ກອງປະຊຸມສຸມໃສ່ຕັດສິນບັນດາບັນຫາສຳຄັນພິເສດຂອງພັກແລະລັດ

ກອງປະຊຸມສຸມໃສ່ຕັດສິນບັນດາບັນຫາສຳຄັນພິເສດຂອງພັກແລະລັດ - ảnh 1
(ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ
ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​໋​ຈ້ອງ)

(vovworld) - ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​໋​ຈ້ອງ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນໃນ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 13, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11, ​ເຊິ່ງ​​ຖືກໄຂ​ຂຶ້ນ​ໃນວັນ​ທີ 14/12/2015 ຢູ່​ຮ່າ​ໂນ້ຍ, ​ໃນ​ນັ້ນຊີ​ແຈ້ງ​ບັນ​ດາ​ບັ​ນ​ຫາ​ເຊິ່ງກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ນີ້​ສຸມ​ໃສ່​ປຶກ​ສາ​ຫາ​ລື. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ເນັ້ນ​ໜັກ​ວ່າ ສູນ​ກາງ​ຕ້ອງ​ຍົກ​ສູງ​​ຈິດໃຈ​ຮັບ​ຜິດ​ຊອບ, ປະ​ຕິ​ບັດ​ສຳ​ເລັດ​ເນື້ອ​ໃນ​ລາຍ​ການກອງ​ປະ​ຊຸມ​ໃຫ້​ເປັນ​ຢ່າງ​ດີ. ​ເນື່ອງ​ໃນ​ໂອ​ກາດນີ້, ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຄັດ​ສະ​ເໜີ​ບາງ​ເນື້ອ​ໃນ​ຊີ້​ນຳ​ໃນ​ບົດ​ກ່າວ​ປ​າ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ໋​ຈ້ອງ.

        ຕາມ​ໂຄງ​ການ​ດຳ​ເນີນ​ງານ, ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ນີ້ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ກອງ​ປະ​ຊຸມ​ໃຫຍ່​​​ອົງ​ຄະ​ນະພັກ​ທຸກ​ຂັ້ນ, ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ, ບັນ​ດ​ອົງ​ການ​ຈັດ​ຕັ້ງມະ​ຫາ​ຊົນ​, ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ ໃສ່​ບັນ​ດາ​ຮ່າງ​ເອ​ກະ​ສານເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ສູນ​ກາງ​ກໍ​ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ສະ​ຫຼຸບ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການກໍ່​ສ້າງ​ພັກ; ບຸກ​ຄະ​ລາ​ກອນ​ຄະ​ນະ​ບໍ​ລິ​ການ​ງາ​ນ​ສູນ​ກາງ, ກ​ົມ​ການ​ເມືອງ, ຄະ​ນະ​ເລ​ຂາທິ​ການ ແລະ ບຸກ​ຄະ​ລາ​ກອນ​ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ​ຊຸດ​ທີ 12; ຮ່າງກົດ​ລະ​ບຽບ​​ການເຮັດ​ວຽກ, ກົດ​ລະ​ບຽບ​​ການ​ເລືອກ​ຕັ້ງ​ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແລະ ບາງ​ບັນ​ຫາ​ສຳ​ຄັນ​ອື່​ນໆ​ອີກ.

        ​ປັບ​ປຸງບັນ​ດາ​ເອ​ກະ​ສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໃຫ້​ສົມ​ບູບ​ແບບ

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຊີ້​ແຈ້ງວ່າ, ໄລ​ຮອດ​ວັນ​ທີ 06/11/2015, ໄດ​້​ມີ 68 ອົງ​ຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ ສົ່ງ​ບົດ​ລາຍ​ການ​ລວບ​ລວມ​ຄຳ​ເຫັນ​ປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ​​ໃຫຍ່ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​ທີ່ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ຮ່າງ​ເອ​ກະ​ສານ​​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​, ບັນ​ດາ​​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ກໍ​ສົ່ງ​ບົດ​ປະ​ກອ​ບ​ຄຳ​ເຫັນ​​ລ​ວບ​ລວມເຖິງ​ສູນ​ກາງ ນັບ​ພັນ​ບົດ ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເປັນ​ຈຳ​ນວນ​ຫຼ​ວງ​ຫຼາຍ. ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ກໍ​​ໄດ້​ປຶກ​ສາ​ຫາ​ລືປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ຮ່າງ​ເອ​ກະ​ສານ​ຍື່​ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ໋​ຈ້ອງ ຢືນ​ຢັນ​ວ່າ.

        “ບັນ​ດາ​ອົງ​ການ​ທີ່​​ກ່ຽວ​ຂ້ອງ​ຂອງ​ສູນ​ກາງ​ໄດ້​​ລວບ​ລວມ, ໄຈ​ແຍກ​ບັນ​ດາ​ຄຳ​ເຫັນ​ປະ​ກອບ ແລະ ສ້າງ​ບັນ​ດາ​ບົດ​ລາຍ​ງານ​ສັງ​ລວມ, ລວມ​ມີ 1574 ໜ້າ. ຄຳ​ເຫັນ​ສ່ວນ​​ຫຼາຍ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ກົງ​ໄປ​ກົງ​ມາ, ​ຄວາມຮັບ​ຜິດ​ຊອບ​ສູງ​ຕໍ່​ພັກ, ຕໍ​່ປະ​ຊາ​ຊົນ, ປະ​ເທດ​ຊາດ; ຊົມ​ເຊີຍ​ເລື່ອງ​ສູນ​ກາງ​ໄດ້​ປະ​ກາດ​​ບັນ​ດາຮ່າງ​ເອ​ກະ​ສານ​​ເພື່ອ​ຮັບ​ເ​ອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ໂດຍ​ໄວ; ຖື​ວ່າ ນີ້​ແມ່ນບັ້ນ​ເຄື່ອ​​ນ​ໄຫວ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວ​າງ, ສະ​ແດງ​ໃຫ້​ເຫັນ​​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ​ທີ່​ນັບ​ນື້​ນັບ​ສູງ​ໃນ​ພັກ, ໃນ​​ໝູ່ປະ​ຊາ​ຊົນ ແລະ ສັງ​ຄົມ; ເສີ​ມ​ຂະ​ຫຍາຍ​ພູມ​ປັນ​ຍາ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ເຂົ້າ​ຮ່ວມ​ວິ​ວັດ​ການ​ວາງ​ແຜນ​ກຳ​ນົດ​ແນວ​ທ​າງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ປະ​ເທດ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ໃນ​ສະ​ພາບ​ການ​ໃໝ່”. 

    ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ສະ​ເໜີ​ບັນດາ​ທ່ານ​ກຳມະການ​ສູນ​ກາງ ​ປຶກສາ​ຫາລື ​ແລະ ປະກອບ​ຄວາມ​ເຫັນ​ຢ່າງ​ລະອຽດ​ ເຂົ້າ​ບົດ​ລາຍງານ​ອະພິປາຍ, ຮັບ​ເອົາ​ຄວາມ​ເຫັນ ​ແລະ ​ເນື້ອ​ໃນ​ຄົບ​ຊຸດ​ຂອງ​ບັນດາ​ຮ່າງ​ເອກະສານ ດ້ວຍ​ຈິດ​ໃຈ​ສ້າງສັນ, ​ນັບຖື​ບັນດາ​ຄວາມ​ເຫັນ​ປະກອບ​ຂອງ​ທົ່ວ​ພັກ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ ​ແລະ ປະຊາຊົນ.

        ສະຫຼຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ

   ທ່ານ​ເລຂາ​ທິການ​ໃຫຍ່​ໃຫ້​ຮູ້​ວ່າ, ​ແຜນການ​ຂອງ​ກົມ​ການ​ເມືອງ, ບັນດາ​ຄະນະ​ພັກ​ແຂວງ, ນະຄອນ, ບັນດາ​ອົງຄະ​ນະ​ພັກ​ສັງກັດ​ສູນ​ກາງ ​ໄດ້​ດຳ​ເນີນ​ການ​ສະຫຼຸບການ​ປະຕິບັດ​ມະຕິ​ສູນ​ກາງຄັ້ງ​ທີ 4 “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“​ ຢ່າງ​ເຂັ້ມ​ງວດ, ​ແລະ ມີ​ຄວາມ​ຮັບຜິດຊອບ. ບົນ​ພື້ນຖານ​ບົດລາຍ​ງານ​ສະຫຼຸບຂອງ​ບັນດາ​ອົງຄະ​ນະ​ພັກ​ສັງກັດ​ສູນ​ກາງ, ທ່ານ​ເລຂາ​ທິການ​ໃຫຍ່​ ສະ​ເໜີ​ບັນດາ​ທ່ານ​ກຳມະການ​ສູນ​ກາງ​ພັກ​ໃຫ້​ຄຳ​ເຫັນ​ ກ່ຽວ​ກັບບັນດາ​ເນື້ອ​ໃນ​ຂອງ​ບົດ​ລາຍ​ງານ, ສຸມ​ໃສ່​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ມະຕິ, ຊີ້​ແຈ້ງ​ບັນດາ​ວຽກ​ງານ​ທີ່​ປະຕິບັດ​ໄດ້, ບັນດາ​ວຽກ​ງານ​ບໍ່​ທັນ​ປະຕິບັດ​ໄດ້, ຖອດ​ຖອນ​ບົດຮຽນ. ບັນດາ​ກຳມະການ​ສູນ​ກາງ​ກໍ່​ຄວນ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4, ສະ​ເໜີ​ບັນດາ​ບັນ​ຫາ​ທີ່​ຈຳ​ເປັນ​ຕ້ອງ​ປັບປຸງ, ​ເພີ່ມ​ເຕີມ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຕິດ​ຂັດ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ມະຕິ.

      ປັບປຸງ​ບັນດາ​ແຜນການ​ບຸກຄະລາ​ກອນ​ໃຫ້​ສົມ​ບູນ

     ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ, ພາຍຫຼັງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 12, ອະນຸ​ກະມະ​ການ​ບຸກຄະລາ​ກອນ ​ແລະ ກົມ​ການ​ເມືອງ​ໄດ້​ຮີບ​ເຮັ່ງ​ຊີ້​ນຳ​ສະຫຼຸບ​ ຜົນ​ແຫ່ງ​ການ​ປ່ອນ​ບັດ​ສະ​ເໜີ​ບຸກຄະລາ​ກອນ​ ຂອງ​ສູນ​ກາງ, ຄົ້ນ​ຄ້ວາ, ສະ​ເໜີ​ບັນດາ​ມາດຖານ​ພິຈາລະນາ​ ກ່ຽວ​ກັບ​ກໍລະ​ນີ “ພິ​ເສດ“ ​ແມ່ນ​ກຳມະການ​ສູນ​ກາງ​ຊຸດ​ທີ 11 ​ແຕ່ງ​ຕັ້ງ​ຄືນ​ໃໝ່ເປັນກຳມະການ​ສູນ​ກາງ​ຊຸດ​ທີ 12; ຄົ້ນ​ຄ້ວາ ​ແລະ ສະ​ເໜີ​ບັນດາຄວາມ​ຕ້ອງການ, ພື້ນຖານ​ເພື່ອ​ເລືອກ​ເຟັ້ນບຸກຄະລາ​ກອນ​ທີ່​ມີ​ມາດຕະຖານ, ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ໃນ​ເກນ​ອາ​ຍຸ​ເຂົ້າ​ຮ່ວມ​ກົມ​ການ​ເມືອງ, ຄະນະ​ເລຂາ​ຊຸດ​ທີ 12. ທີ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ນີ້, ກົມ​ການ​ເມືອງ​ລາຍ​ງານ​ຕໍ່​ສູນ​ກາງ​ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ກະກຽມ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ບຸກຄະລາ​ກອນ​ກົມ​ການ​ເມືອງ, ຄະນະ​ເລຂາທິການ ​ແລະ ບຸກຄະລາ​ກອນ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ທີ 12. ສູນ​ກາງ​ກໍ່​ໄດ້​ລົງມະຕິ​ບັນຊີ​ລາຍ​ຊື່​ບັນດາ​ກຳມະການ​ສູນ​ກາງ​ຊຸດ​ທີ 11 (ນັບທັງ​ທາງ​ການ ​ແລະ ສຳຮອງ) ​ໃນ​ເກນ​ອາຍຸ, ​ໃນ​ກໍລະນີ “ພິ​ເສດ“ ​ແຕ່ງ​ຕັ້ງ​ຄືນ​ໃໝ່. ສູນ​ກາງ​ກໍ່​ແຕ່ງ​ຕັ້ງ​ບຸກຄະລາ​ກອນ​ການ​ເມືອງ, ຄະນະ​ເລຂາ​ຊຸດ​ທີ 12; ຄະນະ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ທີ 12 ​ແລະ 4 ຕຳ​ແໜ່​ງ​ເປັນຜູ້​ນຳ​ຫຼັກ​ແຫຼ່ງ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ.

       “ນີ້​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ສຸດ, ສະ​ເໜີ​ສູນ​ກາງ ​ສຸມ​​ກຳລັງ​ແຮງ, ພູມ​ປັນຍາ​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ​ບັນດາ​ບົດ​ລາຍ​ງານ​ຂອງ​ກົ​ມການ​ເມືອງ ​ແລະ ບັນດາ​ເອກະສານ​ກ່ຽວ​ກັບ​ບຸກຄະລາ​ກອນ ​ທີ່​ກ່ຽວຂ້ອງ​ຢ່າງ​ລະອຽດ ​ເພື່ອ​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ, ສ້າງ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ກ່ຽວ​ກັບ​ບັນຫາ​ນີ້, ​ເປັນ​ພື້ນຖານ​ເພື່ອ​ໃຫ້​ສູນ​ກາງ​ປ່ອນ​ບັດ​ຕົກລົງ​ກ່ຽວ​ກັບ​ບຸກຄະລາ​ກອນ ​ແລະ ຈົດ​ໃສ່​ບັດ​ສະ​ເໜີ​ ກ່ຽວ​ກັບ​ບຸກຄະລາ​ກອນ​ໃຫ້​ຖືກ​ກັບ​ຂັ້ນ​ຕອນ“.

     ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ຊີ້​ແຈ້ງ​ບັນດາ​ເນື້ອ​ໃນ​ຈຳ​ເປັນ​ປຶກສາ​ຫາລື​ກ່ຽວ​ກັບ​ກົດ​ລະບຽບ​ການ​ເຮັດ​ວຽກ ​ແລະ ກົດ​ລະບຽບ​ການ​ເລືອກ​ຕັ້ງ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມທົ່ວ​ປະ​ເທດ ​ແລະ ບັນດາ​ບົດ​ລາຍ​ງານ​ສຳ​ຫຼວດກວດກາ ​ການ​ຊີ້​ນຳ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 11 ທີ່​ກອງ​ປະຊຸມ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ