ກອງປະຊຸມ G20: ການສູ້ຢັນລະຫວ່າງບັນ​ດາປະເທດມະຫາອຳນາດ

(VOVWORLD) -ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ຈະດຳເນີນແຕ່ວັນທີ 30 ພະຈິກ ຮອດວັນທີ 1 ທັນວາ ຢູ່ Buenos Aires, ປະເທດ ອາກຊັງຕີນ. ກອງປະຊຸມປີນີ້ ເປັນຂີດໝາຍ 10 ປີ ທີ່ຈັດກອງປະຊຸມດັ່ງກ່າວ ແລະ ປຶກສາຫາລືກ່ຽວກັບນະໂຍບາຍກໍ່ຄືມາດຕະການແກ້ໄຂໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ. ໃນສະພາບທົ່ວໂລກພວມປະສົບກັບສິ່ງທ້າທາຍ, ກອງປະຊຸມສຳຄັນອັນດັບຫນຶ່ງສຳລັບການຮ່ວມມືເສດຖະກິດໂລກ ຄາດຄະເນວ່າ ອາດຈະຖືກຜົນສະທ້ອນຢ່າງຫນັກຍ້ອນການປະທະກັນດ້ານຜົນປະໂຫຍດລະຫວ່າງບັນດາປະເທດມະຫາອຳນາດ, ການແຕກແຫງໃນຄວາມເຫັນດີເຫັນພ້ອມຈາກຫລາຍປະເທດໃນໂລກກ່ຽວກັບບັນຫານີ້.

ກອງປະຊຸມ G20: ການສູ້ຢັນລະຫວ່າງບັນ​ດາປະເທດມະຫາອຳນາດ - ảnh 1 ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານ G20 ເຂົ້າຮ່ວມກອງປະຊຸມປະຈຳປີ ຢູ່ ບາລີ ປະເທດ ອິນໂດເນເຊຍ

ກອງປະຊຸມ G20 ປີນີ້ ໂດຍມີການເຂົ້າຮ່ວມຂອງບັນດາການນຳມາຈາກ ກຸ່ມ ບັນດາປະເທດອຸດສາຫະກຳພັດທະນາແຖວຫນ້າ (G7), 5 ປະເທດສະມາຊິກປະຈຳສະພາຄວາມໝັ້ນຄົງ ສປຊ ແລະ 5 ປະເທດ ມີພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນໃນກຸ່ມ BRICS ຊື່ງລວມມີ ບຣາຊີນ, ລັດເຊຍ, ອິນເດຍ, ຈີນ, ອາຟຼິກາໃຕ້. ບັນດາປະເທດສະມາຊິກ G20 ກວມເອົາປະມານ 63% ພົນລະເມືອງທົ່ວໂລກ ແລະ ປະມານ 84% ການລົງທຶນດ້ານການຄ້າທົ່ວໂລກ.

ຫລາຍບັນຫາທີ່ຮ້ອນເຮັ່ງຈະຖືກຍົກອອກມາປຶກສາຫາລືໃນກອງປະຊຸມ G20

ບັນຍາກາດກ່ອນດຳເນີນກອງປະຊຸມ G20 ຢູ່ ອາກຊັງຕີນ ໄດ້ຮັບການຕີລາຄາວ່າ ແມ່ນຮ້ອນເຮັ່ງ ຍ້ອນມີຫລາຍບັນຫາຄວນຖົກຖຽງກັນ ແລະ ມີທັດສະນະແຕກຕ່າງກັນລະຫວ່າງບັນດາປະເທດມະຫາອຳນາດ

ກ່ອນອື່ນໝົດ, ເຫດເກີດຂຶ້ນຢູ່ຊ່ອງແຄບທະເລ  Kerch ຫວ່າງມໍ່ໆນີ້ ລະຫວ່າງ ລັດເຊຍ ແລະ ຢູແກຼນ ພວມເຮັດໃຫ້ການພົວພັນລະຫວ່າງ ວໍຊີງຕັນ ແລະ ມົດສະກູ ຍິ່ງເຄັ່ງຕຶງຂຶ້ນຕື່ມ. ກ່ອນທີ່ດຳເນີນກອງປະຊຸມ, ປະທານາທິບໍດີ ອາເມລິກາ Donald Trump ມີຄຳກ່າວເຕືອນວ່າ ອາດຈະຍົກເລີກກອງປະຊຸມ ຊື່ງໄດ້ຂຶ້ນແຜນກ່ອນນີ້ ກັບຄູ່ຕຳແຫນ່ງ ລັດເຊຍ Vladimir Putin ຢູ່ນອກກອງປະຊຸມສຸດຍອດ G20 ຢູ່ ອາກຊັງຕີນ. ຄຳກ່າວເຕືອນດັ່ງກ່າວຂອງທ່ານ Donald Trump ຍົກອອກມາພາຍຫລັງ ກຳລັງປ້ອງກັນຄວາມສະຫງົບຂອງ ລັດເຊຍ ໄດ້ຈັບຕົວລູກເຮືອ ແລະ ກັກກຳປັ່ນທະຫານເຮືອ ຢູແກຼນ 3 ລຳ ໃນວັນທີ 25 ພະຈິກ ດ້ວຍຄຳກ່າວຫາວ່າໄດ້ລ່ວງລະເມີດເຂດນ່ານທະເລລັດເຊຍຢູ່ ຊ່ອງແຄບທະເລ Kerch ມໍ່ກັບແຫລມ Crimea ຢູ່ ທະເລດຳ. ລັດເຊຍ ຖືການກະທຳລ່ວງລະເມີດນີ້ ຂອງບັນດາກຳປັ່ນ ຢູແກຼນ ແມ່ນ “ການເກາະຜິດ”. ຝ່າຍ ອາເມລິກາ ເອີ້ນກໍລະນີລັດເຊຍ ກັກບັນດາກຳປັ່ນຂອງ ຢູແກຼນ ແມ່ນ “ການປີນຂັ້ນໄດທີ່ອັນຕະລາຍ ແລະ ລະເມີດກົດໝາຍສາກົນ”  ແລະ ຮຽກຮ້ອງໃຫ້ມີບັນດາມາດຕະການລົງໂທດລັດເຊຍ. ເຖິງຢ່າງໃດກໍຕາມ ຝລັ່ງ, ເຢຍລະມັນ, ຊື່ງແມ່ນສອງປະເທດແຖວຫນ້າໃນ ສະຫະພາບເອີລົບ ໄດ້ຄັດຄ້ານເລື່ອງຈັດວາງຄຳສັ່ງລົງໂທດ ລັດເຊຍ ຫາກແທນທີ່ນັ້ນແມ່ນການເລືອກເຟັ້ນມາດຕະການທາງການທູດໃຫ້ແກ່ການປະທະກັນ ລະຫວ່າງ ລັດເຊຍ ແລະ ຢູແກຼນ.

ໃນຂະນະນັ້ນ, ລັດເຊຍ ເອງ ກໍ່ພວມມີບັນດາການໂຕ້ຕອບເຄັ່ງຄັດຕໍ່ຫນ້າເລື່ອງ ອາເມລິກາ ຖະແຫລງຖອນຕົວອອກຈາກສົນທີສັນຍາກ່ຽວກັບກຳລັງນິວເຄຼຍໄລຍະກາງ (INF) ຂົມຂູ່ລັດເຊຍ ຈະມີມາດຕະການ “ໂຕ້ຕອບ” ຖ້າຫາກ ອາເມລິກາ ຜັນຂະຫຍາຍແຜນການຜັນຂະຫຍາຍລູກສອນໄຟໄລຍະສັ້ນ ແລະ ກາງຢູ່ ເອີລົບ. ໃນແຜນກຳນົດນະໂຍບາຍການທະຫານຂອງຕົນ, ລັດເຊຍ ຈະກຽມພ້ອມໂຕ້ຕອບ ຖ້າຫາກ ອາເມລິກາ ມີບັນດາການກະທຳຂົມຂູ່ບັນດາເປົ້າໝາຍຍຸດທະສາດພາຍໃນຜືນແຜນດິນລັດເຊຍ. ເຖິງຢ່າງໃດກໍຕາມ, ລັດເຊຍ ບໍ່ຢາກຍູ້ສະພາບການໃຫ້ສັບສົນຂຶ້ນຕື່ມ ສະນັ້ນ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ກ່ຽວກັບບັນຫານີ້.

ຄຽງຄູ່ກັນນັ້ນ ຫາງສຽງຍັງມີຄວາມວິຕົກກັງວົນວ່າ G20 ຈະແມ່ນບ່ອນທີ່ ອາເມລິກາ ແລະ ຈີນ ຍາດເອົາເວລາສ່ວນຫລາຍເພື່ອແກ້ໄຂຄວາມຂັດແຍ້ງກັນດ້ານການຄ້າ. ກ່ອນທີ່ດຳເນີນກອງປະຊຸມທີ່ໄດ້ຮັບຖືວ່າແມ່ນກອງປະຊຸມຄັນກວ່າໝູ່ໃນປີ,  ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງຄົງສືບຕໍ່ຂົມຂູ່ຈີນ. ຊ້ຳບໍ່ໜຳ ທ່ານ Donald Trump ຍັງມີຄຳຖະແຫລງແຂງກະດ້າງວ່າ ຖ້າຫາກບັນດາການເຈລະຈາກັບ ປັກກີງ ບໍ່ສຳເລັດ, ວໍຊີງຕັນ ຈະຈັດວາງອັດຕາພາສີໃສ່ບັນດາປະເພດສິນຄ້າຍັງເຫລືອທີ່ນຳເຂົ້າຈາກຈີນ ຊື່ງປະຈຸບັນ ຍັງບໍ່ທັນເສຍພາສີ. ການນຳ ອາເມລິກາ ກ່າວເຕືອນວ່າ ຈະຈັດວາງອັດຕາພາສີ 10 % ສຳລັບ iPhone ແລະບັນດາອຸປະກອນເອເລັກໂຕນິກອື່ນທີ່ນຳເຂົ້າຈາກຈີນ.

 ອາທິດຜ່ານມາ, ທີ່ ກອງປະຊຸມ  APEC ຈັດຂຶ້ນຢູ່ Port Moresby ປະເທດ ປາປົວກີເນ ວໍຊີງຕັນ ແລະ ປັກກີງ ກໍ່ໄດ້ຖົກຖຽງກັນຢ່າງແຮງກ່ຽວຂ້ອງເຖິງບັນດາບັນຫາປະຕິຮູບອົງການການຄ້າໂລກ ແລະ ລັດທິອາລັກຂາ. ຄວາມເຄັ່ງຕຶງລະຫວ່າງສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກ ພວມເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນຂຶ້ນຕື່ມວ່າ ທີ່ກອງປະຊຸມ G20 ຄັ້ງນີ້ ອາດຈະເກີດເລື່ອງຄ້າຍຄືກັນ ຢູ່ ກອງປະຊຸມ APEC 2018

 G20 ແມ່ນກາລະໂອກາດແກ້ໄຂບັນດາບັນຫາຂັດແຍ້ງກັນ

ຈາກບັນດາການຜັນແປດັ່ງກ່າວຄາດວ່າຍາກທີ່ບັນລຸໄດ້ບາດກ້າວບຸກທະລຸໃດທີ່ກອງປະຊຸມ G20 ຈະມາເຖິງ. ບັນດານັກສັງເກດການສາກົນໃຫ້ຂໍ້ສັງເກດວ່າ ຜົນສຳເລັດຂອງກອງປະຊຸມ G20 ຢູ່ Buenos Aires ພຽງແຕ່ບັນລຸໄດ້ເມື່ອບັນດາຝ່າຍມີຄວາມເຄົາລົບເຊິ່ງກັນ ແລະກັນ.

ຕໍ່ກັບຄວາມເຄັ່ງຕຶງ ລະຫວ່າງ ອາເມລິກາ ແລະ ຈີນ, ຄວາມຈິງແມ່ນ ບັນດາຄວາມແຕກຕ່າງກັນໃນການພົວພັນລະຫວ່າງ ສອງປະເທດອາດຈະກໍ່ໃຫ້ເກີດຄວາມສ່ຽງຫລາຍຢ່າງສຳລັບສອງປະເທດ ຖ້າຫາກສົງຄາມການຄ້ານັບມື້ນັບປີນຂັ້ນໄດ, ສົງຄາມເຢັນ ຫລື ຊ້ຳບໍ່ໜຳເກີດການປະທະກັນດ້ານອາວຸດ. ບັນດາຄວາມສ່ຽງນີ້ ຈະບໍ່ເກີດຂຶ້ນເມື່ອການນຳສອງທ່ານ ພ້ອມແລ້ວຈະມີການເຈລະຈານຳກັນໂດຍອີງໃສ່ບັນດາຫລັກການ. ຄ້າຍຄືກັນນັ້ນ, ໃນການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ເຖິງວ່າ ການພົວພັນລະຫວ່າງສອງປະເທດ “ກໍ່ເກີດຄວາມເຄັ່ງຕຶງຢ່າງຮ້າຍແຮງ” ໃນໄລຍະມໍ່ໆມານີ້ກໍຕາມ ແຕ່ການນຳສອງປະເທດລ້ວນແຕ່ມີຄວາມເຂົ້າໃຈແຈ້ງວ່າ ການສູ້ຢັນດ້ານການທະຫານຈະບໍ່ນຳມາເຊິ່ງຜົນປະໂຫຍດ ແລະ ກອງປະຊຸມ G20 ຍັງຄົງແມ່ນເຫດການເປັນຫນ້າລໍຄອຍບັນດາການປ່ຽນແປງໃນການພົວພັນລະຫວ່າງສອງປະເທດ. ກອງປະຊຸມ G20 ບັນລຸໄດ້ບາດກ້າວບຸກທະລຸໃດຫລືບໍ່ນັ້ນ ຍັງຕ້ອງລໍຄອຍບັນດາການຜັນແປຕໍ່ໄປຢູ່ Buenos Aires ປະເທດ ອາກຊັງຕີນ.

ຕອບກັບ

ຂ່າວ/ບົດ​ອື່ນ