ການຊີ້ນຳນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມຕິດສິນໄຊຊະນະກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ

(vovworld)-ວັນ​ທີ 3/2, ແມ່ນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3/2/1930-3/2/2016) ຄົບ​ຮອບ 86 ປີ​. ໃນ​ໄລ​ຍະ 86 ປີນັ້ນ, ພາ​ລະ​ກິດ​ປ່ຽນ​ແປງ​ໃຫມ່​ໂດຍ​ພັກ​ລິ​ເລີ່ມ ແລະ ຊີ້​ນຳ​ນຳ​ພາ   ກ່ອນນີ້ 30 ປີ​ (1986) ເປັ​ນ​ຂີດ​ໝາຍ​ແຫ່ງ​ໄລ​ຍະ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ບັນ​ດາ​ໝາກ​ຜົນ​ອັນ​ໃຫຍ່​ຫລວງ, ຮອບ​ດ້ານ​ຂອງ 30 ປີ​ແຫ່ງ ການ​ປ່ຽນ​ແປງ​ໃຫມ່​ນັ້ນ ໄດ້​ຢັ້ງ​ຢືນ​ແນວ​ທາງ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

ການຊີ້ນຳນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມຕິດສິນໄຊຊະນະກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ແລະ ບັນ​ດາ​ການ​ນຳ​ພັກ,​ລັດ
​ສະ​ພາ​ແຫ່ງ​ຊາດ
ພາບ:internet

        ໃນ 30 ປີ​ແຫ່ງ​ການ​ປ່ຽ​ນ​ແປງ​ໃຫມ່ (1986-2016) ແມ່ນ​ໄລ​ຍະ​ປະ​ຫວັດ​ສາດ​ສຳ​ຄັນ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ການ​ປ່ຽນ​ແປງ​ໃຫມ່​ມີ​ຂອບ​ຂະ​ຫນາດ​ໃຫຍ່ ແລະ ມີ​ຄວາມ​ໝາຍ​ປະ​ຕິ​ວັດ, ແມ່ນ​ວິ​ວັດ​ແຫ່ງການ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ, ຮອບ​ດ້ານ, ແມ່ນ​ພາ​ລະ​ກິດ​ປະ​ຕິ​ວັດ​ອັນ​ຍິ່ງ​ໃຫ​ຍ່​ຂອ​ງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ເພື່ອ​ຈ​ຸດ​ໝາຍ “ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສີ​ວິ​ໄລ​”.

       ຂີດ​ໝາຍ​ປ່ຽນ​ແປງ​ໃຫມ່​ຈາກ​ຂໍ້​ລິ​ເລີ່ມ ແລະ ການ​ຊີ້​ນຳ​​ນຳພາ​ຂອງ​ພັກ

        ຂອບ​ຂະ​ຫນາດ​  ແລະ ຄວາມ​ໝາຍ​ປະ​ຕິ​ວັດ​ຢ່າງ​ເລິກ​ເຊິ່ງ​ຂອງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ແມ່ນ​ໄດ້ສະ​ແດງ​​ອອກໃນ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ VI ເມື່ອ​ພັກ​ຕັດ​ສິນ​ຫັນ​ປ່ຽນ​ພື້ນ​ຖານ​ເສດ​ຖະ​ກິດລວມ​ສູນເກື້ອ​ກູນ​ອາ​ຍາ​ສິດ​ໄປ​ສູ່​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ແລະ ຖື​ວ່າ ນັ້ນ​ແມ່ນ​ຮູບ​ແບບ​ເສດ​ຖະ​ກິດ​ສັ​ງ​ລວມ​ຂອງ​ໄລ​ຍະ​ຂ້າມ​ຜ່ານ ດ້ວຍ​ຫລາຍ​ຮູບ​ການ​ກຳ​ມະ​ສິດ, ຫລາຍ​ພາກ​ສ່ວນ​ເສດ​ຖະ​ກິດ, ຮູບ​ການ​ຈັ​ດ​ຕັ້ງ​ດຳ​ເນີນ​ທຸ​ລະ​ກິດ ແລະ ຮູບ​ການ​ແຈກຢ່າຍ. ຍ້ອນ​ມີ​ແນວ​ທາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ອັນ​ຖືກ​ຕ້ອງ ແລະ ມີ​ມາດ​ຕະ​ການ​ເໝາະ​ສົມ, ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫລາຍ​ຢ່າງ​ທີ່​ຫນ້າ​ປະ​ທັບ​ໃຈ, ຊື່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ໂລກ. ຮອງ​ສາ​ສະ​ດາ​ຈານ, ດ​ຣ ຫງວຽນ​ວຽດ​ທົງ, ເລ​ຂາ​ທິ​ການ​ໃຫຍ່ ສະ​ພາ​ທິດ​ສະ​ດີ​ສູນ​ກາງ ໄດ້​ຕີ​ລາ​ຄາ​ວ່າ:

        “ປະ​ເທດ​ຊາດ​ໄດ້​​ຫລຸດພົ້ນ​ອອກ​ຈາກວິ​ກິດ​ການ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຫລຸ​ດ​ພົ້ນ​ອອກ​ຈາກ​ສະ​ພາບ​​ປະ​ເທດທຸກ​ຍາກ, ດ້ອຍ​ພັດ​ທະ​ນາ, ກ້າວ​ເຂົ້າ​ກຸ່ມ​ປະ​ເທດ​ພວມ​ພັດ​ທະ​ນາ​ມີ​ລາຍ​ຮັບ​ປານ​ກາງ ແລະ ປະ​ຈຸ​ບັນ ພວມ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ເສດ​ຖະ​ກິດ​ພັດ​ທະ​ນາ, ກໍ່​ສ້າງ, ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕ​ະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ເທື່ອ​ລະ​ກ້າວ.”

        ພັກ​ກອມ​ມູ​ນິດ​ຫວຽດ​ນາມ ວາງ​ອອກ​ແຜນ​ນະ​ໂຍ​ບາຍ ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ການ​ຈະ​ເລີນ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ກາ​ນ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ປະ​ຕິ​ບັດ​ຄວ​າມ​ກ້າວ​ຫນ້າ ແ​ລະ ​ຍຸ​ຕິ​ທຳ​ສັງ​ຄົມໃນ​ແຕ່​ລະ​ນະ​ໂຍ​ບາຍ. ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ການ​ສຶກ​ສາ, ບຳ​ລຸງ​ສ້າງ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຖື​ການ​ພັດ​ທະ​ນາ​ການ​ສຶກ​ສາ, ບຳ​ລຸງ​ສ້າງ​ ແລະ ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​​ແຖວ​ຫນ້າ.

        ໃນ​ຊຸມ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ສັງ​ຄົມ, ຮັບ​ປະ​ກັນ ແລະ ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ. ໝາກ​ຜົນ ແມ່ນ​ຮອດ​ປີ 2015 ລາຍ​ຮັບສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸກວ່າ 2100 USD, ເພີ່ມ​ຂຶ້ນ 21 ເທົ່າ ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່. ພັກ ແລະ ລັດ ໄດ້​ປະ​ຕິ​ບັດ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງຄຽງ​ຄູ່​ກັບ​ການ​ສົ່ງ​ເສີມ​ສ້າງ​ຄວາມ​ຮັ່ງ​ມີ​ຖືກ​ຕ້ອງຕາມ​ກົດ​ໝາຍ ແລະ ຊອບ​ທຳ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ແກ່​ບັນ​ດາ​ເມືອງ​ທຸກ​ຍາກ, ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວ​ນ​ຫນ້ອຍ. ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ຫວຽດ​ນາມ ໄດ້​ກໍ່ສ້າງ ແລະປັບ​ປຸງ​ລະ​ບົບ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ນັບ​ມື້​ນັບ​ເປີດກວ້າງ ແລະ ມີ​ປະ​ສິ​ດ​ທິ​ຜົນ; ພັດ​ທະ​ນາ​ລະ​ບົບ​ປະ​ກັນ​ໄພ​ຢ່າງ​ແຮງ.

        ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ, ພັກ ແລະ ລັດ ມີ​ຫລາຍ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ມາດ​ຕະ​ການ​ເພື່ອ​ເພີ່ມ​ທະ​ວີ, ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ, ເຂົ້າ​ຮ່ວມ​ບັນ​ດາ​ການ​ພົ​ວ​ພັນ​ສອງ​ຝ່າຍ ແລະ ຫລາ​ຍ​ຝ່າຍ, ດຶງ​ດູດ​ແຫລ່ງ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ (FDI, ODA) ຢ່າງ​ແຮງ, ຂຸດ​ຄົ້ນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ​ນັບ​ມື້​ນັບ​ໄດ້​ຮ​ັບ​ການ​ຍົກ​ສູງ​ຂຶ້ນ. ສາ​ສະ​ດາ​ຈານ, ດ​ຣ ວິ​ທະ​ຍາ​ສາດ ຫວູ​ມີນ​ຢາງ, ສະ​ມາ​ຊິກ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຖື​ວ່າ:

        “​ໃນຖາ​ນະ​ແມ່ນ​ຜູ້​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ ແມ່ນກອງ​ປະ​ຊຸມ​ໃຫຍ່​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ເປັນ​ຂີດ​ໝາຍ, ແມ່ນ​ເຫດ​ການ​ສຳ​ຄັນ​ຍິ່ງ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ ໄດ້​ນຳ​ປະ​ເທດ​ຊາດ​ບຸກ​ທະ​ລຸ​ກ້າວ​ຂຶ້ນ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ ມີ​ລັກ​ສະ​ນະ​ຍິ່ງ​ໃຫຍ່​ຂອງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຊື່ງ​ພັກ​ໄດ້​ລິ​ເລີ່ມ.”

        ຄວາມ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ແນວ​ຄິດ​ຂອງ​ພັກ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ

       ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ສຳ​ຄັນ ແລະ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ນັ້ນ​ແມ່ນ​ໄດ້​ຢືນ​ຢັນ​ສິ່ງ​ທີ່​ເປັນ​ພື້ນ​ຖານ 2 ປະ​ການ. ທີ​ຫນຶ່ງ ແມ່ນ​ຢັ້ງ​ຢືນ​ແນວ​ທາງ​ປ່ຽນ​ແປງ​ໃຫມ່​ຂອງ​ຫວຽດ​ນາມ ໃນ 30 ປີ​ຜ່ານ​ມາ ແມ່ນ​ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ທີ​ສອງ ເສັ້​ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ ແມ່ນ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດ​ນາມ ແລະ ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ປະ​ຫວັດ​ສາດ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບົດ​ບາດ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ທ່ານ ຫວູ​ວັນ​ຟຸກ, ບັນ​ນາ​ທິ​ການ​ໃຫຍ່ວາ​ລະ​ສານກອມ​ມູ​ນິດ ຖື​ວ່າ:

        “ພຶດ​ຕິ​ກຳ​ຕົວ​ຈິງ​ທີ​່​ມີ​ຊີ​ວິດ​ຊີ​ວາ, ອຸ​ດົມ​ສົມ​ບູນ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ ໃນ 86 ປີ​ຜ່ານ​ມາ ພິ​ເສດ ແມ່ນ​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຊື່ງ​ປະ​ເທດ​ຊາດ​ບັນ​ລຸ​ໄດ້​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ໂດຍ​ພັກ​ລິ​ເລີ່ມ ແລະ ການ​ຊີ້​ນຳ​ນຳ​ພາ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຊີ້​ນຳ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ປະ​ຖົ​ມ​ປັດ​ໄຈ​ແຖວ​ຫນ້າ ຕັດ​ສິນ​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ, ເຮັ​ດ​ໃຫ້​ພັກ​ສົມ​ເປັນ​ຜູ້​ນຳ​ພາ ແລະ​ຈັດ​ຕັ້ງ​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ”. ພຶດ​ຕິ​ກຳ​ຕົວ​ຈິງນັ້ນ, ຜົນ​ງານນັ້ນ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເອກ​ະ​ພາບ​ລະ​ຫວ່າງ “ແນວ​ຄິດ​ຂອງ​ພັກ” ແລະ “ຈິດ​ໃຈ​ຂອງ​ປະ​ຊາ​ຊົນ” ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ ສັງ​ຄົມ​ນິ​ຍົມ”

        ຕາມ​ທ່ານ ສາ​ສະ​ດາ​ຈານ, ດ​ຣ ວິ​ທະ​ຍາ​ສາດ ຫວູ​ມີນ​ຢາງ ແລ້ວ, ສາຍ​ເຫດ​​ທີ່​ພາ​ໃຫ້ສຳ​ເລັດ​ຜົນ​ຂອງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ນັ້ນ​ແມ່ນ​ພັກ ໄດ້​ຖື​ຜົນ​ປະ​ໂຫຍດ​​ແມ່ນ​ເຫນືອ​ກວ່າ​ສິ່ງ​ໃດ​ໝົດ, ທັງ​ໝົດ​ເພື່​ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຈາກນັ້ນ​ວາງ​ແນວ​ທາງ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ.

        “ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງ​ພັກ ນັ້ນ​ແມ່ນ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ພັກ ແລະ ການ​ສະ​ຫນັບ​ສະ​ຫນູນ​ຂອງ​ປະ​ຊາ​ຊົນ. ສະ​ນັ້ນ ບົດ​ຮຽນ​ໃຫຍ່​ສຸດ ແມ່ນ​​ພວກ​ເຮົາ​ເຮັດ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ, ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຍາມ​ໃດ​ ພັກ​ກໍ​ຢູ່ໃນ​ໃຈ​​ຂອງປະ​ຊາ​ຊົນ ແລະ ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ປະ​ຊາ​ຊົນ. ເມື່ອ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ ​ເຖ​ິງວ່າວຽກ​ງານ​ມີຫລາຍ​ປານ​ໃດ, ​ແລະ​ຄວາມຫຍຸ້ງ​ຍາກ​ຄື​ແນວ​ໃດ ພວກ​ເຮົາ​ກໍ່ຈະ​ສາ​ມາດ​ຜ່ານ​ຜ່າ​ໄດ້.”

        ປີ 2016, ​ແມ່ນປີ​ທຳ​ອິດ​ທີ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ກອງ​ປະ​ຊຸມ​ໃຫຍ່​ເປັນ​ຂີດ​ໝາຍ​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ຂອງ​ພັກ ແລະ ຂອງ​ປະ​ເທດ​ຊາດ. ດ້ວຍ​ບັນ​ດາ​ບົດ​ຮຽນ ​ຖອດ​ຖອນ​ມາ​ໄດ້​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ດ້ວຍ​ການ​ກຳ​ນົດ​ທິດ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XII ການ​ຊີ້​ນຳ​ນຳ​ພາ​ ​ປ່ຽນ​ໃຫມ່ຂອງ​ພັກຢ່າງບໍ່​ຢຸດຢັ້ງ ພ້ອມ​ກັບ​ມູນ​ເຊື້ອ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ, ຫວຽດ​ນາມ​ຈະ​ນຳ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ​​ຜົນສຳ​ເລັດ ເພື່ອ​ສືບ​ຕໍ່​ກ້າວ​ຂຶ້ນບົນ​ເສັ້ນ​ທາງ​ສ້າງ​ສາ​ປະ​ເທດ​ຫວຽດ​ນາມ “ປ​ະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້​ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສີ​ວິ​ໄລ​”.

 

ຕອບກັບ

ຂ່າວ/ບົດ​ອື່ນ