ຄຸ້ມ​ຄອງ, ຂຸດ​ຄົ້ນ, ນ້ຳ​ໃຊ້​ເຂດ​ທະ​ເລ ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ການວາງແຜນຜັງ ເຂດທະເລແຫ່ງຊາດ ໄລຍະ 2021  2030, ວິໄສທັດຮອດປີ 2050 ໂດຍຄະນະປະຈຳສະພາແຫ່ງຊາດ ຫາກໍ່ປະກອບຄຳເຫັນຢູ່ ກອງປະຊຸມຄັ້ງທີ 33 (ໃນວັນທີ 13 ພຶດສະພາ), ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ໃນໄລຍະຈະມາເຖິງ. ການວາງແຜນຜັງມີຄວາມໝາຍສຳຄັນ, ແມ່ນເຄື່ອງມືທີ່ມີປະສິດທິຜົນໃຫ້ແກ່ວຽກງານຄຸ້ມຄອງລັດ ກ່ຽວກັບທະເລ, ເພື່ອແນໃສ່ຂຸດຄົ້ນ, ນຳໃຊ້ເຂດທະເລຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາເສດຖະກິດທະເລ.

ຄຸ້ມ​ຄອງ, ຂຸດ​ຄົ້ນ, ນ້ຳ​ໃຊ້​ເຂດ​ທະ​ເລ ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ພາບປະກອບ: TTXVN

ການວາງແຜນຜັງເຂດທະເລແຫ່ງຊາດ, ໂດຍກົມທະເລ ແລະ ໝູ່ເກາະ ຫວຽດນາມ, ກະຊວງຊັບພະຍາກອນ ສິ່ງແວດລ້ອມ ສ້າງຂຶ້ນ ເພື່ອແນໃສ່ກຳນົດທິດໃຫ້ແກ່ບັນດາການເຄື່ອນໄຫວຂຸດຄົ້ນ, ນຳໃຊ້ຊັບພະຍາກອນ ທະເລ, ໝູ່ເກາະທະເລ ຕາມທິດຍື່ນຍົງ, ສ້າງຄວາມເຫັນດີເປັນເອກະພາບໃນລະບົບວາງແຜນຜັງພັດທະນາປະເທດຊາດ, ຊຸກຍູ້ພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບຊີວະນາໆພັນ, ປົກປັກຮັກສາເອກະລາດ, ອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານ ແລະ ຜົນປະໂຫຍດແຫ່ງຊາດ ຢູ່ທະເລຢ່າງໝັ້ນແກ່ນ.

ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດທະເລຢ່າງສຸດຂີດ

ຫວຽດນາມ ແມ່ນປະເທດມີຝັ່ງທະເລຍາວ ກ່ວາ 3.260 ກີໂລແມັດ. ເນື້ອທີ່ບັນດາເຂດນານນ້ຳຂຶ້ນກັບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານແມ່ນ 1 ລ້ານກ່ວາຕາລາງກີໂລແມັດ, ດ້ວຍ 2 ໝູ່ເກາະແມ່ນ ເຈື່ອງຊາ ແລະ ຮ່ວາງຊາ ແລະ ເກາະໃຫຍ່ໜ້ອຍຫຼາຍແຫ່ງ.

ດ້ວຍປະຊາກອນກ່ວາ 50% ດຳລົງຊີວິດຢູ່ 28 ແຂວງ, ນະຄອນແຄມທະເລ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃຫຍ່ ເພື່ອພັດທະນາເສດຖະກິດທະເລ ຄື: ຄົມມະນາຄົມຂົນສົ່ງທາງທະເລ; ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ; ຂຸດຄົ້ນ, ປູກລ້ຽງ ແລະ ປຸງແຕ່ງສິນທະເລ, ພັດທະນາການທ່ອງທ່ຽວທະເລ… ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດຈາກທະເລ ຢ່າງ ສຸດຂີດ, ການວາງແຜນຜັງເຂດທະເລ ແຫ່ງຊາດ ໄດ້ປະກອບສ່ວນພັນຂະຫຍາຍບັນດານະໂຍບາຍສຳຄັນຂອງພັກ ແລະ ລັດ ໃນການຄຸ້ມຄອງລັດ ກ່ຽວກັບທະເລ ແລະ ໝູ່ເກາະ, ພັດທະນາເສດຖະກິດທະເລແບບຍືນຍົງ, ແມ່ນໜ້າທີ່ສຳຄັນ, ເປັນຄັ້ງທຳອິດໄດ້ປະຕິບັດຢູ່ ຫວຽດນາມ.

ການວາງແຜນຜັງເຂດທະເລແຫ່ງຊາດ ໄດ້ອອກແບບຕາມທິດເປີດ ແລະ ເພີ່ມເຕີມ, ບູລະນະໃນຕະຫຼອດໄລຍະພັດທະນາຂອງປະເທດຊາດຢ່າງຕະຫຼອດ. ການວາງແຜນຜັງໄດ້ສ້າງຕັ້ງພາຍໃຕ້ການໜູນຊ່ວຍຂອງບັນດານັກຊ່ຽວຊານ, ນັກວິທະຍາສາດຂັ້ນນຳທີ່ ມາຈາກບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ການສົມທົບ, ແບ່ງປັນຂໍ້ມູນຂ່າວສານ ຂອງບັນດາກະຊວງ, ຂະແໜງການອົງການຂັ້ນສູນກາງ ແລະ 28 ແຂວງ, ນະຄອນຂຶ້ນກັບສູນກາງ ມີທະເລ. ການວາງແຜນຜັງອີງຕາມທັດສະນະລຸ້ລ່ວງແມ່ນຈັດແບ່ງເຂດທະເລ ອີງຕາມລະບົບນິເວດ, ສ້າງພື້ນຖານເຊື່ອມຕໍ່ລະຫວ່າງ ດິນຕໍ່ແຜນກັບທະເລ, ຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ. ທ່ານ ເລມິງເງິນ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເນັ້ນໜັກວ່າ:

ການວາງແຜນຜັງນີ້ ແມ່ນນິຕິກຳສຳຄັນ ໃຫ້ແກ່ບັນດາຄຸ້ມຄອງຊັບພະຍາກອນສິ່ງແວດລ້ອມທະເລ ຕິດພັນກັບບັນດາຂົງເຂດເສດຖະກິດ ເພື່ອພັດທະນາຄວາມສາມາດບົ່ມຊ້ອນທ່າໄດ້ປ່ຽບຂອງບັນດາທ້ອງຖິ່ນ. ພວກເຮົາ ຕ້ອງຕັດສິນໃຈປະຕິບັດໃຫ້ໄດ້. ທັດສະນະໄດ້ກຳນົດຢູ່ 4 ເສົາຄ້ຳນັ້ນແມ່ນ: ຮັບປະກັນແຜນນະໂຍບາຍ, ນະໂຍບາຍຂອງພັກ, ຮັບປະກັນການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັບປະກັນການເຊື່ອມໂຍງເຂົ້າກັບສາກົນ ແລະ ຮັບປະກັນພັດທະນາສິ່ງແວດລ້ອມ ແບບຍືນຍົງ.

ຄຸ້ມ​ຄອງ, ຂຸດ​ຄົ້ນ, ນ້ຳ​ໃຊ້​ເຂດ​ທະ​ເລ ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 2ທ່ານ ເລມິງເງິນ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພາບ: ເຄືອງຈຸງ)

ເຄື່ອງມືຄຸ້ມຄອງເຂດທະເລຢ່າງມີປະສິດທິຜົນ

ໂດຍແມ່ນປະເທດທະເລ, ການກຳນົດການວາງແຜນຜັງເຂດທະເລແມ່ນມີຄວາມຈຳເປັນທີ່ສຸດ, ເພື່ອແນໃສ່ສ້າງຫວຽດນາມ ກາຍເປັນປະເທດເຂັ້ມແຂງກ່ຽວກັບທະເລ, ມີຄວາມຮັ່ງມີຈາກທະເລ. ການວາງຜັນຜັງເຂດທະເລ ກໍ່ເພື່ອແນໃສ່ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບ ບົນພື້ນຖານຮວບຮ່ວມບັນດາແຜນຜັງທີ່ກ່ຽວຂ້ອງ ເພື່ອສ້າງກຳລັງໜູນພັດທະນາເສດຖະກິດ ສັງຄົມ, ວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາທະເລ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ຮັບປະກັນການພັດທະນາແບບຍືນຍົງ, ບົນພື້ນຖານການເຕີບໂຕສີຂຽວ, ສ້າງຄວາມກົມກຽວ ລະຫວ່າງການອະນຸລັກຮັກສາ ແລະ ພັດທະນາ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຖານະບົດບາດ, ທ່າໄດ້ປຽບໃນການປຽບທຽບ, ທ່າໄດ້ປຽບໃນການແກ້ງແຍ້ງຂອງແຕ່ລະຂະແໜງ, ຂົງເຂດ ແລະ ເຂດທະເລ, ເຂດຊາຍຝັ່ງຂອງ ຫວຽດນາມ ຢ່າງສຸດຂີດ, ໃຫ້ບຸລິມະສິດພັດທະນາບັນດາຂະແໜງ ເສດຖະກິດທະເລ, ວຽກງານຄົ້ນຄ້ວາ, ສຳຫຼວດຊັບພະຍາກອນ, ສິ່ງແວດລ້ອມທະເລ ໂດຍພື້ນຖານ, ພິເສດແມ່ນ ແຮ່ທາດຢູ່ພື້ນໃຕ້ທະເລ. ທ່ານ ຟານຊວັນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຢັ້ງຢືນວ່າ:

ການວາງແຜນຜັງເຂດທະເລ ມີຄວາມໝາຍສຳຄັນ ຕໍ່ບັນດາປະເທດ ມີທະເລ, ແມ່ນເຄື່ອງມືສຳຄັນ ເພື່ອຫັນການວາງແຜນຜັງແຫ່ງຊາດເປັນລະອຽດ ແນໃສ່ມຸ່ງໄປເຖິງເປົ້າໝາຍທຸກເຂດທະເລ ຫວຽດນາມ ໄດ້ຮັບການຄຸ້ມຄອງຢ່າງມີປະສິດທິຜົນ ແລະ ນຳໃຊ້ແບບຍືນຍົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເໝາະສົມກັບ ເງື່ອນໄຂທຳມະຊາດ ຂອງເສດຖະກິດສັງຄົມ, ແຮງຕ້ານຢັນ ແລະ ຮັບມືຕໍ່ສິ່ງແວດລ້ອມ… ປະຕິລັດສຳເລັດເປົ້າໝາຍນຳ ຫວຽດນາມ ກາຍເປັນປະເທດ ຮັ່ງມີຈາກທະເລ.

ມະຕິເລກທີ 36 ອອກໃນວັນທີ 22 ຕຸລາ 2018 ຂອງ ກອງປະຊຸມຄັ້ງ 8 ຂອງສູນກາງພັກຊຸດທີ XII ກ່ຽວກັບ “ຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045” ໄດ້ວາງ ເປົ້າໝາຍສັງລວມ ແລະ ເປົ້າໝາຍລະອຽດ ເພື່ອແນໃສ່ນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງກ່ຽວກັບທະເລ. ການວາງແຜນຜັງເຂດທະເລແຫ່ງຊາດ ທີ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາ, ຮັບຮອງເອົາໃນໄລຍະຈະມາເຖິງ ຈະປະກອບສ່ວນເຂົ້າໃນການຄຸ້ມຄອງ, ນຳໃຊ້ຊັບພະຍາກອນຢ່າງເໝາະສົມ, ມີປະສິດທິຜົນ ແລະ ຍືນຍົງ; ປົກປ້ອງ, ອະນຸລັກຮັກສາ ບັນດາຊັບພະຍາກອນທຳມະຊາດ, ລະບົບນິເວດ, ຄຸນຄ່າທຳມະຊາດ - ວັດທະນະທຳ - ປະຫວັດສາດ  ແລະ ຄຸນນະພາບສິ່ງແວດລ້ອມໃນບັນດາເຂດທະເລ ແລະ ໝູ່ເກາະຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ