ກອງປະຊຸມໃຫຍ່ຊຸດທີ VIII ແນວໂຮມປະເທດຊາດຫວຽດນາມ: ຮ່ວມພັດທະນາພ້ອມກັບປະເທດຊາດ


(vovworld) - ​ກອງ​ປະຊຸມ​ໃຫຍ່​ຊຸ​ດທີ VIII ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 25 – 27/9, ຢູ່​ຮ່າ​ໂນ້ຍ. ດ້ວຍ​ຫົວ​ຂໍ້​ວ່າ “ສາມັກຄີ, ປະຊາທິປະ​ໄຕ, ປ່ຽນ​ໃໝ່​ພັດທະນາ“, ກອງ​ປະຊຸມ​ໃຫຍ່​ແມ່ນ​ໂອກາດ​ເພື່ອ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ແນວ​ໂຮມ ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ກອງປະຊຸມໃຫຍ່ຊຸດທີ VIII ແນວໂຮມປະເທດຊາດຫວຽດນາມ: ຮ່ວມພັດທະນາພ້ອມກັບປະເທດຊາດ - ảnh 1

        ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ລະບົບ​ການ​ເມືອງ​ຂອງ​ຫວຽດນາມ​ປະຈຸ​ບັນ​ນີ້. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເຕົ້າ​ໂຮມ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະຕິບັດ​ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ; ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ; ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ. ລັດ, ​ເຄື່ອນ​ໄຫວການ​ຕ່າງປະ​ເທດ​ປະຊາຊົນ ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

        ​ໃນ​ສະຖານະ​ການ​ປະຈຸ​ບັນ, ການ​ເຕົ້າ​ໂຮມ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ​ແລະ ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຕົ້ນຕໍ​ທີ່​ວາງ​ອອກ​ໃຫ້ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

        ​ເຕົ້າ​ໂຮມ​​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ

        ​ມະຫາ​ສາມັກຄີ​​ແມ່ນ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າຂອງ​ຊາດ, ສ້າງ​ເປັນ​ກຳລັງ​ແຮງ​ເພື່ອ​ໃຫ້​ພາລະກິດ​ປະຕິວັດ​ຫວຽດນາມ​ໄດ້​ຮັບ​ຜົນສຳ​ເລັດ. ​ເພື່ອ​ເພີ່ມ​ທະວີ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​​ທົ່ວ​ປວງ​ຊົນ​ທັງ​ຊາດ, ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈີ​ມິນ ​ໄດ້​ກໍ່​ຕັ້ງ ​ແລະ ນຳພາ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ​ຫວຽດນາມ, ໝາຍ​ເຖິງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ເມື່ອ​ກ່ອນ. ສູນ​ກາງ​ພັກ ​ໄດ້​ປະກາດ​ໃຊ້​ຫຼາຍ​ມະຕິ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ເບິ່ງ​ແຍງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຊົນ​ຊັ້ນ, ບັນດາ​ກຳລັງ​ໃນ​ສັງຄົມ. ລັດ​ກໍ່​ໄດ້​ປະກາດ​ໃຊ້​ຫຼາຍ​ນະ​ໂຍບາຍ, ກົດໝາຍ​ເພື່ອ​ປຸກລຸກ ​ແລະ ​ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ເບິ່ງ​ແຍງ, ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ​ໃນ​ສະພາບ​ການ​ນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນ​ໄດ້​ເພີ່ມ​ທະວີ​ການ​ຂົນຂວາຍ​ປະຊາຊົນ​ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ປະກອບສ່ວນ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ລຸດຜ່ອນ​ຄວາມທຸກ​ຍາກ. ບັນດາ​ອົງການ​ສະມາຊິກ​ຂອງ​ແນວ​ໂຮມ​ເພີ່ມ​ທະວີ​ການ​ເຕົ້າ​ໂຮມ, ດຶງ​ດູດ​ສະມາຊິກ​ໃໝ່​ເຂົ້າ​ຮ່ວມ​ຕື່ມ​ອີກ, ​ເຕົ້າ​ໂຮມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​​ເປັນ​ຈຳນວນ​ຫຼວງ​ຫຼາຍເຂົ້າ​ຮ່ວມ​ບັນດາ​ອົງການ​ເໝາະ​ສົມ​.

        ​ໂດຍ​ເສີມ​ຂະ​ຫຍາ​ຍ​ບົດບາດໃຈກາງ​ແມ່ນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ໄລຍະ​ປະຈຸ​ບັນ, ​ແນວ​ໂຮມ​ໄດ້​ຫັນ​ບັນດາ​ຮູບ​ການ​ເຕົ້າ​ໂຮມ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະດ້ວຍ​ການ​ຂົນຂວາຍ​ຕ່າງໆ​ທີ່​ມີ​ລັກສະນະ​ທົ່ວ​ປວງ​ຊົນ. ຄຽງ​ຂ້າງ​ນັ້ນ, ​ແນວ​ໂຮມ​ຍາມ​ໃດ​ກໍ່​ຮັບ​ຟັງ ​ແລະ ​ເຕົ້າ​ໂຮມ​ບັນດາ​ຄຳ​ເຫັນ​ປະກອບ, ​ແນວ​ຄິດ​ຈິດ​ໃຈ, ຄວາມ​ຫວັງ​ທີ່​ຊອບ​ທຳ​ຂອງ​ປະຊາຊົນ ​ເພື່ອ​ສ່ອງ​ແສງ​ເຖິງ​ພັກ ​ແລະ ລັດ, ປະກອບສ່ວນ​ກໍ່ສ້າງ, ປັບປຸງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົ​ດໝາຍ. ​ໃນ​ສະພາບ​ການ​ໃໝ່, ​ເພື່ອ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຄວນ​ເສີມ​ຂະຫຍາຍ​​ແບບ​ວິທີ​ເຕົ້າ​ໂຮມ​ຂອງ​ແນວ​ໂຮມ, ພິ​ເສດ​ແມ່ນ​ຄວນ​ພັດທະນາ​ຮູບ​ແບບ​ຮ່ວມ​ສຳພັນ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ລະຫວ່າງ​ບັນດາ​ສາສະໜາ, ຊົນ​ເຜົ່າ, ບັນດາ​ທ້ອງ​ຖີ່​ນ​ເພື່ອ​ສ້າງ​ຄວາມ​ສາມັກຄີ​ຢ່າງ​ໝັ້ນຄົງ​ກວ່າ. ທ່ານ ​ເຈິ່ນ​ເຮົ້າ, ອະດີດ​ບັນນາທິການ​ໃຫຍ່​ວາລະສານ​ແນວ​ໂຮມ, ຖື​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ຄວນ​ປະກາດ​ລາຍການ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ເພື່ອ​ປະ​ເທດ​ຫວຽດນາມ​ສັນຕິພາບ, ​ເອກະ​ພາບ, ປະຊາທິປະ​ໄຕ ​ແລະ ຮັ່ງມີ​ເຂັ້ມ​ແຂງ. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຊິ່ງຂ້າພະ​ເຈົ້າ​ຖື​ວ່າ​ປະຊາຊົນ 90 ກວ່າ​ລ້ານ​ຄົນ​ພວມ​ລໍຖ້າ ​ແລະ ມຸ່ງ​ໄປ​ເຖິງກອງ​ປະຊຸມ​ໃຫຍ່​ເພື່ອ​ຮັບ​ຟັງຄຳເວົ້າ, ຄຳຮຽກຮ້ອງ​ຂອງ​ກອງ​ປະຊຸມ​ໃຫຍ່. ຂ້າພະ​ເຈົ້າ​ຖື​ວ່າ​ຕ້ອງ​ມີ​ຖະ​ແຫຼ​ງການ​ປະກາດ​ກ່ຽວ​ກັບ​ຄວາມສາມັກຄີທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ສະພາບ​ການ​ໃໝ່“.

​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ

ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບໍ່​ພຽງ​ແຕ່​ປຸກລະດົມ​ນຳ້​ໃຈ​ຮັກ​ຊາດ, ອອກ​ແຮງ​ງານ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ທົ່ວ​ປວງ​ຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຮັບປະກັນ​ບົດບາດ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກຕີ​ລາຄາ​ສັງຄົມ​ສຳລັບ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ​ອີກ​ດ້ວຍ. ການ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກຕີ​ລາຄາ​ສັງຄົມ​ບໍ່​ພຽງ​ແຕ່​ແມ່ນ​ການ​ປະກອບ​ຄວາມ​ເຫັນ​ຕໍ່​ພັກ ​ແລະ ລັດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ໃຫ້​ຄຳປຶກສາ​ຕໍ່​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ​ເພື່ອ​ໃຫ້ການ​ຊີ້​ນຳ​ນຳພາ, ການ​ບໍລິຫານ​ໄດ້​ດີ​ກວ່າ​ອີກ​ດ້ວຍ. ສຳລັບ​ແນວ​ໂຮມ​ແລ້ວ, ​ເວລາ​ນີ້​ຕ້ອງ​ເສີມ​ຂະຫຍາຍ​ທ່າ​ແຮງ​ນີ້​ເພື່ອ​ນຳ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ​ເຖິງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ.

ກ່ຽວ​ກັບ​ການ​ໄຈ້​ແຍກ​ຕີ​ລາຄາ, ​ໄລຍະ​ຜ່ານ​ມາ, ສະ​ເພາະ​ເລື່ອງ​ປະກອບສ່ວນ​ກໍ່ສ້າງ​ລັດຖະມຳມະນູນປີ 2013, ​ໃນ​ຈຳນວນ 22 ລ້ານ​ເທື່ອ​ຄົນ​ປະກອບ​ຄຳ​ເຫັນ​ນັ້ນ, ມີ​ສະມາຊິກ​ຂອງ​ແນວ​ໂຮມ​ກວ່າ 8 ລ້ານ​ເທື່ອ​ຄົນ.

ກ່ຽວ​ກັບ​ການ​ຕິດຕາມ​ກວດກາ, ປະຈຸ​ບັນ, ​ແນວ​ໂຮມ​ພວມ​ຜັນ​ຂະຫຍາຍ 5 ​ເນື້ອ​ໃນ​ຕິດຕາມ​ກວດກາ​ລະດັບ​ຊາດ ​ແລະ ທ້ອງ​ຖີ່​ນ. ຄຽງ​ຂ້າງ​ຂັ້ນ, ​ແນວ​ໂຮມ​ກໍ່​ໄດ້​ລົງ​ນາມ​ໃນ​ລາຍການ​ສົມທົບ​ກັນ​ກັບ​ຫຼາຍ​ກະຊວງ, ຂະ​ແໜງ​ການ​ເພື່ອ​ຕິດຕາມ​ກວດກາ​ຕາມ​ແຕ່ລະ​ຂົງ​ເຂດ​ເພື່ອ​ໃຫ້​ແນວ​ໂຮມ​ເສີມ​ຂະຫຍາຍ​ການ​ເຄື່ອນ​ໄຫວ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກຕີ​ລາຄາ​ສັງຄົມ​ເປັນ​ຢ່າງ​ດີ. ທ່ານ ຫງວຽນ​ຊອງ​ຟີ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ, ​ເຊິ່ງ​ແມ່ນ​ອົງການ​ທີ່​ເປັນ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຖື​ວ່າ:

ປັດ​ໃຈ​ມະນຸດ - ພະນັກງານ​ແນວ​ໂຮມ​ຕ້ອງ​ມີ​ລະດັບ​ຄວາມ​ຮູ້, ມີ​ຄວາມ​ສາມາດ ຈຶ່ງ​ມີ​ເງື່ອນ​ໄຂ​ຢ່າງພຽງພໍ ​ເພື່ອ​ອະທິບາຍ ​ແລະ ​ແນະນຳ​ໃຫ້​ປະຊາຊົນ. ຢາກ​ຕິດຕາມ​ກວດກາ​ໄດ້ ​ແມ່ນ​ຕ້ອງ​ມີ​ລາຍການ​, ​ເນື້ອ​ໃນຕິດຕາມ​ກວດກາ ​ແລະ ຜູ້​ທີ່​ມີ​ຄວາມ​ສາມາດ​ຕິດຕາມ​ກວດກາ​ຢ່າງ​ພຽງພໍ“.

​ແນວ​ໂຮມ​ປະ​ເທດ​ຊາດ ​ແມ່ນ​ອົງການ​ການ​ເມືອງ - ສັງຄົມ​ມີ​ບົດບາດ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ. ການ​ເພີ່ມ​ທະວີ​ຄວາມ​ສາມາດ​ສາມັກຄີ​ທົ່ວ​ປວງ​ຊົນ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ​ໄຈ້​ແຍກ​ສັງຄົມ​ໃນ​ຕໍ່ໜ້າ ຈະ​ປະກອບສ່ວນ​ປັບປຸງ, ຢືນຢັນ​ບົດບາດ​ຂອງ​ແນວ​ໂຮມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ