ການຕ່າງປະເທດປີ 2014 ປະກອບສ່ວນຮັກສາອະທິປະໄຕຜືນແຜ່ນດິນຢ່າງໝັ້ນຄົງ


(vovworld)- ປີ 2014 ໄດ້​ເກີດ​ການ​ຜັນ​ແປ​ເຄັ່ງ​ຕຶງ​ຫລາຍ​ຢ່າງ​ບົນ​ທະ​ເລ​ຕາ​ເວັນ​ອອກ, ເປັນ​ຕົ້ນ​ພາຍ​ຫລັງ​ເຫດ​ການ​​ຈີນ ຕັ້ງຮ້ານ​ເຈາະ​ນ້ຳ​ມັນ ໄຮ່​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ຢ່​ູ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ແລະ ໄຫລ່​ທະ​ວີບ​ຂອງ​ຫວຽດ​ນາມ ແຕ່​ວັນ​ທີ 2/5-15/7/2014. ເຫດ​ການນີ້​ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ໃຫ້​ແກ່​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ. ແຕ່ດ້ວຍ​ການ​ຢືດ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢ່າງ​ສົມ​ເຫດ​ສົມ​ຜົນ​ດ້ວຍວິ​ທີການ​ທູດນັ້ນ, ຫວຽດ​ນາມ ​​ສາ​ມາດປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ຢ່າງ​ໝັ້ນ​ຄົງ ພ້ອມ​ທັງ​ຮັກ​ສາ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຈີນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ກິດ​ຈະ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.
ການຕ່າງປະເທດປີ 2014 ປະກອບສ່ວນຮັກສາອະທິປະໄຕຜືນແຜ່ນດິນຢ່າງໝັ້ນຄົງ - ảnh 1
ທ່ານຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ພາບ:chinhphu.vn

        ອາດ​ຈະ​ຢືນ​ຢັນ​ວ່າ ໃນ ປີ 2014, ບັນ​ຫາ​ທີ່ປະ​ຊາ​ຊົນ​ຫວຽດ​ນາມ​ສົນ​ໃຈ​ທີ່​ສຸດ​ ແລະ ກໍ​ແມ່ນ​ຂີດ​ໝາຍ​ຂອງ​ຂະ​ແຫນງ​ການ​ທູດ​ຫວຽດ​ນາມ ນັ້ນ​ແມ່ນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ​ບົນ​ທະ​ເລ​ຕາ​ເວັນ​ອອກ. ​ຍ້ອນ​ໄດ້​ເປັນ​ເຈົ້າ​ການ, ​ມີຍຸດ​ໂທ​ບາຍ​​ຕໍ່​ສູ້​ສັງ​ລວມ ດ້ວຍ​ຫລາຍ​ຮູບ​ການ, ສັນ​ຕິ​ພາບ​ກໍ​ຄື ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ຮັກ​ສາ​ຢ່າງ​ໝັ້ນ​ຄົງ.

       ສາ​ມັກ​ຄີ,ທຸ່ນ​ທ່ຽງ,ຢືດ​ໝັ້ນ​ໃນ​ການແກ້ໄຂ​ບັນ​ຫາ

        ໃນ​ຊຸມມື້​ທີ່ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ ໄຮ່​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ແລະ ໄຫລ່​ທະ​ວີບ​ຂອງ​ຫວຽດ​ນາມ, ທົ່ວ​ປະ​ເທດ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ, ເຫັນ​ດີ, ຮ່ວມ​ແຮງ​ຮ່ວມ​ໃຈ, ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ, ຢືດ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ສະ​ແດງ​ໃຫ​້​ເຫັນ​ຈິດ​ໃຈ…,  ຮັກ​ຫ​ອມ​ສັ​ນ​ຕິ​ພາບ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ດ້ວ​ຍ​ກົດ​ໝາຍ​ສ​າ​ກົນ. ທ່ານ​ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ແຜນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ພວກ​ເຮົາ ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ປົ​ກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ. ນີ້​ແມ່ນ 2 ຈຸດ​ໝາຍບໍ່​ຂັດ​ແຍ້ງ​ກັນ ແລະ ຍາມ​ໃດ​ກໍ​ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ. ເພາະ​ສະ​ນັ້ນ, ໃນ​ປີ 2014 ເມື່ອ​ສະ​ພາບ​ການ​ ບົນທະ​ເລ​ຕາ​ເວັນ​ອອກ​ສັບ​ສົນ, ພວກ​ເຮົາ ໄດ້​ຜັນ​ຂະ​ຫຍາຍ​ ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ ຢ່າງ​ຕັ້ງ​ຫນ້າ ເພື່ອ​ແກ້​ໄຂ​ບັນ​ຫາ​ໂດຍ​ສັນ​ຕິ​ວິ​ທີ. ພວກ​ເຮົາ​ປຶກ​ສາ​ຫາ​ລື, ແລກ​ປ່ຽນ​ຄຳ​ເຫັນ​​, ຕໍ່​ສູ້ຜ່ານ​ບັນ​ດາ​ການ​ພົບ​ປະ​ໂດຍ​ກົງ​ກັບ​ຈີນ ແລະ ໄດ້​ດຳ​ເນີນ​ການ​ພົບ​ປະ​ແລກ​ປ່ຽ​ນ​ຄຳ​ເຫັນ​ກັບ​ຈີນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ກວ່າ 40 ຄັ້ງ.”

        ລະ​ດົມ​ກຳ​ລັງ​ແຮງ​ສັງ​ລວມ​ບົນ​ແນວ​ຮົບການ​ຕ່າງ​ປະ​ເທດ

        ເພື່ອ​ຢືນ​ຢັນຢືດ​ໝັ້ນ​ຫລັກ​ໝັ້ນຂອງ​ຫວຽດ​ນາມ, ຮຽກ​ຮ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້ງໂດຍ​ສັນ​ຕິ, ຫວຽດ​ນາມ ໄດ້​ລະ​ດົມ​ກຳ​ລັງ​​ການ​ຕ່າງ​ປະ​ເທດ​ຢ່າງຫລວງ​ຫລາຍ. ການ​ນຳ​ພັກ ແລະ ລັດ ໄດ້​ຍາດ​ແຍ່ງ​ທຸກ​ກາ​ລະ​ໂອ​ກາດ​ເພື່ອ​ຮຽກ​ຮ້ອງ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ ແລະ​ເພື່ອນ​ມິດ​ສາ​ກົນ ສະ​ຫນັບ​ສະ​ຫນູນ​ຫລັກ​ໝັ້ນ​ເປັນ​ທຳ​ຂອງ​ຫວຽດ​ນາມ. ປະ​ຊາ​ຄົມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ ກວ່າ 4 ລ້ານ​ຄົນ ລ້ວນ​ແຕ່​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ, ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ຄັດ​ຄ້ານ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ຢ່າງ​ຜິດ​ກົດ​ໝາຍ.

        ຍ້ອນ​ເຫດນັ້ນ, ຫລັກ​ໝັ້ນ​ເປັນ​ທຳ​ຂອງ​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ຄວາມ​​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ໄດ້​ຮັບ​ການ​ຮັບ​ຮູ້​ ແລະ ສະ​ຫນັບ​ສະ​ຫນູນ​ຈາກ​ປະ​ຊາ​ຄົມ​ໂລກ. ບັນ​ດາ​ສຽງ​ເວົ້າ​ຄັດ​ຄ​້ານ​ການ​ກະ​ທຳ​ຂອງ​ຈີນ ຢ່າງ​ແຮງ​ທີ່​ສຸດ, ສາ​ມັກ​ຄີ​ທີ່​ສຸດ ​ໄດ້​ກ້ອງ​ກັ​ງ​ວານ​ຈາກ ວໍ​ຊີງ​ຕັນ, ອີ​ຢູ, ສ​ປ​ຊ, ອາ​ຊີ​ຕາ​ເວັນ​ອອກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ພິ​ເສດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ສະ​ແດງ​ໃຫ້​ເຫັນ​ກຸ່ມ​ຫນຶ່ງ​ທີ່​ເປັນ​ເອກ​ະ​ພາບ​ຕໍ່​ຫນ້າ​ກຳ​ລັງ​ດັນ​ແບ່ງ​ແຍກ​ຂອງ​ຈີນ, ຖື​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ຫົວ​ເລື່ອງ​ທີ່​ຂາດບໍ່​ໄດ້​ໃນ​ບັນ​ດາ​ກອງ​ປະ​ຊຸມ​ຂອງ ອາ​ຊຽນ. ເປັນ​ຄັ້ງ​ທຳ​ອິດ​ໃນ​ກວ່າ 20 ປີ ຜ່ານ​ມາ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ອອກ​ຖະ​ແຫລງ​ການ​ສະ​ເພາະ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ.

        ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ​ແລະ​ຈີນ​ພັດ​ທະ​ນາ

        ພາຍ​ຫລັງ​ຮ້ານ​ເຈາະ​ນ້ຳ​ມັນ ໄຮ່​ຢາງ 981 ຖອນ​ອອກ​ຈາກ​ເຂດ​ທ​ະ​ເລ​ຂອງ​ຫວຽດ​ນາມ, ຫວຽດ​ນາມ ໄດ​້​ເປັນ​ເຈົ້າ​ການ​ສົ່ງ​ທູດ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄປ​ຍັງ​ຈີນ. ໝາກ​ຜົນ​ພົ້ນ​ເດັ່ນ​ຂອງ​ການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້ ນັ້ນ​ແມ່ນ ການ​ນຳ​ສອງ​ຝ່າຍ​ໄດ້​ຢືນ​ຢັນ​: ຈະ​ຄວບ​ຄຸມ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ ແລະ ບໍ່ເປີດກວ້າງຄວາມ​ຄັດ​ແຍ້ງ. ສິ່ງ​ດັ່ງ​ກ່າວ​ແມ່ນ​ເໝາະ​ສົມ​ກັບ ຂໍ້ 5 ຂອງ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ບົນ​ທະ​ເລ​ຕາ​ເວັນ​ອອກ(DOC) ຊື່ງ​ຈີນ ໄດ້​ລົງ​ນາມ​ກັບ ອາ​ຊຽນ ເມື່ອ​ປີ 2002. ການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງນ​ີ້ ໄດ້​ເປ​ີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ​ຂອງ​ບັນ​ດາ​ເຈົ້າ​ຫນ​້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ ຫລັງ​ຈາກນັ້ນ 2,3 ເດືອນ ນັ້ນ​ແມ່ນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ​ຂອງ​ທ່ານ ຢາງ​ເຈ້ຍ​ຊື້, ກຳ​ມະ​ການ​ຄະ​ນະ​ລັດ​ຖະ​ບານ​ຈີນ ແລະ ທ່ານ ອີ​ເຈິ້ງ​ເຊີງ, ກຳ​ມະ​ການ​ປະ​ຈຳກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ຝ່າຍ​ຈີນ ໄດ້​ຍົກ​ທັດ​ສະ​ນະ​ຖື​ການ​ພົວ​ພັນ​ກັບ​ຫວຽດ​ນາມ ເປັນ​ສຳ​ຄັນ, ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ເປັນ​ປົກ​ກະ​ຕິ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ແບ່ງ​ປັນ​ວ່າ​:

        “ໃນ​ວິ​ວັດ​ການ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ, ພວກ​ເຮົາ​ໄດ້​ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ ຮັກ​ສາ​ບັນ​ດາ​ການ​ພົວ​ພັນ​ກັບ​ຈີນ ຜ່ານ​ການ​ແລກ​ປ່ຽ​ນ​ຄະ​ນະ​ຜູ້​ແທນ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ. ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ກັບ​ຈີນ. ສະ​ນັ້ນ ພວກ​ເຮົາ​ຍັງ​ຄົງ​ ຮັບ​ປະ​ກັນ​ ສືບ​ຕໍ່ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຈີນ ແລະ ຮັບ​ປະ​ກັນ​ອະ​ທິ​ປະ​ໄຕ ແລະ ສິດ​ອະ​ທິ​​ປະ​ໄຕ​ຂອງ​ພວກ​ເຮົາ​ຢູ່​ທະ​ເລ​ຕາ​ເວັນ​ອອກ.”

        ຕົວ​ເລກ​ສະ​ຖິ​ຕິ​ປີ 2014 ໃຫ້​ເຫັນ​ວ່າ: ການ​ພົວ​ພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ ແລະ ຈີນ ບັນ​ລຸ 58 ຕື້ USD, ຊື່ງ​ແມ່ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ການ​ຂຶ້ນ​ກັບເສດ​ຖະ​ກິດ, ​ເຮັດ​ໃຫ້ສອງ​ຝ່າຍ​ຕ່າງກໍ່​ມີ​ຜົນ​ປະ​ໂຫຍດ ນັ້ນ​ແມ່ນ​ປັດ​ໄຈ​ເພື່ອ​ໃຫ້​ສອງ​ຝ່າຍ​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ. ສຳ​ລັບ​ຫວຽດ​ນາມ, ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2014 ອີກ​ຄັ້ງ​ຫນຶ່ງ ໄດ້​ກາຍ​ເປັນ​ບົດ​ຮຽນ ​ ໃຫ້​ແກ່​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ. ນັ້ນ​ແມ່ນ​ການ​ເຕົ້າ​ໂຮມ​ກຳ​ລັງ​ແຮງ​​ຂອງ​ທັງ​ຊາດກັບ​ກຳ​ລັງ​ແຮງ​ຍຸກ​ສະ​ໄຫມ, ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​, ພ້ອມ​ທັງ​ຮັກ​ສາ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ