ກອງທັບປະຊາຊົນຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ສັນຕິພາບແລະສະຖຽນລະພາບຂອງຫວຽດນາມແລະໂລກ


(vovworld)-ກ່ອນນີ້ 70 ປີ​ເຕັມ, ຄືວັນ​ທີ 22/12/1944. ກອງ​ທະ​ຫານ​ຫວຽດ​ນາມປົດ​ປ່ອຍ​ຊາດ,  ກອງ​ທະ​ຫານ​ຫລັກ​ແຫລ່ງ​ທຳ​ອິດ ແລະ ກໍແມ່ນ​ຕົ້ນ​ກຳ​ເນີດ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ກອງ​ທະ​ຫານ​ປະ​ຫວັດ​ສາດນີ້​ໄດ້​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ ແລະ ສິ​ລະ​ປະ​ຍຸດ​ການ​ທະ​ຫານຂອງ​ຊາດ​ຫວຽດ​ນາມ ສ້າງ​ບັນ​ດາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ​ສັງ​ຄົມ​ນິ​ຍົມ. ໃນ​ໄລ​ຍະ​ປະ​ຈຸ​ບັນ, ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້ ແລະ ພວມ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ ເພື່ອ​ປົກ​ປັກ​ຮັກ​ສາ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ​ໂລກ.

ກອງທັບປະຊາຊົນຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ສັນຕິພາບແລະສະຖຽນລະພາບຂອງຫວຽດນາມແລະໂລກ - ảnh 1
ພາບ​ປະ​ກອບ:bacgiang.gov.vn

        ຜ່ານ​ 70 ປີ​ແຫ່ງ​ການ​ສູ້​ຮົບ, ກໍ່ສ້າງ​ ແລະ ເຕີບ​ໃຫຍ່, ປະ​ເຊ​ີນ​ຫນ້າ​​ກັບສິ່ງ​ທ້າ​ທາຍ, ຄວາມ​ຍຸ້ງ​ຍາກ​ນາໆ​ປະ​ການ, ເປັນ​ຕົ້ນ​ ຕໍ່​ຫນ້າບັນ​ດາ​ບາດ​ລ້ຽວ​ຂອງ​ການ​ປະ​ຕິ​ວັດ, ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ສະ​ແດງ​ຄຸນ​ນະ​ທາດ​ຂອງ​ກຳ​ລັງ​ປະ​ຕິ​ວັດ​ຢ່າງ​ຈ​ະ​ແຈ້ງ, ຈາກ​ປະ​ຊາ​ຊົນ ແລະ ຕໍ່​ສູ້​ເພື່ອ​ປະ​ຊາ​ຊົນ, ແມ່ນ​ກຳ​ລັງ​ການ​ເມືອງ​ພິ​ເສດ, ກຳ​ລັງ​ສູ້​ຮົບ​ທີ່​ຈົ່ງ​ຮັກ​ພັກ​ດີ​, ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປ​ະ​ຊາ​ຊົນ​ຫວຽດ​ນາມ. ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ສຳ​ເລັດ​ຫນ້າ​ທີ່​ການ​ຕ່າງ​ປະ​ເທດ​ປ້ອງ​ກັນ​ຊາດຢ່າງ​ດີ​ເດັ່ນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສ​ປ​ຊ ເທື່ອ​ລະ​ກ້າວ ເພື່ອ​ຈຸດ​ໝາຍ​ມະ​ນຸດ​ສະ​ທຳ​.

        ສ້າງກອງ​ທັບ​ໃຫ​້​ເຂັ້ມ​ແຂງຮອບ​ດ້ານ​ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ​ອະ​ທິ​ປະ​ໄຕ​ໃຫ້​ໝັ້ນ​ຄົງ

        ຫວນ​ຄືນ​ 70 ປີ​ແຫ່ງ​ການ​ກໍ່​ສ້າງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່, ກອງ​ທ​ັບ​ປ​ະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຢືດ​ໝັ້ນ​ຈຸດ​ໝາຍ, ອຸ​ດົມ​ຄະ​ຕິ​ການ​ສູ້​ຮົບ​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ສັງ​ຄົມ​ນິ​ຍົມ. ກໍ່​ສ້າງກອງ​ທັບ​ປະ​ຕິວັດ, ​ເປັນ​ກອງ​ທັບ​ຫລວງ, ຍ​ອດ​ຢ້ຽມ, ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ ແມ່ນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ດ້ວຍ​ວຽກ​ງານ​ປ້ອງ​ກັນ​ຊາດ, ໃນ​ການ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ​ອະ​ທິ​ປະ​ໄຕຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ ແລະ ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ​ເພື່ອ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຫວຽດ​ນາມ ປ​ະ​ຈຸ​ບັນ. ຕາມ​ ພົນ​ເອກ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ​ແລ້ວ, ການກໍ່​ສ້າງກອ​ງ​ທັບ​ປະ​ຕິ​ວັດ, ​ ເປັນ​ກອງ​ທັບ​ຫລວງ, ຍອດ​ຢ້ຽມ, ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ ນັ້ນແມ່ນ​ສືບ​ຕໍ່​ປັບ​ປຸງ​ການ​ປ້ອງ​ກັນ​ຊາດ, ປັບ​ປຸງ​ກຳ​ລັງ​ຫລັກ​ແຫ​ລ່ງ​ໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ ເພື່​ອ​ເປັນ​ເຈົ້າ​ການ​ໃນ​ການ​ຕໍ່​ສູ້ ແລະ ຍ​າດ​ເອົາ​ໄຊ​ຊະ​ນະ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃຫ້ໝັ້ນ​ຄົງ​ໃນ​ທຸກ​ກໍ​ລະ​ນີ.

        “ຕໍ່​ຫນ້າ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ໃຫມ່​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ​ອະ​ທິ​ປະ​ໄຕ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ກໍ​ຄື​ປົກ​ປັກ​ຮັກ​ສາ​ລະ​ບອບ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ພວກ​ເຮົາ​ຄວນ​ມີ​ກຳ​ລັງ​ແຮງ​ສັງ​ລວ​ມ. ພວກ​ເຮົາ​ຕ້ອງກໍ່​ສ້າງ​ເຫຼົ່າ​ທັບ​ຈຳ​ນວນ​ຫນຶ່ງ, ກຳ​ລັງ​ທັນ​ສະ​ໄຫມ​ເພື່ອ​ມີ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ນ່ານ​ຟ້າ, ເຂດ​ທະ​ເລ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.”

        ປະ​ຈຸ​ບັນ, ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ສືບ​ຕໍ່​ຜັນ​ໄປ​ຢ່າງ​ສັບ​ສົນ, ຊ້ອນ​ແຝງ​ຫລາຍ​ປັດ​ໄຈ​ກໍ່ໃຫ້​ເກີດ​ສະ​ພາບຂາດ​ສະ​ຖຽນ​ລະ​ພາບຍາກ​ທີ່​ຄາດ​ຄະ​ເນ​ໄດ້. ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ, ໃນ​ນັ້ນ ອ​າ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຍັງ​ມີ​ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​, ແຕ່​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ສິ່ງ​ທ້າ​ທາຍ​ນາໆ​ປະ​ການ; ຄວາມ​ຂັດ​ແຍ້ງ​​ເຂດ​ນ້ຳ​ແດນ​ດິນ, ອະ​ທິ​ປະ​ໄຕເຂດ​ທະ​ເລ​ໝູ່​ເກາະ ສືບ​ຕໍ່​ເພີ່ມ​ຂຶ້ນ. ສິ່ງ​ດັ່ງ​ກ່າວ​ໄດ້​ວາງ​ອອກ​ບັນ​ດາບັນ​ຫາ​ໃຫມ່, ຮຽກ​ຮ້ອງ​ກອ​ງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​​ລະ​ຫວ່າງ​ບັນ​ດາ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ກັບ​ການ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ, ສຸມ​ໃສ່​ກໍ່​ສ້າງ, ປັບ​ປຸງ​ພື້ນ​ຖານ​ປ​ອ້ງ​ກັນ​ຊາດ​ໃນ​ທົ່ວ​ປວງ​ຊົນ​ໃຫ້​ເຂັ້ມ​ແຂງ, ສ້າງ​ທ່າ​ສະ​ຫນາມ​ການ​ປ້ອງ​ກັນ​ຊາດ​ໃນ​ທົ່ວ​ປວງ​ຊົນ ຕິດ​ພ​ັນ​ກັບ​​ທ່າ​ສະ​ຫນາມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈາກ​ປະ​ຊາ​ຊົນ​ໃຫ້​ໝັ້​ນ​ຄົງ​ເຂັ້ມ​ແຂງ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ​ຄວາ​ມ​ສະ​ຫງົບປອດ​ໄພ​ຂອ​ງ​ປະ​ເທດ​ຊາດ.

        ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ພາກ​ພື້ນ​ແລະ​ໂລກ

        ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ຫລາຍ​ປະ​ເທດ​ໃນ​ໂລກ​ຢ່າງບໍ່​ຢຸດຢັ້ງ. ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ກໍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ດ້າ​ນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ປະ​ຕິ​ບັດ​​ພັນ​ທະ​ສາ​ກົນ. ໃນ​ຊຸມ​ປີ​ຜ່ານ​ມາ, ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ​ເປັນ​ຫລາຍ​ຄັ້ງ. ໃນ 2 ປີ​ມານີ້, ຫວຽດ​ນາມ ໄດ້​ສົ່ງ​ນາຍ​ທະ​ຫານ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບຂອງ ສ​ປ​ຊ. ຕາມ​ພົນ​ໂ​ທ ຫງວຽນ​ຈີວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລ້ວ, ນີ້​ແມ່ນ​ບາດ​ກ້າວ​ເບື້ອງ​ຕົ້ນ​ແຕ່​ໄດ້​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ຫວຽດ​ນາມ​ນັບ​ມື້​ນັບ​ເຂົ້າ​ຮ່ວ​ມ​ຢ່າງ​ຕັ້ງ​ຫນ້າກວ່າ ໃນ​ການ​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ໂລກ. ພົນ​ໂຕ ຫງວຽນ​ຈີວີ້ງ ຢືນ​ຢັນ​ວ່າ:

        “ແຜນ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ບໍ່​ລ່ວງ​ລ້ຳ​ບໍ່​ວ່າ​ປະ​ເທດ​ໃດ, ເວັ້ນ​ເສຍ​ແຕ່​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜນ​ດິນ​ຂອງ​ປະ​ເທດ​ຊາດ. ຫວຽດ​ນາມ ພຽງ​ແຕ່​ເຂົ້າ​ຮ່ວມ​ບັນ​ດາ​ການ​ຊ້ອມ​ຮົບ​ມີ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ. ການ​ເຂົ້າ​ຮ່ວມ​ຂອງ​ຫວຽດ​ນາມ​ລ້ວນ​ແຕ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ເພື່ອນ​ມິດ​ສາ​ກົນ.”

        ພົນ​ໂທ ຫງວຽນ​ຈີວີ້ງ ໃຫ້​ຮູ້​ວ່າ: ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຊື່ອມ​ໂຍງ, ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ປ້ອງ​ກັນ​ຊາດ, ຫວຽດ​ນາມ ສືບ​ຕໍ່​ຢືດ​ໝັ້ນ​ຈຸດ​ໝາຍ​ເອ​ກະ​ລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ສັງ​ຄົມ​ນິ​ຍົມ. ໃນ​ການ​ພົວ​ພັນ​ກັບ​ສາ​ກົນ​, ຫວຽດ​ນາມ ຖື​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແມ່ນ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ. ຫວຽດ​ນາມ ປະ​ຕິ​ບັດ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ມີ​ລັກ​ສະ​ນະ​ສັນ​ຕິ​ພາບ ແລະ ປ້ອງ​ກັ​ນ​ຕົວ; ຢຶດ​ໝັ້ນ​ແຜນ​ນະ​ໂຍ​ບາຍບໍ່​ນຳ​ໃຊ້ອາ​ວຸດຫລື​ນາບ​ຂູ່​ກາ​ນ​ນຳ​ໃຊ້​​ອາ​ວຸດ​ໃນ​ບັນ​ດາ​ການ​ພົວ​ພັນ​ສາ​ກົນ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ, ບໍ່​ລົງ​ລອຍ​ກັນ ແລະ ​ຄວາມຂັດ​ແຍ້ງ​ຜືນ​ແຜນ​ດິນ​ໂດ​ຍ​ສັນ​ຕິ​ວິ​ທ​ີ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ພັກ ແລະ ລັດ ຫວຽດ​ນາມມ ຢືນ​ຢັນ ສືບ​ຕໍ່​ສ້າງກອ​ງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ​ປະ​ຕິ​ວັດ, ​​ກອງ​ທັບ​ຫລວງ, ຍອດ​ຢ້ຽມ, ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ​ໃນ​ທຸກ​ໄລ​ຍະ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ