EU – ຈີນ ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ດ້ານ​ການ​ຄ້າ​ດຸ່ນ​ດ່ຽງ

(VOVWORLD) - “ກອງປະຊຸມການເຈລະຈາເສດຖະກິດ ແລະ ການຄ້າຂັ້ນສູງ” ລະຫວ່າງ ສະຫະພາບເອີຣົບ (ອີຢູ) ແລະ ຈີນ ໄດ້ດຳເນີນໃນວັນທີ 25 ກັນຍາ, ຢູ່ປັກກິ່ງ, ຈີນ. ໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງຝ່າຍ ພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ, ການເຈລະຈາຖືກຈັດຂຶ້ນເພື່ອແນໃສ່ຢັ້ງຢືນທີ່ຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສອງຝ່າຍ, ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າໃນໄລຍະມໍ່ໆມານີ້ ແລະ ຊຸກຍູ້ການພົວພັນນີ້ໃນໄລຍະຈະມາເຖິງ.

ທ່ານຮອງນາຍົກລັດຖະມົນຕີ ຈີນ ເຂືອຫຼີເຟິງ ແລະ ທ່ານ Valdis Dombrovskis ຮອງປະທານຄະນະກຳມະການເອີຣົບ ທັງເປັນກຳມະການດ້ານການຄ້າ EU ເປັນປະທານການເຈລະຈາ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ໂດຍຖືວ່າ ການເພີ່ມທະວີການເຈລະຈາສອງຝ່າຍ ແມ່ນບາດກ້າວເດີນສຳຄັນ ເພື່ອປັບປຸງການພົວພັນລະຫວ່າງ EU – ຈີນ.

EU – ຈີນ ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ດ້ານ​ການ​ຄ້າ​ດຸ່ນ​ດ່ຽງ - ảnh 1ທ່ານ Valdis Dombrovskis ຮອງປະທານຄະນະກຳມະການເອີຣົບ ທັງເປັນກຳມະການດ້ານການຄ້າ EU Valdis Dombrovskis ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ເຂືອຫຼີເຟີງ (ພາບ: Reuters/Florence Lo)
ຄວາມເຄັ່ງຕຶງກ່ຽວຂ້ອງເຖິງບັນຫາລົດໄຟຟ້າ ເພີ່ມຂຶ້ນ

       ການພົວພັນ ຈີນ - EU ໃນໄລຍະມໍ່ໆມານີ້ ປະສົບກັບຂໍ້ຂັດແຍ້ງໃນຫຼາຍບັນຫາ, ເຮັດໃຫ້ເກີດການລົງໂທດເຊິ່ງກັນ ແລະ ກັນ. ການສືບສວນຫຼ້າສຸດຂອງ EU ກ່ຽວກັບກະແສລົດໄຟຟ້າ (EV) ລາຄາຖືກຂອງ ຈີນ ຢູ່ຕະຫຼາດຂອງກຸ່ມນີ້ ໄດ້ ແລະ ພວມເປັນປັດໄຈເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃໝ່ໃນການພົວພັນດ້ານການຄ້າລະຫວ່າງສອງຝ່າຍ.

        ວັນທີ 13 ກັນຍາ ຜ່ານມາ, ຄະນະກຳມະການເອີຣົບ (EC) ໄດ້ເປີດການສືບສວນກ່ຽວກັບລົດໄຟຟ້າ ໂດຍ ຈີນ ຜະລິດ, ພ້ອມທັງພວມຊັ່ງຊາຄວາມອາດສາມາດຈັດວາງອັດຕາພາສີລົງໂທດເພື່ອປົກປ້ອງບັນດາບໍລິສັດຜະລິດຂອງ EU. ການກະທຳຂອງ EU ໄດ້ຮັບຖືວ່າ ເພື່ອຮັບມືກັບການເພີ່ມຄວາມໄວໃນການນຳເຂົ້າລົດໂອໂຕໄຟຟ້າ ຈີນ. ເຖິງວ່າ ຫາກໍ່ແຊກຊຶມເຂົ້າຕະຫຼາດ EU, ແຕ່ບັນດາເຄື່ອງໝາຍການຄ້າຂອງ ຈີນ ໄດ້ກວມເອົາ 8% ອັດຕາສ່ວນຕະຫຼາດຢູ່ທະວີບ ແລະ ອັດຕາສ່ວນລົດໄຟຟ້າຂອງ ຈີນ ຢູ່ຕະຫຼາດນີ້ ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເພີ່ມຂຶ້ນທົບ 2 ເທົ່າ ໃນຊຸມປີຈະມາເຖິງ. ສິ່ງດັ່ງກ່າວ ໄດ້ພາໃຫ້ເກີດຄວາມເປັນຫ່ວງກ່ຽວກັບລາຍຮັບຂອງບັນດາບໍລິສັດຜະລິດລົດໂອໂຕຂອງ ເອີຣົບ ອາດຈະຖືກຫຼຸດລົງໂດຍໄວ.

        ກະຊວງການຄ້າ ຈີນ ໄດ້ກ່າວເຕືອນຢ່າງທັນທີຕໍ່ ການສືບສວນ ແມ່ນການກະທຳອາລັກຂາ, ກໍ່ຜົນກະທົບບໍ່ດີຕໍ່ການພົວພັນດ້ານການຄ້າລະຫວ່າງ ຈີນ - EU. ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ບໍ່ວ່າອັດຕາພາສີໃດໆ ເຊິ່ງ EU ຈັດວາງສຳລັບລົດໄຟຟ້າຂອງ ຈີນ ລ້ວນແຕ່ເຮັດໃຫ້ ປັກກິ່ງ ມີການກະທຳໂຕ້ຕອບຄືນ ແລະ ອາດຈະເປັນປັດໄຈເຮັດໃຫ້ເກີດສົງຄາມດ້ານການຄ້າລະຫວ່າງ EU ກັບ ປັກກິ່ງ.

        ໃນຂະນະນັ້ນ, ການພົວພັນດ້ານເສດຖະກິດ ລະຫວ່າງ EU - ຈີນ ພວມຂາດຄວາມດຸ່ນດ່ຽງ ເມື່ອວົງເງິນການຄ້າສອງຝ່າຍ, ເຖິງວ່າ, ບັນລຸໄດ້ລະດັບສະຖິຕິ (ປະມານກວ່າ 923 ຕື້ USD) ໃນ ປີ 2022. ເຊິ່ງເປັນລະດັບສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ, ແຕ່ EU ຮັບຮູ້ວ່າ ການຂາດດຸ່ນການຄ້າແມ່ນເກືອບ 427 ຕື້ USD. ຝ່າຍ EU ຖືວ່າ ຕົວເລກຂາດດຸ່ນການຄ້າດັ່ງກ່າວ ມີສ່ວນໜຶ່ງແມ່ນຍ້ອນບັນດາຂໍ້ຈຳກັດຂອງ ຈີນ ສຳລັບບັນດາບໍລິສັດ ເອີຣົບ. ບັນດາຮົ້ວກີດຂວາງໃນການເຂົ້າເຖິງກັບຕະຫຼາດ ໄດ້ຍູ້ການຂາດດຸ່ນການຄ້າລະຫວ່າງ EU ກັບ ຈີນ ຂຶ້ນສູ່ລະດັບສູງສຸດໃນປະຫວັດສາດ.

ທ່າອ່ຽງພ້ອມກັນຮ່ວມມື ແລະ ສາຍພົວພັນທີ່ຍາກຈະຕັດແຍກອອກຈາກກັນໄດ້

        ໃນສະພາບການນັ້ນ, ຄວາມຕ້ອງການສ້າງສາຍພົວພັນເປັນປົກກະຕິ, ຊຸກຍູ້ການຮ່ວມມືດ້ານການຄ້າດຸ່ນດ່ຽງ ແມ່ນສານຕົ້ນຕໍ ເຊິ່ງທ່ານ Valdis Dombrovskis ຮອງປະທານຄະນະກຳມະການເອີຣົບ ທັງເປັນກຳມະການດ້ານການຄ້າ EU, , ໄດ້ຍົກອອກມາທີ່ການເຈລະຈາ ທີ່ຈັດຂຶ້ນຢູ່ ປັກກິ່ງ ໃນການເດີນທາງໄປຍັງ ຈີນ ຄັ້ງນີ້. ທ່ານ Valdis Dombrovskis ຮຽກຮ້ອງໃຫ້ສອງຝ່າຍຕ້ອງເປີດກວ້າງຕະຫຼາດ, ຊຸກຍູ້ການຄ້າເສລີ ແລະ ຍຸຕິທຳ. ນອກຈາກນັ້ນແລ້ວ, ປັກກິ່ງ ແລະ ບຣຸກແຊນ ຄວນຮ່ວມມືກັນເພື່ອແກ້ໄຂບັນດາບັນຫາທົ່ວໂລກ ເປັນຕົ້ນແມ່ນການຄ້ຳປະກັນດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍຕາມ, ທ່ານກໍເນັ້ນໜັກວ່າ EU ຄວນຫຼຸດຜ່ອນການເອື່ອຍອີງບາງຜະລິດຕະພັນຍຸດທະສາດທີ່ໄດ້ຄັດເລືອກ, ພ້ອມທັງມີການກະທຳທີ່ເໝາະສົມ ແລະ ເປົ້າໝາຍເພື່ອຮັກສາສິດເປັນເຈົ້າຍຸດທະສາດຂອງກຸ່ມ.

        ບັນດານັກຊ່ຽວຊານມີການຕີລາຄາ ໂດຍສັງເຂບວ່າ, ເຖິງວ່າຍັງມີຄວາມບໍ່ລົງລອຍກັນໃຫຍ່ຫຼວງຫຼາຍຢ່າງ ແຕ່ລະຫວ່າງ EU ແລະ ຈີນ ມີຫຼາຍໂອກາດເພື່ອເຈລະຈາ ແລະ ຮ່ວມມື. ທັງສອງຝ່າຍກໍລ້ວນແຕ່ຖືການພົວພັນສອງຝ່າຍໃນປັດຈຸບັນເປັນສຳຄັນ, ພິເສດແມ່ນກ່ຽວກັບດ້ານເສດຖະກິດ. ເອີຣົບ ບໍ່ຢາກມີຄວາມເຄັ່ງຕຶງດ້ານເສດຖະກິດ - ການທູດ ກັບ ຈີນ ຄັ້ງໃດອີກ, ໃນຂະນະທີ່ກຸ່ມນີ້ພວມຢູ່ໃນສະພາວະສູ້ຢັນກັນຮອບດ້ານ ຈີນ. ສ່ວນ ຈີນ ກໍບໍ່ຢາກເຮັດໃຫ້ຄູ່ຮ່ວມມືການຄ້າໃຫຍ່ແຖວໜ້າ ຄື EU ຖືກເສຍຫາຍ.

        ສະພາບການຕົວຈິງ ຊີ້ໃຫ້ເຫັນວ່າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກໃນການພວົພັນດ້ານການເມືອງ, ການຕ່າງປະເທດ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ຈີນ ແລະ ເອີຣົບ ຍັງສືບຕໍ່ເປີດກວ້າງ. ມູນຄ່າການຄ້າຂອງ ຈີນ ທີ່ສົ່ງອອກໄປຍັງຕະຫຼາດ ເອີຣົບ ໃນໄລຍະແຕ່ປີ 2018 ຫາປີ 2022 ໄດ້ເພີ່ມຂຶ້ນທົບ 2 ເທົ່າ. ໃນໄລຍະເຄິ່ງປີ 2023, ຈີນ ຍັງແມ່ນແຫຼ່ງສະໜອງສິນຄ້າໃຫຍ່ສຸດໃຫ້ແກ່ EU. ໃນສະພາບການນັ້ນ, ການເພີ່ມທະວີການເຈລະຈາສອງຝ່າຍ ແມ່ນບາດກ້າວເດີນສຳຄັນເພື່ອໄກ່ເກ່ຍທຸກຂໍ້ກີດຂວາງລະຫວ່າງສອງຝ່າຍ ແລະ “ການເຈລະຈາດ້ານເສດຖະກິດ ແລະ ການຄ້າຂັ້ນສຸງ” ລະຫວ່າງ EU ແລະ ຈີນ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ ແລະ ຊອກຫາມາດຕະການຮັກສາສະຖຽນລະພາບໃນການພົວພັນລະຫວ່າງ EU - ຈີນ ຕາມທິດດຸ່ນດ່ຽງກວ່າ ໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ