ກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກເປັນຢ່າງດີ

 ທີ່​ວາ​ລະ​ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ ໄດ້​ຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ທີ 13 ໄດ້​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມ.

ກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກເປັນຢ່າງດີ  - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ

     ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ ຊີ້​ແຈ້ງວ່າ : ກອງ​ປະ​ຊຸມ​ໄດ້​ເລັ່ງ​ໃສ່​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ລະ​ອຽດ ແລະ ເປັນ​ເອ​ກະ​ພາບ​ຢ່າງສູງເພື່ອ​ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ​ທີ່​ຍື່ນ​ສະ​ເໜີ​ຕໍ່ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ການກໍ່​ສ້າງ​ພັກ ແລະ ການ​ກະ​ກຽ​ມບຸກ​ຄະ​ລາ​ກອນໃຫ້​ແກ່ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມ​ທີ່​ຈະ​ມາ​ເຖິງນີ້.

     ກະ​ກຽມ​ບັນ​ດາ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຢ່າງ​ລະ​ອຽດ

    ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ ໄດ້​ຊີ້​ແຈ້ງວ່າ ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ກາ​ນ​ກະ​ກຽມ​ບັນ​ດາ​ເອ​ກະ​ສານ​ທີ່​ຍື່ນ​ສະ​ເໜີ​ຕໍ່ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ໄດ້​ສຳ​ເລັດ​ຕາມ​ຄວາມ​ຕ້ອງ​ການ ແລະ ແຜນ​ການ​ທີ່​ໄດ້​ວາງ​ອອກ. ເນື້ອ​ໃນ​ບັນ​ດາ​ເອ​ກະ​ສານ​ແມ່ນ​ການ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ທາງ​ດ້ານ​ພູມ​ປັນ​ຍາ, ເຈດ​ຈຳ​ນົງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຫວຽດ​ນາມ; ຕີ​ລາ​ຄາ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ,  ພ້ອມ​ກັນ​ນັ້ນ, ກໍ​ໄຈ້​ແຍກ, ຄາດ​ຄະ​ເນ​ສະ​ພາບ​ການ​ໂລກ ແລະ ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ກຳ​ນົດ​ເປົ້າ​ໝາຍ, ທິດ​ທາງ​ໜ້າ​ທີ່ ແລະ ວິ​ທີ​ການ​ແກ້​ໄຂ, ສືບ​ຕໍ່​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ ແນ​ໃສ່​ກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງວ່ອງ​ໄວ ແລະ ໝັ້​ນ​ຄົງ. ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ ໃຫ້​ຮູ້​ວ່າ :

      “  ເອກະ​ສານໄດ້​ມີ​ການ​ເພີ່ມ​ເຕີມຫຼາຍ​ເນື້ອ​ໃນ​ກ່ຽວ​ກັບ​ທິດ​ທາງພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົ​ມ​ນິ​ຍົມ, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ນຳ​ໃຊ້​ຄວາມ​ກ້າວ​ໜ້າ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ປະ​ສິດ​ທິ​ພາບ, ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ​ສັງ​ຄົມ; ປະ​ຕິ​ບັດ​ຄວ​າມ​ກ້າວ​ໜ້າ, ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ; ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ, ຮັກ​ສາ​ສິ່ງ​ແວດ​ລ້ອມ, ເປັນ​ເຈົ້າ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ. ເນັ້ນ​ໜັກ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ຜະ​ລິດ​ເປັນສິ​ນຄ້າຫຼາຍ​ພາກ​ສ່ວນ​, ປະ​ຕິ​ບັດ​ຕາມ​ກົດ​ເກນ​ຂອງ​ເສດ​ຖະ​ກິດ​ຕະຫຼາດ​ທີ່​ມີ​ລັກ​ສະ​ນະ​ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ; ຕະຫຼາດ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປຸກ​ລະ​ດົມ ແລະ ຈັດ​ແບ່ງ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ກຳ​ລັງ​ໜູນ​ປົດ​ປ່ອຍ​ກຳ​ລັງ​ການ​ຜະ​ລິດ. ລັດ​ສວມ​ບົດ​ບາດ​ກຳ​ນົດ​ທິດ, ກໍ່​ສ້າງ ແລະ ສ້າງ​ລະ​ບອບ​ເສດ​ຖະ​ກິດ​ໃຫ້​ສົມ​ບູນ​ແບບ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ແກ່ງ​ແຍ້ງ​ຢ່າງ​ສະ​ເໝີ​ພາບ, ກະ​ຈ່າງ​ແຈ້ງ ແລະ ສົດ​ໃສ, ດັດ​ປັບ​ພື້ນ​ຖານ​ເສດ​ຖະ​ກິດ, ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ປະ​ຕິ​ບັດ​ຄວາມ​ກ້າວ​ໜ້າ ແລະ ຍຸດ​ຕິ​ທຳ​ທາງ​ສັງ​ຄົມ”

    ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົ​ຮ ແລະ ເພື່ອ​ປະ​ຊາ​ຊົນ

     ກ່ຽວ​ກັບ​ການກໍ່​ສ້າງ​ພັກ ແລະ ລະ​ບົບ​ການ​ເມືອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງໄດ້​ຢືນ​ຢັນ​ວ່າ : ເອ​ກະ​ສານ​ເພີ່ມ​ເຕີມ, ກຳ​ນົດ​ແຈ້ງກວ່າ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ ແລະ ການ​ກຳ​ນົດ​ທິດ​ປ່ຽນ​ໃໝ່​ກ່ຽວ​ກັບ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ການ​ເມືອງ​ຢ່າງ​ຄົບ​ຊຸດກວ່າ​ສຳ​ລັບ​ການ​ປ່ຽນ​ໃໝ່​ດ້ານ​ເສດ​ຖະ​ກິດ ນັບ​ທັງ​ການ​ຈັດ​ຕັ້ງ, ເນື້ອ​ໃນ, ແບບ​ວິ​ທີ​ການ​ເຄື່ອນ​ໄຫວ. ຕາມນັ້ນ​ແລ້ວ, ຄວນ​ສືບ​ຕໍ່​ສ້າງ ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ, ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ, ຕ້ອງ​ສ້າງ​ໃຫ້​ມີ​ການ​ຫັນ​ປ່ຽນ​ຢ່​າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ ຊີ້​ແຈ້ງວ່າ:

    “ ຢັ້ງ​ຢືນ​ຄວາມ​ຈຳ​ເປັນ, ຖືກ​ຕ້ອງ​ຂອງ​ການ​ປະ​ກາດ​ໃຊ້, ເດັດ​ດຽວ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ເທື່ອ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການກໍ່​ສ້າງ​ພັກ, ຍູ້​ແຮງ​ການ​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ຟູມ​ເຟືອຍ; ສະ​ກັດ​ກັ້​ນ ແລະ ຍູ້​ສະ​ພາບ​ຊຸດ​ໂຊມ​ດ້ານ​ການ​ເມືອງ​, ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ, ການ​ຜັນ​ແປ ແລະ ຫັນ​ປ່ຽນໂດຍ​ຕົນ​ເອງຢູ່​ພາຍ​ໃນໃຫ້​ຖອຍ​ໄປ; ເພີ່ມ​ທະ​ວີ​ວຽກ​ງານກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ, ຄຸນ​ສົມ​ບັດ, ການ​ຈັດ​ຕັ້ງ, ພະ​ນັກງານ ແລະ ແບບ​ວິ​ທີ​ນຳ​ພາ ”

     ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​​ສູນ​ກາງ​ພັກຄັ້ງ​ທີ 13 ໄດ້​ສຳຫຼວດກວດ​ຄືນ​ການ​ຊີ້​ນຳ ນຳ​ພາຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 11. ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ການ​ສະ​ເໜີ​ບັນ​ຊີ​ລາຍ​ຊື່ບັນ​ດາ​ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 11 ໃນ​ເກນ​ອາ​ຍຸ ແລະ ບັນ​ດາ​ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 11 ສຳ​ລັບ​ກໍ​ລະ​ນີ​ພິ​ເສດ ເພື່ອ​ເລືອກ​ຕັ້ງ​ຄືນ​ໃໝ່​ໃນ​ຊຸດ​ທີ 12, ສະ​ເໜີ​ບຸກ​ຄະ​ລາ​ກອນ​ທີ່​ເຂົ້າ​ຮ່ວມ​ກົມ​ການ​ເມ​ືອງ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກຊຸດ​ທີ 12 , ສະ​ເໜີ​ບຸກ​ຄະ​ລາ​ກອນ​ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງຊຸດ​ທີ 12, ບຸກ​ຄະ​ລາ​ກອນ​ກົມ​ການ​ເມ​ືອງ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກຊຸດ​ທີ 11 ແລະ ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ 4 ຕຳ​ແໜ່ງ​  ກາ​ນນຳຫຼັກ​ແຫຼ່ງ​ຂອງ​ພັກ ແລະ ລັດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ້​ຈ້ອງ ຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 11 ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ການ​ກະ​ກຽມ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ແຜນ​ການ​ທີ່​ໄດ້​ວາງ​ອອກ .

ຕອບກັບ

ຂ່າວ/ບົດ​ອື່ນ