ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ອີ​ຢູ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ

(VOVWORLD) -

   ແຕ່ວັນທີ 17-19 ກຸມພາປີ 2022, ທ່ານ Frans Timmermans ຮອງປະທານບໍລິຫານຄະນະກຳມະການເອີລົບ (EC)  ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລວັນແທັງ. ໃນສະພາບໂລກລະບາດມີການຜັນແປຢ່າງສັນສົນ ແລະ ເກີດການແຍ່ງແຍ້ງດານພູມສາດຍຸດທະສາດທົ່ວໂລກ ທີ່ນັບມື້ນັບຮ້າຍແຮງນັ້ນ, ອີກເທື່ອໜຶ່ງ, ການຢ້ຽມຢາມດ້ວຍຫຼາຍການທີ່ມີເນື້ອໃນສຳຄັນ ໄດ້ສະແດງໃຫ້ເຫັນວ່າ ສອງຝ່າຍລ້ວນແຕ່ໄດ້ຖືເປັນສຳຄັນ ໃນການຊຸກຍູ້, ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອີຢູ ນັບມື້ນັບແທດຈິງ, ມີປະສິດທິຜົນ.

ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ອີ​ຢູ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ - ảnh 1

 (ພາບປະກອບ: baochinhphu.vn)

   ເດືອນມິຖຸນາປີ 2012, ຫວຽດນາມ ແລະ ອີຢູ ໄດ້ເຊັ່ນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອີຢູ (PCA). ໃນເກືອບ 10 ປີຜ່ານມາ, ຫວຽດນາມ ແລະ ອີຢູ ມີຄວາມມານະພະຍາຍາມສ້າງ ແລະ ຜັນຂະຫຍາຍບັນດາມາດຕະການປະຕິບັດສັນຍາດັ່ງກ່າວ ຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ມີບາດກ້າວພັດທະນາຢ່າງໄວວາທັງລວງກ້ວາງ ແລະ ລວງເລິກ, ສະແດງອອກຜ່ານບັນດາດັດຊະນີສຳຄັນ.

ບັນລຸຫຼາຍໝາກຜົນທີ່ຕັ້ງໜ້າໃນຫຼາຍຂົງເຂດ

  ກ່ຽວກັບດ້ານການເມືອງ-ການຕ່າງປະເທດ, ເຖິງວ່າ ຖືກຜົນກະທົບຈາກໂລກລະບາດໂຄວິດ-19 ກໍ່ຕາມແຕ່ໃນໄລຍະມໍ່ໆມານີ້, ສອງຝ່າຍຍັງຮັກສາການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ. ໃນນັ້ນ, ມີການພົບປະລະຫວ່າງທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ແລະ ປະທານສະພາເອີລົບ Charles Michel ຢູ່ນອກກອງປະຊຸມສະມັດຊາໃຫ່ຍ ສປຊ ຄັ້ງທີ 76 (ເດືອນກັນຍາປີ 2021), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ກັບປະທານຄະນະກຳມະການເອີລົບ (EC) Von der Leyen ຢູ່ນອກກອງປະຊຸມ COP26 (ເດືອນພະຈິກປີ 2021), ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄປຢ້ຽມຢາມ ອີຢູ ຢ່າງເປັນທາງການ (ເດືອນກັນຍາປີ 2021).

ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ອີ​ຢູ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ - ảnh 2

 ທ່ານຮອງປະທານບໍລິຫານຄະນະກຳມະການເອີລົບ  Frans Timmermans (ພາບ:baotainguyenmoitruong.vn)

   ກ່ຽວກັບດ້ານເສດຖະກິດ-ການຄ້າ, ປະຈຸບັນ, ອີຢູ ແມ່ນນັກອຸປະຖຳລ້າລາຍໃຫ່ຍກ່ວາໝູ່, ແມ່ນຕະຫຼາດສົ່ງອອກໃຫ່ຍອັນດັບທີ 3, ຕະຫຼາດນຳເຂົ້າໃຫ່ຍອັນດັບທີ 5 ແລະ ນັກລົງທຶນໃຫ່ຍອັນດັບທີ 6 ຂອງຫວຽດນາມ. ປີ 2021, ວົງເງິນການຄ້າສອງສົ້ນ ຫວຽດນາມ-ອີຢູ ບັນລຸ 63.6 ຕື້ USD, ເພີ່ມຂຶ້ນເກືອບ 15% ເມື່ອທຽບກັບປີ 2020. ໜ້າສົນໃຈແມ່ນ, ສອງຝ່າຍໄດ້ລົງນາມ ແລະ ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA), ຊື່ງເປັນຂີດໝາຍປະຫວັດສາດໃໝ່ໃນການພົວພັນສອງຝ່າຍ.

   ຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ເພີ່ມທະວີການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ສາທາລະນະສຸກ, ຕຸລາການ, ການສຶກສາ, ພະລັງງານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການຮັບມືກັບໄພທຳມະຊາດ. ພິເສດ, ໃນໄລຍະຜ່ານມາ, ອີຢູ ແມ່ນຄູ່ຮ່ວມມືໜູນຊ່ວຍວັກຊິນກັນໂຄວິດ 19 ດ້ວຍປະລິມານຫຼາຍໃຫ້ແກ່ຫວຽດນາມ.

   ອາດເວົ້າໄດ້ວ່າ, ການພົວພັນລະຫວ່າງ ຫວຽດນາມ-ອີຢູ ມີບາດກ້າວພັດທະນາຢ່າງໄວວາ, ໝັ້ນຄົງໃນເກືອບທຸກຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ…. ອີຢູ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງ ຫວຽດນາມ ໃນຫຼາຍຂົງເຂດ.

ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານຫວຽດນາມ-ອີຢູ

   ບັນດາໝາກຜົນທີ່ຕັ້ງໜ້າບັນລຸໄດ້ໃນໄລຍະຜ່ານມາ ໄດ້ເປັນພື້ນຖານ ແລະ ກຳລັງໜູນ ເພື່ອໃຫ້ ຫວຽດນາມ ແລະ ອີຢູ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງສອງຝ່າຍໃຫ້ນັບມືນັບແທດຈິງ, ມີປະສິດທິຜົນກ່ວາອີກ. ໃນການໄປຢ້ຽມຢາມຫວຽດນາມ ຄັ້ງນີ້, ທ່ານຮອງປະທານບໍລິຫານຄະນະກຳມະການເອີລົບ Frans Timmermans ຈະມີຫຼາຍການເຄື່ອນໄຫວສຳຄັນ, ໃນນັ້ນ ມີການເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ພົບປະກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລວັນແທັງ ແລະ ເຮັດວຽກກັບການນຳຄະນະເສດຖະກິດສູນກາງ, ກະຊວງອຸດສາຫະກຳແລະ ການຄ້າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດວຫວຽດນາມ…..

   ກ່ອນການໄປຢ້ຽມຢາມ, ສອງຝ່າຍລ້ວນແຕ່ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ປາດຖະໜາ ຢາກເຮັດໃຫ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານຫວຽດນາມ-ອີຢູ ເລິກເຊິ່ງກວ່າອີກ, ພິເສດ ແມ່ນໃນຂົງເຂດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ; ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ…. ໃນນັ້ນ, ຫວຽດນາມ ປາດຖະໜາວ່າ ອີຢູ ແລະ ບັນດາປະເທດສະມາຊິກ ຈະໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA), ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຫວຽດນາມ ໂດຍໄວ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ຊຸກຍູ້ການຮ່ວມມືດ້ານເສດຖະກິດຮອບດ້ານລະຫວ່າງຫວຽດນາມ ແລະ ອີຢູ./.

ຕອບກັບ

ຂ່າວ/ບົດ​ອື່ນ