ກອງປະຊຸມສຳມະນາກ່ຽວກັບຜົນກະທົບຫຍໍ້ທໍ້ ຂອງການຖົມດິນເປັນເກາະຢູ່ທະເລຕາເວັນອອກ

ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ທີ່​ມີ​ຫົວ​ຂໍ້ “ ກິດ​ຈະ​ກຳ​ຖົມ​ດິນ​ເປັນ​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ຜົນ​ກະ​ທົບ​ທີ່​ມີ​ຕໍ່​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ, ການ​ຄ້າ​ຂອງ​ພາກ​ພື້ນ ” ຫາ​ກໍ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 25/7 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ຜູ້​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ, ນັກ​ຄົ້ນ​ຄ້​ວາ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຈຳ​ນວນ​ປະ​ມານ 200 ຄົ​ນ ໄດ້​ເຮັດ​ໃຫ້​ຈະ​ແຈ້ງ​ກ່ຽວ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS 1982) ກ່ຽວ​ກັບ​ການກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະຢູ່​ມະ​ຫາ​ສະ​ໝຸດເວົ້າ​ລວມ ແລະ ຢູ່ທະ​ເລ​ຕາ​ເວັນ​ອອກເວົ້າ​ສະ​ເພາະ. 

 

ກອງປະຊຸມສຳມະນາກ່ຽວກັບຜົນກະທົບຫຍໍ້ທໍ້ ຂອງການຖົມດິນເປັນເກາະຢູ່ທະເລຕາເວັນອອກ - ảnh 1
ບັນ​ດາ​ຜູ້​ຊ່ຽວ​ຊານ​ໄດ້​ໄຈ້​ແຍກກ່ຽວກັບຜົນກະທົບຫຍໍ້ທໍ້ ຂອງການ ຖົມດິນເປັນເກາະຢູ່ທະເລຕາເວັນອອກ

   ບັນ​ດາ​ນັກ​ຮຽນ​ຮູ້​ທີ່​ມາ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ ແລະ ບັນ​ດາ​ນັກ​ຮຽນ​ຮູ້ຂອງ​ຫວຽດ​ນາມ​ໄດ້​ໄຈ້​ແຍກ, ຄົ້ນ​ຄ້​ວາ​ຕີ​ລາ​ຄາບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS 1982), ກໍ​ຄື​ເລື່ອງ​ຈີນກໍ່​ສ້າງ,ຖົມ​ດິນ​ເປັນ​ເກາະ​ບາງ​ແຫ່ງຢູ່ທະ​ເລ​ຕາ​ເວັນ​ອອກ​ໃນ​ປະ​ຈຸ​ບັນ. ຕາມນັ້ນ​ແລ້ວ, ເລື່ອງ​ຈີນ​ດຳ​ເນີນ​ການກໍ່​ສ້າງ ຖົມ​ດິນ​ເປັນ​ເກາະ​ຢູ່ ທະ​ເລ​ຕາ​ເວັນ​ອອກ​ຈະ​ກໍ່​ໃຫ້​ເກີດ​ຜົນ​ພາຍຫຼັງ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ.

    ເຂດ​ປອດ​ໄພ​ທີ່​ເໝາະ​ສົ​ມ

  ບັ​ນ​ດາ​ບັນ​ຫາດ້ານ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ການຖົມ​ດິນ​ເປັນ​ເກາະ, ຫຼື​ເກາະ​ເຫຼົ່າ​ນີ້ ຈະ​ສາ​ມາດ​ໃຫ້​ກຳ​ເນີດ​ບັນ​ດາສິດຫຍັງ​ແດ່ ? ຢູ່​ທະ​ເລ, ບໍ່​ພຽງ​ແຕ່​ແມ່ນ​ບັນ​ຫາ​ສຶກ​ສາ​ຮ່ຳ​ຮຽນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນ​ຫາ​ສະ​ຖາ​ນະ​ການ​ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ຈາກ​ຫາງ​ສຽງ ຍ້ອນມ​ີ​ບັນ​ດາ​ການ​ກະ​ທຳ​ເມ​ື່ອມໍ່ໆ​ມານີ້​ຂອງ​ຈີນ​ຢູ່ທະ​ເລ​ຕາ​ເວັນ​ອອກ. ທ່ານ ດ​ຣ ໂງ​ຮິ້ວ​ເຟືອກ ຫົວ​ໜ້າ​ພາກວິ​ຊານິ​ຕ​ິ​ກຳ​ສາ​ກົນ, ພະ​ແນກ​ກົດ​ໝາຍ​ສາ​ກົນ, ມະ​ຫາ​ວິ​ທະ​ຍາ​ໄລ​ກົດ​ໝາຍ​ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ ການກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະຢູ່​ບໍ​ລິ​ເວນ​ທະ​ເລ​ຕ່າງໆ ແມ່ນ​ຕ້ອງ​ປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS 1982) ແນ​ໃສ່​ເຄົາ​ລົບ​ບັນ​ດາ​ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ​ສິດ​ເສ​ລີ​ໃນ​ການບິນ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ທະ​ເລ​ຂອງ​ບັນ​ດາ​ປະ​ເທດ​ອື່ນ. ທ່ານ ດ​ຣ ໂງ​ຮິ້ວ​ເຟືອກ ຍັງ​ເນັ້ນ​ໜັກ​ວ່າ ເກາະ​ທີ່​ໄດ້​ກໍ່​ສ້າງຈາກ​ການ​ຖົມ​ດິນ ແມ່ນບໍ່​ມີ​ເຂດ​ນ່ານ​ນ້ຳ, ເຂດ​ເຊື່ອມ​ຕໍ່​ເຂດ​ນ່ານ​ນ້ຳ, ເຂດ​ເສດ​ຖະ​ກິດ​ພິ​ເສດ ແລ​ະ  ໄຫລ່​ທະ​ວີບ. ໂດຍ​ມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ​ກັບທ່ານ ດ​ຣ ໂງ​ຮິ້ວ​ເຟືອກ, ທ່ານ​ສາດ​ສະ​ດາ​ຈານ​, ດ​ຣ Erik Franckx ກຳ​ມະ​ການ​ໃນ​ສານ​ກຳ​ມະ​ການ​ປະ​ຈຳ ລາ​ໄຮ ຢືນ​ຢັນ​ວ່າ ຕາມ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS 1982) ເກາະ​ຕ່າງ​ທີ່​ໄດ້ກໍ່​ສ້າງຈາກ​ການ​ຖົມ​ດິນ ພຽງ​ມີ​ສິດ​ຊົມ​ໃຊ້​ “ເຂດ​ປອດ​ໄພເໝາະ​ສົມ” , ໂດຍ​ທົ່ວ​ໄປ​ແລ້ວ ບໍ່​ໄດ້​ເກີນ 500 ແມັດ. ນອກ​ຈາກນັ້ນ, ສິດ​ອຳ​ນາດ​ໃນ​ເຂດ​ປອດ​ໄພ​ນັ້ນ ກໍ​ຕ້ອງ​ເຄົາ​ລົບ​ບັນ​ດາ​ການ​ເຄື່ອນ​ໄຫວ​ເດີນ​ທະ​ເລ​ສາ​ກົນ. ທ່ານ​ສາດ​ສະ​ດາ​ຈານ​, ດ​ຣ Erik Franckx ກ່າວ​ວ່າ:

    “ ມີ​ມາດ​ຕາ​ທີ່​ໄດ້​ລະ​ບຸ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ກົດ​ໝາຍ​ທະ​ເລ​ສາ​ກົນ, ນັ້ນ​ແມ່ນ​ພວກ​ເຮົາ​ບໍ່​ໄດ້ເຮັດ​ປ່ຽນ​ແປງສະ​ພາບ​ຕົວ​ຈິງ​ປະ​ຈຸ​ບັນ ທີ່​ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ​ຕາມ​ຂໍ້​ກຳ​ນົດ​ກົດ​ໝາຍ​ສາ​ກົນ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ທຳ​ມະ​ຊາດ. ຫຼັກ​ການ​ທີ 2 ທີ່​ຂ້າ​ພ​ະ​ເຈົ້າ​ຢາກ​ເນັ້ນ​ໜັກ ນັ້ນ​ແມ່ນ​ການກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະ ຈະ​ບໍ່​ສາ​ມາດ​ໃຫ້​ກຳ​ເນີດ​ບັນ​ດາສິດໃໝ່. ຈະ​ຍັງ​ຄົງ​ຖືນັ້ນ ແມ່ນ​ບັນ​ດາ​ເກາະ​ທີ່​ຖືກກໍ່​ສ້າງ​ໂດຍ​ການ​ຖົມ​ດິນ​ຕາມ​ລະ​ບຽບ​ກົດ​ໝາຍ​ສາ​ກົນ”

     ບັນ​ດາ​ຜົນ​ກະ​ທົບ​ຫຍໍ້​ທໍ້

  ທ່ານ​ສາດ​ສະ​ດາ​ຈານ​, ດ​ຣ ມາຍ​ຮົ່ງ​ກີ, ອະ​ທິ​​ບໍ​ດີມະ​ຫາ​ວິ​ທະ​ຍາ​ໄລ​ກົດ​ໝາຍ​ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ ຈີນບໍ່​ມີ​ສິດກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະຢູ່​ໝູ່​ເກາະ​ເຈືອງ​ຊາ. ທ່າ​ນ​ຊີ້​ແຈ້ງວ່າ ຈີນ​ໄດ້​ໃຊ້​ກຳ​ລັງ​ອາ​ວຸດ​ເພື່ອ​ບຸກ​ໂຈມ​ຕີ​ຢຶດ​ຄອງ​ຫາດດອນ​ຫີນ​ທີ່​ຂຶ້ນ​ກັບ ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດ​ນາມ. ກົດ​ໝາຍ​ສາ​ກົນ​ບໍ່​ມີ​ຍາມ​ໃດ​ທີ່ຍອມ​ຮັບ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ໜຶ່ງ​ທີ່​ມີ​ຕໍ່​ເຂດ​ນ້ຳ​ແດນ​ດິນ​ທີ່​ໄດ້​ຈາກ​ກາ​ນະ​ທຳ​ໃຊ້​ກຳ​ລັງ​ອາ​ວຸດ. ດັ່ງ​ນັ້​ນ, ການ​ກະ​ທຳກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະຢູ່​ໝູ່​ເກາະ​ເຈືອງ​ຊາຂອງ​ຈີນ​ແມ່ນ​ໄປ​ຝືນ​ກັບ​ກົດ​ໝາຍ​ສາ​ກົນ​ຢ່າງ​ສິ້ນ​ເຊິ່ງ, ພິ​ເສດ​ແມ່ນ UNCLOS 1982 . ການ​ກະ​ທຳ​ນີ້​ຂອງ​ຈີນ​ໄດ້ ແລະ ພວມ​ກີດ​ຂວາງ ແລະ ນາບ​ຂູ່​ເສ​ລີ​ພາບ​ໃນ​ການ​ເດີນ​ທະ​ເລ, ການ​ບິນ, ການ​ຄ້າ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ເພາະ​ວ່າ ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ປົກ​ປັກ​ຮັກ​ສາ​ເກາະ​ຕ່າງໆ​ທີ່​ຖືກກໍ່​ສ້າງ​ຈາກ​ການ​ຖົມ​ດິນ​ຢ່າງ​ຜິດ​ກົດ​ໝາຍ ແລະ ຖະ​ແຫຼງ​ປະ​ກາດ​ສ້າງ​ຕັ້ງ​ບໍ​ລິ​ເວນ​ທະ​ເລ 12 ໄມ​ທະ​ເລ​ອ້ອມ​ແອ້ມ​ເກາະ​ເຫຼົ່າ​ນັ້ນ, ພ້ອມ​ທັງ​ເກືອດ​ຫ້າມ​ເຮືອ, ກຳ​ປັ່ນ, ເຮືອ​ບິນ​ຂອງ​ປະ​ເທດ​ຕ່າງໆ​ເຄື່ອນ​ໄຫວ​ໃນ​ບໍ​ລິ​ເວນ​ທະ​ເລ ແລະ ເຂດ​ນ່ານ​ຟ້າ​ເທິ່ງ​ເກາະ​ເຫຼົ່າ​ນັ້ນ. ນັກ​ທະ​ນາຍ​ຄວາມ ດັ້ງ​ວັນ​ມິນ ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ທະ​ນາ​ຄວາມ ເມືອງ 11, ນະ​ຄອນ​ໂຮ່​ຈິ​ມິນ ມີ​ທັດ​ສະ​ນະ​ວ່າ : 

   “ ຈີນ​ຢາກ​ໃຫ້​ບັນ​ດາ​ບັນ​ຫາບໍ່​ມີ​ການ​ຂັດ​ແຍ້ງ ກາຍ​ເປັນ​ເລື່ອງ​ມີ​ການ​ຂັດ​ແຍ້ງ ແລະ ຈີນ​ໄດ້​ກໍ່​ສ້າງ, ຖົມ​ດິນ​ຢູ່​ບັນ​ດາ​ຫາດດອນ​ນ້ຳ​ຖ້ວມ​ເປັນ​ເກາະ​ຕ່າງໆ. ເພື່ອ​ຈາກນັ້ນ, ຈີນ​ໄດ້​ຖະ​ແຫຼງ​ປະ​ກາດ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ຢູ່​ເກາະ​ເຫຼົ່າ​ນັ້ນ ເພື່ອ​ຫັນ​ແຜນ “ເສັ້ນ​ລີ້ນ​ງົວ” ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ບໍ່​ພຽງ​ແຕ່​ຫວຽດ​ນາມ​ໄດ້​ກ່າວ​ຄັດ​ຄ້ານ​ເທົ່າ​ນັ້ນ, ຫາກບ​ັນ​ດາ​ປະ​ເທດ G7 , ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ກໍ​ໄດ້​ກ່າວ​ຄັດ​ຄ້ານ​ການ​ກະ​ທຳ​ຂອງ​ຈີນ​ອີກ​ດ້ວຍ. ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ຈີນ ແມ່ນ​ໄດ້​ລະ​ເມີດ​ສິດ​ອະ​ທິ​ປະ​ໄຕ ແລະ ສິດ​ອຳ​ນາດ​ສານ​ຂອງ​ຫວຽດ​ນາມ ”

       ຕາມທ່ານ​ ດ​ຣ ຝ້າມ​ວັນ​ວໍ້ ຮອງ​ຫົວ​ໜ້າ​ພະ​ແນກ​ກົດ​ໝານ​ການ​ຄ້າ, ມະ​ຫາ​ວິ​ທະ​ຍາ​ໄລ​ກົດ​ໝາຍ​ນະ​ຄອນ​ໂຮ່​ຈິ​ມິນແລ້ວ, ການ​ກະ​ທຳ​ຂອງ​ຈີນ​ໄດ້​ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ສາ​ກົນ. ດ້ານ​ອື່ນ, ການ​ທຳ​ລາຍ​ຫີນ​ປະ​ກາ​ລັງ ແລະ ບັນ​ດາ​ຜົນ​ກະ​ທົບ​ຂອງ​ມັນ​ທີ່​ມີ​ຕໍ່​ລະ​ບົບ​ຊີ​ວະ​ພາບ​ທະ​ເລ ແມ່ນ​ການ​ລະ​ເມີດ​ພັນທະປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຕາມ​ມາດ​ຕາ 192 ແລະ ມາດ​ຕາ 193 ຂອງ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS 1982). ໃນ​ຂະ​ນະ​ນັ້ນ, ທ່ານ​ສາດ​ສະ​ດາ​ຈານ​, ດ​ຣ Jay Batongbaca ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ພົວ​ພັນ​ການ​ເດີນ​ທະ​ເລ ແລະ ກົດ​ໝາຍ​ທະ​ເລ ຟີ​ລິບ​ປິນ ຖື​ວ່າ ບັນ​ດາ​ການ​ກະ​ທຳກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະຂອງ​ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງ​ຕໍ່​ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ກໍ່​ຄວາມ​ທ້າ​ທ​າຍ​ຕໍ່​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຍຸດ​ຕິ​ທຳ ແລະ ພາ​ວະ​ວິ​ໄສ.

ຕອບກັບ

ຂ່າວ/ບົດ​ອື່ນ