ກະຈາຍສຽງພ້ອມກັບໄວຫນຸ່ມ


(vovworld)- ປີນີ້​ແມ່ນ​ປີ​ທີ 4, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ໃນ​ໂລກ ສະ​ເຫລີມ​ສະ​ຫລອງວັນ​ກະ​ຈາຍ​ສຽງ​ໂລກ(13/2), ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ປະ​ກອບ​ສ່ວນ​ຂອງກະ​ຈາຍ​ສຽງໃນ​ຊີ​ວິດ​ສັງ​ຄົມ​ຂອງ​ມວນ​ມະ​ນຸດ. ວັນ​ກະ​ຈາຍ​ສຽງ​ໂລກ (13/2/2015) ມີ​ຫົວ​ຂໍ້​ວ່າ: “ຊາວ​ຫນຸ່ມ ແລະ ກະ​ຈາຍ​ສຽງ”. ວັນ​ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ຊາວ​ຫນຸ່ມ​ໂລກ ມີ​ກາ​ລະ​ໂອ​ກາດ​ພົວ​ພັນ​ແລກ​ປ່ຽນ,ສືບ​ຕໍ່​ຢືນ​ຢັນ​ບົດ​ບາດ, ສຽງ​ເວົ້າ ແລະ ທີ່​ຕັ້ງ​ຂອງ​ຕົນ ຊ່ວຍ​ພັດ​ທະ​ນາ​ບັນ​ດາ​ແນວ​ຄວາມ​ຄິດ​ຫົວ​ຄິດ​ປະ​ດິດ​ສ​້າ​ງ, ທັດ​ສະ​ນະ ແລະ ນຳ​ ແຫລ່ງ​ພະ​ລັງ​ຊີ​ວິດໃຫມ່ມາ​ໃຫ້​ແກ່​ກະ​ຈາຍ​ສຽງ​. ເນື່ອງ​ໃນ​ໂອ​ກາດນີ້ ເລ​ເຟືອງ ມີ​ບົດ​ຂຽນ ທີ່​ມີ​ຫົວ​ຂໍ້​ວ່າ:ກະ​ຈາຍ​ສຽງ​ພ້ອມ​ກັບ​ໄວ​ຫນຸ່ມ”
ກະຈາຍສຽງພ້ອມກັບໄວຫນຸ່ມ - ảnh 1
ສຳ​ນັກ​ງານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ
ພາບ:vov

         ເຖິງວ່າ ພວມ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ກະ​ຈາຍ​ສຽງ ຍັງ​ຄົງ​ມີ​ກຳ​ລັງ​ແຮງ​ຊື່ງບໍ່​ມີ​ພາ​ຫະ​ນະ​ສື່ສານ​ໃດ​ສາ​ມາດ​ແທນ​ໄດ້, ນັ້ນ​ແມ່ນ​ຄວາມ​ສາ​ມາດ​ສື່​ຂ່າວ​ໄວ, ໂດຍ​ກົງ ແລະ ສະ​ດວກ​ຢູ່​ທຸກ​ແຫ່ງ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂໍ້​ມູນ​ຂ່າວ​ສານ​ຂອງ​ທຸກ​ເປົ້າ​ໝາຍ. ກະ​ຈາຍ​ສຽງ​ສາ​ມາດສົ່ງ​ເຖິງ​ທຸກ​ຂົງ​ເຂດ​ໃນ​ຊີ​ວິດ​ສັງ​ຄົມ, ຕິດ​ພັນ​ກັບ​ຄວາມ​ຕ້ອງ​ການ​ຂໍ້​ມູນ​ຂ່າວ​ສານ ຈາກ​ເຂດ​ທົ່ງ​ພຽງ​ຕະ​ຫລອດ​ຮອດ​ເຂດ​ພູ​ດອຍ, ຕົວ​ເມືອງ ແລະ​ຊົນ​ນະ​ບົດ ແລະ ສ້າງ​ຄວາມ​ຍຸ​ຕິ​ທຳ​ໃນ​ການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ເຂດ​ພາກ, ປ​ະ​ຊາ​ຊົນ​ທຸກ​ຊັ້ນ​ໃນ​ສັງ​ຄົມ.

        ບົດ​ບາດ​ຂອງ​ຂົງ​ເຂດ​ກະ​ຈາຍ​ສຽງ​ໃນ​ຊີ​ວິດ

        ໃນ​ຍ​ຸກ​​ສະ​ໄຫມທີ່​ສື່​ສານ​ພັດ​ທະ​ນາ​ຢ່າງ​ແຮງ ດ້ວຍ​ການ​ປະ​ກົດ​ອອກ​ຂອງຫລາຍ​ປະ​ເພດ​ສື່​ສານ​ໃຫມ່, ກະ​ຈາຍ​ສຽງ ຍັງ​ຄົງ​ສະ​ແດງ​ໃຫ້​ເຫັນ​ຄ​ວາມ​ສຳ​ຄັນ​ສະ​ເພາະ​ຂອງ​ຕົນ ເພາະ​ວ່າ​ສາ​ມາດ​ສົ່ງ​ສານ​ເຖິງ​ມະ​ຫາ​ຊົນ​ຢູ່​ທຸກ​ບ່ອນ, ທຸກ​ເວ​ລາ​ໄດ້. ດ້ວຍ​ລັກ​ສະ​ນະ​ໄຫວ​ພິບ, ປະ​ສິດ​ທິ​ຜົນ, ສະ​ດຸ້ງ​ໄວ, ນັບ​ທັງ​ຜູ້​ບໍ່​ຮູ້​ຂຽນ, ບໍ່​ຮູ້​ອ່ານ ກໍ​ສາ​ມາດ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ຈາກ​ກະ​ຈ​າຍ​ສຽງ. ໂດຍ​ກຳ​ໄດ້​ຄວາມ​ຕ້ອງ​ການ​ຂໍ້​ມູນ​ຂ່າວ​ສານ​ຂອງ​ສັງ​ຄົມ​ຍຸກ​ປະ​ຈຸ​ບັນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ພວມ​ໃນ​ວິ​ວັດ​ການ​ສ້​າງ​ການ​ສື່​ສານ​ຫລາຍ​ປະ​ເພດ ດ້ວຍ 4 ຮູບ​ການ​ຄື: ກະ​ຈາຍ​ສຽງ, ໂທ​ລະ​ພາບ, ສື່​ສິ່ງ​ພິ​ມ, ສື່​ເອ​ເລັກ​ໂຕ​ນິກ. VOV ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຊັ້ນ​ນຳ​ມີ​ຜົນ​ສະ​ທ້ອນ​ຢ່າງກວ້າງ​ຂວາງ ແລະ ມີ​ອິດ​ທິ​ພົນ​ຊື່​ສຽງ​ຢູ່​ພາຍ​ໃນ​ປະ​ເພດ ແລະ ພາກ​ພື້ນ. ສຳ​ລັບ​ຜູ້​ຟັງ​ຫລາຍ​ທ່ານ​ແລ້ວ, VOV ແມ່ນ​ເພື່ອນ​ຮ່ວມ​ເດີນ​ທາງ​ໃນ​ຊີ​ວິດ. ເອື້ອຍ ຫງວຽນ​ບີກ​ແຫ້ງ, ຊ​່າງ​ຕັດ​ຫຍິບ​ຢູ່ ເມືອງ ເກົາ​ໄຢ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ວຽກ​ງານ​ຂອງ​ເອື້​ອຍ​ຄ້າງ​ຄາ​ທຸກມື້ ບໍ່​ມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ພາ​ຫະ​ນະ​ສື່ມວນ​ຊົນ​ອື່ນ, ສະ​ນັ້ນ ​ຍາມ​ໃດ​ເອື້ອຍ​ກໍ​ຮັບ​ຟັງວິ​ທະ​ຍຸເປັນ​ປະ​ຈຳ.

        “ຂໍ້​ມູນ​ຂ່າວ​ຂອງ VOV ຍາມ​ໃດ​ກໍ​ວ່ອງ​ໄວ, ຊັດ​ເຈນ. ຂ້າ​ພະ​ເຈົ້າ​ຮັບ​ຟັງ ແລະ ຕິດ​ຕາມ​ປະ​ຈຳ​ວັນ ແລະ​ເຫັນ​ວ່າ ຂ່າວ​ຄາວ​ແມ່ນ​ອັນ​ເດັດ​ຢ່າງ​ລຽນ​ຕິດ. ສື່​ສິ່ງ​ພິມ​ຕ້ອງ​ອ່ານ, ສ່ວນ​ຟັງ​ວິ​ທະ​ຍຸ ຂ້າ​ພະ​ເຈົ້າ​ ທັງ​ເຮັດ​ວຽກ​ທັງ​ຮັບ​ຟັງ​ຢ່າງ​ສະ​ດວກ.”

        ລາຍ​ການ​ຈຳ​ນວນ​ຫນຶ່ງ​ຂອງ VOV ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ ແລະ ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຜູ້​ຟັງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ແມ່ນ​​ອາ​ຫານ​ທາງ​ດ້ານ​ຈິດ​ໃຈທີ່​ຂາດບໍ່​ໄດ້​ສຳ​ລັບ​ທຸກ​ຄົນ. ຕົວ​ຢ່າງ​ຄື ​ໃນ VOV5, ລະ​ບົບ​ກະ​ຈາຍ​ສຽງ​ພາ​ກ​ພາ​ສາ​ຕ່າງ​ປະ​ເທດ, ບັນ​ດາ​ຄໍ​ລຳ​ຄື: ຄົ້ນ​ຫາ​ຫວຽດ​ນາມ, ສີ​ສັນ 54 ຊົ​ນ​ເຜົ່າ ແນະ​ນຳ, ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ…ໃນ​ໄລ​ຍະ​ຈະ​ມາ​ເຖິງ, VOV ຈະ​ສືບ​ຕໍ່​ສ້າງ​ບັນ​ດາ​ຊ່ອງ​ພິ​ເສດ​ສະ​ເພາະ, ມີ​ຄວາມ​ຈຳ​ເປັນ​ຄື: ​ລາຍ​ການກະ​ຈາຍ​ສຽງ​ພາກ​ພາ​ສາ​ອັງ​ກິດ​ໂດຍ​ກົງ 24/7, ​ລາຍ​ການຄວາມ​ຮ​ູ​້​ສຶກ​ຜ່ານ​ຄື້ນ FM, ເປີດກວ້າງ​ຊ່ອງ VOV ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ​ໃນ​ທົ່ວ​ປະ​ເທດ, ສ້າງ​ແຜນ​ຮ່າງ​ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ຊົນ​ເຜົ່າ​ແຫ່ງ​ຊາດ. ບັນ​ດາ​ລາຍ​ການ​ລ້ວນ​ແຕ່​ສ້າງ​ເນື້ອ​ໃນ​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ໝວດ​ຜູ້​ຟັງ​ແຕກ​ຕ່າງ​ກັນ, ດ້ວຍ​ຈຸດ​ໝາຍ​ຖື​ຜູ້​ຟັງ​ເປັນ​ຈຸດ​ສຸມ, ທັງ​ແມ່ນ​ຈຸດ​ໝາຍ ແລະ ກຳ​ລັງ​ຫນູນ​ຂອງ​ ​ພັດ​ທະ​ນາທຸກ​ຢ່າງ.

        ກະ​ຈາຍ​ສຽງ​ພ້ອມ​ກັບ​ໄວ​ຫນຸ່ມ

         ​ບໍ່​ວ່າ ຢູ່​ປະ​ເທດ​ໃດ, ຍຸກ​ສະ​ໄຫມ​ໃດ, ຊາວ​ຫນຸ່ມ ຍາມ​ໃດ​ກໍ​ແມ່ນ​ກຳ​ລັງ​ນຳ​ຫນ້າ, ແມ່ນ​ເຈົ້າ​ຂອງ​ໃນ​ອະ​ນາ​ຄົດ​ຂອງ​ໂລກ, ພ້ອມ​ທັງ​ນຳ​ຫນ້າ​ໃນ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ. ປະ​ຈຸ​ບັນ ໄວ​ຫນຸ່ມ ມີ​ຫລາຍ​ບັນ​ຫາ​ຕ້ອງ​ໄດ້​ຮັບ​ການ​ແກ້​ຕອບ. ເຂົາ​ເຈົ້າ​ສາ​ມາດ​ຊອກ​ຄຳ​ຕອບ​​ໄດ້ຈາກ​ຫລາຍ​ແຫລ່ງ​ຂໍ້​ມູນ​ຂ່າວ​ສານ, ແຕ່ບໍ່​ແມ່ນ​ວ່າ​ແຫລ່ງ​ຂໍ້​ມູນ​ຂ່າວ​ສານ​ໃດ​ສະ​ຫນອງ​ໃຫ້​ເຂົາ​ເຈົ້າບັນ​ດາ​ຂໍ້​ມູນ​ຊັດ​ເຈນ​ໄດ້. ​ທ່ານ​ນາງ Katherine Muller Marin, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ​ອົງ​ການ UNESCO ປະ​ຈຳ​ຫວຽດ​ນາມ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ຖື​ວ່າ ກະ​ຈາຍ​ສຽງ​ແມ່ນ​ເຄື່ອງ​ມື​ດີ​ທີ່​ສຸດ. ພວກ​ເຮົາ​ຕ້ອງ​ມີ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​​ສະ​ຫນອງ​ຂໍ້​ມູນ​ຂ່າວ​​ໃຫ້​ໄວ​ຫນຸ່ມຢ່າງ​ຊັດ​ເຈນ, ເໝາະ​ສົມ​ ແລະ ພາ​ວະ​ວິ​ໄສ. ໄວ​ຫນຸ່ມ​ສາ​ມາດ​ແບ່ງ​ປັນ​ນຳ​ກັນ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ພົນ​ລະ​ເມືອງ​ມີ​ປະ​ໂຫຍດ, ເຮັດ​ແນວ​ໃດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ປະ​ກອ​ບ​ສ່ວນ​ໃຫ້​ແກ່ສັງ​ຄົມ​​ໄດ້ຫລາຍກວ່າ. ພວກ​ເຮົາ​ຄວນ​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​​ບັນ​ດາເພື່ອນ​ຫນຸ່ມ​ສາ​ມາດ​ສະ​ແດງ​ທັດ​ສະ​ນະຂອງ​ຕົນ​ທາງ​​ວິ​ທະ​ຍຸກະ​ຈາຍ​ສຽງ.”

        ຫວຽດ​ນາມ ພວມ​​ຢູ່​ໃນ​ໄລ​ຍະ​ຈຳ​ນວນ​ຊາວ​ຫນຸ່ມກວມ​ອັດ​ຕາ​ເປັນ​ສ່ວນ​ຫລາຍ​, ​ແລະ​ຊາວ​ຫນຸ່ມ​ໃນ​ເກນ​ອາ​ຍຸ​ 10-30 ປີ​ກວມ​ເກືອບ 40% ຍອດ​ຈຳ​ນວນ​ພົນ​ລະ​ເມືອງ. ສະ​ນັ້ນ VOV ກໍ​ມຸ່ງ​ໄປ​ເຖິງ​ເລື່ອງ​ຖື​ຊາວ​ຫນຸ່ມ​ແມ່ນ​ໃຈ​ກາງ, ແມ່ນ​ເຈົ້າ​ຂອງ​ໃນ​ການ​ສ້າງ​ບັນ​ດາ​ລາຍ​ການ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ສະ​ແດງ​​ທັດ​ສະ​ນະຂອງ​ຕົນ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ຕົນ. ທ່ານ ຫງວຽນ​ດັງ​ຕຽນ, ຜູ້​ອຳ​ນວຍ​ການ​ໃຫຍ່ VOV ໃຫ້​ຮູ້​ວ່າ:

        “VOV ໄດ້​ສ້າງ​ຫລາຍ​ລາຍ​ການ​ກະ​ຈາຍສຽງ​ໃຫມ່​  ໃຫ້​ເໝາະ​ສົມ​ກັບ​ຫລາຍ​ເປົ້າ​ໝາຍ​ແຕກ​ຕ່າງ​ກັນຢ່າງ​ລຽນ​ຕິດ ຜ່ານ​ຄື້ນ​ວິ​ທະ​ຍຸ ​  ແລະ ສື່​ VOV ອອນ​ໄລ. ສຳ​ລັບ ເປົ້າ​ໝາຍ​ຊາວ​ຫນຸ່ມ, ຄຽງ​ຄູ່​ກັບການ​ໂຄ​ສະ​ນາ, ສ່ອງ​ແສງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊອງ​ຊາວ​ຫນຸ່ມ, ບັນ​ດາ​ລາຍ​ການ​ກະ​ຈາຍສຽງ​ຊາວ​ຫນຸ່ມ​ຜ່ານ​ຄື້ນ VOV ຍາມ​ໃດ​ກໍ​​ເອົາ​ໃຈ​ໃສ່ເປັນ​ພິ​ເສດ, ເຖິງວຽກ​ງານການ​ສຶກ​ສາ, ໂຄ​ສະ​ນາ​ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ, ທັກ​ສະ ໃຫ້​ແກ່​ຊາວ​ຫນຸ່ມ​ປະ​ມານ 40 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ດ້ວຍຫລາຍ​ຮູບ​ການ​ແຕກ​ຕ່າງ​ກັນ.”

        ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​​ໄວ​ຫນຸ່ມ ແລະ ຊີ​ວິດ, ຊາວ​ຫນຸ່​ມ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ປະ​ທານ​ໂຮ່​ຈິ​ມີນ, ຊາວ​ຫນຸ່ມກໍ່​ຮ່າງ​ສ້າງ​ຕົວ… ຂອງ​ພະ​ແນກ​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ, VOV ຍາມ​ໃດ​ກໍ​ດຶງ​ດູດ​ຜູ້​ຟັງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

        ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຂອງວິ​ທ​ະ​ຍຸ​ກະ​ຈາຍ​ສຽງ​ທົ່ວ​ໂລກ, ກະ​ຈາຍ​ສຽງ​ຫວຽດ​ນາມ ເວົ້າ​ລວມ ແລະ VOV ເວົ້າ​ສະ​ເພາະ ນັບ​ມື້​ນັບ​ມີ​ຫລາຍ​ລາຍ​ການ​ໃຫມ່, ດູດ​ດື່ມ​ຜູ້​ຟັງ. ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ, ຫົວ​ຄິດ​ປະ​ດິດ​ສ້າງ​ເພື່ອ​ກະ​ຈາຍ​ສຽງ​ຍາມ​ໃດ​ກໍ​ແມ່ນ​ເຄື່ອງ​ມື​ມີ​ປະ​ໂຫຍດ​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ສານ​ຢ່າງວ່ອງ​ໄວ​ທີ່​ສຸດ, ຊັດ​ເຈນ​ທີ່​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ