ…

       ບົດ​ບາດ​ຊັກ​ຈູງ​ຂອງ​ລັດ​ເຊຍ.

   ນັບ​ຕັ້ງ​ແຕ່​ເມື່ອ​ກາຍ​ເປັນ​ປະ​ທານ​ກຸ່ມ BRICS ໃນ​ວັນ​ທີ 1/1/2015, ລັດ​ເຊຍ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ອາ​ຍຸ​ການ​ຂອງ​ຕົນ. ປະ​ທາ​ນາ​​ທິ​ບໍ​ດີລັດ​ເຊຍ Putin ຖະ​ແຫຼງ​ວ່າ ມົດ​ສ​ກູ ຈະ​ນຳ​ບັນ​ດາ​ແນວ​ຄວາມ​ຄິດ​ໃໝ່​ເພື່ອ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວພຶດ​ຕິ​ກຳຂອງ​ກຸ່ມ​ເພີ່ມ​ຄວາມ​ອຸ​ດົມ​ສົມ​ບູນ. ໜຶ່ງ​ໃນ​ບັນ​ດາ​ທິດ​ທາງ​ທີ່​ສຳ​ຄັນ​ທີ່​ສຸດ ຈະ​ແມ່ນ​ການ​ສ້າງຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ໂລກ​ໃຫ້​ກົມ​ກ່ຽວ​ຢູ່​ໃນ​ທຸກໆ​ຂັ້ນ, ຈາກ​ລະ​ບົບ​ການ​ເງິນ ແລະ ເສດ​ຖະ​ກິດ​ທົ່ວ​ໂລກ​ຕະຫຼອດ​ຮອດ​ບັນ​ຫາ​ຄວາມ​ສະ​ຫງົບ. ເພາະ​ສະ​ນັ້ນ, ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຫົວ​ເລື່ອງ​ເສດ​ຖະ​ກິດ, ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ ແມ່ນ​ເນື້ອ​ໃນ​ບຸ​ລິ​ມະ​ສິດ, ໃນ​ນັ້ນ​ຈຸດ​ສຸມ​ແມ່ນ​ຊຸກ​ຍູ້​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ ໃໝ່ ດ້ວຍ​ຈຳ​ນວນ​ທຶນ 100 ຕື້ USD ພ້ອມ​ກັບ​ການ​ນຳ​ກອງ​ທຶນ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ລວມ​ຂອງ​ກຸ່ມ​ເຂົ້າ​ສູ່​ການ​ເຄື່​ອນ​ໄຫວ. ທະ​ນາ​ຄານ​ແຫ່ງນີ້​ຈະ​ອຸ​ປະ​ຖຳ​ໃຫ້​ແກ່​ບັນ​ດາ​ໂຄງ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ກຸ່ມ​ກໍ​ຄື​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ ແລະ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ໃຫ້​ກູ້​ຢືມ​ທີ່​ສຳ​ຄັນ​ຂອງ​ໂລກ.

     ປະ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ລັດ​ເຊຍ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ມີ​ຄວາມ​ເຄັ່ງ​ຕຶງ, ຕຳ​ແໜ່ງ​ປະ​ທານ​ຂອງ​ລັດ​ເຊຍ​ໃນ​ກຸ່ມ​ BRICS ພວມ​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ລັດ​ເຊຍ​ສະ​ແດງ​ບົດ​ບາດ​ເປັນ​ຜູ້​ຊັກ​ຈູງ​ຂອງ​ກຸ່ມ​. ພ້ອມ​ກັບ​ອິນ​ເດຍ, ຈີນ​ພວມ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ ແລະ ມີ​ຄວາມ​ມັກ​ໃຫ​ຍ່​ໃຝ່​ສູງຫຼາຍ​ຢ່າງ, BRICS ແນ່ນອນ​ວ່າ​ຈະ​ມີ​ຜົນ​ສະ​ທ້ອນ​ໃຫຍ່ກວ່າ​ເກົ່າ​ໃນ​ໂລກຫຼາຍ​ຂົ້ວ​ໃໝ່. BRICS ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຄື​ດັ່ງ​ເຈົ້າ​ພາບເອ​ກະ​ລາດ ແລະ ສາ​ມາດ​ສ້າງ​ຄວາມ​ດຸ່ນ​ດຽງ​ໃນ​ເວ​ທີ​ເສດ​ຖະ​ກິດ, ການ​ເມືອງ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ