ການຢ້ຽມຢາມເພື່ອຊຸກຍູ້ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານຫວຽດນາມ-ຈີນ

ການ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ຫວຽດ​ນາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ສີ​ຈິນ​ຜິງ​ ແຕ່​ວັນ​ທີ 5 ຫາ​ວັນ​ທີ 6/11/2015 ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ສູງ​ສຸດ​ຂອງ​ພັກ ແລະ ລັດ​ຈີນ​ໃນ​ຮອບ​ເວ​ລາ 9 ປີ​ທີ່​ຜ່ານ​ມາ. ເຫດ​ການນີ້​ແມ່ນ​ມີ​ຄວາມໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ-ຈີນ.

   

ການຢ້ຽມຢາມເພື່ອຊຸກຍູ້ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານຫວຽດນາມ-ຈີນ - ảnh 1
ທ່ານ​ເລຂາ​ທິ​ການ​ໃຫຍ່​​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລະທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ຈີນ ສີ​ຈິນ​ຜິງ​

     ​ການ​ຢ້ຽມ​ຢາມ​ຫວຽດ​ນາມຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ຈີນ ສີ​ຈິນ​ຜິງ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ທີ່ຫວຽດ​ນາມ-ຈີນພວມ​ຮັກ​ສາ​ທ່າ​ອຽງ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. ປີ 2015 ກໍ​ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ-ຈີນ.

     ພື້ນ​ຖານ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງອັນ​ດີ​ງາມ

   ກ່ຽວ​ກັບ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ, ຫວຽດ​ນາມ ແລະ ຈີນໄດ້​ລົງ​ນາມ​ໃນ​ສັນ​ຍາ ແລະ ເອ​ກະ​ສານ​ຮ່ວ​ມ​ມືຫຼາຍ​ສະ​ບັບ ຊຶ່ງ​ເປັນ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມືຍາວ​ນານ​ລະ​ຫວ່າງ 2 ປະ​ເທດ. ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ນັບ​ມື້ນ​ັບ​ເພີ່ມ​ຂຶ້ນ​ດ້ວຍ​ຈຳ​ນວນກວ່າ 200 ຄະ​ນະ​ຜູ້​ແທນ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກເຂົ້າ​ໃຈ ແລະ ເປີດ​ກ້​ວາງ ການ​ຮ່ວມ​ມືລະ​ຫວ່າງ 2 ປະ​ເທດ. ໄລ​ສະ​ເພາະ​ປີ 2015, ການ​ນຳ 2 ປະ​ເທດ​ໄດ້​ມີ​ການ​ພົບ​ປະ​ກັນ​ເປັນ​ປະ​ຈຳ, ພິ​ເສດ​ແມ່ນທ່ານ​ເລຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ມີ​ການ​ຢ້ຽມ​ຢາມ​ຈີນ​ເມື່ອ​ເດືອນ 4/2015, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ຟາດ​ຊິດ​ຂອງ​ປະ​ຊາ​ຊົນ​ໂລກ​ຊຶ່ງ​ຈັດ​ຂຶ້ນ​ຢູ່​ປັກ​ກິງ ແລະ ໄດ້​ມ​ີ​ການ​ພົບ​ປະ​ກັບທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ຈີນ ສີ​ຈິນ​ຜິງ​ເມື່ອ​ເດືອນ​ 9/2015, ທ່ານ​ປະ​ທານ​ສະ​ພາ​ແຫ່ງຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ມີ​ການ​ພົບ​ປະ​ກັບ​ກຳ​ມະ​ການ​ໃຫຍ່​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ຈາງຕີຈຽງ ຢູ່​ນິວຢອກ​ເມ​ື່ອ​ທ້າຍ​ເດືອນ 8/2015, ກຳ​ມະການປະ​ຈຳ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ລັດ​ຖະ​ບານ​ຈີນ ຈາງ​ກາວ​ລີ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ເມື່ອ​ເດືອນ 7/2015. ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ຂັ້ນ​ສູງ​ຄັ້ງ​ຕ່າງໆ​ນັ້ນ, ການ​ນຳ 2 ປະ​ເທດ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ລວມ​ທີ່​ສຳ​ຄັນກ່ຽວ​ກັບ​ບັນ​ດາ​ທິດ​ທາງ, ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ປອດ​ໃສ ແລ​ະ ໝັ້ນ​ຄົງ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ການ​ຮ່ວມ​ມື​ລະ​ຫວ່າງ 2 ພັກ​ໄດ້​ຮັບ​ການ​ຍູ້​ແຮງ, ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ຂະ​ແໜງການ, ທ້ອງ​ຖິ່ນ​ຕ່າງໆ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ລຸ່ນ​ໜຸ່ມ​ 2 ປະ​ເທດ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ.

    ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ

  ແຕ່​ປີ 2004 ມາ​ຮອດ​ປະ​ຈຸ​ບັນ, ຈີນ​ໄດ​້​ກາຍ​ເປັນ​ຄູ່​ຄ້າ​ລາຍ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ​ຢ່າງ​ຕໍ່​ເນື່ອງ. ການ​ພົວ​ພັນ​ທາງ​ດ້ານ​ການ​ຄ້າ ຫວຽດ​ນາມ-ຈີນສືບ​ຕໍ່​ເຕີບ​ໂຕ, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃນ​ໄລ​ຍະ 9 ເດືອນ​ຕົ້ນ​ປີ 2015 ບັນ​ລຸ 49,16 ຕື້ USD, ເພີ່ມ​ຂຶ້ນ 16% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. 2 ຝ່າຍ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື​​ເສດ​ຖະ​ກິດ​ການ​ຄ້າ ຫວຽດ​ນາມ-ຈີນ ຢູ່​ປັກ​ກິງ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 21/10/2015. ຫວຽດ​ນາມ​ກໍ​ໄດ້​ເປີດ​ຫ້ອງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ທຳ​ອິດ​ຢູ່ຈຸງ​ຊິງ ເມື່ອ​ເດືອນ 5/2015. ທາງ​ດ້ານ​ການ​ລົງ​ທຶນ, ໄລ​ຮອດ​ເດືອນ 9/2015, ຈີນ​ໄດ້​ມ​ີ 1.177 ໂຄງ​ການ​ຢູ່​ຫວຽດ​ນາມ​ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ກວ່າ 8,4 ຕື້ USD ຢືນ​ອັນ​ດັບ​ທີ 9 ໃນ​ຈຳ​ນວນ 105 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ເຂົ້າ​ມາລົງ​ທຶນ​ຢູ່ຫວຽດ​ນາມ. 2 ຝ່າຍ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 1 ກຸ່ມ​ປະ​ຕິ​ບັດ​ງານ​ຮ່ວມ​ມື​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ເດືອນ 6/2015 ຢູ່​ປັກ​ກິງ; ກອງ​ປະ​ຊຸມ​ຄັ້ງ​ທີ 1 ຂັ້ນ​ລັດ​ຖະ​ມົນ​ຕີກຸ່ມ​ປະ​ຕິ​ບັດ​ງານ​ຮ່ວມ​ມື​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 16/10/2015 ຢູ່​ປັກ​ກິງ ແລະ ກອງ​ປະ​ຊຸມ​ຄັ້ງ​ທີ 1 ກຸ່ມ​ປະ​ຕິ​ບັດ​ງານ​ຮ່ວມ​ມື​ກ່ຽວ​ກັບ​ການ​ເງິນ​ເງິນ​ຕາ​ເມື່ອ​ເດືອນ 7/2015 ຢູ່​ຮ່າ​ໂນ້ຍ.

    ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຊາຍ​ແດນ, ຜືນ​ແຜ່ນ​ດິນ

  ມາ​ຮອດ​ປະ​ຈຸ​ບັນ, ສະ​ພາບ​ການ​ຊາຍ​ແດນ​ທາງ​ບົກຫວຽດ​ນາມ-ຈີນ ແລະ ອ່າວ​ພາກ​ເໜືອ​ມີ​ສະ​ຖຽນ​ລະ​ພາບ​ໂດຍ​ພື້ນ​ຖານ. 2 ຝ່າຍ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຮອບ​ທີ 7 ສັນ​ຍາກ່ຽວ​ກັບ​ການ​ໄປ​ມາ​ຂອງ​ເຮືອ, ກຳ​ປັ່ນ​ຢູ່​ບໍ​ລິ​ເວນ​ເຮືອ, ​ກຳ​ປັ່ນ​ໄປ​ມາ​ຢ່າງ​ເສ​ລີທີ່​ປາກ​ແມ່​ນ້ຳ ເປ​ລວນ, ການ​ເຈ​ລະ​ຈາ​ຮອບ​ທີ 5 ສັນ​ຍາ​ຮ່ວມ​ມື​ຂຸດ​ຄົ້ນ ແລະ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວນ້ຳ​ຕົກ​ຕາດ​ບ້ານ​ຢົກ​ໃນ​ເດືອນ 10/2015 ຢູ່​ຮ່າ​ໂນ​້ຍ​ເພື່ອກວດ​ກາ​ເອ​ກະ​ສານ, ກະ​ກຽມ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ສັນ​ຍາ 2 ສະ​ບັບ​ນີ້​ຢ່າງ​ເປັນ​ທາງ​ການໂດຍ​ໄວ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໄດ້​ຮັກ​ສາ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ກ່ຽ​ວ​ກັບ​ບັນ​ຫາ​ບົນ​ທະ​ເລ. ໃນ​ ການ​ຢ້ຽມ​ຢາມ​ຈີນ​ເມື່ອ​ເດືອນ 4/2015 ຂອງທ່ານ​ເລຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, 2 ຝ່າຍ​ໄດ້​ເຫັນ​ດີ​ປະ​ຕິ​ບັດ​ຕາມ​ຄວາມ​ຮັບ​ຮູ້​ລວມ​ທີ່​ສຳ​ຄັນ​ຊຶ່ງ​ບັນ​ລຸ​ໄດ້​ຈາກ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ, ປະ​ຕິ​ບັດ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ​ລະ​ຫວ່າງ ຫວຽດ​ນາມ-ຈີນ​ຢ່າງ​ເຂັ້ມ​ງວດ”; ນຳ​ໃຊ້​ກົນ​ໄກ​ເຈ​ລະ​ຈາ​ຂັ້ນ​ລັດ​ຖະ​ບານ​ກ່ຽວ​ກັບ​ຊາຍ​ແດນ ຜືນ​ແຜ່ນ​ດິນຫວຽດ​ນາມ-ຈີນເປັນ​ຢ່າງ​ດີ; ຍຶດ​ໝັ້ນ​ການ​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ມິດ​ຕະ​ພາບ, ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ໂດຍ​ພື້ນ​ຖານ ແລະ​ ຍາ​ວ​ນານຊຶ່ງ 2 ຝ່າຍ​ຕ່າງ​ກໍ​ອາດ​ຮັບຮູ້​ໄດ້. 2 ຝ່າຍ​ຕົກ​ລົງ​ກັນ ພ້ອມ​ກັນ​​ຈຳ​ກັດ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ, ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງຝ່າຍ​ຕ​່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ DOC ຢ່າງ​ຄົບ​ຖ້ວນ ແລະ ເຂັ້ມ​ງວດ, ກ້າວ​ໄປ​ເຖິງບັນ​ລຸ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງຝ່າຍ​ຕ​່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ COC ໂດຍ​ໄວ ບົນ​ພື້ນ​ຖານ​ການ​ເຈ​ລະ​ຈາ​ເປັນ​ເອ​ກະ​ພາບ, ບໍ່​ມີ​ການ​ກະ​ທຳ​ກໍ່​ຄວາມ​ສັບ​ສົນ, ເຮັດ​ໃຫ້​ການ​ຂັດ​ແຍ້ງ​ກັນ​ເພີ່ມ​ຂຶ້ນ; ແກ້​ໄຂ​ບັນ​ຫາ​ເກີດ​ໃໝ່ຢ່າງ​ທັນ​ການ ແລະ ເທົາ​ທີ່ຄວນ, ຮັກ​ສາ​ການ​ພົວ​ພັນຫວຽດ​ນາມ-ຈີນ ແລະ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

     ດ້ວຍ​ບັນ​ດາ​ຄວາມ​ໝາຍ​ທີ່​ສຳ​ຄັນ, ການ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ຫວຽດ​ນາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ສີ​ຈິນ​ຜິງ ຈະ​ເປັນຂີດ​ໝາຍໃໝ່​ໃນ​ການ​ພົວ​ພັນຫວຽດ​ນາມ-ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ