ກອງປະຊຸມສູນກາງຄົ້ນຄ້ວາ ແລະ ຕົກລົງບັນດາບັນຫາສຳຄັນ

(vovworld) - ທີ່​ວາລະ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 3, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12. ທ່ານ ຫງວຽນ​ຟູ໋ຈ້ອງ, ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງບັນດາ​ບັນຫາ​ເຊິ່ງກອງ​ປະຊຸມ​ຄັ້ງ​ນີ້​ຕ້ອງ​ສຸມ​ສາ​ຄົ້ນ​ຄ້ວາ, ປຶກສາ​ຫາລື. ຕາມ​ນັ້ນ​ແລ້ວ, ​ເລື່ອງ​ຫັນ​ກົດ​ລະບຽບ​ຂອງ​ພັກ​ເປັນ​ລະອຽດ ​ແລະ ການ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ, ​ແມ່ນ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄູນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ​ເພີ່ມ​ທະວີ​ກຳລັງ​ແຮງ, ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ພັກ, ປ່ຽນ​ໃໝ່​ວິທີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ ທີ່​ມີ​ຕໍ່​ລັດ ​ແລະ ສັງຄົມ. ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຂໍ​ຄັດສະ​ເໜີ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ໃນ​ບົດ​ກ່າວ​ປາ​ໄສ​ຂອງທ່ານ ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ.

ກອງປະຊຸມສູນກາງຄົ້ນຄ້ວາ ແລະ ຕົກລົງບັນດາບັນຫາສຳຄັນ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 3, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12

ທີ່​ກອງ​ປະຊຸມ​ຄັ້ງ​ທີ 3 ທີ່​ແກ່ຍາວ​ແຕ່​ວັນ​ທີ 4-8/7/2016,​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12 ຈະ​ປຶ​ກສາ​ຫາລື ​ແລະ ຕົກລົງ​ກ່ຽວ​ກັບ: ລະບຽບ​ການ​ເຮັດ​ວຽກ​ຂອງ ຄະນະ​ບໍລິຫານ​ງານ​ສູນ​ກາງ​, ກົມ​ການ​ເມືອງ, ຄະນະ​ເລຂາທິການ; ລະບຽບ​ການ​ເຮັດ​ວຽກ​ຂອງ​ຄະນະ​ກຳມະການ​ກວດກາ​ສູນ​ກາງ; ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ; ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ ​ແລະ ການ​ດຳ​ເນີນ​ກົດ​ວິ​ໄນ​ຂອງ​ພັກ; ​ເລື່ອງ​ສະ​ເໜີບຸກຄະລາ​ກອນ​ການ​ນຳ​ຂັ້ນ​ສູງ​ຂອງ​ບັນດາ​ອົງການ​ລັດ, ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ​ອີກ.

        ປ່ຽນ​ໃໝ່, ປັບປຸງລະບຽບ​ການ​ເຮັດ​ວຽກ

        ກ່ຽວ​ກັບ​ລະບຽບ​ການ​ເຮັດ​ວຽກ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ຄະນະ​ກຳມະການ​ກວດກາ​ສູນ​ກາງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ຊີ້​ແຈ້ງວ່າ:

        “ນີ້​ແມ່ນເລື່ອງ​ຫັນ​ກົດ​ລະບຽບ​ຂອງ​ພັກ​ເປັນ​ລະອຽດ, ​ເຊິ່ງ​ໃນ​ນັ້ນ​ກຳນົດ​ບົດບາດ, ໜ້າ​ທີ່, ຄວາມ​ຮັບຜິດຊອບ, ສິດ​ອຳນາດ, ລະບອບ​ເຮັດ​ວຽກ ​ແລະ ວິທີ​ປະຕິບັດ​ວຽກ​ງານ​ຂອງ​ບັນດາ​ອົງການ​ການ​ນຳ​ພັກ, ຮັບປະກັນ​ປະຕິບັດ​ຫຼັກການ​ດຳ​ເນີນ​ຊີວິດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ. ບົນ​ພື້ນຖານ​ສືບ​ທອດ​ລະບຽບ​ການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມຊຸດ​ທີ 11 ​ແລະ ບັນດາ​ຊຸດ​ກ່ອນ, ສະໜິດ​ຕິດ​ພັນ​ກັບ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ແລະ ກົດ​ລະບຽບ​ຂອງ​ພັກ, ລະບຽບ​ການ​ເຮັດ​ວຽກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ຄະນະ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ນີ້​ຄວນ​ມີ​ບັນດາ​ຂໍ້ກຳນົດ​ຢ່າງ​ລະອຽດ, ​ແໜ້ນ​ແຟ້ນ, ​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ, ຮັບປະກັນ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນ​ການ​ດຳ​ເນີນ​ຊີວິດ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ, ຄະນະ​ກຳມະການ​ກວດກາ​ສູນ​ກາງ​ໃຫ້​ດີກ​ວ່າ​ອີກ, ພ້ອມ​ທັງ​ຮັກສາ​ກົດ​ລະບຽບ, ຂໍ້ກຳນົດ​ໃນ​ພັກ​ຢ່າງ​ເຂັ້ມ​ງວດ “.

     ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ຖື​ວ່າ, ​ໃນ​ລະບຽບ​ການ​ເຮັດ​ວຽກ, ຄະນະ​ບໍລິຫານ​ງານ​ສູນ​ກາງ ກົມ​ການ​ເມືອງ, ຄະນະ​ເລຂາທິການ ​ແລະ ຄະນະ​ກຳມະການ​ກວດກາສູນ​ກາງ​ຕ້ອງ​ຮັກສາ​ລະບອບ​ຊີ້​ນຳ​ນຳພາ​ລວມໝູ່​ໄວ້​ຢ່າງ​ໝັ້ນຄົງ, ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ສ່ວນ​ຕົວ, ພິ​ເສດ​ແມ່ນ​ຜູ້​ທີ່​ເປັນ​ຫົວໜ້າ; ຍົກ​ສູງ​ຄວາມ​ສາມາດ ​ແລະ ປະສິດທິ​ຜົນ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ. ພ້ອມ​ທັງ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະ​ດິດສ້າງ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ອື່ນໆ​ໃນ​ລະບົບ​ການ​ເມືອງ. ນີ້​ແມ່ນ​ບັນດາ​ພື້ນຖານ​ສຳຄັນ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຄູນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ​ເພີ່ມ​ທະວີ​ກຳລັງ​ແຮງ, ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ພັກ, ປ່ຽນ​ໃໝ່​ວິທີ​ຊີ້​ນຳ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ລັດ ​ແລະ ສັງຄົມ

       ປະຕິບັດ​ກົດ​ລະບຽບ​ໃນ​ທົ່ວ​ພັກ​ຢ່າງ​ເຂັ້ມ​ງວດ ​ແລະ ​ເປັນ​ເອກະ​ພາບ

ກອງປະຊຸມສູນກາງຄົ້ນຄ້ວາ ແລະ ຕົກລົງບັນດາບັນຫາສຳຄັນ - ảnh 2
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

        ກ່ຽວ​ກັບ​ຂໍ້​ກຳນົດ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ, ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ ​ແລະ ກົດ​ວິ​ໄນ​ຂອງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ, ກົມ​ການ​ເມືອງ​ໄດ້​ຊີ້​ນຳຄະນະ​ຈັດ​ຕັ້ງ​ສູນ​ກາງ, ຄະນະ​ກຳມະການ​ກວດກາ​ສູນ​ກາງ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ​ສົມທົບ​ກັນ​ກະກຽມ​ບັນດາ​​ເນື້ອໃນ​ສະ​ເໜີ ​ແລະ ຮ່າງ​ບັນດາ​ຂໍ້​ກຳນົດ. ​ເນື້ອ​ໃນ​ຂອງ​ໃບ​ສະ​ເໜີ ​ແລະ ຮ່າງ​ບັນດາ​ຂໍ້​ກຳນົດ​ແມ່ນ​ສະໜິດ​ຕິດ​ແທດ​ກັບ​ບົດ​ລາຍ​ງານ​ສະຫຼຸບ​ການ​ປະ​ບັດ​ກົດ​ລະບຽບ​ຂອງ​ພັກ​ຊຸດ​ທີ 11 ​ແລະ ຂໍ້​ສະ​ເໜິບັນດາ​ເນື້ອ​ໃນ​ທີ່​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ການ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ຊີ້​ແຈ້ງ​ບັນດາ​ເນື້ອ​ໃນ​ເຊິ່ງບັນດາ​ກຳມະການ​ສູນ​ກາງ​ຄວນ​ປະກອບ​ຄວາມ​ເຫັນ:

        “ນັ້ນ​ແມ່ນ​ຂໍ້​ກຳນົດ​ກ່ຽວ​ກັບ​ເປົ້າ​ໝາຍ, ​ເນື້ອ​ໃນ​ການ​ກວດກາ, ກ່ຽວ​ກັບ​ອຳນາດ​ດຳ​ເນີນ​ກົດ​ວິ​ໄນ​ຂອງ​ໜ່ວຍ​ພັກ; ​ເລື່ອງ​ກຳນົດ​ອົງຄະ​ນະພັກຮາກ​ຖານ, ໜ່ວຍ​ພັກ​ດຳ​ເນີນ​ຊີວິດ​ປະຈຳ​ໄລຍະ; ​ເລື່ອງ​ກຳນົດ​ກ່ຽວ​ກັບ​ເວລາ​ກະກຽມ​ຂອງ​ສະມາຊິກ​ພັກ​ເພື່ອ​ຄິດ​ໄລ່​​ເຖິງ​ອາຍຸ​ເປັນ​ສະມາຊິກ​ພັກ; ​ເລື່ອງ​ບໍ່​ແບ່ງ​ຂັ້ນ​ຢ່າງ​ລະອຽດ​ໃນ​ການ​ພິຈາລະນາ, ​ແກ້​ໄຂ​ຄຳ​ຮ້ອງທຸກ, ຟ້ອງ​ຮ້ອງ ​ແລະ ​ເລື່ອງ​ກຳນົດ​ສະມາຊິກ​ພັກ​ທີ່ມີ​ສິດ​ຮ້ອງທຸກ ເຖິງຄະນະ ບໍລິຫານງານສູນກາງ; ຂໍ້ກຳນົດກ່ຽວກັບເງື່ອນໄຂບົ່ງຕົວສະມາຊິກ​ພັກ​ນອກ​ອົງຄະ​ນະພັກ​ເຂົ້າ​ຮ່ວມ​ໃນ​ຄະນະ​ພັກ; ກ່ຽວ​ກັບ​ຂໍ້​ກຳນົດ​ບົດບາດ, ໜ້າ​ທີ່​ຂອງ​ອົງຄະ​ນະ​ພັກ​ພາກສ່ວນ; ກ່ຽວ​ກັບ​ສະພາບ​ການ​ຍ້ອງຍໍ​​ໃນ​ພັກ: ກ່ຽວ​ກັບ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ; ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຄະນະ​ກຳມະການ​ກວດກາ​ທຸກ​ຂັ້ນ; ກ່ຽວ​ກັບ​ການ​ດຳ​ເນີນ​ກົດ​ວິ​ໄນ ​ແລະ ການລົງມະຕິດຳ​ເນີນ​ກົດ​ວິ​ໄນ, ກ່ຽວ​ກັບ​ການ​ຮ້ອງທຸກ​​ໃນ​ການ​ດຳ​ເນີນ​ກົດ​ວິ​ໄນ​ຂອງ​ພັກ“.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ກໍ່​ຢືນຢັນ​ວ່າ​ເລື່ອງ​ສະ​ເໜີບຸກຄະລາ​ກອນ​ການ​ນຳ​ຂັ້ນ​ສູງ​ຂອງ​ບັນດາ​ອົງການ​ລັດ​ອາຍຸ​ການ 2016-2021 ຢູ່​ກອງ​ປະຊຸມ​ຄັ້ງ​ນີ້​ ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ. ສຳລັບ​ບັນດາ​ຕຳ​ແໜ່​ງປະທານ​ປະ​ເທດ, ນາຍົກ​ລັດຖະມົນຕີ​ລັດຖະບານ, ປະທານ​ສະພາ​ແຫ່ງ​ຊາດ ​ແລະ 34 ຕຳ​ແໜ່​ງການ​ນຳ​ອື່ນໆ​ຂອງ​ບັນດາ​ອົງການ​ລັດ ​ໄດ້​ຮັບ​ການສະ​ເໜີ ຫຼື​ໃຫ້​ຄຳ​ເຫັນ​ຮັບຮອງ​ເອົາ​ຈາກ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 2 ຊຸດ​ທີ 12 ດ້ວຍ​ຈຳນວນ​ບັດ​ໄວ້​ວາງ​ໃຈ​ສູງ​ນັ້ນ, ຄະນະ​ກຳມະການ​ບໍລິຫານ​ງານ​ສູນ​ກາງ​ຈະ​ບໍ່​ດຳ​ເນີນ​ການ​ປ່ອນ​ບັດ​ສະ​ເໜີ​ ຫຼື​ຮັບ​ເອົາ​ຄຳ​ເຫັນ​ຄືນ​ໃຫມ່ອີກ. ສຳລັບ 13 ຕຳ​ແໜ່​ງທີ່​ຍັງ​ເຫຼືອ ບໍ່​ທັນ​ຮັບ​ເອົາ​ບັດ​ສະ​ເໜີ​ຢູ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 2 ​ແລະ ບັນດາ​ຕຳ​​ແໜ່​ງທີ່​ຄາດ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ເມື່ອ​ທຽບ​ໃສ່​ຄັ້ງ​ກ່ອນ, ກົມ​ການ​ເມືອງ​ຈະ​ຂໍ​ຄຳ​ເຫັນ​ຂອງ​ສູນ​ກາງ​ດ້ວຍ​ບັດ ກ່ອນ​ທີ່​ສະ​ເໜີ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ​, ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ​ຢູ່​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​​ແຫ່ງ​ຊາດ​ຊຸດ​ທີ 14.

 

ຕອບກັບ

ຂ່າວ/ບົດ​ອື່ນ