ການພົວພັນລະຫວ່າງລັດເຊຍ ແລະ ຕວກກີ ມີສັນຍານດີຂຶ້ນ


(vovworld)- ໃນ​ກວ່າ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ ພາຍ​ຫລັງ​ກອງ​ທັບ ຕວກ​ກີ ຍິງ​​ເຮືອ​ບິນ Su 24 ຂອງ​ລັດ​ເຊຍ ຕົກ​ຢູ່​ເຂດມໍ່​ກັບ​ຊາຍ​ແດນ ຕວກ​ກີ - ຊີ​ຣິ, ວັນ​ທີ 27/6 ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyyip Erdogan ໄດ້​ສົ່ງ​ຈົດ​ໝາຍ​ຂໍ​ໂທດ​ຕໍ່ວົງ​ການ​ເຈົ້າ​ຫນ້າ​ທີ່​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ.  ນີ້​ໄດ້​ຮັບ​ຖື​ວ່າ ແມ່​ນ​ການ​ກະ​ທຳໂດຍ​ບັງ​ເອີນ ເພາະ​ວ່າ ກ່ອນນີ້​ໄດ​້​ສົ່ງ​ຄຳ​ຂໍ​ໂທດ​ໄປຍັງ​ຕວກ​ກີ  ແຕ່​ການ​ນຳ ຕວກ​ກີ ຍາມ​ໃດ​ກໍ​ປະ​ຕິ​ເສດ​ຄຳ​ຂໍ​ໂທດ ຕາມ​ຄຳ​ສະ​ເຫນີ​ຂອງ ມົດ​ສ​ະ​ກູ. ກຳ​ລັງ​ດັນ​ຈາກ​ຄຳ​ສັ່ງ​ຂວ້ຳ​ບາດດ​້ານ​ເສດ​ຖະ​ກິດ, ການ​ປ່ຽນ​ແປງ​ນະ​ໂຍ​ບາຍ​ການ​ທູດ​ກໍ​ຄື​ບັນ​ດາ​ຄວາມ​ສ່ຽງ​ຈາກການກໍ່​ການ​ຮ້າຍໄດ້​ຮັບ​ຖື​ວ່າ​ແມ່ນ​ສາຍ​ເຫດ​ພາ​ໄປ​ເຖິງ​ຄຳ​ຕັດ​ສິນ​ຂອງ​ຕວກ​ກີ.

ການພົວພັນລະຫວ່າງລັດເຊຍ ແລະ ຕວກກີ ມີສັນຍານດີຂຶ້ນ - ảnh 1

ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Recep Tayyip Erdogan ​ກ່າວ​ຄຳ​ເຫັນ​ທີ່ ບ​ຣຸກ​ແຊນ​ເມື່ອ​ເດືອນ 5/10/2015

        ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ Erdogan ເວົ້າ​ວ່າ: ທ່ານ “​ຂໍແບ່ງ​ເບົາຄວາມ​ເຈັບ​ປວດກັບ​ຄອບ​ຄົວ​ນັກ​ບິນ​ທີ່​ຖືກ​ຍິງ​ຕາຍ ແລະ ​ສະ​ແດງ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ເຂົ​າ​ເຈົ້າ” ພ້ອມ​ທັງ ຢາກ​ໃຫ້​ເຂົາ​ເຈົ້າອະ​ໄພ​ໂທດ”. ຕວກ​ກີ ກໍ​ປະ​ກາດ​ວ່າ ຈະ​ຟ້ອງ​ສານ Alparslan Celik, ຜູ້​ຖືກ​ສົງ​ໃສ່​ວ່າ​ແມ່ນ​ຜູ້​ຍິງ​ ​ນັກ​ບິນ​ລັດ​ເຊຍ Oleg Peshkov ຕ​າຍພາຍ​ຫລັງ ເຮືອ​ບິ​ນ Su 24 ຖືກ​ຍິງ​ຕົກ.

        ກ່ອນ​ຫນ້ານັ້ນ, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ໄດ້​ຖື​ການ​ກະ​ທຳ​ຂອງ​ຕວກ​ກີ ທີ່ຍິງ​ເຮືອ​ບິນ​ລຳ​ດັ່ງ​ກ່າວ​ຕົກ ແມ່ນ​ການ​ກະ​ທຳ​ຂອງ​ພວ​ກ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ກໍ່​ກາ​ນ​ຮ້າຍ. ມົດ​ສະ​ກູ ໄດ້​ສະ​ເຫນີ Ankara ເປັນ​ຫລາຍ​ຄັ້ງແລ້ວ​ວ່າ  ຕ້ອງ​ຂໍ​ໂທດ ແຕ່​ການ​ນຳ ຕວກ​ກີ ບໍ່​ຍອມ​ຮັບ​ວ່າ​ການ​ກະ​ທຳ​ດັ່ງ​ກ່າວ​ແມ່ນ​ຜິດ​ພາດ. Ankara ກ່າວ​ຫາ​ເຮຶອ​ບິນ​ຂອງ​ມົດ​ສະ​ກູ ໄດ້​ລ່ວງ​ລ້ຳ​ເຂດ​ນ່ານ​ຟ້າ ໃນ​ຂະ​ນະ​ທີ່ ລັດ​ເຊຍ ຢັ້ງ​ຢືນ​ວ່າ ເຮືອ​ບິນ ຂອງ​ເຂົາ​ເຈົ້າ​ພວມ​ເຄື່ອນ​ໄຫວ​ຢູ່ ຊີ​ຣີ. ເຫດ​ການ​ນີ້​ໄດ້​ເຮັດ​ໃຫ້​ລັດ​ເຊຍ ຕ້ອງ​ນຳ​ໃຊ້​ຫລາຍ​ມາດ​ຕະ​ການ​ລົງ​ໂທດ ຕວກ​ກີ ຄື: ຫ້າມ​ນຳ​ເຂົ້າ​ອາ​ຫານ​ຈາກ​ຕວກ​ກີ, ຢຸດ​ຕິ​ລະ​ບອບ​ຍົກ​ເວັ້ນ​ວິ​ຊາ​ໄປ​ມາ​ສຳ​ລັບ​ພົນ​ລະ​ເມືອງ​ປະ​ເທດນີ້, ຫ້າມ​ບັນ​ດາ​ວິ​ສາ​ຫະ​ກິດ ລັດ​ເຊຍ ຈ້າງ​ຄົນ​ງານ ຕວກ​ກີ, ສະ​ເຫນີ ບໍ​ລິ​ສັດ​ທ່ອງ​ທ່ຽວ ລັດ​ເຊຍ ຈຳ​ກັດ​ການ​ຂາຍ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຢ້ຽມ​ຢາມ ຕວກ​ກີ.

        ບາ​ດກ​້າວ​ເດີນ​ບັນ​ລຸ​ຄາດ​ໝາຍ​ການ​ພົ​ວ​ພັນ​ພາຍ​ໃນ ແລະ ການ​ຕ່າງ​ປະ​ເທດ ຂອງ​ຕວກ​ກີ

        ກ່ອນ​ທີ່​ມີ​ການ​ກະ​ທຳ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ກັບ​ລັດ​ເຊຍ, ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyyip Erdogan ໄດ້​ຕົກ​ເຂົ້າ​ສູ່​ສະ​ພາບ​ຖືກ​ຕົກ​ຢູ່ໂດດ​ດ່ຽວ​ທາງ​ການ​ທູດ. ທ່ານ​ໄດ້​ຕັ້ງ ຕວກ​ກີ ເຂົ້າ​ທ່າ​​ສູ້​ຢັນ​ກັບ ເອີ​ລົບ ໃນ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ. ການ​ພົວ​ພັນ​ລະ​ຫວ່າງ Ankara ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຄື​: ອີ​ຣັກ, ຊີ​ຣີ, ອີ​ຢີບ ບໍ່​ດີ​ງາມປານ​ໃດ, ຊ້ຳ​ບໍ່​ໜຳ ບາງ​ເທື່ອ​ຕົກ​ເຂົ້າ​ສູ່​ສະ​ພາບ​ສູ້​ຢັນ​ກັນ ເມື່ອ ຕວກ​ກີ ຜັນ​ຂະ​ຫຍາຍ​ບັນ​ດາບັ້ນ​ບຸກ​ໂຈມ​ຕີ ໃສ່​ບັນ​ດາ​ມື​ປືນ ຊາວ​ເຄີດ​ສ ຢູ່​ເຂດ​ດິນ​ແດນ ຊີ​ຣີ ແລະ ອີ​ຣັກ. Ankara ກໍ​ຖືກຕຳ​ຫນິ​ຕິ​ຕຽນ ເພາະ​ປະ​ໃຫ້​ບັນ​ດາ​ມື​ປືນ ຂອງ​ລັດ​ອິດ​ສະ​ລາມ IS ໄປ​ມາ​ຢ່າງ​ສະ​ດວກ​ລະ​ຫວ່າງ ເຂດ​ຊາຍ​ແດນ ຕວກ​ກີ ແລະ ຊີ​ຣີ.

        ກ່ຽວ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ, ຕວກ​ກີ ບໍ່​ໄດ້​ຮັບ​ການ​ຫນູນ​ຫລັງ​ໃດ​ຈາກ ອາ​ເມ​ລິ​ກາ ແລະ NATO ເມື່ອ​ສູ້​ຢັນ​ກັບ​ລັດ​ເຊຍ. ​ນັບ​ແຕ່​ຫົວ​ທີ່, ວໍ​ຊິງ​ຕັນ ໄດ້​ຖະ​ແຫລງບໍ່​ແຊກ​ແຊງ​​ເຂົ້າ​ໃນການ​ຖົກ​ຖຽງ​ລະ​ຫວ່າງ ລັດ​ເຊຍ ແລະ ຕວກ​ກີ. NATO ກໍ​ຫລີກ​ລ້ຽງ​ບໍ່​ປະ​ໃຫ້​ຕົ​ກ​ເຂົ້າ​ສະ​ພາບຄວາມ​ວຸ້ນ​ວາຍໃຫມ່​ໃນ​ການ​ພົວ​ພັນ​ກັບ ມົດ​ສະ​ກູ ເພາະ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ NATO ເຄ​ີຍ​ຖືກ​ເຄັ່ງ​ຕຶງ​ມາ​ແລ້ວ.

ໃນ​ຂະ​ນະ​ນັ້ນ, ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ ຈາກ ລັດ​ເຊຍ ສົມ​ທົບ​ກັບ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ບັນ​ດາ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ ເລັ່ງ​ໃສ່​ຂະ​ແຫນງ​ທ່ອງ​ທ່ຽວ ຊື່ງ​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຕວກ​ກີນັບ​ມື້​ນັບ​ຕົກ​ເຂົ້າ​ສູ່​ສະ​ພາບ​ຫຍຸ້ງ​ຍາກກວ່າ. ທ່ານ Aydin Sezer, ຊື່ງ​ແມ່ນ​ອະ​ດີດເຈົ້າ​ຫ​ນ້າ​ທີ່ດ້ານ​ການ​ຄ້າ ເຄີຍ​ເປັນ​ຜູ້​ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ ຕວ​ກ​ກີ ປະ​ຈຳ ມົດ​ສະ​ກູ, ຄາດ​ຄະ​ເນ​ວ່າ ຄຳ​ສັ່ງ​ລົງ​ໂທດ​ຈາກ ມົດ​ສະ​ກູ ຈະ​ເຮັດ​ໃຫ້ Ankara ຖືກ​ເສຍ​ຫາຍ​ປະ​ມານ 12 ຕື້ USD/ປີ, ສູງ​ທົບ 4 ເທົ່າ ຕົວ​ເລກ​ທີ່​ຄາດ​ຄະ​ເນ​ກ່ອນນີ້. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ສະ​ເພາະ​ໃນ​ເດືອນ 1/2016, ວົງ​ເງິນ​ສົ່ງ​ອອກ ຈາກ​ຕວກ​ກີ ໄປ​ຍັງ ລັດ​ເຊຍ ບັນ​ລຸພຽງ​ 108 ລ້ານ USD, ຫລຸດ​ລົງ 2/3 ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ທະ​ນາ​ຄານ​ພັດ​ທະ​ນາ ແລະ ສ້າງ​ຕັ້ງ ເອີ​ລົບ ຄືນ​ໃຫມ່ ຄາດ​ຄະ​ເນ​ວ່າ ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ​ລັດ​ເຊຍ ໄດ້​ເຮັດ​ໃຫ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຕວກ​ກີ ຖືກຫລຸດ​ລົງ 0,3% ໃນ​ປີ 2016.

        ກ່ຽວ​ກັບ​ການ​ພ​ົວ​ພັນ​ພາຍ​ໃນ​ປະ​ເທດ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ຕວກ​ກີ ຖືກ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍຢ່າງ​ຮ້າຍ​ແຮງ​ເປັນ​ຫລາຍ​ຄັ້ງ, ໃນ​ນັ້ນ ພິ​ເສດ​ແມ່ນ​ການ​ວາງ​ລະ​ເບີດ​ທີ່ນອງ​ເລືອດ​ຢູ່ ສະ​ຫນາມ​ບິນ​ສາ​ກົນ Ataturk ເມື່ອວ​ັນ​ທີ 28/6 ຫວ່າງ​ແລ້ວນີ້. ຄຽງ​ຄູ່​ກັນ​ນັ້ນ, ການ​ປະ​ທະ​ກັນ​ທີ​່​ແກ່​ຍາວກວ່າ 2 ທົດ​ສະ​ວັດ​ຜ່ານ​ມາ ລະ​ຫວ່າງ ອຳ​ນາດ​ການ​ປົກ​ຄອງ Ankara ກັບ​ປະ​ຊາ​ຄົມ​ຊາວ ເຄີ​ດ​ສ ພວມ​ມີ​ສັນ​ຍານ​ປີນ​ຂັ້ນ​ໄດ​ຢ່າງ​ແຮງ. ການ​ປະ​ທະ​ກັນ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ທີ່​ແກ່​ຍາວນັ້ນ ພ້ອມ​ກັບ​ບັນ​ດາ​ການ​ຍາດ​ຊິງ​ສິດ​ອຳ​ນາດ​ພາຍ​ໃນ​ປະ​ເທດ ໄດ້​ພາ​ໄປ​ເຖິງ​ການ​ປ່ຽນ​ແປງ​ລັດ​ຖະ​ບານ ເມື່ອ​ເດືອນ 5/2016 ນັບ​ມື້​ນັບ​ເຮັດ​ໃຫ້​ການ​ແບ່ງ​ແຍກ​ໃນ​ສັງ​ຄົມ​ຕວກ​ກີ ຍິ່ງ​ເລິກ​ເຊິ່ງ ແລະ ແຕກ​ແຫງກວ່າ.

        ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ປະ​ຈຸ​ບັນ Ankara ພວມ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ໃນ​ສະ​ພາບ​ການນັ້ນ, ເລື່ອງ Ankara ມີ​ການ​ກະ​ທຳ​ຢາກຫລຸດ​ຜ່ອນຄວາມ​ເຄັ່ງ​ຕຶງ​ເພື່ອ​ຟື້ນ​ຟູ​ການ​ພົວ​ພັນ​ກັບ ລັດ​ເຊຍ ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ການ​ພົວ​ພັນທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

       ຄຳ​ຕອບ​ມີ​ເຈດ​ຕະ​ນາ​ດີ​ຈາກ​ລັດ​ເຊຍ

        ການ​ພົວ​ພັນ​ລະ​ຫວ່າງ ລັ​ດ​ເຊຍ ແລະ ຕວກ​ກີ ຖືກ​ແຕກ​ແຫງ ບໍ່ແມ່ນ​ຄວາມ​ປາດ​ຖະ​ຫນາ​ຂອງທັງ​ສອງ​ຝ່າຍ. ກ່ອນ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງ, ລັດ​ເຊຍ ແລະ ຕວກ​ກີ ມີ​ການ​ພົວ​ພັນ​ສະ​ຫນິດ​ແຫນ້ນ​ສົມ​ຄວນ ແລະ ດ້ານ​ເສດ​ຖະ​ກິດ​ແມ່ນ​ອີງ​ໃສ່​ເຊິ່ງ​ກັນ​ແລະ​ກັນ. ຕວກ​ກີ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫຍ່​ຂອງ​ລັດ​ເຊຍ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ​ເກືອບ 40 ຕື້ USD/ປີ, ສ່ວນ​ລັດ​ເຊຍ ແມ່ນ​ຕະ​ຫລາດ​ໃຫຍ່​ສຸດ​ຂອງ​ຕວກ​ກີ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ. ສອງ​ປະ​ເທດ ໄດ້​ວາງ​ຄາດ​ໝາຍ​ຍົກ​ວົ​ງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເຖິງ ກວ່າ 100 ຕື້ USD ໃນ​ປີ 2020 ແລະ ພວມ​ຊຸກ​ຍູ້​ຂໍ້​ຕົກ​ລົງ​ພະ​ລັງ​ງານ​ຍຸດ​ທະ​ສາດ​ສຳ​ຄັນ, ໃນ​ນັ້ນ ມີ​ໂຄງ​ການ​ທໍ່​ອາຍ​ແກ​ສ. ສະ​ນັ້ນ 2 ມື້​ພາຍ​ຫລັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ ສົ່ງ​ຈົດ​ໝາຍຂໍ​ໂທດ 2 ວັນ, ວັນ​ທີ 29/6, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລັດ​ຖະ​ບານ​ປະ​ເທດນີ້ ເລີ່ມ​ດຳ​ເນີນ​ວິ​ວັດ​ການ​ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ທີ່​ນຳ​ໃຊ້​ຕໍ່ ຕວກ​ກີ. ທ່ານ Putin ໄດ້​ຖະ​ແຫລງ ຍົກ​ເລີກ​ບັນ​ດາ​ການ​ຈຳ​ກັດ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ​ສຳ​ລັບ​ພົນ​ລະ​ເມືອງ ຕວກ​ກີ. ກ່ອນນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ຄູ​່​ຕຳ​ແຫນ່ງ ຕວກ​ກີ ກ​ໍ​ເຫັນ​ດີ ເຊື່ອມ​ຕໍ່​ການ​ຮ​ຮ່ວມ​ມື​ຄືນ​ໃຫມ່ ແລະ ສະ​ແດງວ່າ  ​ພ້ອມ​ແລ້ວ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ໂດຍ​ກົງ. ໃນ​ຂະ​ນະ​ນັ້ນ ການ​ນຳ ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ສັງ​ກັດ​ສະ​ພາ​ ສະ​ຫະ​ພາບ ລັດ​ເຊຍ ທ່ານ Viktor Ozerov ຖື​ວ່າ ອາດ​ຈະ​ຖື​ຄຳ​ຂໍ​ໂທດນີ້​ຄື​ດັ່ງ​ບາດ​ກ້າວ​ທຳ​ອິດ​ໃນ​ເສັ້ນ​ທາງ​ຫັນ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ.

        ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyyip Erdogan ເປັນ​ເຈົ້າ​ການ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ກັບ ລັດ​ເຊຍ ​ນັ້ນແມ່ນ​ບາດ​ກ້າວ​ທຳ​ອິດ ເພື່ອ​ຜ່ານ​ຜ່າ​ສະ​ພາບ​ສູ້​ຢັນ​ກັນ ແມ່ນ​ປະ​ຕິ​ບັດ​ໄດ້​ແລ້ວ. ເຖິງວ່າ ນີ້​ພຽງ​ແຕ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ກໍ​ຕາມ ແຕ່​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ລັດ​ເຊຍ ແລະ ຕວກ​ກີ ຈັບ​ມື​ກັນ​ເພື່ອ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ​ຂອງ​ທັງ​ສອງ​ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ