ການປ້ອງກັນຄວາມສະຫງົບບົນທະເລຂອງຫວຽດນາມ: ສອດຄ່ອງກັບກົດໝາຍສາກົນ, ມູ່ງໄປເຖິງສັນຕິພາບ

(vovworld)-  ​ໃນ​​ໄລຍະ​ກວ່າ 1 ​ເດືອນ​ຜ່ານ​ມາ, ​​ໃນຂະນະ​ທີ່​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ນຳ​ໃຊ້​ກຳ​ປັ່ນ​ຄຸ້ມ​ຊູ​ຫລາຍ​ປະ​ເພດ​, ​ໃນ​ນັ້ນ ມີ​ທັງ​ກຳ​ປັ່ນ​ທະຫານ​ຕັ້ງ​ໃຈຕຳ​​ໃສ່ບັນດາ​ກຳ​ປັ່ນ​ພົນລະ​ເຮືອນ​ຂອງ​ຫວຽດນາມ​ພວມປະຕິບັດ​ສິດ​ອະທິປະ​ໄຕ​ ​ແລະ ອຳນາດ​ສານ​ຂອງຫວຽດນາມ, ​ ຫວຽດນາມ ຍັງ​ຄົງ​ຢືດໝັ້ນ, ມານະ​ພະຍາຍາມ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງໂດຍ​ສັນຕິ​ວິທີ. ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ສ​ະ​ເຫ​ມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ ​ຊື່​ງ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຢ່າງ​ແຮງ​ຈາກ​ປະຊາ​ຄົມ​ໂລກ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນ​ວທາງ​ການ​ຕ່າງ​ປະ​ເທດ​ສັນຕິພາບ​ຂອງ​ຫວຽດນາມ​ເວົ້າ​ລວມ, ​ໃນ​ນັ້ນ​ມີນະ​ໂຍບາຍ​ປ້ອງ​ກັນ​ຄວາ​ມສະຫງົບ​ທະ​ເລ​ ແມ່ນ​ສອດ​ຄອ່ງກັບ​ກົດໝາຍ​ສາກົນ, ຍາມ​ໃດ​ກໍ​ມຸ່ງ​ໄປ​ເຖິງ​ສັນຕິພາບ.

        ການ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນທະ​ເລ ​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ພາກ​ພື້ນ ​ແລະ ສາກົນ. ​ເນື້ອ​ແທ້​ຂອງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ທະ​ເລ​ລວມມີ: ບັນຫາອາດຊະຍາ​ກຳແບບເກົ່າ ​ແລະ ອາດຊະຍາ​ກຳແບບໃຫມ່. ຫວຽດນາມ ມີ 3 ທິດຕິດ​ກັບ​ທະ​ເລ ນັ້ນ​ແມ່ນທິດຕາ​ເວັນ​ອອກ, ທິດ​ໃຕ້ ​ແລະ ທິດຕາ​ເວັນ​ຕົກ​ສ່ຽງ​​ໃຕ້ ​ແລະ    ຫວຽດນາມ ມີ​ຝັ່ງ​ທະ​ເລ​ຍາວ​ເກືອບ 3.260 ກິ​​ໂລ​ແມັດ, ມີ​ເຂດ​ທະ​ເລພາຍໃນ, ເຂດ​ນ່ານທະ​ເລ, ​ເຂດ​ຕິດ​​ກັບ​ນ່ານທະ​ເລ, ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ; ມີ​ເກາະ​, ​ໝູ່​ເກາະ​ໃຫຍ່, ນ້ອຍ​ ເກືອບ 3000​ແຫ່ງ, ​ໃນ​ນັ້ນ ມີ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ໃນ​ນັ້ນ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ທະ​ເລ ມີ​ຄວາມ​ສຳຄັນ​ພິ​ເສດ​ສຳລັບ​ຫວຽດນາມ ກ່ຽວ​ກັບ​ດ້ານ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສິ່ງ​ແວດ​ລ້ອມ.

​ຍາມ​ໃດ​ກໍເຄົາລົບ​ກົດໝາຍສາກົນ

        ສະພາ​​ແຫ່ງ​ຊາດ ​ແລະ ລັດຖະບານ​ຫວຽດນາມ ​ໄດ້​ສ້າງນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ທະ​ເລ​ ນັບ​ແຕ່​ມື້​ສະຖາປະນາ​ປະ​ເທດ​ຊາດ, ນອນ​ໃນ​ຍຸດ​ທະ​ສາດ​ປົກປັກ​ຮັກສາ​ປະ​ເທ​ດຊາດ. ພິ​ເສດ ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ບັນດາ​ແນວ​ຄວາມ​ຄິດ, ປັດ​ໄຈ​ຍຸດ​ທະ​ສາດ​ກ່ຽວ​ກັບ​ກາ​ນຮັບປະກັນ​ຄວາມ​ສະຫງົບ​ບົນ​ທະ​ເລ, ​ເກາະ​ຂອງ​ປະ​ເທດ​ຊາດ ​ໄດ້​ຮັບ​ການ​ສ້າງ​​ເປັນສົມ​ບູນ​ແບບ, ສອດຄ່ອງ​ກັບ​ສະພາບ​ການ​ໃຫມ່. ທີ່​ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ພັກ​ກອມ​ມູນິດ​ຫວຽດນາມ ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການວາງ​ອອກ​ບັນດາ​ບັນຫາ​ລະອຽດ​ໃນ​ການ​ປະສານ​ສົມທົບ ລະຫວ່າງເສດຖະກິດ​ກັບ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດໄພເຂດ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ.

ການປ້ອງກັນຄວາມສະຫງົບບົນທະເລຂອງຫວຽດນາມ: ສອດຄ່ອງກັບກົດໝາຍສາກົນ, ມູ່ງໄປເຖິງສັນຕິພາບ - ảnh 1
ການ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນທະ​ເລ ​ແມ່ນ​ພາກສ່ວນ​ຫນຶ່ງ​
ຂອງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ
photo:baodanang.vn

ເດືອນ 6/2012, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ. ​ກົດໝາຍ​ວ່າ​ດ້ວຍ​ທະ​ເລຂອງ​ຫວຽດນາມ​ ແມ່ນ​ເໝາະ​ສົມ​ກັບ​ກົດ​ບັດ ສປຊ, ​ເໝາະ​ສົມ​ກັບ​ສົນທິສັນຍາ ສປຊ.

        ​ໃນ​ພາກ​ຕົວ​ຈິງ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ບົນ​ທະ​ເລ, ຫວຽດ ນາມມີ​ກຳລັງ​ໂດຍ​ກົງ​ແມ່ນ​ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ, ນີ້​ແມ່ນ​ສອງ​ກຳລັງ​ທີ່​ປະຕິບັດ​ໜ້າ​ທີ່​ເປັນ​ປະຈຳ​ ເພື່ອ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ອັນ​ສອບ​ທຳ​ຂອງ​ຫວຽດນາມ ​ບົນ​ທະ​ເລ ຕາມ​ຂໍ້​ກຳນົດ​ຂອງ​ສົນທິສັນຍາກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982. ​ເປັນ​ອັນວ່າ​ບັນດາ​ກຳລັງ​ປະຕິບັດໜ້າ​ທີ່​ ​ຮັກສາ​ຄວາມ​ປອດ​ໄພ​ບົນ​ທະ​ເລຂອງ​ຫວຽດ ນາມ ​ແມ່ນ​ເໝາະ​ສົມ​ກັບສົນທິສັນຍາກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982. ຮອງ​ສາດສະດາຈານ ​ເລ​ວັນ​ເກືອ​ງ, ອະດີດ​ຫົວໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ກະຊວງ​ຕຳຫຼວດ​ຫວຽດນາມ, ຖື​ວ່າ:

        “​ເນື້ອ​ໃນ​ພື້ນຖານ​ທັງ​ໝົດ​ຂອງ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ທະ​ເລ ຫຼື​ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ​ຂອງ​ຫວຽດນາມ​ ບົນ​ທະ​ເລ, ​ໝູ່​ເກາະ​ຂອງ​ຫວຽດນາມ ລ້ວນ​ແຕ່​ອີງ​ໃສ່​ກົດ​ບັດ ສປຊ ​ແລະ ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ທະ​ເລ​ຂອງ​ຫວຽດນາມ ​ແມ່ນ​ເໝາະ​ສົມ​ກັບ​ເອກະສານ​ຂອງ​ສາກ​ົນ​ໃນ​ປະຈຸ​ບັນ ​ແລະ ​ເໝາະ​ສົມ​ກັບ​ທ່າ​ອ່ຽງທີ່​ຈຳ​ເປັນ​ຂອງ​ຍຸກ​ປະຈຸ​ບັນ, ນັ້ນ​ແມ່ນ​ຫວຽດນາມ​ເຂົ້າ​ຮ່ວມ, ປະກອບ ສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ພັດທະນາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຍ້ອນ​ເຫດ​ນັ້ນ, ນະ​ໂຍບາຍ​ນີ້​ໄດ້​ຮັບ​ກນຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ​ຢ່າງ​ຕັ້ງໜ້າ ​ແລະ ອາດ​ເວົ້າ​ໄດ້​ວ່າ ບັນດາ​ປະ​ເທດ​ຢູ່​ໂລກ​ຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ, ລັດ​ເຊຍ, ​ເອີ​ລົບ, ອິນ​ເດຍ ລ້ວນ​ແຕ່​ສະໜັບສະໜູນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ທະ​ເລ​ຂອງ​ຫວຽດນາມ

ບົນຈິດ​ໃຈ​ເຄົາລົບ​ກົດໝາຍ​ສາກົນ, ຕໍ່ໜ້າ​ເລື່ອງ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຍາມ​ໃດ​ຫວຽດນາມ ກໍ່​ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ, ຢືດໝັ້ນ​ແກ້​ໄຂຄວາມ​ບໍ່ລົງ​ລອຍ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ ຜ່ານ​ການ​ເຈລະຈາ​, ​ໂອ້​ລົມ​ສົນທະນາ ​ແລະ ບັນດາ​ມາດ​ຕະການ​ສັນຕິພາບ​ອື່ນໆ. ສິ່ງດັ່ງກ່າວ​​​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ ​ຢັ້ງຢືນ​ເມື່ອ​ແລກປ່ຽນ​ກັບ​ສື​ມວນ​ຊົນ​ຢູ່​ນອກ​ກອງ​ປະຊຸມ Sangri La 13, ຢູ່​ສິງກະ​ໂປ ​ຜ່ານ​ມາ.

        “​ແຜນ​ນະ​ໂຍບາຍ​ຂອງ​ພວກ​ເຮົາ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແກ້​ໄຂ​ດ້ວຍ​ການເຈລະຈາ, ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ ​ແລະ ອີງ​ໃສ່​ກົດໝາຍ​ສາກົນ, ສົນ​ທິສັນຍາ​​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ກໍ່​ຄື DOC. ພວກ​ເຮົາ​ກໍ່ລະງັບ​ໃຈ​ທີ່​ສຸດ, ບໍ່​ນຳ​ໃຊ້​ກຳລັງອາວຸດ ​ແລະ ບໍ່​ນາບ​ຂູ່​ນຳ​ໃຊ້ກຳລັງ​ອາວຸດ. ພວກ​ເຮົາ​ນຳໃຊ້ກຳ​ປັ່ນ​ກວດກາ​ການ​ປະ​​ມົງ, ກຳ​ປັ່ນ​ຕຳຫຼວດ​ທະ​ເລ ​ແລະ ກຳ​ປັ່ນ​ຫາ​ປາຂອງ​ຊາວ​ປະມົງ ສົມທົບ​ກັບ​ກຳລັງ​ປະຕິບັດ​ໜ້າ​ທີ່​ເພື່ອ​ຕໍ່​ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເວົ້າ​ລວມ ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ໄດ້​ຮັບຄວາມ​ຊົມ​ເຊີຍ, ເຫັນ​ດີ​ເຫັນ​ພ້ອມຈາກປະ​ເທດ​ຕ່າງໆ. ​ເວົ້າ​ລວມ​ແລ້ວ​ແມ່ນ​ຕ້ອງ​ລະ​ງັບ​ໃຈເພື່ອ​ບໍ່​ປະ​ໃຫ້​ເກີດ​ການ​ປະ​ທະ​ກັນ”.

        ຮ່ວມມື​ຫຼາຍ​ຝ່າຍ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າທາຍ​​ໃນ​ອາດຊະຍາກຳແບບໃໝ່​ບົນ​ທະ​ເລ​ຕາ​ເວັນ​ອອກ

        ຫວຽ​ດນາມ ສະ​ແດງ​ໃຫ້​ເຫັນ​ການ​ປະຕິບັດ​ກົດໝາຍ​ສາກົນຜ່ານການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​​ໃນ​ອາດຊະຍາກຳແບບໃໝ່. ດ້ານ​ໜຶ່ງ, ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ, ດ້ານອື່ນ​ສືບ​ຕໍ່​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ສາກົນ​ກັບ​ທຸກ​ປະ​ເທດ​ບົນ​ຫຼັກການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖວ້ນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ. ທ່ານ​ຮອງ​ສາດສະດາ​ຈານ ​ເລ​ວັນ​ເກືອ​ງ ​ໃຫ້​ຮູ້​ວ່າ:

        “ບັນ​ຫາປ້ອງ​ກັນ​ຄວາມ​ສະຫງົບບົນ​ທະ​ເລ​ຂອງ ຫວຽດນາມ ກໍ່​​ຕິດ​ພັນ​ກັບ ສາກົນ. ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ປະ​ເທດ ອາ​ຊຽນ. ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 2012 ​ໄດ້​ຮັບ​ການ​ກຳ​ເນີ​ດ​ໃນ​ສະພາ​ບການ​ບັນດາ​ປະ​ເທດ ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ, ວັດທະນະທຳ, ຄວາມ​ໝັ້ນຄົງ. ກົດໝາຍ​ວ່າ​ດ້ວຍ​ທະ​ເລ ​ແລະ ​ເລື່ອງ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບບົນທະ​ເລນັ້ນ​ໄດ້ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​​ໝັ້ນຄົງດ້ວຍ 3 ​ເສົາ​ຄ້ຳ​ທີ່​ກ່າວມາ​ຂ້າງ​ເຖິງ, ຍ້ອນ​ເຫດ​ນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ ບັນດາ​ປະ​ເທດ ​ອາ​ຊຽນ. ນອກນັ້ນ​ຢູ່ບັນດາ​ເວທີ​ປາ​ໄສ ອາ​ຊຽນ + 1, ອາ​ຊຽນ + 3, ປ້ອງ​ກັນ​ຄວາມ​ສະຫງົບຢູ່ອາຊີ ຕາ​ເວັນ​ອອກ, ອາ​​ເປ​ກ, ຫວຽດນາມ ​ຍັງ​ແນະນຳກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຢ່າງ​ຈະ​ແຈ້ງ ​ແລະ ​ຖືວ່າ​ມັນເໝາະ​ສົມ​ກັບ​ສາກົນ.​.​.​ພວກ​ເຮົາ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກບັນດາ​ອົງການ​ຈັດ​ຕັ້ງສາກົນ”

​        ​ໄປ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ສາກົນ, ຫວຽດນາມ ກໍ່​ເພີ່ມ​ທະວີ​ວຽກ​ງານ​ຄົ້ນ​ຄ້ວາ, ຕີ​ລາຄາ, ຄາດ​ຄະ​ເນ​ບັນດາ​ຜົນ​ສະທ້ອນ​ຂອງ​ການ​ປ​້ອງກັນ​ຄວາມ​ສະຫງົບ​​ແບບ​ໃໝ່​ບົນ​ໃນ​ທະ​ເລ, ພິ​ເສດ​ແມ່ນ​ຜົນ​ສະທ້ອນ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ການກໍ່​ການ​ຮ້າຍ, ການສ້າງ​ບັນດາ​ຍຸດ​ທະ​ສາດ, ​ແຜນກຳນົດ, ​ໂຄງການພັດທະນາ​ເສດຖະກິດ - ສັງຄົມ ​ບົນທະ​ເລສົມທົບ​ກັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ສະ​ພາບ​ແວດ​ລ້ອມ​ຂຽວ, ໝັ້ນຄົງ​, ພ້ອມ​ທັງ​ເພີ່ມ​ທະວີ​ການ​ລົງທຶນ​ບັນດາ​ແຫຼ່ງກຳລັງ ​ແລະ ວາງ​ແຜນກຳນົດ​ກົນ​ໄກ​ນະ​ໂຍບາຍ​ຫັນ​ເປັນ​ສັງຄົມ​ໃນ​ການ​ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ, ປົກ​ປັກ​ຮັກສາສິ່ງ​ແວດ​ລ້ອມ.

        ຄວາມ​ຈິງ​​ສະ​ແດງ​ໃຫ້​ເຫັນ​ວ່າ, ນະ​ໂຍບາຍ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ບົນ​ທະ​ເລ​ຂອງ ຫວຽດນາມ ດ້ວຍ​ຈຸດ​ສຸມ​​ແມ່ນ​ການ​ປະຕິບັດ​ກົດໝາຍ​ສາກົນ, ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງ, ຄວາມ​ບໍ່​ລົງ​ລອຍກັນ​ຜ່ານ​ການ​ເຈລະຈາ​ສັນຕິພາບ, ບໍ່ນຳ​ໃຊ້​ກຳລັງ​ອາວຸດ ​ຫຼື ນາບ​ຂູ່ຈະ​ນຳ​ໃຊ້​ກຳລັງ​ອາວຸດ, ປະກອບສ່ວນ​ຕັ້ງໜ້າ​ໃນ​ການ​ກໍ່ສ້າງ ທະ​ເລ​ຕາ​ເວັນ​ອອກ​​ໃຫ້ເປັນ​ພາກ​ພື້ນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື, ປະກອບສ່ວນສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ - ປາຊີ​ຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ