ການຊ່ວຍເຫຼືອອາວຸດ ບໍ່ແມ່ນມາດຕະການດີທີ່ສຸດໃຫ້ແກ່ສຳພັນທະມິດຕ້ານ IS

ວັນ​ທີ 12/10, ເຮືອ​ບິນ​ຂົນ​ສົ່ງ C 17 ຂອງ​ອາ​ເມ​ລິ​ກາ​ປ່ອຍ​ອາ​ວຸດ​ລົງ​ໃຫ້​ຝ່າຍ​ຄ້ານ​ຢູ່​ຊີ​ຣີ ຊຶ່ງ Damascus ທີີ່​ໃສ່​ຊື່​ວ່າ : ສຳ​ພັນ​ທະ​ມິດ​ອາ​ຣັບ-ຊີ​ຣີ (SAC) . ການ​ກະ​ທຳ​ຂອງ​ຈີນ​ໄດ້​ປະ​ຕິ​ບັດ​ພາຍຫຼັງ​ພຽງ 2-3 ວັ​ນ​ທີ່​ອາ​ເມ​ລິ​ກາ​ໄດ້​ຖະ​ແຫຼງ​ປະ​ລະ​ແຜນ​ການ​ລວມ​ມູນ​ຄ່າ 500 ລ້ານ USD ເພື່ອ​ຝຶກ​ຊ້ອມ​ກຳ​ລັງ​ຕ້ານ​ລັດ​ອິດ​ສະ​ລາມ​ໂດຍ​ຂະ​ໜານ​ນາມ​ເອງ IS. ການ​ກະ​ທຳ​ໃໝ່​ນີ້​ຂອງວໍ​ຊິງ​ຕັນ ຍັງ​ບໍ່​ທັນຮູ້​ວ່າ ປະ​ສິດ​ທິ​ຜົນ​ຈະເປັນ​ຄື​ແນວ​ໃດ, ແຕ່​ໃນ​ສະ​ເພາະ​ໜ້າ ໄດ້​ເຮັດ​ໃຫ້​ວິ​ກິດ​ການ​ການ​ເມືອງ​ຢູ່​ຊີ​ຣີ ຍິ່ງ​ຮ້າຍ​ແຮງ​ຂຶ້ນ. 

ການຊ່ວຍເຫຼືອອາວຸດ ບໍ່ແມ່ນມາດຕະການດີທີ່ສຸດໃຫ້ແກ່ສຳພັນທະມິດຕ້ານ IS - ảnh 1

ນັກ​ຮົບ​ຍິງ YPG ພວມກວດ​ກາ​ອາ​ວຸດ​ຢູ່​ເຂດ Ras al-Ain, ແຂວງ Hassakeh.   (ພາບ: Reuters)

   ສຳ​ພັນ​ທະ​ມິດ​ອາ​ຣັບ-ຊີ​ຣີ ແມ່ນ​ກຸ່ມ​ທະ​ຫານ​ປະ​ສົມ​ທີ່​ນິ​ຍົມ​ຄວາມ​ສະ​ຫງົບ ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ຊຶ່ງ​ລວມ​ທັງ​ກຸ່ມ​ທະ​ຫານກອງຫຼອນ​ຊາວ​ເຄີດ ແລະ ກຸ່ມ​ອາ​ຣັບ​ອື່ນໆ. ກຳ​ລັງ​ນີ້​ພວມ​ສູ້​ຮົບ​ຢູ່​ພາກ​ເໜືອ​ຊີ​ຣີ, ຊ່ວຍ​ໃຫ້​ອາ​ເມ​ລິ​ກາ ແລະ ກຳ​ລັງ​ທະ​ຫານ​ປະ​ສົມ​ເກັບ​ກຳ​ຂໍ້​ມູນ​ຂ່າວ​ສານ​ສືບ​ລາ​ຊະ​ການ​ລັບ​ກ່ຽວ​ກັບ​ບັນ​ດາ​ເປົ້າ​ໝາຍ​ຂອງ IS ຢູ່​ໜ້າ​ດິນ. ປະ​ຈຸ​ບັນ, ສຳ​ພັນ​ທະ​ມິດ​ອາ​ຣັບ-ຊີ​ຣີ ມີ​ມື​ປືນ​ປະ​ມານ 4000 ຫາ 5000 ຄົນ.

     ໃນ​ການ​ຊ່ວຍ​ເຫຼືອ​ຄັ້ງ​ທຳ​ອິດ​ດ້ວຍ​ທາງ​ອາ​ກາດ​ໃຫ້​ແກ່ ສຳ​ພັນ​ທະ​ມິດ​ອາ​ຣັບ-ຊີ​ຣີ, ອາ​ເມ​ລິ​ກາ​ໄດ້​ສະ​ໜອງອາ​ວຸດ 50 ໂຕນ, ໃນ​ນັ້ນ, ມີ​ອາ​ວຸດ​ປະ​ເພດ​ເບົາ, ຊຶ່ງ​ຕົ້ນ​ຕໍ່​ແມ່ນ​ປືນ​ເສິກ ແລະ ໝາກ​ແຕກ. ໂຄ​ສົກ​ກອງ​ບັນ​ຊາ​ການ​ທະ​ຫານ​ສູນ​ກາງ​ອາ​ເມ​ລິ​ກາ ທ່ານ Patrick Ryder ຢືນ​ຢັນ​ວ່າ ກຳ​ລັງ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນກວດ​ກາ​ບັນ​ດາ​ການ​ນຳ ສຳ​ພັນ​ທະ​ມິດ​ອາ​ຣັບ-ຊີ​ຣີ​ໂດຍ​ລະ​ອຽດ​ເພື່ອ​ຮັບ​ປະ​ກັນ​ວ່າ ກຸ່ມນີ້​ຈະ​ຕ້ານ IS ຢ່າງ​ແທ້​ຈິງ ຫາກບໍ່​ແມ່ນ​ໜູນ​ຊ່ວຍ​ແກ່​ພວກກໍ່​ການ​ຮ້າຍ.

 ປະ​ລະ​ໜ້າ​ທີ່​ຝຶກ​ຊ້ອມ​ທີ່ບໍ່​ອາດ​ເປັນ​ໄປ​ໄດ້, ຫັນມາ​ຊ່ວຍ​ເຫຼືອອາ​ວຸດ

      ໃນ​ຄວາມ​ພະ​ຍາ​ຍາມຍູ້​ຖອຍ​ການ​ບຸກໂຈມ​ຕີ​ຂອງ​ກໍາ​ລັງ​ IS , ນັບ​ຕົ້ນ​ປີ​ນີ້​, ສະ​ຫະ​ລັດອາ​ເມ​ລິ​ກາ​ໄດ້​ສະ​ຫງວ​ນ​ເງິນ 500 ລ້ານ USD ໃຫ້​ແກ່​​ໂຄງ​ການ​ຝຶກຊ້ອມທະ​ຫານຫຼວງ 5.400 ຄົນ​​. ແຕ່​ວ່າ​ແຜນ​ການ​ນີ້ ໄດ້​ພັງທະ​ຫລາຍ​ໄປ​ໃນຮອບ​ເວ​ລາ​ເຄິ່ງ​​ປີ​, ໂຄງ​ການ​ໃຫມ່ ພຽງ​ແຕ່​​ຝຶກຊ້ອມມື​ປືນ​​ໄດ້ກ​່​ວາ 100 ຄົນ​ເທົ່າ​ນັ້ນ​, ຊຶ່ງ​ແມ່ນ​ຈຳ​ນວນ​ໜ້ອຍ​ເກີນ​ໄປ​ເມື່ອ​ທຽບ​ກັບ​ຄວາມ​ຄາດ​ຫວັງ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​. ຍິ່ງ​ໄປ​ກວ່າ​ນັ້ນ​, ປະ​ຈຸ​ບັນ​ມີ​ພຽງ​ແຕ່​ປະ​ມານ 2/3 ຂອງຈຳ​ນວນ​ມື​ປືນກວ່າ 100 ຄົນ​ເທົ່າ​ນັ້ນ, ຍັງ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ຕ້ານ​ IS ຢູ່​ໃນ​ຊີ​ຣີ​. ​ນັ້ນ​ແມ່ນ​ຍັງບໍ່​ທັນ​ນັບ​ເຖິງ​ເລື່ອງ​ມື​ປືນ​ຈຳ​ນວນ​ໜຶ່ງ​ໂດຍ​ອາ​ເມ​ລິ​ກາ​ຝຶກ​ຊ້ອມ ໄດ້​ມອບ​ອາ​ວຸດ​ໃຫ້ al​-Qaeda ຄືນ​. ຄວາມ​ຈິງ​ນີ້​ເຮັດ​ໃຫ້ບັ້ນ​ຮົບ​ຕ້ານ IS ຂອງ​ວໍ​ຊິງ​ຕັນ​ຕົກ​ຢູ່​ໃນ​ສະ​ພາບບໍ່​ມີ​ທາງ​ອອກ.

     ຕໍ່​ໜ້າ​ສະ​ພາບ​ການ​ດັ່ງ​ກ່າວ, ວໍ​ຊິງ​ຕັນ​ໄດ້​ມີ​ການ​ປ່ຽນ​ແປງ​ວິ​ທີ​ການໜູນ​ຊ່ວຍ​ສະ​ຫນັບ​ສະ​ຫນູນ​ຝ່າຍ​ຄ້ານ​ຂອງ​ຊີ​ຣີຕາມ​ທິດ​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​. ລະ​ອຽດ​ແມ່ນ​ຢຸດ​ຕິ​ໂຄງ​ການ​ຝຶກ​ຊ້ອມ ແລະ ອາ​ເມ​ລິ​ກາ​ຈະ​ສະ​ໜອງ​ອາ​ວຸດ​ໃຫ້​ແກ່​ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ, ດ້ວຍ​ບັນ​ດາ​ຜູ້​ບັນ​ຊາ​ການ​ໂດຍ​ອາ​ເມ​ລິ​ກາ​ໜູນຫຼັງ​ໂດຍ​ກົງ. ດ້ວຍ​ການ​ຊ່ວຍ​ເຫຼືອ​​ອາ​ວຸດເປັນ​ປົກ​ກະ​ຕິ​ຈາກ​ສະ​ຫະ​ລັດ​, ສຳ​ພັນ​ທະ​ມິດ​ອາ​ຣັບ-ຊີ​ຣີ ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ນະ​ຄອນ Raqqa​ ຊຶ່ງ​ແມ່ນ​ເຮືອນ​ຮັງຂອງ IS ໃນ​ຊີ​ຣີ​.      

    ຜົນ​ປະ​ໂຫຍດ​ບໍ່​ອາດ​ເທົ່າ​ກັບ​ຜົນ​ເສຍ

     ຈຸດ​ປະ​ສົງ​ຊ່ວຍ​ເຫຼືອ​ອາ​ວຸດ ຂອງ​ສະ​ຫະ​ລັດແມ່ນ​ບັນ​ລຸ​ປະ​ສິດ​ທິ​ຜົນສູງກວ່າ​ໃນ​ການ​ຕໍ່​ສູ້​​ຕ້ານ IS , ແຕ່​ເບິ່ງ​ຄື​ວ່າ ສິ່ງນີ້ກໍ​ບໍ່​ຖືກ​ຕ້ອງປານ​ໃດ​. ນັບ​ແຕ່​ຫົວ​ທີ່, ສະ​ມາ​ຊິກ​ສະ​ພາ​ສູງ​ອາ​ເມ​ລິ​ກາ Chris Murphy ໄດ້​ຖື​​ວ່າ ​ສະ​ຫະ​ລັດ​ຄວນສະ​ຫງວ​ນ ເງິນ​ເພື່ອປະ​ກອບອ​າວຸດໃຫ້ກຸ່ມ​ຝ່າຍ​ຄ້ານເພື່ອ​ແກ້​ໄຂ​ບັນ​ຫາ​ຄົນ​ເຂົ້າ​ເມືອງ​ ແລະ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທໍາ​. ໃນ​ບົດ​ຄວາມ​ທີ່​ລົງ​ພິມໃນໜັງ​ສື​ພິມ NYTimes ລົງ​ວັນ​ທີ 9/10, ນັກ​ວິ​ຈານ Andrew Rosenthal ໃຫ້​ຂໍ້​ສັງ​ເກດ​ວ່າ ແຜນ​ການ​ໃຫມ່​ປະ​ກອບອ​າວຸດໃຫ້ກຸ່ມ​ຝ່າຍ​ລຸກ​ຮື້​ຂຶ້ນ ຊີ​ຣີ​ຂອງສະ​ຫະ​ລັດ​ແມ່ນຄວາມ​ລະ​ເມີ​ເຟີ້​ຝັນ​. ໂດຍ​ມີ​ທັດ​ສະ​ນະ​ຮ່ວມ ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບການ​ປ່ຽນ​ແປງຂອງ​ສະ​ຫະ​ລັດບົນ​ສະ​ໜາມ​ຮົບ ​ຊີ​ຣີ, ວົງ​ການ​ນັກສັງ​ເກດ​ການ​ຖືວ່າ ​ວໍ​ຊິງ​ຕັນຍາກ​ທີ່​ຈະ​ປະ​ສົບ​ຜົນ​ສໍາ​ເລັດ​ໃນ​ການເຕົ້າ​ໂຮມ​ກຸ່ມລຸກ​ຮື້​ຂຶ້ນທີ່​ມີ​ຈຸດ​ປະ​ສົງຮ່ວມ ເຮັດ​ໃຫ້ IS ອ່ອນ​ແອລົງ​.

    ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ຫຼາຍ​ຄົນ​ຖື​ວ່າ  ວຽກ​ງານ​ທີ່​ສະ​ຫະ​ລັດ​ອາ​ເມລິ​ກາ​ຄວນ​ຈະ​ເຮັດ​ໃນ​ປັດ​ຈຸ​ບັນ​ແມ່ນ​​ຕ້ອງ​ມາ​ນະ​ອົດ​ທົນລໍ​ຖ້າການ​ຫັນ​ປ່ຽນ​ແປງໃຫຍ່ຢູ່​ສະ​ຫນາມ​ຮົບ​ ຊຶ່ງ​ເປັນ​ການ​ດີກວ່າ​ຄວາມ​ສ່ຽງ​ໄພ​ເມື່ອໃຫ້​ການຊ່ວຍເຫຼືອ​ແກ່​ພວກ​ລຸກ​ຮື້​ຂຶ້ນ. ມາດ​ຕະ​ການການ​ແກ້​ໄຂດີ​ທີ່​ສຸດ​ສໍາ​ລັບ​ເຂົາ​ເຈົ້າ​ແມ່ນ​ເພື່ອ​ຊຸກ​ຍູ້​ບາດ​ກ້າວ​ບຸກ​ທະ​ລຸທາງ​ການ​ທູດ​, ເປີດ​ຊ່ອງ​ທາງ​ໃຫ້​ແກ່ບັ້ນ​ຮົບ​ເປັນ​ເອ​ກະ​ພາບ​ຕ້ານ IS ຢູ່ຊີ​ຮີ.  

    ບໍ່ຮູ້​ຈັກ​ວ່າ ການຊ່ວຍ​ເຫຼືອ​ດ້ານ​ອາ​ວຸດ​ໃຫ້​ແກ່​ກຳ​ລັງ​ລຸກ​ຮື້​ຂຶ້ນ​ຢູ່​ຊີ​ຣີໂດຍ​ທາງ​ອາ​ກາດຂອງ​ສະ​ຫະ​ລັດ​ ອາດ​ສາ​ມາດ​ຍູ້​ຖອຍ IS ໄດ້ຫຼືບໍ່, ແຕ່​ແນ່​ນອນວ່າ ການ​ກະ​ທຳ​ຂອງອາ​ເມ​ລິ​ກາ ໄດ້​ນຳ​ວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ​ໃນ​ຊີຣີຕ​ົກ​ເຂົ້າ​ສູ່​ບາດ​ລ້ຽວ​ໃໝ່ ​, ອາດ​ຈະ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຫຼາຍ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ