ການນຳພາຂອງພັກແມ່ນປັດໄຈຕັດສິນຊີ້ຂາດທຸກໄຊຊະນະແລະການເຕີບໃຫຍ່,ພັດທະນາຂອງກອງທັບປະຊາຊົນຫວຽດນາມ


(vovworld)-ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ 25 ປີ​ແຫ່ງວັນ​ບຸນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາດ(22/12/1944-22/12/2014), ທ່ານ ຫງວຽນ​ຟ​ູ​ຈ້ອງ, ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: “ການ​ນຳ​ພາ​ຂອງ​ພັກ​ແມ່ນ​ປັດ​ໄຈ​ຕັດ​ສິ​ນ​ຊີ້​ຂາດ​ທຸກ​ໄຊ​ຊະ​ນະ​ແລະ​ການ​ເຕີບ​ໃຫຍ່,ພັດ​ທະ​ນາ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ”.ໃນ​ລາຍ​ການ​ສະ​ຖາ​ນະ​ການ​ການ​ເມືອງ​ພາກນີ້, ພວກ​ເຮ​ົ​າ​ຂໍຄັດ​ສະ​ເຫນີ​ບາງ​ເນື້ອ​ໃນ​ສຳ​ຄັນ​ໃນ​ບົດ​ຂຽນ​ດັ່ງ​ກ່າວ.

ການນຳພາຂອງພັກແມ່ນປັດໄຈຕັດສິນຊີ້ຂາດທຸກໄຊຊະນະແລະການເຕີບໃຫຍ່,ພັດທະນາຂອງກອງທັບປະຊາຊົນຫວຽດນາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ພາບ:laodong.com.vn

        ​ເລີ່ມ​ຕົ້ນ​ບົດ​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຢືນ​ຢັນ​ວ່າ: ການ​ນຳ​ພາ​ຂອງ​ພັກ​ສຳ​ລັບ​ກອງ​ທັບ ​​ໄດ້​ຮັບ​ການກຳ​ນົດ​​ຈາກ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ມາແຕ່​ດົນ​ນານ​​ແລ້ວ ແລະ ໄດ້​ຮັບ​ການ​​ປັບ​ປຸງເພີ່ມ​ເຕີມ, ສ້າງ​ໃຫ້​ສົມ​ບູນ​ແບບ​ຢ່າງບໍ່ຢຸດຢ​ັ້ງ. ນັ້ນ​ແມ່ນ​ການ​ນຳ​ພາ​ດ້ານ​ການ​ເມືອງ, ແນວ​ຄິດ, ການ​ຈັດ​ຕັ້ງ, ພະ​ນັກ​ງານ​ຢ່າງ​ຮອບ​ດ້ານ, ສິ້ນ​ເຊິງ   … ດ້ວຍ​ກົນ​ໄກ, ວິ​ທີ​ການ​ຢ່າງ​ແຫນ້ນ​ແຟ້ນ, ເໝາະ​ສົມ.

        ຕະ​ຫລອດ 70 ປີ​ຜ່ານ​ມາ, ຍ້ອນ​ມີ​ການ​​ປັບ​ປຸງເພີ່ມ​ເຕີມ, ​ແມ່ນວິ​ທີ​​, ກົນ​ໄກ​ຊີ້​ນຳ​ນຳ​ພາຢ່າງບໍ່​ຢຸດຢັ້ງ​, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຮັກ​ສາ​ບົດ​ບາດ​ນຳ​ພາ​ສຳ​ລັບ​ກອງ​ທັບ​ໃນ​ທຸກ​ກໍ​ລະ​ນີ, ທຸ​ກ​ໄລ​ຍະ​ປະ​ຫວັດ​ສາດ​ຢ່າງ​ໝັ້ນ​ຄົງ.  ນັ້ນ​ກໍ​ແມ່ນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ການ​ເຕີບ​ໃຫຍ່, ຕໍ່​ສູ້ ແລະ ໄຊ​ຊະ​ນະ​ຂອງກອງ​ທັບ​ຫວຽດ​ນາມ, ຍາມ​ໃດ​ກໍ​ແມ່ນ​ເຄື່ອງ​ມື​ປະ​ຕິ​ວັດ​ອັນ​ແຫລມ​ຄົມ, ກຳ​ລັງ​ການ​ເມືອງ​ທີ່​ຈົ່ງ​ຮັກ​ພັກ​ດີ​ຂອງ​ພັກ, ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ, ຮັກ​ສາ​ທາດ​ແທ້​ຊົນ​ຊັ້ນ​ກຳ​ມະ​ກອນ, ແມ່ນກອງ​ທັບ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື​່ອ​ປະ​ຊາ​ຊົນ ຢ່າງ​ໝັ້ນ​ຄົງ.

        ຢືດ​ໝັ້ນ​ຫລັກ​ການ​ພັກ​ນຳ​ພາ​ກອງ​ທັບ

        ໃນ​ສະ​ພາບ​ການ​ປະ​ຈຸ​ບັນ​, ເພື່ອ​ສືບ​ຕໍ່​ຮັກ​ສາຢ່າງ​ໝັ້ນ​ຄ​ົງ ແລະ ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອ​ງ​ພັກ​ສຳ​ລັບ​ກອງ​ທັບ, ຮັບ​ປະ​ກັນ​ໃຫ້​ກອງ​ທັບ ຍາມ​ໃດ​ກໍ​ຮັກ​ສາ​ທາດ​ແທ້​ປະ​ຕິ​ວັດ, ຈຸດ​ໝາຍ, ແນວ​ຄິດ​ສູ້​ຮົບ, ສຳ​ເລັດ​ຫນ້າ​ທີ່​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເປັນ​ຢ່າງ​ດີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ວ່າ: ກ່ອນ​ອື່ນ​ໝົດ​ຄວນ​ເປັ​ນ​ເອ​ກະ​ພາບ​ຄວາມ​ຮັບ​ຮູ້​ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ​ຕ້ອງ​ຢືດ​ໝັ້ນ​ຫລັກ​ການ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ນຳ​ພາ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ກ່ຽວ​ກັບ​ທຸກ​ດ້ານ ​ຢ່າ​ງ​​ເດັດ​ຂາດ, ໂດຍ​ກົງ​. ການ​ນຳ​ພາ​ກອງ​ທັບ​ບໍ່ສາ​ມາດ​ຈັດ​ແບ່ງ​ໃຫ້​ບໍ່​ວ່າ​ບຸກ​ຄົນ​ໃດ, ກຳ​ລັງ​ການ​ເມືອງ​ໃດ.

        ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ແລ້ວ, ການ​ນຳ​ພາ​ຢ່າງ​ສິ້ນ​ເຊິງນີ້​ແມ່ນ​ສະ​ແດງ​ຜ່ານ​ບັນ​ດາ​ບັນ​ຫາ​ຄື: ພັກ​ບໍ່​ພຽງ​ແຕ່​ວາງ​ອອກ​ແນວ​ທາງ​ການ​ທະ​ຫານ, ກຳ​ນົດ​ທິດ​ທາງ​ການ​ພັດ​ທະ​ນາ​ແຫລ່ງ​ກຳ​ລັງ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ​ຂອງ​ປະ​ເທດ​ຊາດເທົ່າ​ນັ້ນ ຫາກ​ພັກ​ຍັງ​ນຳ​ພາ​ການ​ຈັດ​ຕັ້ງ​ຫັນ​ບັນ​ດາ​ທັດ​ສະ​ນະ​, ແນວ​ທາງ​ການກໍ່​ສ້າງກອ​ງ​ທັບ​ການ​ປະ​ຕິ​ວັດ, ເປັນ​ແບບ​ແຜນ, ຍອດ​ຢ້ຽມ, ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຕັດ​ສິນ​ບັນ​ດາ​ບັນ​ຫາ​ພື້ນ​ຖານກໍ່​ສ້າງກອງ​ທັບ​ເຂັ້ມ​ແຂງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ແນວ​ຄິດ ແລະ ການ​ຈັດ​ຕັ້ງ, ກໍ່​ສ້າງກອງ​ທັບ​ຍາ​ມ​ໃດ​ກໍ​ແມ່ນ​ກຳ​ລັງ​ຈົ່ງ​ຮັກ​ພັກ​ດີ​ກັບ​ພັກ, ກັບ​ປະ​ເທດ​ຊາດ​ຢ່າງ​ສິ້ນ​ເຊິງ, ຮັບ​ໃຊ້​ປະ​ຊາ​ຊົນຢ່າງ ສຸດ​ຈິດ​ສຸດ​ໃຈ, ແມ່ນ​ກຳ​ລັງ​ຫລັກ​ແຫລ່ງ​ພ້ອມ​ກັບ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ​ ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ.

        ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ລະ​ດັບ​​ຊີ້​ນຳ​ນຳ​ພາ​ຂອງ​ບັນ​ດາ​ອົງ​ການ​ພັກ

        ຫນ້າ​ທີ່​ທີ​ສອງ​ຊື່ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເຕື້ອງ​ເຖິງ​ໃນ​ບົດ​ຂຽນ ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ກອງ​ທັບ​ຍາມ​ໃດ​ກໍ​ຮັກ​ສາ​ທາດ​ແທ້​ປະ​ຕິ​ວັດ, ຈຸດ​ໝາຍ, ​ອຸ​ດົມ​ຄະ​ຕິຕໍ່​ສູ້, ສຳ​ເລັດ​ຫນ້າ​ທີ່​ສ້າງ​ສາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດຊາດ, ນັ້ນ​ແມ່ນ ຕ້ອງ​ບູ​ລະ​ນະ​ລະ​ບົບ​ການ​ຈັດ​ຕັ້ງ​ຢ່າງບໍ່​ຢ​ຸດຢັ້ງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ລະ​ດັບ​​ຊີ້​ນຳ​ນຳ​ພາ​ຮອບ​ດ້ານ, ກຳ​ລັງ​​ຕໍ່​ສູ້ ແລະ ລັກ​ສະ​ນະ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ບັນ​ດາ​​ການ​ຈັດ​ຕັ້ງ​ພັກ, ພິ​ເສດ ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ ແລະ ຄຸນ​ນະ​ພາບ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ ປະ​ຕິ​ບັດ​ຫລັກ​ການ​​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ເປັນ​ຢ່າງ​ດີ, ໝູ່​ຄະ​ນະ​ນຳ​ພາ​ຕິດ​ພັນ​ກັບ​ການ​​ແບ່ງງານ​ໃຫ້​ສ່ວນ​ບຸກ​ຄົນ​ຮັບ​ຜິດ​ຊອບ; ຖື​ການ​ສ້າງ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​​ລະ​ບຽບ​ການ​ເຮັດ​ວຽກ, ​ລະ​ບຽບ​ນຳ​ພາ​ບັນ​ດາ​ຫນ້າ​ວຽກ​ງານ​​ຕົ້ນ​ຕ​ໍເປັນ​ສຳ​ຄັນ, ຕັ້ງ​ຫນ້າ​ປ່ຽນ​ໃຫ​ມ່, ຍົກ​ສູງ​ຄຸນ​ນະ​ພາບ​ດຳ​ເນີນ​ຊີ​ວິດ​ພັກ, ຍົກ​ສູງ​ລັກ​ສະ​ນະ​ຕໍ່ສູ້​, ເພີ່ມ​ທະ​ວີ​ຄວາມ​ສາ​ມາ​ຄີ, ເປັນ​ເອ​ກະ​ພາບ​ໃນ​ແຕ່​ລະ​​ການຈັດ​ຕັ້ງພັກ ແລະ ຫົວ​ຫນ່ວຍ; ເພີ່ມ​ທະ​ວີ​ວຽກ​ງານ​ພະ​ນັກ​ງານ, ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຕາມ​ທິດ​ຈຳ​ນວນ​ພະ​ນັກ​ງານ​ຕິດ​ພັນ​ກັບ​ໂຄງ​ການ​ຈັດ​ຕັ້ງ, ສັບ​ຊ້ອນ​ພະ​ນັກ​ງາ​ນ​ຢ່າງ​ເໝາ​ະ​ສົມ.

       ຕໍ່​ສູ້,ເຮັດ​ໃຫ້​ທຸກ​ກົນ​ອຸ​ບາຍ​ ແລະ ການ​ເຄື່ອນ​ໄຫວ “ຫັນ​ປ່ຽນ​ໂດຍ​ສັນ​ຕິ”​ຖືກປະ​ລາ​ໄຊ

        ຫ​ນ້າ​ທີ່​ສຳ​ຄັນ​ຫນຶ່ງ​ອີກ ຊື່ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ລະ​ບຸ​້ໄວ້ໃນ​ບົດ​ຂຽນນັ້ນ​ແມ່ນ ຕ້ອງ​ຍູ້​ແຮງ​ການ​ຕໍ່​ສູ້, ເຮັດ​ໃຫ້​ກົນ​ອຸ​ບາຍ ແລະ ​ການ​ເຄື່ອນ​ໄຫວ “ຫັ​ນ​ປ່ຽນ​ໂດຍ​ສັນ​ຕິ” ​ຖືກປະ​ລາ​ໄຊ ເວົ້າ​ລວມ ແລະ “ກອງ​ທັບ​ປອດ​ການ​ເມືອງ” ​ເວົ້າ​ສະ​ເພາະ ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ເປັ​ນ​ປໍ​ລະ​ປັກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽ​ນ​ຟູ​ຈ້ອງ ເນັ້​ນ​ຫນັກ​ວ່າ: ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ນັກ​ຮົບ​ທຸກ​ຄົນ ຄວນ​ມີ​ຄວາມຮັບ​ຮູ້​ຢ່າງ​ຄົບ​ຖ້ວນ ແລະ ເລິກ​ເຊິ່ງວ່າ ກອງ​ທັບ​ຫວຽດ​ນາມ ແມ່ນກອງ​ທັບ​ປະ​ຕິ​ວັດ, ກອງ​ທັບ​ຂອງ​ປະ​ຊາ​ຊົນ, ມາ​ຈາກ​ປະ​ຊາ​ຊົນ ແລະ ຕໍ່​ສູ້ ເພື່ອ​ປະ​ຊາ​ຊົນ, ພາຍ​ໃຕ້​ການ​ນຳ​ພາຢ່າງ​ແຫນ້ນ​ແຟ້ນ​ຂອງ​ພັກ. ຢາກ​​ຄື​ແນວນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄດ້​ຮຽກ​ຮ້ອງ ຕ້ອງ​ຢືດ​ໝັ້ນ, ເດັດ​ດ່ຽວ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ການກໍ່​ສ້າງ​ພັກ​ຕິດ​ພັນ​ກັບ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ​ເປັນ​ຢ່າງ​ດີ, ເດັດ​ດ່ຽວ​ຕໍ່​ສູ້​ບັນ​ດາ​ປະ​ກົດ​ການລັ່ງ​ເລ, ຫລຸດ​ຄວາມ​ໄວ້​ເນື້ອ​ເຊື່ອ​, ລະ​ເມີ​ເຝີ່​ຝັນ, ເສື່ອມ​ທາດ​ຂາດ​ຄຸນກ່ຽວ​ກັບ​ແນວ​ຄິດ​ດ້ານ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ກາ​ລະ​ໂອ​ກາດ, ອັດ​ຖະ​ປະ​ໂຫຍດ, ລັດ​ທິ​ສ່ວນ​ຕົວ, ລະ​ເມີດ​ກົດ​ໝາຍ​ຂອງ​ລັດ, ລະ​ບຽບ​ວິ​ໄນ​ຂອງກອງ​ທັບ. ປ່ຽນ​ໃຫມ່ ແລະ ເພີ່ມ​ທະ​ວີ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ການ​ພົວ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ພັກ, ກອງ​ທັບ ກັບ​ປະ​ຊາ​ຊົນ, ປັບ​ປຸງ “ທ່າ​ຮົບ​ຈິດ​ໃຈ​ປະ​ຊາ​ຊົນ”, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ສຳ​ລັບ​ພັກ, ລັດ ແລະ ກອງ​ທັບ.

        ມ້ວນ​ທ້າຍ​ບົດ​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ: ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ​   ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ວິ​ລະ​ຊົນ ໃນ 70 ປີ​ຜ່ານ​ມາ, ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ​ເຊື່ອ​ໝັ້ນ ແລະ​ປາ​ດ​ຖະ​ຫນາ​ວ່າ ກອງ​ທັບ​ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄຸນ​ນະ​ທາດ​ອັນ​ດີ​ງາມ​ຂອງ “ທະ​ຫານ​ລຸງ​ໂຮ່”, ສູ້​ຊົນ, ຝືກ​ຝົນ​ຫລໍ່​ຫລອມ, ກໍ່ສ້າງກອ​ງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ “ປະ​ຕິ​ວັດ, ແບບ​ແຜນ, ຍອດ​ຢ້​ຽມ, ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ”, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ ສັງ​ຄົມ​ນິ​ຍົມ​ຢ່າງ​ມີ​ໄຊ, ສົມ​ເປັນ​​ບ່ອນ​ອີງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປ​ະ​ຊາ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ