GDP ເຕີບໂຕສູງ - ສັນຍານທີ່ຕັ້ງໜ້າຂອງພື້ນຖານເສດຖະກິດ

9 ເດືອນ​ທີ່​ຜ່ານ​ມາ, ລະ​ດັບ​ການ​ເຕີບ​ໂຕ GDP ຂອງ​ຫວຽດ​ນາມ​ບັນ​ລຸ 6,5%. ນີ້​ແມ່ນ​ລະ​ດັບ​ເຕີບ​ໂຕ​ສູງກວ່າ​ໝູ່​ເມື່ອ​ທຽບ​ໃສ່ 2-3 ປີມ​ານີ້ ແລະ ເປັນ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ຂອງພື້ນ​ຖານ​ເສດ​ຖະ​ກິດ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ຍັງ​ສາ​ມາດ​ຮັກ​ສາ​ກຳ​ລັງ​ໜູນ​ແກ່ການ​ເຕີບ​ໂຕ, ສ້າງທ່ວ​ງ ທ່າໃຫ້​ແກ່​ການ​ສຳ​ເລັດ​ຄາດ​ໝາຍ​ເຕີບ​ໂຕ 6,5% ທັງ​ປີນີ້.

 

GDP ເຕີບໂຕສູງ - ສັນຍານທີ່ຕັ້ງໜ້າຂອງພື້ນຖານເສດຖະກິດ - ảnh 1
(ພາບ​ປະ​ກອບ)

    ການ​ຟື້ນ​ຟູ​ລະ​ດັບ​ການ​ເຕີບ​ໂຕເສດ​ຖະ​ກິດ ເກືອບ​ຄື​ວ່າ​ໄດ້ມີ​ຂຶ້ນຢ່າງສະ​ໝ່ຳ​ສະ​ເໝີ​ໃນ​ທຸກໆ​ຂົງ​ເຂດ. ກຸ່ມ​ຂະ​ແໜງ​ກະ​ສີ​ກຳ​ເພີ່ມ​ຂຶ້ນ 1,77%. ກຸ່ມ​ຂະ​ແໜງ​ອຸດ​ສາ​ຫະ​ກຳ-ກໍ່ສ້າງ​ເຕີບ​ໂຕ​ສູງກວ່າຫຼາຍ​ເມ​ື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ 3 ປີ​ກ່ອນ, ນີ້​ແມ່ນ​ກຳ​ລັງ​ໜູນ ແລະ ນຳ​ໜ້າ​ໃນ​ການ​ເຕີບ​ໂຕ​ຂອງ​ທັງ​ພື້ນຖານ​ເສດ​ຖະ​ກິດ. ການ​ເຕີບ​ໂຕຂອງ​ກຸ່ມ​ຂະ​ແໜງ​ບໍ​ລິ​ການ ເຖິງວ່າ​ຕ່ຳ​ກ​່​ວາ​ລະ​ດັບ​ເພີ່ມ GDP ຂອງ​ທັງ​ພື້ນ​ຖານ​ເສດ​ຖະກິດກໍ​ຕາມ, ແຕ່​ຍັງ​ຄົງ​ບັນ​ລ​ຸ​ໝາກ​ຜົນ​ທີ່​ໜ້າ​ຊື່ນ​ຊົມ.

     ການ​ຜະ​ລິດ​ຟື້ນ​ຕົວ​ຢ່າງ​ເຫັນ​ໄດ້​ຊັດ.

    ກຳ​ລັງ​ໜູນ​ແກ່ການ​ເຕີບ​ໂຕໃນ 9 ເດືອ​ນ​ທີ່​ຜ່າ​ນມາ , ຕົ້ນ​ຕໍ່ແມ່ນ​ເນື່ອງ​ຈາກ​ການ​ຟື້ນ​ຟູ ແລະ ເຕີບ​ໂຕສູງ​ຂອງ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ເປັນ​ຕົ້ນ​ແມ່ນອຸດ​ສາ​ຫະ​ກຳປຸງ​ແຕ່ງ, ການຜະ​ລິດ. ພ້ອມ​ກັນ​ນັ້ນ, ແມ່ນ​ການ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ຂອງ​ການ​ຜະ​ລິດ ແລະ ສົ່ງ​ອອກຂອງ​ຂົງ​ເຂດ​ວິ​ສາ​ຫະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ. ການ​ໃຊ້​ສອຍ​ຢູ່​ພາຍ​ໃນ​ປະ​ເທດ, ກຳ​ລັງ​ຊື້ ແລະ ຍອດ​ຄວາມ​ຕ້ອງ​ການກໍ​ໄດ້​ຮັບ​ການ​ປົວ​ແປງຫຼາຍ​ພໍ​ສົມ​ຄວ​ນ ຍ້ອນ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ເປັນ​ປົກ​ກະ​ຕິ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ, ການ​ຟື້ນ​ຟູການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ເງິນ​ເຟີ້ຢູ່​ໃນ​ລະ​ດັບ​ຕ່ຳ.

    ນະ​ໂຍ​ບາຍ​ເງິນ​ຕາ​ໄດ້​ຮັບ​ການ​ບໍ​ລິ​ຫານ​ຕາມ​ລະ​ດັບ​ເງິນ​ເຟີ້​ພື້ນ​ຖານ ແລະ ເງິນ​ເຟີ້​ພື້ນ​ຖານແມ່ນ​ຢູ່​ໃນ​ລະ​ດັບ​ແຕ່ 2-3% ຄື​ປະ​ຈຸ​ບັນ ກໍ​ແມ່ນ​ລະ​ດັບ​​ສົມດຸ່ນ, ຊ່ວຍ​ສ້າງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ການ​ເຕີບ​ໂຕເສດ​ຖະ​ກິດ​ແບບ​ຍືນ​ຍົງ.

    ທ່າ​ອ່ຽງ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ ກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບັນ​ດາ​ສັນ​ຍານ​ທີ່​ຕັ້ງ​ໜ້າ. ໃນ 9 ເດືອນ​ຕົ້ນ​ປີ, ມີວິ​ສາ​ຫະ​ກິດ 68.000 ແຫ່ງໄດ້​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ໃໝ່. ​ຈຳ​ນວນທຶນ​ຈົດ​ທະ​ບຽນ ພ້ອມ​ກັບ​ຈຳ​ນວນ​ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ​ຄືນ​ໃໝ່ ກໍ​ເພີ່ມ​ຂຶ້ນ​ເມ​ື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງປີ​ກາຍ. ສິ່ງນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ແຫຼ່ງ​ທຶນ​ສິນ​ເຊື່ອເພີ່ມ​ຂຶ້ນ ໄດ້​ສ້າງ​ກຳ​ລັງ​ໜູນ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ການ​ຜະ​ລິດ​ຂອງ​ກຸ່ມ​ວິ​ສາ​ຫະ​ກິດ. ທ່ານ ຫງວຽນ​ຕູ້​ແອງ ຫົວ​ໜ້າ​ຄະ​ນະ​ຄົ້ນ​ຄ້ວ​າ​ເສດ​ຖະ​ກິ​ດ​ມະ​ຫາ​ພາກ, ສະ​ຖາ​ບັນ​ຄົ້ນ​ຄ້​ວາຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ CIEM ຖື​ວ່າ :

      “   9 ເດືອນ​ທີ່​ຜ່ານ​ມາ, ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ, ພິ​ເສດ​ແມ່ນ​ອຸດ​ສາ​ຫະ​ກຳ​ຜະ​ລິດ. ນິ້​ແມ່ນ​ທ່າ​ອຽງ​ອັນ​ຖືກ​ຕ້ອງ, ເປັນ​ກຳ​ລັງ​ໜູນ​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ອາດ​ຈະ​ເຫັນ​ຢູ່ໃນຂອດ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ ລ້ວນ​ແຕ່ມ​ີ​ປັດ​ໄຈ​ອັນ​ຕັ້ງ​ໜ້າ. ກ່ຽວ​ກັບ​ຍອດ​ການ​ສະ​ໜອງນັ້ນ, ແມ່ນ​ມີ​ການ​ຟື້ນ​ຟູ​ຢ່າງ​ແຂງ​ແຮງ​ທາງ​ດ້ານ​ການ​ລົງ​ທຶນ. ກ່ຽວ​ກັບ​ຍອດ​ຄວາມ​ຕ້ອງ​ການ, 9 ເດືອນຕົ້ນ​ປີ, ວົງ​ເງິນ​ການ​ຂາຍ​ຍ່ອຍ,  ການ​ບໍ​ລິ​ການ​ ແລະ ສິນ​ຄ້າເພີ່ມ​ຂຶ້ນ 9,1% ຊຶ່ງ​ແມ່ນ​ຕົວ​ເລກ​ສູງ​ສຸດ​ໃນ​ຮອບ 5 ປີ​ມານີ້. ທາງ​ດ້ານ​ເນື້ອ​ແທ້, ແມ່ນມີ​ການ​ຟື້ນ​ຟູ​ລະ​ຫວ່າງການ​ສະ​ໜອງ  ແລະ ຄວາມ​ຕ້ອງ​ການ ແມ່ນ​ຍ້ອນ​ມີ​ຜົນ​ກະ​ທົບ​ຈາກ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່. ການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ນີ້ ນຳ​ມາ​ເຊິ່ງ​ຄວາມ​ເປັນ​ປົກ​ກະ​ຕິ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ. ນັບ​ແຕ່​ປີ 2011 ມານີ້, ເກ​ືອບ​ຄື​ວ່າ ພວກ​ເຮົາ​ສາ​ມາດ​ຮັກ​ສາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ຢ່າງ​ດີ. ຍ້ອນ​ການ​ສ້າງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິນັ້ນ, ໄດ້​ສ້າງ​ພື້ນ​ຖານ​ແກ່​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕະຫຼາດຊຶ່ງ​ແມ່ນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ນັກ​ລົງ​ທຶນ ແລະ ຄວາມ​ເຊື່ອ​ໝັ້ນ​ຂອງ​ຜູ້​ບໍ​ລິ​ໂພກ, ອຸ​ປະ​ໂພກ​ ”

   ສ້າງ​ທ່ວງ​ທ່າ​ໃຫ້​ໃຫ້ GDP ເພີ່ມ 6,5% ທັງ​ປີ

ໃນ​ຊຸມ​ເດືອນ​ທ້າຍ​ປີ, ເສດ​ຖະ​ກິດ​ຫວຽດ​ນາມ​ຄາດ​ຄະ​ເນວ​່າ ຍັງ​ຄົງ​ສືບ​ຕໍ່​ຢູ່​ໃນ​ທ່າ​ຟື້ນ​ຕົວ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສາ​ມາດ​ບັນ​ລຸ 6,5% ທັງ​ປີ. ຕາ​ມ​ກົດ​ເກນ​ການ​ຕະຫຼາດແລ້ວ, ລະ​ດັບ​ການ​ເຕີບ​ໂຕ​ໃນ​ໄຕ​ມາດ​ທີ 4 ຈະ​ສູງ​ສຸດ​ໃນ​ປີ​ເພາະ​ມູນ​ຄ່າ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ ແລະ ຄວາມ​ຕ້ອງ​ການ​ໃຊ້​ຈ່າຍ​ຢູ່​ພາຍ​ປະ​ເທດ​ໃນ​ທ້າຍ​ປີເພີ່ມ​ຂຶ້ນຫຼາຍ.

     ຢາກ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕນີ້, ຕ້ອງ​ການ​ມີ​ວິ​ທ​ີ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ, ໃນ​ນັ້ນ​ມີ​ການ​ບໍ​ລິ​ຫານ​ອັດ​ຕາ​ດອກ​ເບ້ຍ​, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາໃຫ້​ເໝາະ​ສົມກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ຢູ່​ພາຍ​ໃນ ແລະ ສາ​ກົນ. ລັດ​ຖະ​ບານ​ຍູ້​ແຮງ​ການສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ຈຸດ​ສຸມ​ແມ່ນ​ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ; ປ່ຽນ​ໃໝ່​ເ​ຕັກ​ໂນ​ໂລ​ຢີ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ, ບັນ​ດາ​ຂະ​ແໜງ​ການ​ຜະ​ລິດ​ທີ​ມີ​ວົງ​ເງິນ​ສົ່ງ​ອອກຫຼາຍ…ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ ກໍ​ຄື​ວິ​ສາ​ຫະ​ກິດ ສືບ​ຕໍ່​ປົດ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງຂອງ​ຫວຽດ​ນາມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ຂົງ​ເຂດ​ການ​ຄ້າ. ທ່ານ ຫງວຽນ​ຕູ້​ແອງ ຫົວ​ໜ້າ​ຄະ​ນະ​ຄົ້ນ​ຄ້ວ​າ​ເສດ​ຖະ​ກິ​ດ​ມະ​ຫາ​ພາກ, ສະ​ຖາ​ບັນ​ຄົ້ນ​ຄ້​ວາຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ CIEM ​ໄຈ້​ແຍກວ່າ: 

    “ ຕົວ​ເລກ 6,5% ແມ່ນ​ເປັນ​ໜ້າ​ຊື່ນ​ຊົມ. ຖ້າ​ຫາກ​ພວກ​ເຮົາ​ຢາກ​ກ້າວ​ຂຶ້ນນັ້ນ, ພວກ​ເຮົາ​ຕ້ອງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ​ໃຫ້​ຕະຫຼາດ​ເຄື່ອນ​ໄຫວຫຼາຍກວ່າໃນ​ການ​ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ, ສ່ວນ​ລັດ​ພຽງ​ແຕ່​ສ້າງ​ສະ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້ງ, ໜູນ​ຊ່ວຍ​ຕະຫຼາດ.”

     ການ​ເຕີບ​ໂຕ​ເສດ​ຖະ​ກິດ​ແມ່ນ​ປັດ​ໄຈ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ຂອງ 5 ເປົ້າໝາຍ​ການ​ເຕີບ​ໂຕ, ເງີນ​ເຟີ້, ດຸ່ນ​ຊຳ​ລະ, ໄພ​ວ່າງ​ເງິນ ແລະ ຄວາມ​ອຶດ​ຫິວ​ທຸກ​ຍາກ. ເລື່ອງ 9 ເດືອນ​ທີ່​ຜ່ານ​ມາ, GDP ຂອງ​ຫວຽດ​ນາມ​ບັນ​ລຸ 6,5% ສູງກວ່າ​ເມື່ອ​ທຽບ​ໃສ່ 2-3 ປີມໍ່ໆ​ມານີ້, ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ສ​ັນ​ຍານ​ທີ່​ຕັ້ງ​ໜ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​ໄກ​ກວ່ານັ້ນ ແມ່ນ​ຫວຽດ​ນາມ​ພວມ​ກ້າວ​ເດີນ​ຢ່າງ​ຖືກ​ທິດ​ໃນການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ