ການປະຕິວັດເດືອນສິງຫາ ພາໄປເຖິງກິດຈະການປ່ຽນແປງໃໝ່

ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​​ເດືອນສິງ​ຫາ​ປີ 1945 ແມ່ນ​ແຫຼ່ງ​ອາ​ລົມ​ຢ່າງ​ມະ​ຫາ​ສານ​ເພື່ອ​ໃຫ້​ຊາດ​ຫ​ວຽດ​ນາມ​ດຳ​ເນີນ​ບັນ​ດາ​ການ​ຕໍ່​ຕ້ານ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ບົດ​ຮຽນ​ກ່ຽວ​ກັບ​ການ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ກໍ່​ສ້າງ, ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງແຫ່ງ​ຊາດ​ດ້ວຍ​ກຳ​ລັງ​ແຮງຍຸກ​ສະ​ໄໝ​ຂອງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945 ຍັງ​ຄົງ​ສາ​ມາດ​ຮັກ​ສາ​ຄຸນ​ຄ່າດັ້ງ​ເດີມ​ສຳ​ລັບ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ.

 

ການປະຕິວັດເດືອນສິງຫາ ພາໄປເຖິງກິດຈະການປ່ຽນແປງໃໝ່ - ảnh 1
ການ​ລຸກ​ຮື້​ຂຶ້ນ​ຂະ​ໜາດ​ໃຫຍ່​ເມື່ອ​ເດືອນ​ສິງ​ຫາ​ປີ 1945

     ໄຊ​ຊະ​ນະ ແລະ ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງການ​ປະ​ຕິ​ວັດ​​ເດືອນສິງ​ຫາ​ປີ 1945 ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ທີ່​ມີ​ຕໍ່​ພັກ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ບົນ​ເສັ້ນ​ທາງ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ, ຍຶດ​ໝັ້ນ​ຈຸດ​ໝາຍ​ເອ​ກະ​ລ​າດ​ແຫ່ງ​ຊາດ ຕິດ​ພັນ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົ​ມ, ເພື່ອ​ປະ​ເທດ​ຫວຽດ​ນາມ​ເຂັ້ມ​ແຂງ ປະ​ຊາ​ຊົນ​ຮັ່ງມີ.

     ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ທີ່​ດີ​ເພ​ື່ອ​ໃຫ້ ການ​ປະ​ຕິ​ວັດ​​ປະ​ສົບ​ຜົນ​ສຳ​ເລັດ

  ເມື່ອ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເລີດ​ຂຶ້ນ​ເມື່ອ​ວັນ​ທີ 3/9/1939, ສະ​ພາບ​ການ​ຢູ່​ພາຍ​ປະ​ເທດ ແລະ ສາກ​ົນ​ມີ​ການ​ຫັນ​ປ່ຽນ​ຢ່າງວ່ອງ​ໄວ. ວັນ​ທີ 28/1/1941, ຫງວຽນ​ອ້າຍ​ກ໋ວກ ໝາຍ​ເຖິງ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ, ຈາກ​ຕ່າ​ງ​ປະ​ເທດ​ກັບ​ຄືນ​ມາ​ປະ​ເທດ ໄດ້​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ​ຄັ້ງ​ທີ 8 ແຕ່​ວັນ​ທີ 10 ຫາ​ວັນ​ທີ 19/5/1941. ກອງ​ປະ​ຊຸ​ມ​ໄດ້​ຢືນ​ຢັນ​ວ່າ : “ການ​ປະ​ຕິ​ວັດ​ອິນ​ໂດ​ຈີນ​ໃນ​ໄລ​ຍະ​ປະ​ຈຸບ​ັນ ແມ່ນການ​ປະ​ຕິ​ວັດຊາດປົດ​ປ່ອຍ”. ເພາະ​ສະ​ນັ້ນ, “ໃນ​ຈຸດ​ເວ​ລານີ້, ສິດ​ຜົນ​ປະ​ໂຫຍດ​ຂອງ​ຊົນ​ຊັ້ນ​ແມ່ນ​ຕ້ອງ​ຢູ່​ໃຕ້​ຄວາມ​ເປັນ​ຕາຍ, ການ​ຄົງ​ຕົວຫຼື​ຄວາມ​ສູນ​ເສຍ​ຂອງ​ປະ​ເທດ​ຊາດ”

     ເພື່ອເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງໃນ​ລະ​ດັບ​ສູງ​ສຸດຂອງ​ລັດ​ທິ​ຮັກ​ຊາດ, ຂອງ​ນ້ຳ​ໃຈ​ແຫ່ງ​ຊາດ, ກະ​ກຽມ​ກຳ​ລັງ​ໃຫ້​ການ​ປົດ​ປ່ອຍ​ຕົນ​ເອງ, ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ຕົກ​ລົງ​ສ້າງ​ຕັ້ງ​ແນວ​ໂຮມ​ຫວຽດ​ນາມ​ເອ​ກະ​ລາດ ດົງ​ມິນ ໝາຍ​ເຖິງ​ຫວຽດ​ມິນ. ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງ​ແນວ​ໂຮມ​ຫວຽດ​ມິນບໍ່​ພ​ຽງແຕ່​ກາຍ​ເປັນ​ແກ່ນ​ສານ​ເຕົ້າ​ໂຮມ​ກຳ​ລັງ​ແຮງສາ​ມັກ​ຄີ​ແຫ່ງ​ຊາດເທົ່າ​ນ​ັ້ນ, ຫາກ​ຍັງ​ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ໃນ​ທິດ​ທາງ​ນຳ​ພາ​ການ​ປະ​ຕິ​ວັດ​ຂອງ ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ເສີມ​ຂະ​ຫຍາຍ​​ແຫຼ່ງກຳ​ລັງ​ແຮງພາຍ​ໃນຂອງ​ທັງ​ຊາດ​ໃນ​ລະ​ດັບ​ສູງ​ສຸດ​ໃຫ້​ແກ່​ການ​ລຸກ​ຮື້​ຂຶ້ນ​ຄັ້ງ​ຍິ່ງ​ໃຫຍ່.

     ບໍ່​ພຽງ​ແຕ່​ເທົ່ານັ້ນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ມີ​ການ​ໄຈ້​ແຍກຄວາມ​ຂັດ​ແຍ້ງ​ໃນ​ຖັນ​ແຖວ​ສັດ​ຕູຢ່າງ​ຊັດ​ເຈນ ແລະ ມີ​ວິ​ທະ​ຍາ​ສາດ, ໄດ້​ຄາດ​ຄະ​ເນ​ວ່າຈະມີ​ການກໍ່​ລັດ​ຖະ​ປະ​ຫານ​ຂອງ​ຍີ່​ປຸ່ນ​ຢູ່​ອິນ​ໂດຈິນ​ໂດຍ​ໄວ. ວັນ​ທີ 13/8/1945, ຍີ​ປຸ່ນ​ໄດ້​ຍອມ​ຈຳ​ນົນ​ຕໍ່ກຳ​ລັງ​ສຳ​ພັນ​ທະ​ມິດ. ທ່ານ​ປະ​ທານ​ໂຮ່​ຈິ​ມິນ ໄດ້​​ສັງ​ເກດ​ວ່າ ​ກາ​ລະໂອ​ກາດ​ມີ​ພຽງ​ແຕ່​ຄັ້ງ​ດຽວບໍ່​ມີສອງ​ສຳ​ລັ​ບ​ຊາດ​ຫວຽດ​ນາມ​ໄດ້​ເຖິງ​ເວ​ລາ​ແລ້ວ. ເພິ່ນ​ໄດ້​ຢືນ​ຢັນຄວາມ​ຕັດ​ສິນ​ໃຈ​​ວ່າ : “ເຖິງ​ແມ່ນ​ວ່າ ຕ້ອງ​ຈູດ​ເຜົາ​ທັງ​ສາຍ​ພູຫຼວງ​ກໍ​ຕາມ, ແຕ່​ກໍ​ຕ້ອງ​ຍາດ​ເອົາ​ອິດ​ສະຫຼະ​ພາບ, ເອ​ກະ​ລາດ​ໃຫ້​ໄດ້”. ການ​ລຸກ​ຮື້​ຂຶ້ນ​ຂະ​ໜາດ​ໃຫຍ່​ໄດ້​ຮັບ​ການ​ປຸກ​ລະ​ດົມ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ພຽງ​ໃນ​ຮອບ​ເວ​ລາ 2 ອາ​ທິດ​ເທົ່າ​ນັ້ນ, ການ​ປະ​ຕິ​ວັດເດືອນ​ສິງ​ຫາ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ.

      ໄຊ​ຊະ​ນະ​ຂອງການ​ປະ​ຕິ​ວັດເດືອນ​ສິງ​ຫາ​​ແມ່ນ​ໝາກ​ຜົນ​ຂອງ​ທິດ​ທາງ​ການ​ນຳ​ພາ​ຢ່າງ​ຖືກ​ຕ້ອງ​ຂອງ ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ແມກກວາງ​ທັ້ງ ສັງ​ກັດ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ໃຫ້​ຮູ້​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບການ​ປະ​ຕິ​ວັດເດືອນ​ສິງ​ຫາ​ທີ່​ຈັດ​ຂຶ້ນ​ຢູ່​ແຂວງ ຕວຽນ​ກວາງ​ເມື່ອບໍ່​ດົນ​ມານີ້​ວ່າ : 

    “ ພວກ​ເຮົາ​ໄດ້​ມີ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​, ນັບ​ທັງ​ດ້ານ​ແນວ​ທາງ, ການ​ສ້າງ​ຕັ້ງ ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ເມື່ອ​ປີ 1930, ທັງ​ການ​ຝຶກ​ຊ້ອມ​ຄັ້ງ​ໃຫຍ່​ປີ 1930-1931, ຂອງ​ຂະ​ບວນ​ການ​ປະ​ຕິ​ວັດ​ໂຊ​ຫວຽດ-ເງະ​ຕິ້ງ, ທັງ​ໄລ​ຍະ​ຟື້ນ​ຟູ​ກຳ​ລັງ​ປີ 1935, ຂອງ​ຂະ​ບວນ​ການຍອດ​ສູງ 1936-1939 ແລະ ພິ​ເສດ​ແມ່ນ​ໃນ​ຊຸມ​ປີ 1939-1945. ການ​ກະ​ກຽ​ມ​ເພື່ອ​ຍາດ​ແຍ່ງ​ກາ​ລ​ະ​ໂອ​ກາດ, ກຳ​ແໜ້ນ​ສະ​ພາບ​ການ​ປະ​ຕິ​ວັດ, ຫັນ​ທິດ​ຊີ້​ນຳ​ຍຸດ​ທະ​ສາດ, ການ​ກະ​ກຽມ​ທຸກ​ດ້ານ, ປຸກ​ລະ​ດົມ​ຂະ​ບວນ​ການ, ສົມ​ທົບ​ກຳ​ລັງ​ແຮງ​ຂອງ​ຊາດ​ກັບ​ກຳ​ລັງ​ແຮງ​ສາກ​ົນ.”

     ບົດ​ຮຽນ​ມະ​ຫາ​ສາ​ມັກ​ຄີ​ມີ​ຄຸນ​ຄ່າ​ໃນ​ການ​ປ່ຽນ​ແປງ​ໃໝ່

   ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງການ​ປະ​ຕິ​ວັດເດືອນ​ສິງ​ຫາ​ປີ 1945 ໄດ້​ເປັນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ທີ່​ສຸດ ນັ້ນ​ແມ່ນ​ການກໍ່​ສ້າງ ແລະ ເສີມ​ຂະ​ຫຍາຍ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ. ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດນັ້​ນ ມີ​ແກ່​ນ ສານແມ່ນ​ສຳ​ພັນ​ທະ​ມິດ​ກຳ​ມະ​ກອນ, ​ຊາວ​ນາ, ປັນ​ຍາ​ຊົນ; ບົນ​ພື້ນ​ຖານ​ຜົນ​ປະ​ໂຫຍດ, ຄວາມ​ຕ້ອງ​ການ, ຄວາມ​ມຸ່ງມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ໄດ​້​ທຳ​ການ​ຕໍ່​ສູ້​ດ້ວຍ​ການ​ໃຊ້​ກຳ​ລັງ​ແຮງ​ຂອງ​ເຮົາເພື່ອ​ປົດ​ປ່ອຍ​ເຮົາ. ປະ​ຊາ​ຊົນ​ໂດຍບໍ່​ມີ​ການ​ຈຳ​ແນກ​ຊົນ​ຊາດ​ຊົນ​ເຜົ່າ, ຊົນ​ຊັ້ນ ໄດ້​ສ້າງ​ຂະ​ບວນ​ການ​ປະ​ຕິ​ວັດ​ຍອດ​ສູງ​ຢ່າງ​ທົ່ວ​ເຖິງ ແລະ ມີ​ຄວາມ​ເຂັ້ມ​ແຂງ​ຢ່າງບໍ່​ເຄີຍ​ມີ​ມາ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ. ທ່ານດ​ຣ ຍິ​ເລ ຮອງ​ບັນ​ນາ​ທິ​ການ​ໃຫຍ່ວາ​ລະ​ສານກອມ​ມູ​ນິດ ຢືນ​ຢັນ​ວ່າ :

    “ ພາກ​ເໜືອ-ພາກ​ກາງ-ພາກ​ໃຕ້, ປະ​ຊາ​ຊົ​ນ​ຢູ່​ທັງ 3 ພາກ​ໄດ້​​ທຳ​ການລຸກ​ຮື້​ຂຶ້ນ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ . ກຳ​ລັງ​ແຮງ​ແຫ່ງ​ນ້ຳ​ໃຈ​ປະ​ຊາ​ຊົນ​ແມ່ນ​ກຳ​ລັງ​ແຮງ​ຊະ​ນະ​ເລີດ. ກວ່າ 600 ປີ​ຄືນຫຼັງ, ຫງວຽນ​ຈ້າຍ ມີ​ຄຳ​ວ່າ : ເຮັດ​ໃຫ້​ເຮືອ​ພິກ​ຂວ້ຳ ຈຶ່ງ​ຮູ້​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ເຂັ້ມ​ແຂງ​ຄື​ສາຍ​ນ້ຳ. ພາຍຫຼັງກວ່າ 500 ປີ, ປະ​ທານ​ໂຮ່​ຈິ​ມິນກໍ​ໄດ້​ເວົ້າ​ວ່າ : ໃນ​ທ້ອງ​ຟ້າ, ບໍ່​ມີ​ຫຍັງ​ປະ​ເສີດ​ເລີດ​ລ້ຳ​ເທົ່າ​ກັບ​ປະ​ຊາ​ຊົນ. ໃນ​ຈັກ​ກະ​ວານ ບໍ່ມີ​ຫຍັງ​ທຽບ​ເທົ່າ​ກັບ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ. ນີ້​ແມ່ນ​ການ​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ ແລະ ນັ້​ນ​ເອງ​ແມ່ນ​ຕົ້​ນ​ກຳ​ເນີດ​ຂອງ​ໄຊ​ຊະ​ນະການ​ປະ​ຕິ​ວັດເດືອນ​ສິງ​ຫາ​ ”

     ບົດ​ຮຽນ​ກ່ຽວ​ກັບ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດໃນ ການ​ປະ​ຕິ​ວັດເດືອນ​ສິງ​ຫາ​ປີ 1945 ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ ການ​ປະ​ຕິ​ວັດກ່ອນນີ້ 70 ປີ, ໃນ​ການ​ຕໍ່​ຕ້ານ 2 ຄັ້ງ​ຕ້ານ​ຝະ​ລັ່ງ ແລະ ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປັກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ​ອີກ​ດ້ວຍ. ໃນ​ສະ​ພາບ​ການ​ພາກ​ພື້ນ ແລະ ໂລກ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນຫຼາຍ​ຢ່າງ, ຍິ່ງກວ​່າ​ເວ​ລາ​ໃດ​ໝົດ, ກຳ​ລັງ​ແຮງ​ແຫ່ງ​ນ້ຳ​ໃຈ​ປະ​ຊາ​ຊົນຄວນ​ໄດ້​ຮັບ​ການ​ລະ​ດົມ, ປຸກ​ລຸກ ແລະ ເສີມ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ ແລະ ເປັນ​ປະ​ຈຳ. ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ບຸຍ​ດິງ​ຟ​ອງ ສັງ​ກັດ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ເນັ້ນ​ໜັກ​ວ່າ :

   “ຈິດ​ໃຈ​ປະ​ຊາ​ຊົນ​ແມ່ນ​ກຳ​ແພງ​ທີ່​ໝັ້ນ​ແກ່ນ​ເພື່ອ​ປົກ​ປັກຮັກ​ສາພັກ, ​ປົກ​ປັກຮັກ​ສາລະ​ບອບ, ​ປົກ​ປັກຮັກ​ສາພາ​ລະ​ກ​ິດ​ປ່ຽນ​ແປງ​ໃໝ່. ດັ່ງ​ນັ້ນ, ຢາກ​ປະ​ຕິ​ບັດການ ປ່ຽນ​ແປງ​ໃໝ່​ສຳ​ເລັດ​ຜົນ​ນັ້ນ, ກ່ອນ​ອື່ນ​ໝົດ​, ຕ້ອງ​ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່ພັກ. ທີ 2 ແມ່ນ​ປັບ​ປຸງກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ. ຖ​້າ​ຫາກ​ພວກ​ເຮົາ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ, ພວກ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະ​ຊາ​ຊົນ. ໄດ້ ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະ​ຊາ​ຊົນ, ແມ່ນ​ມີ​ທຸກ​ສິ່ງ​ທຸກ​ຢ່າງ”

     ບົດ​ຮຽນ​ກ່ຽວ​ກັບ​ການເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງແຫ່ງ​ຊາດ​ດ້ວຍ​ກຳ​ລັງ​ແຮງຍຸກ​ສະ​ໄໝ​ຂອງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​, ມາ​ຮອດ​ປະ​ຈຸ​ບັນ ຍັງ​ຄົງ​ສາ​ມາດ​ຮັກ​ສາ​ຄຸນ​ຄ່າດັ້ງ​ເດີມ​ເພື່ອ​ໃຫ້ ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ ແລະ ທ່ວ​ງ​ທ່າ ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ