ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2014


(vovworld) - ວັນ​ທີ 23/9, ກອງ​ປະຊຸມ​ຕ້ານ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາກາດຂອງ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ນີວຢອກ (ອາ​ເມ​ລິ​ກາ). ມີ​ປະມຸກ​ລັດກວ່າ 120 ທ່ານ, ຜູ້ຕາງໜ້າ​ບັນດາກຸ່ມ​ບໍລິສັດ​ໃຫຍ່, ​ອົງການການ​ເງິນ ​ແລະ ອົງການ​ສັງຄົມ​ວິຊາ​ຊີບ​ນັບ​ຮ້ອຍ​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ປະຫວັດສາດ​​ແຫ່ງການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ, ຫວັງ​ວ່າ​ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ທີ່ມີ​ລັກສະນະ​ຜູກ​ມັດ​ດ້ານ​ນິຕິ​ກຳ, ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ​ຕ້ານ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ໃນ​ປີ 2015.

ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2014 - ảnh 1

(ພາບ:ອິນເຕີແນດ)

        ກອງ​ປະຊຸມ​ນິວຢອກ 2014 ຄັ້ງ​ນີ້​ ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ບັນດາ​ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ວິທະຍາສາດ, ສິ່ງ​ແວດ​ລ້ອມ ​ແລະ ​ເສດຖະກິດ​ໄດ້​ຊີ້​ອອກ​ວ່າ, ​ໂລກ​ຕ້ອງ​ມີ​ການ​ລົງທຶນ​ໃຫ້​ວຽກ​ງານ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຍິ່ງ​ໄວ​ກໍ່​ຍິ່ງ​ດີ, ​ຖ້າ​ບໍ່​ເຮັດ​ໄດ້​ຄື​ແນວ​ນັ້ນ, ​ໃນ 15 ປີ​ຕໍ່ໜ້າ, ທົ່ວ​ໂລກ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໄພພິບັດ​ຢ່າງ​ຮ້າຍ​ແຮງ. ຍ້ອນ​ເຫດ​ນັ້ນ, ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ສ້າງ​ຂອບ​ເຂດ​ໃຫ້​ແກ່​ການ​ປຶກສາ​ຫາລື​ສົນທິສັນຍາ​ຫຼຸດຜ່ອນ​ມົນ​ລະ​ພິດ ​ແລະ ​ການ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ​​ເຊິ່ງຈັດ​ຂຶ້ນໃນ​ທ້າຍ​ປີ​ນີ້​ຢູ່​ ​ເປຣູ ​ແລະ ​ໃນ​ປີ 2015 ຢູ່​ຝລັ່ງ, ​ເພື່ອ​ແທນ​ໃຫ້​ອະນຸ​ສັນຍາ Kyoto ທີ່​ໄດ້​ໝົດ​ຜົນ​ສັກສິດ.

        ຜົນ​ຮ້າຍ​ຢ້ອນ​ຫຼັງ​ຕໍ່​ມະນຸດ​ເມື່ອ​ບໍ່​ທັນ​ມີ​ການ​ກະທຳ

        ຕາມ​ຕົວ​ເລກ​ຂອງ​ທະນາຄານ​ໂລກ, ຄາດ​ວ່າຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ໂດຍ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ​ໃນ​ຮອບ 10 ປີ ມາ​ນີ້​ແມ່ນ​ຂຶ້ນ​ເຖິງ​ເກືອບ 200 ຕື້​USD/ປີ ​ແລະ ຕົວ​ເລກ​ດັ່ງກ່າວ​ຈະສືບ​ຕໍ່​ເພີ່ມ​ຂຶ້ນ. ພາ​ຍຸ​ນ້ຳ​ຖ້ວມ​ນັບ​ມື້​ນັບ​ຮ້າຍ​ແຮງ​ກວ່າ, ໜ່ວຍ​ໂລກ​ນັບ​ມື້​ນັບ​ອຸ່ນກວ່າ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ໄພພິບັດ, ​ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ເຊິ່ງປະ​ເທດ​ຕ່າງໆ​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​​ໃນ​ຫຼາຍ​ປີຜ່ານມາ, ບໍ່​ທັນ​ມີ​ການ​ກະທຳເທື່ອ. ​ແຕ່ລະ​ເທື່ອ, ​ເມື່ອ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາກາດຂອງ ສປຊ ດຳ​ເນີນ​ໄປ, ຜູ້​ຄົນ​ທັງຫຼາຍ​ລ້ວນ​ແຕ່​ເຫັນປະຈັກ​ຕາ​ການ​ໂຕ້​ຖຽງ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ພັດທະນາ ​ແລະ ພວມ​ພັດທະນາ​ໃນ​ບັນຫາ​ໃຫ້​ຄຳ​ໝັ້ນ​ສັນຍາ​ຫຼຸດຜ່ອນ​ມົນ​ລະ​ພິດ ​ແລະ ການ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ, ກົນ​ໄກ​ປະກອບ​ດ້ານ​ການ​ເງິນ, ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ.

ກອງ​ປະ​ຊຸມ Copenhagen ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​​ດິນ​ຟ້າ​ອາ​ກາດປີ 2009 ເຄີຍ​ແມ່ນ​ເຫດ​ການທີ່ດ​ຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ທ​ຸກໆ​ປະ​ເທດ, ດ​້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ມ​ຸກ​ລັດ​ເກືອບ 100 ທ່ານ. ​ແຕ່​ການ​ຜັ​ນ​ຂະ​ຫຍາຍ​ປະ​ຕິ​ບັດ​​ພັດບໍ່​ບັນ​ລຸ​ໄດ້​ໝາກ​ຜົນ​ຍ້ອນ​ຂາ​ດ​ການ​ສົມ​ທົບ​ກັນ​ຢ່າງ​ຄົບ​ຊຸດ​ລະ​ຫວ່າງ​ບັ​ນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ, ໄລ​ຍະ​ມໍ່ໆ​ມາ​ນີ້​ແມ່ນກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ​ຂອງ​ ສ​ປ​ຊ ປີ 2013 ​ເຊິ່ງຈັດ​ຕັ້ງ​ຂຶ້ນ​ຢູ່ ໂປ​ໂລຍ. ທີ່ກອງ​ປະ​ຊຸມນີ້, ຄຳ​ເຫັນ​ປະ​ກອບ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ເທືອນ​ໃຈ​ຂອງ​ຫົວ​ໜ້າ​ຄະ​ນະ ຟິ​ລິບ​ປິນ ເມື່ອ​ເຕື້ອງ​ເຖິງໄພ​ພິ​ບັດໂດຍ​ພະ​ຍຸ ໄຮ​ຢານ ​ກໍ່​ຂຶ້ນ​​ໃຫ້ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ປະ​ເທດ​ຕົນ, ພ​ຽງ​ແຕ່​ເຮັດ​ໃຫ້​ທຸ​ກ​ຄົນ​​ຕື້ນ​ຕັນ​ໃຈ​ເທົ່າ​ນັ້ນ ຫາກບໍ່​ທັນ​ຍົກ​ອອກ​ບັນ​ດາ​ການ​ກະ​ທຳ​ທີ່​ມີ​ປະ​ສິດ​ທິ​ຜົນ​ເທື່ອ. ການ​​ອົດ​ເຂົ້າ​ໃນເວ​ລາ 12 ວັນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ພ້ອມ​ກັບ​ຄຳ​ຮຽກ​ຮ້ອງ​ໂລກ​ຈົ່ງ​ເຮັດ​ສິ່ງ​ໃດ​ໜຶ່ງ​​ເພື່ອ​ຮັບ​ມື​ກັບ​ໄພ​ພິ​ບັດຂອງ​ຫົວ​ໜ້າ​ຄະ​ນະຜູ້​ແທນ ຟິ​ລິບ​ປິນ, ເຖິງວ່າ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ຈາກ​ຜູ້​ແທນຫຼາຍ​ທ່ານກໍ່​ຕາມ, ແຕ່​ບໍ່​ສາ​ມາດປຸກ​ລຸກ​​ມະ​ນຸດຮ່ວມ​ແຮງ​ຮ່ວມ​ໃຈ​ເຄື່ອນ​ໄຫວໄດ້​ເທື່ອ.

ຈາກ​ຄວາມ​ຕັດ​ສິນ​ໃຈ​​ເຖິງການ​ກະ​ທຳ: ຊ່ອງ​ຫວ່າງ​ຍັງ​ຫ່າງ​ໄກ​ຢູ່

ເຖິງ​ວ່າ​ຮອງ​ຮັບ​ບັນ​ດາ​ຜົນ​ເສຍ​ຫາຍ​ໂດຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດກໍ່​ຂຶ້​ນ​ພວມ​ກາຍ​ເປັນ​ບັນ​ຫາ​ໜັກ​ໜ່ວງຂອງ​ທົ່ວ​ໂລກ, ແຕ່​ປະ​ຈຸ​ບັນ, ບັນ​ດາ​ປະ​ເທດ​ບໍ່​ທັນຊອກ​​ໄດ້​ສຽງ​ເວົ້າ​ລວມ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ.

ຕ້ອງ​ມີ​ຄວາມ​ຍຸ​ຕິ​ທຳ​ໃນ​ໜ້າ​ທີ່ຮັບ​ຜິດ​ຊອບ, ຖາ​ນະ ແລະ ​ພັນ​ທະລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໃນ​ບັນ​ຫາ​ລວມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຄຳ​ຂວັນ​ນີ້​ໄດ້​ເຕຶ້ອງ​ເຖິງ​ຫຼາຍ​​ເທື່ອ​ໃນກອງ​ປະ​ຊຸມ​ແຕ່​ລະ​ຄັ້ງ​, ແຕ່​ຕ້ອງ​ເຮັດ​ແນ​ວ​ໃດ​ເພື່ອ​ຫັນ​ຄວາມ​ຕັດ​ສິນ​ເປັນ​ການ​ກ​ະ​ທຳ​ນັ້ນ​ແມ່ນ​ສິ່ງ​ທີ່​ບໍ່​ມີ​ຄຳ​ຕອບ. ​ຍ້​ອນ​ເຫດນັ້ນ​, ເຂົາ​ເຈົ້າ​ບໍ່​ຫວັງ​ວ່າ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ບັນ​ລຸ​ໄດ້​ລໍ​ຄອຍ​ຂໍ​້​ຕົ​ກ​ລົງ​ສຳ​ຄັນ​ນີ້. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫາງ​ສ​ຽງ​ຍັງຫວັງ​ວ່າ​ກອງ​ປະ​ຊຸມ​ຄັ້ງ​ນີ້​ສາ​ມາດ​ສ້າງ​ໃຫ້​ມີ​ແຜນ​ການ​ລະ​ອ​ຽດ​ເພື່ອ​ເລີ່ມ​​ແກ້​ໄຂ​ບັນ​ດາ​ສິ່ງ​ຍັງ​ຄົງ​ຄ້າງ​ໃນ​ປະ​ຈຸ​ບັນ. ມ​ີ​ຄວາມ​ມານ​ະ​ພະ​ຍາ​ຍາມຫຼາຍ​ຢ່າງພວມ​ໄດ້​ຮັບ​ການ​ປະຕິບັດ ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງຜົນງານ​ອັນ​ລະອຽດ​ຈາກ​ນິວຢອກ. ກ່ອນ​ດຳ​ເນີນ​ກອງ​ປະຊຸມ, ມີ​ປະຊາຊົນ​ປະມານ 600.000 ຄົນ​ໄດ້​ລົງ​ຖະໜົນ​ແຫ່​ຂະ​ບວນຢູ່ 2000 ກວ່າ​ແຫ່ງ​ ໃນ 161 ປະ​ເທດເພື່ອ​ຮຽກຮ້ອງ​ໂລກມີ​ການ​ກະທຳ​ດ່ວນ​ເພື່ອ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

        ຮ່ວມ​ແຮງ​ຮ່ວມ​ໃຈ​ກະທຳ​ເພື່ອ​ໂລກ​ພາຍ​ພາກ​ໜ້າ

        ຕາມ​ການ​ຄົ້ນ​ຄ້ວາ​ຂອງ​ບັນດາ​ນັກ​ຊ່ຽວຊານ, ​ໃນ 15 ປີ​ຕໍ່ໜ້າຄາດ​ວ່າ​ໂລກ​ຈະ​ຕ້ອງ​ລົງທຶນ 90.000 ຕື້ USD, ​ໃນ​ນັ້ນ​ສຸມ​ໃສ່ 3 ຂົງ​ເຂດ​ຕົ້ນ​ຕໍ່​ນັ້ນ​ແມ່ນ​ພະລັງງານ​ຂຽວ, ກໍ່ສ້າງ​ນະຄອນ​ທີ່​ປ່ອນ cacbon ໜ້ອຍ ​ແລະ ນຳ​ໃຊ້​ທີ່​ດິນ​ຢ່າງ​ເໝາະ​ສົມ. ຖ້າ​ຫາ​ກ​ເສດຖະກິດ​ໂລກຍັງ​ດຳ​ເນີນ​ທຸກ​ສິ່ງ​ທຸກ​ຢ່າງ​ຄື​ໃນ​ປະຈຸ​ບັນ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ເຖິງ 4,4% ຂອງ GDP ​ໃນ​ທົ່ວ​ໂລກ, ສຸຂະພາບ​ຂອງ​ປະ​​ຊາຊົນ​ຖືກ​ຜົນ​ສະທ້ອນ, ພາ​ໃຫ້​​ເສຍຄ່າ​ປິ່ນປົວ​ພະຍາດ​​ໂດຍ​ມົນ​ລະ​ພິດ​ກໍ່​ຂຶ້ນ.

        ດ້ວຍ​ບັນດາ​ພະຍານ​ຫຼັກ​ຖານ​ວິທະຍາສາດ​ນີ້, ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ຢາກມີ​ຊີວິດ​​ໄດ້ດີກ​ວ່າ, ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ ​ແມ່ນ ຕ້ອງ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ, ທັງ​ສ້າງ​ວຽກ​ເຮັດ​ງານ​ທຳ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ອຶດ​ຫິວ. ຖ້າ​ຫາກ​ທຸກໆ​ປະ​ເທດ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ບໍ່​ເຫັນ​ແຕ່​ຜົນ​ປະ​ໂຫຍ​ດ​ດ້ານເສດຖະກິດສ່ວນ​ຕົວ, ​ແນ່ນອນ​ວ່າການ​ປ່ຽນ​​ແປງ​ດ້ານ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ປະຕິ​ຮູບ​ໂຄງ​ປະກອບ​ໃນ​ເສດຖະກິດ​ທົ່ວ​ໂລກ ຈະ​ຊ່ວຍ​​ໃຫ້ໂລກ​ກໍ່ສ້າງພື້ນຖານ​ເສດຖະກິດ​ທັງປ່ອຍ cacbon ຫນ້ອຍ, ທັງ​ບັນລຸ​ລະດັບ​ເຕີບ​ໂຕ​ພໍ​ສົມຄວນ. ນີ້​ກໍ່​ແມ່ນ​ສິ່ງ​ທີ່​ທຸກ​ຄົນ, ທຸກ​ປະ​ເທດ​ຫວັງ​ວ່າ​, ບັນດາ​ບັນຫາ​ທີ່​ວາງ​ອອກ​ໃນກອງ​ປະຊຸມ​ຄັ້ງ​ນີ້ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ