(vovworld)- ທີ່ວາລະປະຊຸມຄັ້ງທີ 3 ຂອງ ຄະນະປະຈຳສະພາແຫ່ງຊາດຊຸດທີ XIV ດຳເນີນໃນວັນທີ 12 -22/9/2016 ໄດ້ປຶກສາຫາລືເນື້ອໃນຂອງກົດໝາຍວ່າດ້ວຍສະມາຄົມ, ເພື່ອແນໃສ່ສ້າງຮ່າງກົດໝາຍສະບັບນີ້ໃຫ້ສົມບູນແບບ, ຍື່ນສະເຫນີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາໂດຍໄວ ແລະ ຜັນຂະຫຍາຍໃນພຶດຕິກຳຕົວຈິງ. ສານຂອງຮ່າງກົດໝາຍວ່າດ້ວຍສະມາຄົມ ນັ້ນແມ່ນລັດຮັບປະກັນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງປະຕິບັດສິດສ້າງຕັ້ງສະມາຄົມ ຕາມຂໍ້ກຳນົດຂອງລັດຖະທຳມະນູນ.
ສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືກ່ຽວກັບກົດໝາຍ
ວ່າດ້ວຍສະມາຄົມ
ພາບ:quochoi.vn
|
ບັນດາສະມາຄົມຢູ່ຫວຽດນາມ ໄດ້ພັດທະນາເປັນຫລາຍຮູບຫລາຍແບບ ດ້ວຍຂອບຂະຫນາດ, ຂອບເຂດ ແລະ ລັກສະນະເຄື່ອນໄຫວແຕກຕ່າງກັນ. ໄລ່ມາຮອດເດືອນ 12/2014, ທົ່ວປະເທດ ມີ 52.565 ສະມາຄົມ, ໃນນັ້ນ ມີ 483 ສະມາຄົມເຄື່ອນໄຫວໃນຂອບເຂດທົ່ວປະເທດ ແລະ 52.082 ສະມາຄົມເຄື່ອນໄຫວໃນຂອບເຂດທ້ອງຖິ່ນ. ມີສະມາຄົມຈຳນວນຫນຶ່ງໄດ້ຮັບການກຳນົດວ່າແມ່ນ ອົງການຈັດຕັ້ງການເມືອງສັງຄົມ, ອົງການຈັດຕັ້ງການເມືອງ - ສັງຄົມ- ວິຊາຊີບ. ບັນດາສະມາຄົມທີ່ຍັງເຫລືອໄດ້ຮັບການກຳນົດວ່າແມ່ນອົງການສັງຄົມ - ວິຊາຊີບ, ອົງການຈັດຕັ້ງສັງຄົມ - ມະນຸດສະທຳ. ບັນດາສະມາຄົມນັບມື້ນັບມີບົດບາດຕັ້ງຫນ້າໃນການໃຫ້ຄຳປຶກສາ, ໄຈ້ແຍກຕີລາຄາບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ບັນດາລາຍການ, ໂຄງການພັດທະນາເສດຖະກິດ, ສັງຄົມຂອງລັດຖະບານ ແລະ ຂອງທ້ອງຖິ່ນ.
ສິດສ້າງຕັ້ງສະມາຄົມຂອງພົນລະເມືອງໄດ້ລະບຸໄວ້ໃນລັດຖະທຳມະນູນ
ສາຍເຫດທີ່ ຫວຽດນາມ ມີສະມາຄົມ, ອົງການຈັດຕັ້ງສະມາຄົມ, ສະຫະສະມາຄົມມີຈຳນວນຫລາຍຄືແນວນັ້ນ ກໍຍ້ອນວ່າສິດສ້າງຕັ້ງສະມາຄົມໄດ້ຮັບຖືວ່າແມ່ນຫນຶ່ງໃນບັນດາສິດພື້ນຖານຂອງພົນລະເມືອງ ຊື່ງລັດຫວຽດນາມ ໄດ້ຮັບຮູ້ຢ່າງຈະແຈ້ງໃນລັດຖະທຳມະນູນສະບັບຕ່າງໆ. ລະອຽດຄື, ໃນມາດຕາ 10 ໃນລັດຖະທຳມະນູນສະບັບທຳອິດ ໃນປີ 1946 ໄດ້ຊີ້ແຈ້ງວ່າ: “ພົນລະເມືອງຫວຽດນາມ ມີສິດເສລີໃນການປາກເວົ້າ, ສິດເສລີໃນການພິມຈຳຫນ່າຍ, ສິດເສລີໃນການຈັດຕັ້ງ ແລະ ໂຮມປະຊຸມ, ສິດເສລີໃນການເຫລື້ອມໃສ, ສິດເສລີໃນການຕັ້ງພູມລຳເນົາ, ໄປມາຢູ່ພາຍໃນປະເທດ ແລະ ອອກໄປຕ່າງປະເທດ”. ໃນມາດຕາ 25 ຂອງລັດຖະທຳມະນູນປີ 1959 ພັດຊີ້ແຈ້ງວ່າ: “ພົນລະເມືອງ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ມີບັນດາສິດເສລີໃນການປາກເວົ້າ, ທາງສື່ມວນຊົນ, ການໂຮມປະຊຸມ, ສ້າງຕັ້ງສະມາຄົມ ແລະ ການແຫ່ຂະບວນປະທ້ວງ. ລັດຮັບປະກັນບັນດາເງື່ອນໄຂດ້ານວັດຖຸທີ່ຈຳເປັນເພື່ອໃຫ້ພົນລະເມືອງໄດ້ຊົມໃຊ້ບັນດາສິດນັ້ນ.” ໃນມາດຕາ 67 ຂອງລັດຖະທຳມະນູນປີ 1980 ໄດ້ລະບຸວ່າ: “ພົນລະເມືອງມີບັນດາສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນ, ສິດເສລີໃນການໂຮມປະຊຸມ, ສິດເສລີໃນການສ້າງຕັ້ງສະມາຄົມ, ສິດເສລີໃນການແຫ່ຂະບວນປະທ້ວງເໝາະສົມກັບຜົນປະໂຫຍດຂອງສັງຄົມນິຍົມ ແລະ ຂອງປະຊາຊົນ”. ໃນມາດຕາ 69 ຂອງລັດຖະທຳມະນູນປີ 1992 ໄດ້ກຳນົດວ່າ” ພົນລະເມືອງມີສິດເສລີໃນການປາກເວົ້າ, ສິດເສລີໃນສື່ມວນຊົນ, ມີສິດໄດ້ຮັບຂໍ້ມູນຂ່າວສານ, ມີສິດໂຮມປະຊຸມ, ສ້າງຕັ້ງສະມາຄົມ, ແຫ່ຂະບວນປະທ້ວງຕາມທີ່ໄດ້ກຳນົດໃນກົດໝາຍ. ໃນມາດຕາ 25 ຂອງລັດຖະທຳມະນູນປີ 2013 ໄດ້ຢັ້ງຢືນ : “ພົນລະເມືອງມີສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນ, ສຳພັດກັບຂໍ້ມູນຂ່າວສານ, ໂຮມປະຊຸມ, ສ້າງຕັ້ງສະມາຄົມ, ແຫ່ຂະບວນປະທ້ວງ”. ບໍ່ພຽງແຕ່ເທົ່ານັ້ນ ລັດຫວຽດນາມ ຍັງຮັບປະກັນ ແລະ ປົກປ້ອງບັນດາສິດເສລີສ້າງຕັ້ງສະມາຄົມ ຕາມມາດຕາ 22 ຂອງສົນທິສັນຍາສາກົນກ່ຽວກັບບັນດາສິດການເມືອງ ແລະ ພົນລະເຮືອນປີ 1966 ຊື່ງຫວຽດນາມໄດ້ເຂົ້າຮ່ວມ, ໃນນັ້ນ ຊີ້ແຈ້ງວ່າ: “ໃຜກໍມີສິດເສລີໃນການສ້າງຕັ້ງສະມາຄົມ, ນັບທັງສິດສ້າງຕັ້ງ ແລະ ເຂົ້າຮ່ວມບັນດາສະຫະພັນເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ.”
ລັດສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງມີສິດເສລີໃນການສ້າງຕັ້ງສະມາຄົມ
ຄວາມຈິງໃນການສ້າງກົດໝາຍຢູ່ຫລາຍປະເທດໃນໂລກໄດ້ໃຫ້ເຫັນວ່າ ການພົວພັນລະຫວ່າງສິດສ້າງຕັ້ງສະມາຄົມ ແລະ ບັນຫາຄຸ້ມຄອງລັດກ່ຽວກັບສະມາຄົມ ແມ່ນບັນຫາຫລັກແຫລ່ງແກ່ນສານຂອງກົດໝາຍວ່າດ້ວຍສະມາຄົມ, ຜົນສະທ້ອນເຖິງເນື້ອໃນ, ວິທີການກຳນົດກ່ຽວກັບສິດສ້າງຕັ້ງສະມາຄົມ. ກ່ຽວຂ້ອງເຖິງບັນຫານີ້, ຮ່າງກົດໝາຍວ່າດ້ວຍສະມາຄົມມີບັນດາການກຳນົດຢ່າງຮັດກຸ່ມພໍສົມຄວນກ່ຽວກັບບັນຫາຈົດທະບຽນສ້າງຕັ້ງສະມາຄົມ, ອະນຸມັດກົດລະບຽບຂອງສະມາຄົມ.. ແລະ ສະຫງວນໝວດ VII ເພື່ອກຳນົດກ່ຽວກັບ “ການຄຸ້ມຄອງຂອງລັດກ່ຽວກັບສະມາຄົມ”. ເລື່ອງຮ່າງກົດໝາຍວ່າດ້ວຍສະມາຄົມ ປ່ຽນແທນປະໂຫຍກ “ຂໍອະນຸຍາດສ້າງຕັ້ງສະມາຄົມ” ມາເປັນ “ຈົດທະບຽນສ້າງຕັ້ງສະມາຄົມ”, ເປັນຂີດໝາຍແຫ່ງການປ່ຽນແປງໃຫຍ່ໃນແນວຄິດສ້າງກົດໝາຍ. ຕາມນັ້ນແລ້ວ, ລັດສ້າງກອບກົດໝາຍດີກວ່າເພື່ອໃຫ້ປະຊາຊົນປະຕິບັດສິດເສລີໃນການສ້າງຕັ້ງສະມາຄົມ. ສິ່ງດັ່ງກ່າວກໍສະແດງໃຫ້ເຫັນບົດບາດຂອງບັນດາສະມາຄົມໃນການພັດທະນາຂອງສັງຄົມ, ສະນັ້ນ ຈຶ່ງໄດ້ສ້າງເງື່ອນໄຂສະດວກເພື່ອພັດທະນາ.
ສືບຕໍ່ຖືສິດເສລີໂດຍພື້ນຖານຂອງມະນຸດເປັນສຳຄັນ
ຮ່າງກົດໝາຍດັ່ງກ່າວໄດ້ມີບັນດາມາດຕາສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງປະຕິບັດສິດສ້າງຕັ້ງສະມາຄົມ, ເສີມຂະຫຍາຍລັກສະນະສະໝັກໃຈ, ຄຸ້ມຄອງດ້ວຍຕົນເອງ, ມີຄວາມຮັບຜິດຊອບເອງຂອງບັນດາສະມາຄົມ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ພິເສດ ຍ້ອນຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ, ຄຳປະກາດຖະແຫລງການສາກົນກ່ຽວກັບສິດທິມະນຸດຂອງ ສປຊ, ສະນັ້ນ ຮ່າງກົດໝາຍວ່າດ້ວຍສະມາຄົມ ມີການກຳນົດຕື່ມອີກ ນັ້ນແມ່ນ ຊາວຕ່າງປະເທດພວມດຳລົງຊີວິດ ແລະ ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ຫວຽດນາມ ກໍໄດ້ເຂົ້າຮ່ວມບັນດາສະມາຄົມ. ນີ້ແມ່ນບັນດາປະກົດການຕັ້ງຫນ້າຂອງວິວັດການຫັນສັງຄົມຫວຽດນາມ ມີປະຊາທິປະໄຕ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນວິວັດທະນາການພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ຮ່າງກົດໝາຍວ່າດ້ວຍສະມາຄົມ, ໂດຍກະຊວງພາຍໃນຮຽບຮຽງ, ມີ 8 ໝວດ, 36 ມາດຕາ, ຫັນທັດສະນະຂອງລັດຫວຽດນາມ ກ່ຽວກັບທີ່ຕັ້ງບົດບາດຂອງບັນດາສະມາຄົມ, ອົງການຈັດຕັ້ງສະມາຄົມ, ອົງການຈັດຕັ້ງມະຫາຊົນເປັນລະບອບນະໂຍບາຍ, ພ້ອມທັງຫັນຂໍ້ກຳນົດຂອງລັດຖະທຳມະນູນປີ 2013 ກ່ຽວກັບບົດບາດຂອງບັນດາອົງການຈັດຕັ້ງໃນສັງຄົມ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສະມາຄົມເປັນລະອຽດ. ເລື່ອງສະພາແຫ່ງຊາດຊຸດທີ XIII ຮີບເຮັ່ງສ້າງກົດໝາຍວ່າດ້ວຍສະມາຄົມ ແມ່ນເພື່ອຮັບປະກັນ, ປົກປ້ອງສິດສ້າງຕັ້ງສະມາຄົມ, ເຂົ້າຮ່ວມສະມາຄົມຂອງພົນລະເມືອງ ໃຫ້ດີກວ່າ ພ້ອມທັງຕອບສະຫນອງຈິດໃຈຮັບປະກັນສິດທິມະນຸດ, ສິດເສລີໃນການສ້າງຕັ້ງສະມາຄົມຂອງລັດຖະທຳມະນູນປີ 2013 ແລະ ສົນທິສັນຍາສາກົນກ່ຽວກັບສິດການເມືອງ ແລະ ພົນລະເຮືອນ ຊື່ງຫວຽດນາມ ໄດ້ເຂົ້າຮ່ວມ.