S&P ຫລຸດຜ່ອນລະດັບຄວາມໄວ້ວາງໃຈ ຂອງຫລາຍປະເທດ ອີຢູ່.

ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ Euro(Eurozone) ຜ່ານ​ມື້​ທີ 6 ທີ່ມືດ​ມົວ ​ ໃນ​ວັນ​ທີ 13/1 ເມື່ອ​ບໍລິສັດ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ Standard&Poo’r (S&P) ​ ໄດ້​ຫລຸດ​ ອັນ​ດັບ​ຂອງ 9 ປະ​ເທດສະມາຊິກໃນພາບດຽວ. ​ເລື່ອງ S&P ສືບ​ຕໍ່​ຫລຸດ​​ອັນ​ດັບ​ຂອງບັນດາ​ປະ​ເທດ ອີ​ຢູ ​ແມ່ນການ​ກະທົບ​ບໍ່​ດີ​ເຖິງຄວາ​ມານະ​ພະຍາຍາມ​ຟື້ນ​ຟູ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ ຊຶ່ງ​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ​ເອີ​ລົບ​ພວມ​ຜັນ​ຂະຫຍາຍ ​ເພື່ອ​ກູ້​ເອົາ​ພາກພື້ນ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣທີ່ ພວມ​ຖືກ​ວິ​ກິດ​ການ​ນີ້.

        S&P ຫລຸດ​ຄະ​ແນນ​ໄວ້​ວາງ​ໃຈ​ຂອງຝລັ່ງ ຊຶ່ງ​ແມ່ນ​ພື້ນຖານ​ເສດຖະກິດ​ອັນ​ດັບ​ຫນຶ່ງ​ໃນ​ພາກ​ພື້ນ ຈາກ AAA ລົງ​ AA+. ພ້ອມ​ກັນ​ນັ້ນ, ອີ​ຕາ​ລີ ກໍຖືກ​ຫລຸດອັນ​ດັບລົງ​ BBB+, ​ແອ​ສະ​ປາຍຖືກ​ຫລຸດ 2 ຊັ້ນ ລົງ​ອັນດັບ A. S&P ກໍ​ໄດ້​ຫລຸດ​ລະດັບ​ຄວາມໄວ້​ວາງ​ໃຈ​ດ້ານສິນ​ເຊື່ອ​​ໄລຍະຍາວ​​ຂອງ​ສາທາລະນະ​ລັດ Cyprus, ປວກ​ຕູ​ການ, ອົດ​ສະ​ຕາ​ລິດ, ມານ​ຕາ, Slovakia ​ແລະ Slovenia. ລະດັບ​ຄະ​ແນນ​ຂອງ​​ປະ​ເທດ​ອື່ນ​ຍັງໄດ້​ຮັບ​ການ​ຮັກສາ​ໄວ້ຄື​ເກົ່າ ​ແຕ່ S&P ພັດ​ຈັດ​ບັນດາ​ປະ​ເທດ​ໃນ​ກຸ່ມ​ເອີ​ໂຣທັງ​ໝົດ​ເຂົ້າ​ໃນ​ກຸ່ມ​ບັນດາ​ປະ​ເທດ​ອາດ​ຈະ​​ເກີດ​ການ​ຫຍໍ້​ທໍ້, ​ເວັ້ນ​​​ເສຍແຕ່​ປະ​ເທດ ​ເຢຍລະ​ມັນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະ​ເທດ​ມີ​ຄວາມ​ສະຖຽນລະ​ພາບ. ​ເຖິງ​ວ່າ​ລັດຖະມົນຕີ​ການ​ເງິນ ຝລັ່ງ Francois Baroin ​ໄດ້​ພະຍາຍາມ​ຫລຸດຜ່ອນ​ການ​ກະທົບ​ຈາກ​ເລື່ອງ​ປະ​ເທດ​ຝລັ່ງຖືກ​ຫລຸດ​ຄະ​ແນນ​ຄວາມໄວ້​ວາງ​ໃຈ​ເມື່ອ​ເວົ້າ​ວ່າ: ສິ່ງ​ນີ້​ບໍ່​ແມ່ນ​ຂ່າວ​ຄາວ​ທີ່​ດີ ​ແຕ່​ກໍ​ບໍ່​ແມ່ນ​ໄພພິບັດ“. ​ແຕ່​ໃນ​ຄວາມ​ຈິງ​ແລ້ວ, ​ເລື່ອງ​ຫລຸດຜ່ອນ​ລະດັບ​ສິນ​ເຊື່ອ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ເຖິງ​ຈິດຕະສາດ​ ພິ​ເສດ ​ໃນ​ສະພາບ​ບັນດາ​ພື້ນຖານ​ເສດຖະກິດ​​ເອີ​ລົບ, ​ເປັນ​ຕົ້ນ​ແມ່ນ​ເຢຍລະ​ມັນ ​ແລະ ຝລັ່ງ ພວມ​ມານະ​ພະຍາຍາມ​ຟື້ນ​ຟູ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈຂອງ​ຕະຫລາດ​​​ທີ່​ມີ​ຕໍ່ສະກຸນ​ເງິນ​​ເອີ​ໂຣ. ພາຍຫລັງ S&P ຫລຸດ​ລະດັບ​ຄວາ​ມໄວ້​ວາງ​ໃຈຂອງ​ຫລາຍ​ປະ​ເທດຢູ່ ​ເອີ​ລົບ, ຕະຫລາດ​ຫລັກ​ຊັບ​ຖືກ​ຫລຸດ​ລົງ​ຢ່າງ​ແຮງ. ຢູ່ ອາ​ເມ​ລິ​ກາ, ​ໃນ​ວັນ​ທີ 13/1, ດັດຊະນີ Dow Jones ຫລຸດ 1,1%, S&P 500 ຫລຸດ​ລົງ 1,22% ​ແລະ Nasdaq ຫລຸດ​ລົງ 1,06%. ສ່ວນ​ຢູ່ ​ເອີ​ລົບ, Euro Stoxx ຫລຸດ​ລົງ 1,26%, ບັນດາ​ດັດຊະນີ​ຫລັກ​ຊັບ FTSE 100 ຂອງ​ອັງກິດ​ຫລຸດ​ລົງ 1,2%, CAC 40 ຂອງຝລັ່ງ ຫລຸດ​ລົງ 1,12% ​ແລະ DAX ຂອງ​ເຢຍລະ​ມັນ ຫລຸດ​ລົງ 1,5%. ຜົນ​ກະທົບ​ຮ້າຍ​ແຮງ​ທີ່​ສຸດ​ນັ້ນ​ແມ່ນ​ເລື່ອງ​ຝລ່ັງຊຶ່ງ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ທີສອງ​ໃນ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​ເອີ​​ໂຣຖືກ​ຫລຸດ​ລະດັບ​ຄວາມ​ໄວ້​ວາງ​ໃຈແມ່ນ​ການສະ​ແດງ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຂອງ​ວິ​ກິດ​ການ​ຫນິ້ສິນ​ຂອງ​ລັດ​ຢູ່​ພາກ​ພື້ນ​ນີ້​ພວມ​ປີນ​ຂັ້ນ​ໄດ. ຍ້ອນ​ບັນລຸ​ຄະ​ແນນ AAA, ຊຶ່ງ​ແມ່ນ​​ຄະ​ແນນ​ສູງ​ສຸດ ​ໂດຍ​ອີງ​ບົນ​ນັ້ນ ຝລັ່ງຈຶ່ງໄດ້​ກູ້​ຢືມ​ເງິນ​ດ້ວຍ​ອັດຕາ​ດອກ​ເບ້ຍ​ຕຳ່​ຢູ່​ບັນດາ​ຕະຫລາດ​ການ​ເງິນ, ​ແຕ່​ ໃນ​ສະພາບ​ການ​ຂອງ​ປີ​ນີ້ ປະ​ເທດນີ້​ອາດ​ຈະ​ຕ້ອງກູ້​ຢືມ​ເງິນ​ດ້ວຍ​ອັດຕາ​ດອກ​ເບ້ຍ​ສູງ​ກວ່າ​, Paris ຈະ​ຈຳ​ຫນ່າຍ​ພັນທະ​ບັດ ທີ່​ມີ​ມູນ​ຄ່າ178 ຕື້​​ເອີ​ໂຣ. ບັນດາ​ການ​ເຄື່ອນ​ໄຫວ​ການ​ເງິນ​ຂອງ​ລັດຖະບານ​ຝລັ່ງ ຈະ​ເສຍ​ຄ່າ​ສິ້ນ​ເປືອງ​ຫລາຍ​ກວ່າ, ​ແລະ​ເຮັດ​ໃຫ້​ກອງ​ທຶນ​ຮັກສາ​ ​ດ້ານ​ການ​ເງິນ​ເອີ​ລົບ ຄວາມ​ເປັນ​ປົກກະຕິ FESF, ໃນ​ຊຸມ​ມື້​ຈະ​ມາ​ເຖິງ​ກໍ​ອາດ​ຈະ​ຖືກ​ຫລຸດ​ລະດັບ​ຄວາມ​ໄວ້​ວາງ​ໃຈ, ​ເຮັດ​ໃຫ້​ຫນ້າ​ທີ່​ຂອງ​ກອງ​ທຶນ​ນີ້​ສັບ​ສົນ​ຂຶ້ນ​ຕື່ມ. ບັນດາ​ປະ​ເທດ ​ແລະ ວິ​ສາ​ຫະກິດ​ຢູ່ ​ເອີ​ລົບ​ຫລາຍ​ແຫ່ງ ມີ​​ໄພ​ຕົກ​ເຂົ້າ​ສູ່​ສະພາບ​ການ​ຫຍຸ້ງຍາກ​ທີ່​ສຸດ ຍ້ອນ​ບໍ່​ມີ​ແຫ​ລ່ງ​ເງິນ ​ແລະ ບ້ວງ​ເງິນ​ຫນູນ​ຊ່ວຍ​ຂອງ​ລັດຖະບານອີກ. ​ໃນ​ຂະນະ​ນັ້ນ , ບັນດາ​ທະນາຄານ Eurozone ພ​ວມຕ້ອງການ​ 280 ຕຶ້​ເອີ​ໂຣຢ່າງ​ຮີບ​ດ່ວນ ​ເພື່ອຊຳລະ​ບັນດາ​ບ້ວງ​ຫນິ້ສິນ​ໃນ​ໄຕ​ມາ 1 ປີ 2012 ຕາມ​ກຳນົດ. ສ່ວນ ​ເຄຼັກ ຖ້າ​ບໍ່​​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຊ່ວຍ​ໃຫມ່​ລວມມູນ​ຄ່າ 130 ຕຶ້​ເອີ​ໂຣ ຈາກ​ອີ​ຢູ, ທະນາຄານ​ສູນ​ກາງ ​ເອີ​ລົບ ECB ​ແລະ​ກອງ​ທຶນ​ເງິນຕາ​ສາກົນ IMF ​ເພື່ອ​ຊຳລະ​ພັນທະບັດ​ສ່ວນ​ຫນຶ່ງ​ທີ່​ຮອດ​ການ​ກຳນົດ​ຊຳລະ ກໍ​ພັດ​ຕ້ອງ​ປະກາດ​ບໍ່​ມີ​ຄວາມ​ສາມາດ​ຊຳລະ​ບ້ວງ​ຫນິ້ສິນ​ຂອງ​ລັດ​​ໃນ​ເດືອນ 3 ຈະ​ມາ​ເຖິງ​ໄດ້. ຄຽງ​ຂ້າງ​ນັ້ນ ​ເລື່ອງ​ຝລັ່ງ ຖືກ​ຫລຸດ​ຄະ​ແນນ ​ໄດ້​ທຳລາຍ​ຄວາມ​ດຸນ​ດ່ຽງ​ທີ່​ບໍ​ໝັ້ນທ່ຽງ​ປານ​ໃດລະຫວ່າງ ຝລັ່ງ ​ແລະ ​ເຢຍລະ​ມັນ ​ແລະ ທ່ານ​ນາງ Angela Merkel  ​ແລະ ຜູ້ອຳນວຍການ IMF Christine Lagarde ຈະ​ແຜ​ມ່ນຜູ້ຕັດສິນ​ນະ​ໂຍບາຍ​ຢູ່​ເອີ​ລົບ.​ ພາຍຫລັງ S&P ປະກາດ​ຫລຸດ​ລະດັບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ຫລາຍ​ປະ​ເທດ​ຢູ່​ເອີ​ລົບ, ທ່ານ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel  ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຍູ້​ແຮງ​ການ​ປະຕິ​ຮູບ​ພາກ​ພື້ນ​ນຳ​ໃຊ້​ສະກຸ​ນ​ເງິນ​ເອີ​ໂຣ ​ແລະ ​ເນັ້ນ​ຫນັກ​ວ່າ:“ພວກ​ເຮົາ​ພວມ​ຢືນ​ຢູ່​ຕໍ່ຫນ້າ​ສິ່ງ​ທ້າ​ທາຍ ຕ້ອງ​ປະຕິບັດ​ສົນທິສັນຍາ​ການ​ເງິນ​ຢ່າງ​ວ່ອງ​ໄວ ​ແລະ ພວກ​ເຮົາ​ຕ້ອງ​ປະຕິບັດ​ຢ່າງ​​ເດັດຂາດ ຫາກ​ບໍ່​ພຽງ​ແຕ່​ມານະ​ພະຍາຍາມ​ຜ່ອນ​ຄາຍ​ສະພາບ​ການ​ເທົ່າ​ນັ້ນ. ພວກ​ເຮົາ​ຈະ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເລ່ືອງ​ນຳ​ກອງ​ທຶນ​ຮັກສາ​ການ​ເງິນ​ເປັນ​ປົກກະຕິ​ເຂົ້າ​ເຄື່ອນ​ໄຫວ​ຍິ່ງ​ໄວ​ກໍ​ຍິ່ງ​ດີ. ສິ່ງ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ​ເພື່ອ​ບັນລຸ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ. ​ໃນ​ສະພາບ​ການ​ນັ້ນ ບັນດາ​ປະ​ເທດ ອີ​ຢູ ສ່ວນຫລາຍ​ບໍ່​ບັນລຸລະດັບ​​ການ​ເຕີບ​​ໂຕ​​. ​ເກືອບ​ຄື​ວ່າ ທັງ​ເອີ​ລົບ, ​ໃນ​ນັ້ນ ລວມມີ​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​​ເອີ​ໂຣ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ກຳລັງ​ດັນຈາ​ການ​ຫລຸດຜ່ອນ​ລາຍ​ຈ່າຍ​ລົງ ​ເພື່ອ​ຊຳລະ​ຫນິ້ສິນ. ​ແລະ ມາ​ຮອດ​ປະຈຸ​ບັນ ບັນດາ​ນັກ​ວາງ​ແຜນ​ກຳນົດ​ນະ​ໂຍບາຍ ອີ​ຢູ ຍັງ​ຄົງ​ບໍ່​ທັນ​ຊອກ​ໄດ້​ສຽງ​ເວົ້າ​ລວມທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ແນວທາງ​ເສດຖະກິດ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ຫນິ້ສິນ. ​ເລື່ອງ S&P ຫລຸດ​ອັນ​ດັບທີ່​ມີ​ຕໍ່​ປະ​ເທດ​ຈຳນວນ​ຫນຶ່ງ​ຢູ່​ເອີ​ລົບ ບໍ່​ແມ່ນ​ເລື່ອງ​ບັງ​ເອີນ. ​ແຕ່​ຜົນ​ຈາກ​ເລື່ອງ​ຫລຸດ​​ອັນ​ດັບ​ນີ້​ຈະ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ເອີ​ລົບ​ຖືກ​ເສຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ວິ​ກິດ​ການ​ຫນິ້ສິນ​ຂອງ​ລັດ ຢູ່​ເອີ​ລົບ ​ບໍ່​ທັນ​ຊອກ​ຫາ​ວິທີ​ແກ້​ໄຂ​ໄດ້​ ຈະ​ເຮັດ​ໃຫ້​ສະພາບ​ນັບ​ມື້​ນັບ​ຮ້າຍ​ແຮງ​ກວ່າ ຖ້າ​ຫາກ​ໃນ​ການ​ປະຊຸມ​ຈຸດ​ຂຶ້ນ​ທ້າຍ​ເດືອນ​ນີ້ ບັນດາ​ການ​ນຳ​ເອີ​ລົບ​ຍັງ​ຄົງ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ທີ່​ຈຳ​ເປັນ./.

ດ່ວານທີຈູງ       

ຕອບກັບ

ຂ່າວ/ບົດ​ອື່ນ