ກອງປະຊຸມສຸດຍອດ EU ແລະ ບັນດາບັນຫາທີ່ເຄັ່ງຮ້ອນຂອງເອີລົບ

ວັນ​ທີ 25/6, ການ​ນຳ 27 ທ່ານ​ຂອງ​ສະ​ຫະ​ພາບ​ເອີ​ລົບ EU ໄດ້​ເລີ່ມ​ໂຮມ​ປະ​ຊຸມ​ຢູ່ບ​ຣຸກ​ແຊນ ປະ​ເທດ​ແບນ​ຊິກ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ທີ່​ເຄັ່ງ​ຮ້ອນ ທີ່ກໍ່​ການ​ແບ່ງ​ແຍກ​ໃນ​ກຸ່ມນີ້​ນັບ​ແຕ່ຫຼາຍ​ເດືອນ​ທີ່​ຜ່ານ​ມາ. ເລື່ອງວິ​ກິດ​ການ​ໜີ້​ສາ​ທາ​ລະ​ນະ​ຢູ່​ເກຼັກ, ຄວາມ​ຕ້ອງ​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ຂອງ​ອັງ​ກິດ, ຄວາມ​ຂັດ​ແຍ້ງ​ກັບ​ປະ​ເທດ​ລັດ​ເຊຍຫຼື​ບັນ​ຫາ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ ກໍ​ແມ່ນ​ບັນ​ດາ​ບັນ​ຫາ​ທີ່​ພວມ​ເຮັດ​ໃຫ້ EU ສັບ​ສົນ​ຫຼາຍຂຶ້ນ.

ກອງປະຊຸມສຸດຍອດ EU ແລະ ບັນດາບັນຫາທີ່ເຄັ່ງຮ້ອນຂອງເອີລົບ  - ảnh 1
ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Cameron ແລະ​ ຄູ່​ຕຳ​ແໜ່ງ​ຂອງ​ເຢຍ​ລະ​ມັນ

    ເກຼັກ​ແມ່ນ​ຫົວ​ເລື່ອງ​ທີ່​ເຄັ່ງ​ຮ້ອນ​ທີ່​ສຸດ​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື​ກ່ອ​ນ​ທີ່​ດຳ​ເນີນກອງ​ປະ​ຊຸມ ແລະ ກໍ​ແມ່ນ​ຫົວ​ເລື່ອງ​ຈຸດ​ສຸມ​ໃນ​ກອງ​ປະ​ຊຸມ​ຂອງ​ບັນ​ດາ​ປະ​ມຸກ​ລັດ​ໃນ​ເອີ​ລົບ. ພາຍຫຼັງ​ທີ່ກອງ​ປະ​ຊຸມ​ສຸດຍອດ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ ສິ້ນ​ສຸດ​ລົງ​ຢ່າງ​ຮີບ​ດ່ວນ​ເມື່ອ​ວັນ​ທີ 22/6 ທີ່​ຜ່ານ​ມາ. ທ່ານ​ປະ​ທານ EU Jean – Claude Juncker ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ຄວາມ​ຄືບ​ໜ້າ​ໃນ​ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ເກັຼກກັບ​ກຸ່ມ​ເຈົ້າ​ໜີ້ ຊຶ່ງ​ລວ​ມ​ມີ : EU, ທະ​ນາ​ຄານ ECB  ແລະ ກອງ​ທຶນ​ເງິນ​ຕາ​ສາ​ກົນ IMF . ທ່ານ​ປະ​ທານ EU Jean – Claude Juncker ໄດ້​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຄວນ​ຍາດ​ແຍ່ງກາ​ລະ​ໂອ​ກາດ​ດຳ​ເນີນ​ການ​ເຈ​ລະ​ຈາ​ໂດຍ​ໄວ. ມາ​ຮອດ​ຈຸດ​ເວ​ລານີ້, ບ້ວງ​ເງິນ​ຊ່ວຍ​ກູ້​ລວມ​ມູນ​ຄ່າ 7,2 ຕື້ ເອີ​ໂຣ ( ປະ​ມານ 8 ຕື້ USD )ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ. EU ໄດ້​ຮຽກ​ຮ້ອງ​ເກຼັກ​ຄວນ​ເພີ່ມ​ເຕີມ​ບັນ​ດາ​ການ​ປະ​ຕິ​ຮູບ​ໃໝ່​ຕື່ມ​ອີກ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ບັນ​ດາ​ເຈົ້າ​ໜີ້​ເພື່ອຫຼີກ​ລ້ຽງ​ໄພ​ລົ້ມ​ລະ​ລາຍ.

     ເກຼັກ​ເຄັ່ງ​ຮ້ອນ​ຂື້ນ​ໃນ​ແຕ່​ລະ​ຊົ່ວ​ໂມງ

  ປະ​ຈຸ​ບັນ, ບັນ​ດາ​ປະ​ເທດ EU, ພິ​ເສດ​ແມ່ນ​ເຢັຍ​ລະ​ມັນ​ຊຶ່ງ​ແມ່ນ​ປະ​ເທດ​ຊັ້ນ​ນຳ​ດ້ານ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ, ພວມຮັກ​ສາ​ກຳ​ລັງ​ດັນ​ຢ່າງ​ໃຫຍ່ຫຼວງ​ຕໍ່​ລັດ​ຖະ​ບານ​ເກຼັກ. ກຸ່ມ​ເຈົ້າ​ໜີ້ຂອງ ເກຼັກຖື​ວ່າ ລັດ​ຖະ​ບານ​ປະ​ຈຸ​ບັນ​ຂອງ ເກຼັກບໍ່​ມີ​ນະ​ໂຍບ​າຍ​ຈະ​ແຈ້ງ ແລະ ຂາດ​ທ່າ​ທີ​ສ້າງ​ສາ​ໃນ​ບັນ​ດາ​ການ​ເຈ​ລະ​ຈາ. ດັ່ງ​ນັ້ນ, ເຂົາ​ເຈົ້າ​ເດັດ​ດຽວບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ ແລະ ໃຫ້​ຮູ້​ວ່າ : ຢາກ​ຮັກ​ສາ ເກຼັກ ເປັນ​ສະ​ມາ​ຊິກ​ໃນ​ ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມໄວ້​ຄື​ເກົ່າ, ແຕ່ບໍ່​ຕ້ອງ​ການ​ນຳ​ໃຊ້​ດ້ວຍ​ທຸກວິ​ທີ​ທາງ. ສິ່ງ​ດັ່ງ​ກ່າວ​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ ເກຼັກ ອາດ​ຈະ​ຖືກ​ປັດ​ເຂ່ຍ​ອອກ​ຈາກ ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ ຖ້າ​ຫາກ​ລັດ​ຖະ​ບານ ເກຼັກ ບໍ່​ຍອມ​ດຳ​ເນີນ​ບັນ​ດາ​ການ​ປະ​ຕິ​ຮູບ​ຢ່າງ​ຂ້ຽວ​ຂາດ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ ກຸ່ມ​ເຈົ້າ​ໜີ້.

    ແຕ່ກ່ອນ​ທີ່ກອງ​ປະ​ຊຸມ​ສຸດຍອດ EU ຖືກ​ຈັດ​ຂຶ້ນ​ພຽ​ງ 2-3 ຊົ່ວ​ໂມງ​ເທົ່າ​ນັ້ນ, ບັນ​ດາ​ປະ​ເທດ EU ໄດ້​ສົ່ງ​ສັນ​ຍານ​ໃຫ້​ເຫັນ​ວ່າ ອາດ​ຈະ​ຜ່ອນ​ສັ້ນ​ຜ່ອນຍ​າວຫຼາຍກວ່າ​ກັບ ເກຼັກ ຖ​້າ​ຫາກ​ປະ​ເທດນີ້​ຍົ​ກ​ອອກ​ບາງວິ​ທີ​ແກ້​ໄຂ​ໃໝ່​ທີ່​ອາດ​ຈະ​ຮັບ​ຮູ້​ໄດ້. ການ​ຜ່ອນ​ສັ້ນ​ຜ່ອນ​ຍາວນີ້ ອາດ​ຈະ​ແມ່ນ​ຂໍ້​ຕົກ​ລົງ​ກັນເພື່ອຕໍ່​ກຳ​ນົດ​ເວ​ລາ​ຊຳ​ລະ​ໜີ້​ສິນ​ໃຫ້​ແກ່ ເກຼັກ ໃນ​ໄລ​ຍະ​ອັນ​ສັ້ນໆ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງນີ້​ກໍ​ພຽງ​ແຕ່​ຊ່ວຍ ເກຼັກ ຫຼີກ​ລ້ຽງ​ຈາກ​ເລື່ອງ​ຖືກ​ອອກ​ຈາກ ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ​ເທົ່າ​ນັ້ນ, ຫາກບໍ່​ອາດ​ຊ່ວຍ​ປະ​ເທດ​ແກ້​ໄຂ​ບ້ວງ​ໜີ້​ສາ​ທາ​ລະ​ນະ​ທີ່​ຂຶ້ນ​ເຖິງ 177 % GDP .

     ເຮັດ​ໃຫ້​ສະ​ຫະ​ພັນ​ເງິນ​ຕາ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ

  ວິ​ກິດ​ການ​ໜີ້​ສາ​ທາ​ລະ​ນະ​ຢູ່​ເກຼັກ ກໍ​ຄື​ຢູ່ຫຼາຍ​ປະ​ເທດ​ພາ​ຄີ​ກ່ອນ​ໜ້ານັ້ນ​ໄດ້​ປົກ​ປິດ​ອະ​ນາ​ຄົດ​ທີ່​ສະ​ຫວ​່າງ​ສະ​ໄຫວ​ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ EU ໃນ​ຊຸມ​ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ. ບັນ​ດາ​ການ​ນຳ EU ເຊື່ອ​ວ່າ ສະ​ຖຽນ​ລະ​ພາບ​ຂອງພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ ແມ່ນ​ຂຶ້ນ​ກັບ​ວິ​ວັດ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ່າ, ກໍ​ຄື​ວາງ​ເປົ້າ​ໝາຍ​ລະ​ອຽດ​ຍາວ​ນານກວ່າ. ຍ້ອນ​ເຫດນີ້​ເອງ, ຢູ່​ທີ່ ກອງ​ປະ​ຊຸມ​ສຸດຍອດ EU ຄັ້ງ​ນີ້, ບັນ​ດາ​ການ​ນຳ​ປະ​ເທດ​ພາ​ຄີ​ໄດ້​ເລັ່ງ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ຊຶ່ງ​ຮັບ​ຖື​ວ່າ​ແມ່ນ​ລະ​ອຽດ​ພໍ​ສົມ​ຄວນກ່ຽວ​ກັບ​ການ​ເຊື່ອມ​ໂຍງຂອງພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມໂດຍທ່ານ​ປະ​ທານ EU Jean – Claude Juncker ແລະ ປະ​ທານ​ທະ​ນາ​ຄານ​ສູນ​ກາງ​ເອີ​ລົບ Draghi ນຳ​ສະ​ເໜີ. ໃນ​ນັ້ນ, ເລັ່ງ​ໃສ່​ແຜນ​ການ​ພັດ​ທະ​ນາ​ສະ​ຫະ​ພັນ​ທະ​ນາ​ຄານ​ຢ່າງ​ຄົບ​ຖ້ວນ​ດ້​ວຍ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່, ຈຳ​ໜ່າຍ​ພັດ​ທະ​ບັດ​ລວມ​ກໍ​ຄື​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປ່ຽນ​ແປງ​ສົນ​ທິ​ສັນ​ຍາ​ຮ່ວມ​ເອີ​ລົບ.

ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການຫຼື​ປະ​ປ່ອຍ​ໃຫ້​ປະ​ເທດ​ອັງ​ກິດ​ອອກ​ຈາກ​ກຸ່ມ

   ບັນ​ດາ​ຄຳ​ຮຽກ​ຮ້ອງ​ດ່ວນກ່ຽວ​ກັບ​ການ​ແກ້​ໄຂ ວິ​ກິດ​ການ​ໜີ້​ສາ​ທາ​ລະ​ນະ​ຢູ່​ເກຼັກ, ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ຂອງ EU ໃນ ກອງ​ປະ​ຊຸມ​ສຸດຍອດ EU ຄັ້ງ​ນີ້ ກໍ​ບໍ່​ນອນນອກ​ເໜືອ​ຈາກ​ເລື່ອງ​ຈະ​ອອກ​ຈາກ​ກຸ່ມຫຼືບໍ່​ຂອງ​ອັງ​ກິດ.

    ບັນ​ຫານີ້​ເຄັ່ງ​ຮ້ອນ​ຂຶ້ນ ຂະ​ນະ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ແລະ​ ພັກ​ນິ​ຍົມ​ຮັກ​ສາ​ເດີ​ມ​ຂອງ​ທ່ານ ຕ້ອງ​ປະ​ເຊ​ີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ເອີ​ລົບ​ປີ 2014 ແລະ ການ​ເລືອກ​ຕັ້ງ​ຢູ່​ອັງ​ກິດ​ໃນ​ປີ 2015. ການ​ເຊື່ອມ​ໂຍງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ ໄດ້​ເປັນ​ໄພ​ນາບ​ຂູ່​ຕໍ່​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ​ການ​ເງິນ​ຂອງ​ອັງ​ກິດ. ສິ່ງນີ້ ໄດ້​ຮຽກ​ຮ້ອງ​ໃຫ້​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ທີ່​ມີ​ລັກ​ສະ​ນະ​ນິ​ຕິ​ທຳ ແນ​ໃສ່​ຮັບ​ປະ​ກັນ​ສິດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ທີ່ບໍ່​ນອນ​ໃນພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ. ການ​ສຳຫຼວ​ດ​ຄັ້ງ​ຕ່າງໆ​ເມື່ອມໍ່ໆ​ມານີ້ຢູ່​ອັງ​ກິດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ : ຊາວ​ອັງ​ກິດ​ສ່ວນຫຼາຍ​ມີ​ຄວາມ​ຫວັງ​ຈະ​ຖອນ​ອອກ​ຈາກ EU ຖ້າ​ຫາກ​ການ​ລົງ​ປະ​ຊາ​ມະ​ຕິ​ຖືກ​ຈັດ​ຂຶ້ນ. ແຕ່​ຄວາມ​​ຫວັງນີ້​ຂອງ​ອັງ​ກິດ ຄາດ​ຄະ​ເນ​ວ່າ ຈະ​​ຕອງປະ​ເຊີນ​ໜ້າ​ກັບ​ການ​ຕຳ​ໜິ​ຕິ​ຕຽນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ.

       ກ່ອນ​ທີ່ກອງ​ປະ​ຊຸມ​ສຸດຍອດ EU ຖືກ​ດຳ​ເນີນ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Cameron ໄດ້​ມີ​ການ​ເດີນ​ທາງ​ຢ້ຽມ​ຢາມຫຼາຍ​ປະ​ເທດ​ເອີ​ລົບ​ເພື່ອ​ຮຽກ​ຮ້ອງ​ໃຫ້​ດຳ​ເນີນການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫານີ້​ໃນ​ໂຄງ​ການ​ດຳ​ເນີນ​ງານ. ເລື່ອງ​ປະ​ເທດ​ໜຶ່ງ​ອອກ​ຈາກ EU ໄດ້​ຮັບ​ຖື​ວ່າ ແມ່ນ​ບັນ​ຫາ​ສະ​ດຸ້ງ​ໄວ​ພໍ​ສົມ​ຄວນ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ບັນ​ດາ​ຄຳ​ຖະ​ແຫຼງ​ຂອງ ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Cameron ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ EU ​ຈະ​ບໍ່​ສາ​ມາດຫຼີກ​ລ້ຽງຕໍ່​ກໍ​ລະ​ນີ​ອັງ​ກິດ​ອອກ​ຈາກ​ກຸ່ມ.

    ພ້ອມ​ກັນ​ນັ້ນ, ມີຫຼາຍ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ບັນ​ດາ​ປະ​ເທດ EU ຄື: ບັນ​ຫາ​ອົບ​ພະ​ຍົບ, ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ກັບ​ລັດ​ເຊຍ..ກໍ​ຈະ​ຖືກ​ນຳ​ມາປຶກ​ສາ​ຫາ​ລື​ທີ່ ກອງ​ປະ​ຊຸມ​ສຸດຍອດ EU ຄັ້ງ​ນີ້. ໂຄງ​ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມ​ແມ່ນ​ເຕັມ​ໄປ​ດ້ວຍ​ເປົ້າ​ໝາຍຫຼາຍ​ຢ່າງ, ແຕ່​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ, ອາດ​ຈະ​ບໍ່​ບັນ​ລຸ​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ