ກົດໝາຍວ່າດ້ວຍສື່ມວນຊົນ: ການປ່ຽນແປງໃໝ່ຕອບສະໜອງຄວາມຕ້ອງການໃນຕົວຈິງ

ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບ​ັບ​ປັບ​ປຸງ)​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ເມື່ອ​ວັນ​ທີ 5/4/2016, ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທືຶ່ອ​ທີ 11 ແລະ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 1/1/2017. ມີ​ເຖິງ 9 ຈຸດ​ໃໝ່ໃນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສິດ​ເສ​ລີ​ທາງ​ສື່ມວນ​ຊົນ, ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ​ທາງ​ສື່ມວນ​ຊົນ, ເປົ້າ​ໝາຍ​ສ້າງ​ຕັ້ງ​ອົງ​ການ​ສື່ມວນ​ຊົນ, ພິ​ເສດ​ແມ່ນ​ບັນ​ດາ​ຈຸດ​ໃໝ່​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຮ່​ວມ​ສຳ​ພັນ​ໃນ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນ, ຈັນ​ຍາ​ບັນ​ໃນ​ການ​ປະ​ກອບ​ອາ​ຊີບ​ເປັນ​ນັກ​ຂ່າວ. ຈຸດ​ໃໝ່​ເຫຼົ່າ​ນີ້ ແມ່ນ​ຈຳ​ເປັນ, ສ້າງກອບ​ກົດ​ໝາຍ​ເພື່ອ​ໃຫ້​ສື່ມວນ​ຊົນ​ພັດ​ທະ​ນາ​ຢ່າງ​ແທດ​ເໝາະ​ກັບ​ພຶດ​ຕິ​ກຳ​ພັດ​ທະ​ນາ​ຂອງ​ປະ​ເທດ.

 

ກົດໝາຍວ່າດ້ວຍສື່ມວນຊົນ: ການປ່ຽນແປງໃໝ່ຕອບສະໜອງຄວາມຕ້ອງການໃນຕົວຈິງ - ảnh 1
ພາບ​ປະ​ກອບ

     ໜຶ່ງ​ໃນ​ບັນ​ດາ​ຈຸດ​ໃໝ່​ຂອງ ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບັບ​ປັບ​ປຸງ) ແມ່ນ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ອ​ົງ​ການ​ສື່ມວນ​ຊົນ​ເປີດ​ກ້​ວາງ​ການ​ຮ່ວມ​ສຳ​ພັນ​ເພື່ອ​ເຄື່ອນ​ໄຫວ. ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນກໍ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ ສິດ​ເສ​ລີ​ທາງ​ສື່ມວນ​ຊົນ, ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ​ທາງ​ສື່ມວນ​ຊົນຕາມ​ແນວ​ຄິດ​ທີ່​ກ້າວ​ໜ້າ​ກ່ຽວ​ກັບ​ການ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ທີ່​ໄດ້​ລະ​ບຸ​ໃນ​ລັດ​ຖະ​ທຳ​ມະ​ນູນ ປີ 2013.

    ຮ່ວມ​ສຳ​ພັນ​ແຕ່ບໍ່​ຫັນ ​ສື່ມວນ​ຊົນ​ເປັນ​ເອ​ກະ​ຊົນ

  ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ການ​ຮ່​ວມ​ສຳ​ພັນ​ໃນ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນໄດ້​ປະ​ຕິ​ບັດ​ດ້ວຍຫຼາຍ​ຮູບ​ການ​ເພື່ອ​ສ້າງ​ໃຫ້​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສື່ມວນ​ຊົນ​ບາງ​ຢ່າງ​ເຊັ່ນ: ເວບ​ໄຊ, ສິ່ງພິມ, ບັນ​ດາ​ລາຍ​ການ​ວິ​ທະ​ຍຸ​ໂທ​ລະ​ພາບ​ໂດຍ​ຮ່ວມ​ສຳ​ພັນ. ປະ​ຈຸ​ບັນ, ທົ່ວ​ປະ​ເທດ​ມີ 1610 ເວບ​ໄຊ​ສັງ​ລວມ, ໃນ​ນັ້ນ​ມີ 251 ເວບ​ໄຊ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ. ການ​ພັດ​ທະ​ນາ​ຢ່າງ​ແຂງແຮງຂອງ​ສື່ມວນ​ຊົນ​ຂອງວ​ບັນ​ດາ​ເວບ​ໄຊ​ໄດ້​ພາ​ໄປ​ເຖິງ​ການ​ແກ່ງ​ແຍ້ງ​ດ້ານ​ຂໍ້​ມູນ​ຂ່າວ​ສານ, ເສື່ອນ​ຄຸນ​ນະ​ພາບ​ຂອງ​ຂ່າວ​ຄາວ.

    ໃນ​ສະ​ພາບ​ການ​ດັ່ງ​ກ່າວ, ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ (ສະ​ບ​ັບ​ປັບ​ປຸງ)​ ໄດ້​ມີ​ການ​ດັດ​ແປງ​ເພື່ອ​ໃຫ້​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ທາງ​ສື່ມວນ​ຊົນ​ເຂົ້າ​ສູ່​ແທດ​ຈິງກວ່າ. ລະ​ອຽດ, ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບ​ັບ​ປັບ​ປຸງ)​ ໄດ້​ຊີ້​ແຈ້ງວ່າ ບັນ​ດາອ​ົງ​ການ​ສື່ມວນ​ຊົນ​ໄດ້​ຮັບ​ອະ​ນຸ​ຍາດ​ຮ່ວມ​ສຳ​ພັນໃນ​ການ​ເຄື່ອນ​ໄຫວ​ທາງ​ສື່ມວນ​ຊົນ​​ກັບ​ອົງ​ການ​ສື່ມວນ​ຊົນ​ອື່ນໆ, ກັບ​ນິ​ຕິ​ບຸກ​ຄົນ,ສ່ວນ​ບຸກ​ຄົນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຢ່າງ​ເໝາະ​ສົມ​ໃນ​ຂົງ​ເຂດ​ຮ່ວມ​ສ​ຳ​ພັນ. ເປັນ​ອັນ​ວ່າ ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບ​ັບ​ປັບ​ປຸງ)​ໄດ້​ເປີດ​ກ້​ວາງກວ່າ​ເມື່ອ​ຍົກ​ອອກ​ບັນ​ດາ​ມາດ​ຖານ​ດ້ານ​ກົດ​ໝາຍ​ທີ່​ອະ​ນຸ​ຍາດ​ເປີດ​ກ້​ວາງ​ການ​ຮ່ວມ​ສຳ​ພັນ​ໃນ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນ ແລະ ຍັງ​ສາ​ມາດ​ຮັບ​ປະ​ກັນບໍ່​ຫັນ ​ສື່ມວນ​ຊົນ​ເປັນ​ເອ​ກະ​ຊົນ. ການ​ເປີດ​ກ້​ວາງນີ້ ແມ່ນ​ຈຳ​ເປັນ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ຍຸດ​ຕິ​ທຳ, ເປີດ​ກ້​ວາງ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ຊ່ວຍ​ບັນ​ດາ​ປະ​ເພດສື່ມວນ​ຊົນ​ພັດ​ທະ​ນາ.

     ເປີດ​ກ້​ວາງສິດ​ເສ​ລີ​ພາບ​ທາງ​ສື່ມວນ​ຊົນ, ເຊີດ​ຊູ​ຄວາມ​ຮັບ​ຜິດ​ຊອບ​ພົນ​ລະ​ເມືອງ​ຂອງ​ນັກ​ຂ່າວ.

     ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບ​ັບ​ປັບ​ປຸງ)​ ກໍ​ໄດ້​ກຳ​ນົດ​ລະ​ອຽດ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ແກ່​ສື່ມວນ​ຊົນ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ. ເພື່ອ​ປົກ​ປ້ອງ​ແຫຼ່ງ​ຂ່າວ​ສື່ມວນ​ຊົນ ແລະ ສິດ​ປະ​ຕິ​ບັດ​ວຽກ​ງານ​ສື່ມວນ​ຊົນ​ຂອງ​ນັກ​ຂ່າວ, ກົດ​ໝາຍ​ໄດ້​ກຳ​ນົດ​ວ່າ ອົງ​ການ​ສື່ມວນ​ຊົນ, ນັກ​ຂ່າວ​ພຽງ​ແຕ່​ຕ້ອງ​ເປີດ​ເຜີຍ​ຜູ້​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານເມື່ອ​ມີ​ການ​ສະ​ເໜີ​ເປັນ​ລາຍ​ລັກອັກ​ສອນຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ທີ່​ມີ​ໜ້າ​ທີ່ ແລະ ມີ​ສິດ​ອຳ​ນາດ​, ພ້ອ​ມ​ທັງ​ສະ​ເໜີ ອົງ​ການ​ສຳ​ນັກ​ງານ​ທີ່​ມີ​ໜ້າ​ທີ່ຕ້ອງ​ຮັບ​ຜິດ​ຊອບ​ປົກ​ປ້ອງ​ຜູ້ ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ພາຍຫຼັງ​ທີ່​ຊື່​ຂອງ​ເຂົາ​ເຈົ້າ​ໄດ້ເປີດ​ເຜີຍ. ນັກ​ຂ່າວ​ໄດ້​ຮັບ​ການ​ປົກ​ປ້ອງ​ການ​ເຄື່ອນ​ໄຫວ, ມີ​ສິດ​ໄປ​ຫາ ອົງ​ການ​ສຳ​ນັກ​ງານ​ທີ່​ມີ​ໜ້າ​ທີ່​ເພື່ອ​ເອົາ​ຂ່າວ. ບັນ​ດາອົງ​ການ​ສຳ​ນັກ​ງານ​ທີ່​ມີ​ໜ້າ​ທີ່ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ເອ​ກະ​ສານ​ທີ່ບໍ່​ແມ່ນ​ເອ​ກະ​ສານ ແລະ ຂ່າວ​ລັບ​ຂອງ​ລັດ, ຄວາມ​ລັບ​ຂອງ​ສ່ວນ​ບຸກ​ຄົນ ແລະ ຄວາມ​ລັບ​ອື່ນ​ໆ​ຕາມ​ລະ​ບຽບ​ກົດ​ໝາຍ​ໄດ້​ກຳ​ນົດ. ບັນ​ດາ ອົງ​ການ​ສຳ​ນັກ​ງານ​, ຜູ້​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ມີ​ສິດ ແລະ​ພັນ​ທະ ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ແກ່ ​ສື່ມວນ​ຊົນ. ການຫຼົບ​ຫຼີກ ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ແກ່ ​ສື່ມວນ​ຊົນ ແມ່ນ​ການ​ກະ​ທຳ​ລະ​ເມີດ​ຕ້ອງ​ປັບ​ໄໝ​ທາງ​ບໍ​ລິ​ຫານ. ກົດ​ໝາຍ​ກໍ​ເກືອດ​ຫ້າມ​ການ​ນາບ​ຂູ່​ຕໍ່​ຊີ​ວິດ​ອີນ​ຊີ, ແຕະ​ຕ້ອງ​ເຖິງ​ກຽດ​ສັກ​ສີ​ຂອງ​ນັກ​ຂ່າວ, ຂັດ​ຂວາງ​ການ​ເຄື່ອນ​ໄຫວ​ອາ​ຊີບ​ຢ່າງ​ຖືກ​ຕ້ອງຂອງນັກ​ຂ່​າວ…

      ການ​ອະ​ນຸ​ຍາດ​ຮ່ວມ​ສຳ​ພັນ​ໃນ​ການ​ເຄື​ອ່ນ​ໄຫວ​ທາງ​ ​ສື່ມວນ​ຊົນໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ທັນ​ການ ແລະ ຖືກ​ຕ້ອງ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ​ໃນ​ຂົງ​ເຂດ ​ສື່ມວນ​ຊົນ, ສ້າງກອບ​ກົດ​ໝາຍ​ທີ່​ສຳ​ຄັນ​ໃຫ້​ແກ່​ພາ​ລະ​ກິດ ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ​ໃຫ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ປະ​ກອບ​ສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ