COP 21 ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມຮ່ວມກ່ຽວກັບສິດຜົນປະໂຫຍດ ແລະ ພັນທະກ່ອນເວລາຕັດສິນຊີ້ຂາດ


(vovworld)- ກອງ​ປະ​ຊຸມ​ສົນ​ທິ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ສ​ປ​ຊ (COP 21) ໄດ້​ດຳ​ເນີນ​ໄປ​ຢູ່ ປາ​ຣີ ປະ​ເທດ ຝ​ລັ່ງ ແຕ່​ວັນ​ທີ 30/11 ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຳ​ຄັນ. ເຖິງວ່າ​ບັນ​ລຸ​ໄດ້​ສັນ​ຍານ​ຕັ້ງ​ຫນ້າ​ຈຳ​ນວນ​ຫນຶ່ງ ແຕ່​ປະ​ຈ​ຸ​ບັນ ມີ 195 ປະ​ເທດ ຕ້ອງ​ຜ່ານ​ຜ່າ​ຜົນ​ປະ​ໂຫຍດ​ສະ​ເພາະ ເພື່ອ​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງ​ຮ່ວມ​ທົ່ວ​ໂລກ​ໃນ​ທ້າຍ​ວັນ​ທີ 11/12.

COP 21 ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມຮ່ວມກ່ຽວກັບສິດຜົນປະໂຫຍດ ແລະ ພັນທະກ່ອນເວລາຕັດສິນຊີ້ຂາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກ່າວ​ຄຳ​ເຫັນ​ທີ່
ກອງ​ປະ​ຊຸມ COP 21

        ໃນ​ການ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 9 ວັນ, ໝາຍ​ຄວາມ​ວ່າ​ຜ່ານ ¾ ໄລ​ຍະ​ເຈ​ລະ​ຈາ​ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມີ​ສັນ​ຍານ​ຕັ້ງ​ຫນ້າ​ຫລາຍ​ຢ່າງ​ຈາກກອງ​ປະ​ຊຸມ. ມີ ກວ່າ 195 ປະ​ເທດ ໄດ້​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ແຜນ​ຮ່າງ​ຫລຸດ​ຜ່ອນການ​ປ່ອຍອາຍ​ແກ​ສ CO2 ພາຍ​ຫລັງກວ່າ 4 ປີ ​ທີ່ຍື່ນ​ສະ​ເຫ​ນີ​​ທີ່ກອງ​ປະ​ຊຸມ COP 17 ຢູ່ Durban ປະ​ເທດ ອາ​ຟ​ຼິ​ກາ​ໃຕ້. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ແຜນ​ຮ່າງ​ສະ​ບັບ​ນີ້​ຍັງ​ບໍ່​ທັນ​ຢືນ​ຢັນ​ອະ​ນາ​ຄົດ​ສົດ​ໃສ​ກວ່າ​ໃຫ້​ມວນ​ມະ​ນຸດ ຖ້າ​ຫາກ​ໃນ​ມື້​ເຮັດ​ວຽກ​ສຸດ​ທ້າຍ​ຂອງ COP 21 ນີ້ ບັນ​ດາ​ປະ​ເທດບໍ່​ທັນ​ສ້າງ​ຂໍ້​ຕົກ​ລົງ​ມີ​ລັກ​ສະ​ນະ​ຜູກ​ມັດ​ດ້ານ​ກົດ​ໝາຍ​ຍາວ​ນານ.

        ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ

ຮ່າງ​ຂໍ້​ຕົກ​ລົງບັນ​ລຸ​ໄດ້​ນັ້ນ ໄດ້​ຢັ້ງ​ຢືນ​ວ່າ ກຳ​ຈັດ​ລະ​ດັບເພີ່ມ​​ອຸນ​ຫະ​ພູມ​ທົ່ວ​ໂລກ​ຢູ່​ໃນ​ລະ​ດັບ​ຕ່ຳ​ກວ່າ 2 ອົງ​ສາ C ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ອນ​ການ​ປະ​ຕິ​ວັດອຸດ​ສາ​ຫະ​ກຳ. ສິ່ງ​ສຳ​ຄັນ ນັ້ນ​ແມ່ນ ຂໍ້​ຕົກ​ລົງ​ຕ້ອງ​ມີ​ລັກ​ສະ​ນະ​ຜູກ​ມັດ ເຮັດ​ແນວ​ໃດ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ດັ່ງ​ກ່າວ. ແຕ່​ວ່າ ບັນ​ຫາ​ສຳ​ຄັນ ນັ້ນ​ແມ່ນ​ເຮັດ​ແນວ​ໃດ ການ ຜູກ​ມັດ 195 ປະ​ເທດ ຕ້ອງ​ມີ​ຄວາມ​ສະ​ເຫມີ​ພາບ ຂະ​ນະ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ລະ​ດັບ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ ກໍ​ຄື ລະ​ດັບ​ເສດ​ຖະ​ກິດ​ສັງ​ຄົມ​ຂອ​ງ​ບັນ​ດາ​ປະ​ເທດ​ຮັ່ງ​ມີ ແລະ ທຸກ​ຍາກ. ​ເພາະ​ສະ​ນັ້ນ ຕ້ອງ​ຊອກ​ໄດ້​ມາດ​ຕະ​ການ ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍນີ້.

ບັນ​ຫາກໍ່​ຄວາມ​ຂັດ​ແຍ້ງ​ກັນ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ກໍ​ຄື​ເຮັດ​ໃຫ້​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຊື່ງ ສ​ປ​ຊ ຈັດ​ຕັ້ງ​ນັບ​ແຕ່​ປີ 1995 ມາ​ຮອດ​ປະ​ຈຸ​ບັນ ບໍ່​ບັນ​ລຸ​ໝາກ​ຜົນ, ​ບໍ່​ລົງ​ລອຍ​ກັນທັດ​ສະ​ນະ​ກ່ຽວ​ກັບສິດ​ຜົນ​ປະ​ໂຫຍດ ແລະ ພັນ​ທະ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຮັ່ງ​ມີ ແລະ ທຸກ​ຍາກ. ພັນ​ທະ​ປະ​ກອບ​ການ​ເງິນ​ຂອງ​ບັນ​ດາ​ປະ​ເທດ, ບັນ​ຫາ​ອຸ​ປະ​ຖຳ​ຊ່ວຍ​ບັນ​ດາ​ປະ​ເທດ​ທຸກ​ຍາກ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຄຳຮຽກ​ຮ້ອງຂອງ​ບັນ​ດາ​ປະ​ເທດດ້ອຍ​ພັດ​ທະ​ນາ ຢາກ​ມີ​ສິດ​ປ່ອຍ​ອາຍ​ແກ​ສ carbon ແມ່ນ​ຫລາຍກວ່າ​ບັນ​ດາ​ປະ​ເທດ​ຮັ່ງ​ມີ ເພື່ອ​ຮັບ​ປະ​ກັນ​ຄາດ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ, ຍາມ​ໃດ​ກໍ​ແມ່ນ​ຫົວ​ເລື່ອງ​ຖົກ​ຖຽງ​ກັນ. ບັນ​ດາ​ປະ​ເທດ​ທຸກ​ຍາກ ຮ​ຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຮັ່ງ​ມີ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫລາຍກວ່າ ຕໍ່​ຫນ້າ​ສະ​ພາບ​ຫນ່ວຍ​ໂລກ​ອຸ່ນ​ຂຶ້ນ, ເພາະ​ວ່າ ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​​ເຊື້ອ​ເພີງ ມີ cacbon ແລະ hydrocacbon ​ຮັບ​ໃຊ້​ໃຫ້​ຈຸດ​ປະ​ສົງ​ພັດ​ທະ​ນາ​ເສດ​ຖະ​ກິດ, ນັບ​ແຕ່​ພາຍ​ຫລັງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ຕົນ​ເອງ. ໃນ​ຂະ​ນະ​ນັ້ນ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ພັດ​ທະ​ນາ ພັດ​ຖື​ວ່າ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ ຄື ຈີນ ຕ້ອງ​ມີ​ການ​ກະ​ທຳ​ຫລາຍກວ່າ, ເພາະ ບັນ​ດາ​ປະ​ເທດນີ້ ພວມ​ນຳ​ໃຊ້​ເຊື້ອ​ເພີງ​ມີcacbon ແລະ hydrocacbon ເປັນ​ຈຳ​ນວນ​ຫລວງ​ຫລາຍ​ເພື່ອ​ຮ​ັບ​ໃຊ້​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ຕົນ.

ຕ້ອງ​ມີ​ການ​ກະ​ທຳ​ຢ່າງວ່ອງ​ໄວ

        ໂລກ​ປະ​ຈຸ​ບັນ ພວມ​ໃນ​​ໄລ​ຍະ​ແກ້​ໄຂ ແລະ ຈຳ​ກັດ ​ອຸນ​ຫະ​ພູມ​ສະ​ເລ່ຍ​ຂອງ​ທ​ົ່ວ​ໂລກ​ບໍ່​ໃຫ້​ເກີນ​ລະ​ດັບ 2 ອົງ​ສາ C ກ່ອນ​ທ້າຍ​ສັດ​ຕະ​ວັດ​ນີ້. ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ໄດ້​ຢືນ​ຢັນ​ວ່າ: ຖ້າບໍ່​ຄວບ​ຄຸມ​ລະ​ດັບ​​ເພີ່ມ​ຂຶ້ນຂອງອຸນ​ຫະ​ພູມ ​ໄດ້, ຫນ່ວຍພິ​ພົບ ຈະ​ຕົກ​ເຂົ້​່​າ​ສູ່​ໄລ​ຍະ​ໄພ​ພິ​ບັດ​ຮ້າຍ​ແຮງ ແລະ ຍາກ​ທີ່​ຕ່າວ​ປີ້ນ​ໄດ້. ອົງ​ການ​ອະ​ນາ​ໄມ​ໂລກ ຄາດ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ແຕ່​ລະ​ປີ ມີ ກວ່າ 140.000 ​ຄົນເສຍ​ຊີ​ວິດ ແລະ ຕົວ​ເລກນີ້ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ໃນ 30 ປີ​ຈະ​ມາ​ເຖິງ. ໃນ​ຂະ​ນະ​ນັ້ນ ທະ​ນາ​ຄານ​ໂລກ ຄາດ​ຄະ​ເນ​ວ່າ ບັນ​ຫາ​ຫນ່ວຍ​ໂລກ​ອຸ່ນ​ຂຶ້ນ ຈະ​ເຮັດ​ໃຫ້ 100 ລ້ານ​ຄົນ​ຕົກ​ເຂົ້າ​ສູ່​ສະ​ພາບ​ອຶດ​ຫິ​ວ​ທຸກ​ຍາກ, ຂາດ​ແຄນ ສະບຽງ​ອາ​ຫານ, ຢຸກ​ຢາ ແລະ ເຄື່ອງ​ໃຊ້​ປະ​ຈຳ​ວັນ ກ່ອນ​ປີ 2030. ອຸ​ນ​ຫະ​ພູມ, ນ້ຳ​ທະ​ເລ​ເພີ່ມ​ຂຶ້ນ ກໍ​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ຫິ​ມະ​ເປື່ອຍ, ໄພ​ພິ​ບັດ​ຈາກ​ອາ​ກາດ​ຈະ​ເກີດ​ການ​ຜັນ​ແປ​ຜິດ​ປົກ​ກະ​ຕິ, ກໍ່​ຄວາມ​ອັນ​ຕະ​ລາຍ ແລະ ນັບ​ມື້​ນັບ​ເກີດ​ຂຶ້ນ​ຫລາຍກວ່າ. ໃນ​ສອງ​ທົດ​ສະ​ວັດ​ຜ່ານ​ມາ, ໄພ​ນ້ຳ​ຖ້ວມ ໄດ້​ເຮັດ​ໃຫ້ 2,3 ຕື້​ຄົນ, ສ່ວນ​ຫລາຍ​ແມ່ນ​ຢູ່ ອາ​ຊີ ຖືກ​ຜົນ​ສະ​ທ້ອນ. ປະ​ກົດ​ການ El Nino ເກ​ີດ​ຂຶ້ນ​ຢ່າງ​ແຮງ ແລະ ມີ​ທ່າ​ອ່ຽງ​ປ່ຽນ​ແປງ​ຜິດ​ປົກ​ກະ​ຕິ ກໍ​ເຮັດ​ໃຫ້​ໄພ​ແຫ້ງ​ແລ້ງ​ເກີດ​ຂຶ້ນ​ຫລາຍ​ຄັ້ງຢ່າງ​ຮ້າຍ​ແຮງ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ.  ຄາດ​ວ່າ ໄພ​ແຫ້ງ​ແລ້ງນັ້ນ​ໄດ້​ເຮັດ​ໃຫ້ 148.000 ຄົນ​ເສຍ​ຊີ​ວິດ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ ຢູ່ ເອີ​ລົບ. ໄຟ​ໄຫ​ມ້​ປ່າ ກໍ່​ຜົນ​ສະ​ທ້ອນ​ເຖິງ 108.000 ຄົນ, ກໍ່​ຄວາມ​ເສຍ​ຫາຍ​ປະ​ມານ ກວ່າ 11 ຕື້ USD.

ຕັດ​ສິນ​ຊາ​ຕະ​ກຳ​ຂອງມວນ​ມະ​ນຸດ

        ຂອບ​ຂະ​ຫນາດ ແລະ ລະ​ດັບ​ທຳ​ລາຍ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ບໍ່​ອາດ​ຄາດ​ຄະ​ເນ​ລ່ວງ​ຫນ້າ​ໄດ້ ແລະ ບັນ​ດາ​ປະ​ເທດ ລ້ວນ​ແຕ່​ມີ​ຄວາມ​ຮັບ​ຮູ້​ສິ່ງ​ດັ່ງ​ກ່າວ​ຢ່າງ​ຈະ​ແຈ້ງ. ເຖິງ​ຢ່າງ​ໃດ​ກໍ​ຕ​າມ ເພື່​ອ​ຫັນ​ຄວາມ​ຮັບ​ຮູ້​ເປັນ​ການ​ກະ​ທຳ ຈຶ່ງ​ແມ່ນ​ບັນ​ຫາ​ທີ່​ຫນ້າ​ສົນ​ໃຈ.  ບັນ​ຫາ​ນີ້ ຖືກ​ຍົກ​ອອກ​ໃນ​ລາຍ​ການ​ປຶກ​ສາ​ຫາ​ລື​ຂອງກອງ​ປະ​ຊຸມ COP ຫລາຍ​ຄັ້ງ​ກ່ອນນີ້. ແຕ່​ຄວາມ​ປາດ​ຖະ​ຫນາ​ທັງ​ໝົດ​ລ້ວ​ນ​ແຕ່​ຖຶກ​ປະ​ຕິ​ເສດທີ່​ບັນ​ດາ​ວາ​ລະ​ປຶ​ກ​ສາ​ຫາ​ລື​ສຸດ​ທ້າຍ ແລະ  ກອງ​ປະ​ຊຸມ​ COP ຫລາຍ​ຄັ້ງ​ກໍ​ບໍ່ ບັນ​ລຸ​ໝາກ​ຜົນ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ໂລກ​ປະ​ຈຸ​ບັນ ພວມ​ຜ່ານ​ຜ່າ​ການ​ຜັນ​ແປ​ຫລາຍ​ຢ່າງ​ຄື: ກໍ່​ການ​ຮ້າຍ, ບັນ​ຫາ​ຊາວ​ອົບ​ພະ​ຍົບ, ສົງ​ຄາມ, ເຮັດ​ໃຫ້​ແຕ່​ລະ​ປະ​ເທດ​ຍາກ​ທີ່​ສຸມ​ທຸກ​ແຫລ່ງ​ກຳ​ລັງ​ໃຫ້​ຄາດ​ໝາຍ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ເຖິງ​ຢ່າງ​ໃດ​ກໍ​ຕາມ ປະ​ຊາ​ຄົມ​ໂລກ ປາດ​ຖະ​ຫນາ​ວ່າ ດ້ວຍ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ບັນ​ດາ​ຂໍ້​ຕົກ​ລົງ​ທີ່ກອງ​ປະ​ຊຸ​ມ COP 21 ນີ້  ​ບໍ່​ພຽງ​ແຕ່​ມີ​ລັກ​ສະ​ນ​ະ​ການ​ທູດ ເທົ່າ​ນັ້ນ ຫາກ​ຈະ​ແມ່ນ​ບັນ​ດາ​ການຕັດ​ສິນ​ຢ່າງ​ແທ້​ຈິງ, ບັນ​ດາ​ມາດ​ຕະ​ການ​ແທ້​ຈິງ​ຂອງ​ທຸກ​ປະ​ເທດ, ການ​ຕັດ​ສິນ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ