(VOVWORLD) -
ກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ G20 ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 18-19 ພະຈິກຢູ່ Rio de Janeiro, Brazil, ຊື່ງໄດ້ຮັບຮູ້ບາດກ້າວເດີນໃຫ່ຍໃນຄວາມມານະພະຍາຍາມຕ້ານໄພອຶດຫິວທຸກຍາກໃນໂລກ. ເຖິງຢ່າງໃດກໍ່ຕາມ, ກອງປະຊຸມບໍ່ສາມາດຊຸກຍູ້ການບຸກທະລຸໃຫ່ຍກ່ຽວກັບບັນຫາການເງິນດ້ານດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານໄດ້ ຄືດັ່ງຄວາມຄາດຫວັງ, ພ້ອມທັງຍັງຖືກແບ່ງແຍກດ້ານພູມສາດການເມືອງ.
ດ້ວຍຫົວເລື່ອງ “ສ້າງໂລກມີຄວາມຍຸດຕິທຳ ແລະ ຍືນຍົງກ່ວາ”, ກອງປະຊຸມສຸດຍອດ G20 ປີນີ້ ໄດ້ວາງເປົ້າໝາຍຕົ້ນຕໍເຂົ້າໃນຫຼາຍບັນຫາຊື່ງບັນດາປະເທດພວມພັດທະນາ ຫລືຍັງເອີ້ນວ່າ “ທິດໃຕ້ທົ່ວໂລກ” (Global South) ມີຄວາມສົນໃຈຄື: ໄພອຶດຫິວທຸກຍາກ; ການປະຕິຮູບການບໍລິຫານທົ່ວໂລກ; ຄວາມຍຸດຕິທຳໃນບັນຫາການເງິນດ້ານດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ.
ບຸລິມະສິດຂອງທິດໃຕ້ທົ່ວໂລກ
ຜົນສຳເລັດທີ່ໜ້າເວົ້າເຖິງຂອງກອງປະຊຸມສຸດຍອດ G20 ປີນີ້ ແມ່ນເລື່ອງສ້າງຕັ້ງສຳພັນທະມິດຕ້ານໄພອຶດຫິວທຸກຍາກທົ່ວໂລກ (GAAHP), ຂໍ້ລິເລິ່ມໂດຍປະເທດເຈົ້າພາບ Brazil ຍົກອອກມາ ເພື່ອແນໃສ່ຈັດການຕ້ານໄພອຶດຫິວທຸກຍາກໃນທົ່ວໂລກ ເຂົ້າໃນຈຸດສຸມຂອງການປຶກສາຫາລື ຂອງບັນດາກົນໄກຫຼາຍຝ່າຍ. ທ່ານ Lula da Silva ປະທານາທິບໍດີ Brazil ຖະແຫຼງວ່າ:
ດ້ວຍຖານະເປັນປະທານ G20, ພວກຂ້າພະເຈົ້າຖືວ່າ ເລື່ອງປະກາດສຳພັນທະມິດຕ້ານໄພອຶດຫິວທຸກຍາກທົ່ວໂລກ ແມ່ນເປົ້າໝາຍຈຸດສຸມ. ນີ້ຈະແມ່ນມໍລະດົກໃຫຍ່ກວ່າໝູ່ຂອງພວກເຮົາ. ສຳພັນທະມິດນີ້ ບໍ່ພຽງແຕ່ແມ່ນເລື່ອງສ້າງຄວາມຍຸດຕິທຳເທົ່ານັ້ນ ຫາກຍັງແມ່ນເງື່ອນໄຂອັນຈຳເປັນ ເພື່ອສ້າງໂລກແຫ່ງວັດທະນາຖາວອນ ແລະ ສັນຕິພາບກວ່າອີກດ້ວຍ.
ໄປຄຽງຄູ່ກັບເລື່ອງປະກາດສ້າງຕັ້ງສຳພັນທະມິດຕ້ານໄພອຶດຫິວທຸກຍາກທົ່ວໂລກ (GAAHP) ສຳເລັດ, ປະເທດເຈົ້າພາບ Brazil ກໍ່ໄດ້ນຳບັນຫາການປ່ຽນແປງຂອງດິນຟ້າອາກາດ ເຂົ້າໃນໂຄງການດຳເນີນງານ ດ້ວຍຄຳໝັ້ນສັນຍາເພີ່ມສະມັດຕະພາບພະລັງງານທົດແທນທົ່ວໂລກໃນປີ 2030 ຂຶ້ນທົບ 3 ເທົ່າ ແລະ ເຊັນອະນຸມັດເອກະສານຫຼາຍຝ່າຍສະບັບທຳອິດ ກ່ຽວກັບເສດຖະກິດຊີວະສາດ. ໜ້າເອົາໃຈໃສ່ແມ່ນ, ພ້ອມກັບບາງປະເທດອື່ນໃນ G20 ຄື: ຈີນ, ອາຟຼິກກາໃຕ້… ປະເທດເຈົ້າພາບ Brazil ໄດ້ຍົກອອກຂໍ້ລິເລີ່ມ ຈັດວາງພາສີອາກອນຕໍ່ວົງການຜູ້ຮັ່ງມີທີ່ສຸດໃນໂລກເປັນຄັ້ງທຳອິດ, ຫັນບັນຫານີ້ເປັນຫົວເລື່ອງໃຫ່ຍ ຊື່ງ G20 ຈະຕ້ອງປຶກສາຫາລືຢ່າງເຂັ້ມງວດໃນອະນາຄົດ, ໃນນັ້ນ, ນີ້ອາດຈະແມ່ນໜຶ່ງໃນບັນດາບຸລິມະສິດໃຫ້ແກ່ກອງປະຊຸມສຸດຍອດ G20 ປີໜ້າຢູ່ ອາຟຼິກກາໃຕ້. ທ່ານປະທານາທິບໍດີ Lula da Silva ເນັ້ນໜັກວ່າ:
ການຮ່ວມມືສາກົນດ້ານພາສີອາກອນ ມີຄວາມໝາຍສຳຄັນໃນການຫລຸດຜ່ອນຄວາມຂາດຄວາມສະເໝີພາບ. ບັນດາການຄົ້ນຄ້ວາໂດຍກຸ່ມການເງິນ G20 ປະຕິບັດ ສະແດງໃຫ້ເຫັນວ່າ ການຈັດວາງອັດຕາພາສີອາກອນຊັບສົມບັດ 2% ສຳລັບຜູ້ຮັ່ງມີທີ່ສຸດ ອາດຈະນຳມາປະມານ 250 ຕື້ USD ໃນແຕ່ລະປີ ເພື່ອລົງທຶນເຂົ້າໃນການຮັບມືກັບບັນດາສິ່ງທ້າທາຍກ່ຽວກັບສັງຄົມ ແລະ ສິ່ງແວດລ້ອມຂອງຍຸກສະໄໝປະຈຸບັນ.
ຂາດຄຳໝັ້ນສັນຍາໃຫຍ່ກ່ຽວກັບດິນຟ້າອາກາດ ແລະ ພະລັງງານ
ໂດຍຈັດຂຶ້ນກົງກັບຈຸດເວລາຈັດກອງປະຊຸມຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ – COP29 ຢູ່ Baku, Azerbaijan ແຕ່ວັນທີ 11-12 ພະຈິກນັ້ນ, ຫຼາຍຄົນໄດ້ລໍຄອຍກອງປະຊຸມສຸດຍອດ G20 ຢູ່ Rio de Janeiro ສາມາດຍົກອອກບັນດາຄຳໝັ້ນສັນຍາແຮງ ແລະ ຈະແຈ້ງກ່ວາ ກ່ຽວກັບການປະກອບດ້ານການເງິນໃຫ້ແກ່ດິນຟ້າອາກາດ ຫຼື ສ້າງຂັ້ນຕອນລົບລ້າງເຊື້ອເພີງຟອັກຊິວໄດ້ຢ່າງສົມບູນ, ຜ່ານນັ້ນ, ກໍ່ສ້າງແຮງດັນສົ່ງເສີມໃຫ້ແກ່ບັນດາການເຈລະຈາທີ່ພວມຖືກຈົນຕາແຈຢູ່ COP29. ແຕ່ເຖິງແນວນັ້ນກໍ່ຕາມ, ໃນຖະແຫຼງການສະບັບສຸດທ້າຍ, G20 ບໍ່ພຽງແຕ່ໄດ້ເນັ້ນໜັກວ່າ ແຫຼ່ງການເງິນທີ່ຈຳເປັນຈະມາຈາກ “ທຸກແຫຼ່ງກຳລັງ” ເທົ່ານັ້ນ ແຕ່ກໍ່ບໍ່ຍົກອອກລະອຽດວ່າ ມາຈາກໃສ ແລະ ວິທີການຈັດແບ່ງຄືແນວໃດ. ນອກຈາກນັ້ນແລ້ວ, ເຖິງວ່າ ໄດ້ຮຽກຮ້ອງຄ່ອຍໆຫລຸດບັນດາບ້ວງເງິນອຸດໜູນ ເຊື້ອເພີງຟອັກຊິວ ບໍ່ບັນລຸປະສິດທິຜົນ, ແຕ່ G20 ກໍ່ບໍ່ໄດ້ເຕື້ອງເຖິງເລື່ອງຢຸດຕິການນຳໃຊ້ເຊື້ອເພີງນີ້ຢ່າງຊີ້ນເຊິງ. ທ່ານປະທານາທິບໍດີ Brazil Lula da Silva ໄດ້ສະເໜີໃຫ້ບັນດາປະເທດພັດທະນາໃນ G20 ຍູ້ໄວຄຳໝັ້ນສັນຍາການເປັນກາງກາກບອນໄວກ່ວາ, ນັບແຕ່ປີ 2040 ຫຼື 2045, ພ້ອມທັງສ້າງຕັ້ງສະພາການປ່ຽນແປງດິນຟ້າອາກາດຢູ່ ສປຊ, ແຕ່ 2 ຂໍ້ສະເໜີນີ້ ລ້ວນແຕ່ບໍ່ໄດ້ຮັບການສະໜັບສະໜູນຢ່າງພຽງພໍ.
ຕາມທ່ານ Antonio Guterres, ເລຂາທິການໃຫ່ຍ ສປຊ, ເລື່ອງ G20 ຂາດບັນດາການກະທຳທີ່ຂ້ຽວຂາດ ແມ່ນໜ້າເສຍດາຍ ຍ້ອນວ່າ ບັນດາປະເທດ G20 ກວມເຖິງ 80% ປະລິມານອາຍເສຍທົ່ວໂລກ, ດັ່ງນັ້ນ ຈຳເປັນຕ້ອງແມ່ນບັນດາປະເທດນຳໜ້າ. ທ່ານກໍ່ກ່າວເຕືອນວ່າ, ການລັງເລໃຈນີ້ຂອງ G20 ຍິ່ງຈະເຮັດໃຫ້ການຕ້ານການປ່ຽນແປງຂອງດິນຟ້າອາກາດຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາ.
ຂ້າພະເຈົ້າສະເໜີບັນດາການນຳ G20 ຊີ້ນຳບັນດາທ່ານລັດຖະມົນຕີ ແລະ ນັກເຈລະຈາປະເທດຕົນ ມານະພະຍາຍາມບັນລຸໄດ້ເປົ້າໝາຍການເງິນດ້ານດິນຟ້າອາກາດໃໝ່ທີ່ດີກ່ວາໃນປີນີ້. ບໍ່ມີບ່ອນໃຫ້ປະລາໄຊ ຍ້ອນວ່າການປະລາໄຊຈະເຮັດໃຫ້ເສຍຫາເຖິງການກະກຽມແຜນການກະທຳດ້ານດິນຟ້າອາກາດແຫ່ງຊາດໃໝ່ຂອງບັນດາປະເທດ, ອາດຈະກໍ່ບັນດາຜົນກະທົບອັນໜັກໜ່ວງ, ໃນສະພາບການທີ່ເຖິງກຳນົດເວລາທີ່ບໍ່ສາມາດຕ່າວປີ້ນໄດ້ ພວມຫຍັບມໍ່ເຂົ້າມາແລ້ວ.
ດ້ານອື່ນກໍ່ເຮັດໃຫ້ກອງປະຊຸມສຸດຍອດ G20 ປີນີ້ ບໍ່ບັນລຸຜົນສຳເລັດຢ່າງຄົບຖ້ວນໄດ້ ນັ້ນແມ່ນຂໍ້ຂັດແຍ້ງພູມສາດການເມືອງອັນເລິກເຊິ່ງ ລະຫວ່າງກຸ່ມບັນດາປະເທດໃນ G20 ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ແລະ ເຂດ ກາຊາ. ກໍ່ຄືກັນກັບກອງປະຊຸມສຸດຍອດ G20 ໃນ ປີ 2022 ຢູ່ ອິນໂດເນເຊຍ ແລະ ປີ 2023 ຢູ່ ອິນເດຍ, ບັນດາປະເທດ G20 ໄດ້ໂຕ້ຖຽງກັນຢ່າງແຮງ ທັງດ້ານເນື້ອໃນ ແລະ ຄຳສັບ ກ່ຽວຂ້ອງເຖິງ 2 ການປະທະກັນນີ້ ແລະ ຕ້ອງຍອມຮັບການຕົກລົງທີ່ປະນິປະນອມ ເພື່ອສາມາດຍົກອອກຖະແຫຼງການສະບັບສຸດທ້າຍໄດ້./.