ການສ້າງກົດໝາຍຕ້ອງປະຕິບັດຕາມເນື້ອໃນຂອງລັດຖະທຳມະນູນປີ 2013


(vovworld)-ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ແມ່ນກອງ​ປະ​ຊຸມ​ຄັ້ງ​ເກືອບສຸດ​ທ້າຍ​ຂອງ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ເພື່ອ​ປະ​ກອບ​ສ່ວນ​ສ້າງ​ລາຍ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ອາ​ຍູ້ການ​ສະ​ພາ​ແຫ່​ງ​ຊາດ​ຊຸດ​ທີ 13 ​ໃຫ້ສຳ​ເລັດ, ວຽກ​ງານກໍ່​ສ້າງ​ພັກ ໄດ້​ຮັບ​ຖື​ວ່າ​ແມ່ນ​ຫນ້າ​ທີ່​ຈຸດ​ສຸ​ມ​ໃນ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອນີ້.

        ອາດ​ຈະ​ເຫັນ​ໄດ້​ວ່າ ໃນ​ກອງ​ປະ​ຊຸມ​​ສະ​ໄຫມສາ​ມັນ​ແຕ່​ລະ​ເທື່ອ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ກອງ​ປະ​ຊຸມ​ເທື່ອ​ໃດ​ກໍ​ມີ​ຮ່າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຫລາຍ​ສະ​ບັບ​ຖືກ​ຍົກ​ອອກ​ມາ​ປືກ​ສາ​ຫາ​ລືກໍ​ຄືໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ​ໃນ​ນັ້ນ​ມີ​ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ ຮັບ​ຮອງ​ເອົາຮ່າງ​ກົດ​ໝາຍເຖິງ 18 ສະ​ບັບ​. ຄາດ​ວ່າ ທີີ່​ກອງ​ປະ​ຊຸມ​​ສະ​ໄຫມສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ສະ​ພາ​ແຫ່ງ​ຊາດ​ຈະ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ 11 ສະ​ບັບ, ມະ​ຕິ 1 ສະ​ບັບ ພ້ອ​ມ​ທັງ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ອື່ນ 15 ສະ​ບັບ.

ການສ້າງກົດໝາຍຕ້ອງປະຕິບັດຕາມເນື້ອໃນຂອງລັດຖະທຳມະນູນປີ 2013 - ảnh 1
ກອງ​ປະ​ຊຸມ​​ສະ​ໄຫມສາ​ມັນເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13
ພາບ:nld.com.vn

        ກົດ​ໝາຍ​ ຫັນ​ບັນ​ດາ​ເນື້ອ​ໃນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ໃຫ​ມ່ປີ 2013 ໃຫ້​ເປັນ​ລະ​ອຽດ

        ​ບັນ​ດ​າຮ່າງ​ກົດ​ໝາຍສ່ວນ​ຫລາຍ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຫລື​ຄາດ​ວ່າ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່​ກອງ​ປະ​ຊຸມ​​ສະ​ໄຫມສາ​ມັນເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ລ້ວນ​ແຕ່ສະ​ແດ​ງ​ໃຫ້​ເຫັນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ໂດຍ​ລະ​ອຽດ​ຄື: ກົດ​ໝາຍ​ວ່າ​ດ້ວຍ​​ລັດ​ຖະ​ບານ(ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ… ລ້ວນ​ແຕ່​ແມ່ນ​ບັນ​ດາ​ກົດ​ໝາຍ​ເພື່ອ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນສະ​ບັບ​ໃຫ​ມ່​ກ່ຽວ​ກັບ​​ຮູບ​ແບບ​ບໍ​ລິ​ຫານ​ແຫ່ງ​ຊາດ ຊື່ງ​ໃນ​ນັ້ນ ບັນ​ດາ​ອົງ​ການ​ລັດ​ຄວບ​ຄຸມ, ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ. ປະ​ມວນ​ກົດ​ໝາຍ​ແພ່ງ, ປະ​ມວນ​ກົດ​ໝາຍ​ອາ​ຍາ(ສະ​ບັບ​ປັບ​ປຸງ) ຫລື ປະ​ມວນ​ກົດ​ໝາຍດ​ຳ​ເນີນ​ຄະ​ດີ​ແພ່ງ, ປະ​ມວນ​ກົດ​ໝາຍ​ດຳ​ເນີນ​ຄະ​ດີ​ອາ​ຍາ ລ້ວນ​ແຕ່​ຫັນ​​ເປັນ​ລະ​ອຽດບັນ​ດາ​ເນື້ອ​ໃນ​ຈິດ​ໃຈ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຊື່ງ​ໄດ້​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 . ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ ເປັນ​ຄັ້ງ​ທຳ​ອິດ​ຖືກ​ຍົກ​ອອກ​ມາ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ ແມ່​ນ​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ສາ​ມາດ​ປະ​ຕິ​ບັດ​ໂດຍ​ກົງ​ສິດອຳ​ນາດ​ແຫ່ງ​ລັດ​ຢ່າງ​ຖືກ​ຕ້ອງ​ຕາມ​ການ​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ2013. ທ່າ​ນ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ອວງ​ຈູ​ລືວ ໃຫ້​ຮູ້​ວ່າ:

        “ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ​ເຖິງ ກົດ​ໝາຍ​ວ່າ​ດ້ວຍ​ລັດ​ຖະ​ບານ, ກົດ​ໝາຍ​ວ່າ​ດ້ວຍ​ອຳ​ນາດ​ການ​ປົ​ກ​ຄອງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ. ນີ້​ແມ່ນ​ບັນ​ດາ​ກົດ​ໝາຍ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ປັ​ບ​ປຸງລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ. ສ່ວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແມ່ນ​ສົນ​ໃຈ​ທີ່​ສຸດເຖິງ​ປະ​ມວນ​ກົດ​ໝາຍ​ແພ່ງ​, ປະ​ມວນ​ກົດ​ໝາຍ​ດຳ​ເນີນ​ຄະ​ດີ​ແພ່ງ, ປະ​ມວນ​ກົດ​ໝາຍ​ດຳ​ເນີນ​ຄະ​ດີ​ອາ​ຍາ ທີ່​ສຸດ. ນີ້​ແມ່ນ​ບັນ​ດາ​ກົດ​ໝາຍ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕຸ​ລາ​ການ​ສິ​ດ​ພົນ​ລະ​ເມືອງ​ຂອງ​ປະ​ຊາ​ຊົນ.”

       ສ້າງ​ກົດ​ໝາຍ​ເພື່ອ​ໃຫ້​ລະ​ບົບ​ກົດ​ໝາຍ​ແຫ່ງ​ລັດ​ສົມ​ບູນ​ແບບ

       ເພື່ອ​ໃຫ້​ມີ​ລະ​ບົບ​ກົດ​ໝາຍ​ຄົບ​ຖ້ວນ, ເປັນ​ເອ​ກະ​ພາບ ແລະ ໂປ່ງ​ໃສ, ຄວນ​ມີ​​ວິ​ວັດ​ການ​ສ້າງ​ກົດ​ໝາຍ ດ້ວຍຂັ້ນ​ຕອນ, ລະ​ບຽບ​ການ​ຢ່າງ​ແຫນ້ນ​ແຟ້ນ ແລະ ມີ​ຄວ​າມ​ຮັບ​ຜິດ​ຊອບ. ນີ້​ກໍ​ແມ່ນ​ພື້ນ​ຖານ​ເພື່ອ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​​ແບບຍືນ​ຍົງ, ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ. ຕາມ ດ​ຣ ຫງວຽນ​​ສີຢູງ, ຮອງ​ຫົວ​ຫນ້າ​ຫ​ອ້ງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ແລ້ວ, ວຽກ​ງານ​ສ້າງ​ກົດ​ໝາຍ​ທີ່ກອງ​ປະ​ຊຸມ​ເທື່ອນີ້ ແມ່ນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ສະ​ພາ​ແຫ່ງ​ຊາດ.

        “ໃນ​ວິ​ວັດ​ການ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຍາມ​ໃດ​ກໍ​ພິ​ຈາ​ລະ​ນາ​ບັນ​ດາ​ຮ່າງ​ກົດ​ໝາຍ​ສາ​ກອ່ນ.  ຖ້າ​ຫາກ​ຮ່າງ​ກົດ​ໝາຍ​ໃດ​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລະ​ອຽດ, ​ປັບ​ປຸງເປັນ​ຢ່າງ​ດີ ​ກົດ​ໝາຍນັ້ນ​ຈຶ່ງ​​ຖືກຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ. ໃນ​ກ​ອງ​ປະ​ຊຸມ​ເທື່ອນີ້, ມີ​ຮ່າງ​ກົດ​ໝາຍ​ຫລາຍ​ສະ​ບັບ​ ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ​ເຖິງ 2 ຄັ້ງ ແລະປະ​ກອບ​ຄຳ​ເຫັນ​ເພື່ອ​ປັບ​ປຸງ ຫລັງ​ຈາກນັ້ນ​ພິ​ຈາ​ລະ​ນາ​ອີກ​ຄັ້ງ​ຫນຶ່ງ.”

        ຮັບ​ໃຊ​້​ຄວ​າມ​ຕ້ອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ

        ຮ່າງ​ກົດ​ໝາຍ​ທັງ​ໝົດ​ຊື່ງ​ສະ​ພາ​ແຫ່ງ​ຊາດ​ຍົກ​ອອກ​ມາ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຫລື ຄາດ​ວ່າ​ຈະ​ຮັບ​ຮ​ອງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ລ້ວນ​ແຕ່​ແມ່ນ​ບັນ​ດາ​ຮ່າງ​ກົດ​ໝາຍ​ສຳ​ຄັນ, ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ສະ​ພາ​ແຫ່ງ​ຊາດ​ບຸ​ລິ​ມະ​ສິດ, ສຳ​ຫລວດກວດ​ຄືນ, ປັບ​ປຸງ, ເພີ່ມ​ເຕີມ, ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ບັນ​ດາ​ຮ່າງ​ກົດ​ໝາຍ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2015-2020. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ຊີ້​ແຈ້ງວ່າ:

        “ສະ​ພາ​ແຫ່ງ​ຊາດ ສຳ​ຫລວດກວດ​ຄືນ​ບັນ​ດາ​ຂໍ້​ກຳ​ນົດ​ບໍ່​ທັນ​ເໝາະ​ສົມ, ຂາດ​ຕົກ​ບົກ​ຜ່ອງ, ຈຳ​ກັດ ຂອງ​ກົດ​ໝາຍ​ທີ່​​ໄດ້ນຳ​ໃຊ້​ປະ​ຈຸ​ບັນ ເພື່ອ​ຮັບ​ປະ​ກັນ​ກົດ​ໝາຍ​ສະ​ບັບ​ໃຫມ່​​ໃຫ້​ດີກວ່າ, ຮັບ​ປະ​ກັນ​ລັກ​ສະ​ນະຄວາມ​ເປັນ​ໄປ ແລະ ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ບໍ່​ຄວນ​ປ​ຽບ​ທຽບ​ກົດ​ໝາຍ​​ໃດ​ສຳ​ຄັນ​ກວ່າ​ກົດ​ໝາຍ​ໃດ. ອາດ​ຈະ​ເວົ້າ​ໄດ້​ວ່າ ບັນ​ດາ​ກົດ​ໝາຍ​ທີ່​ໄດ້​ຮັບ​ການ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອນີ້ ລ້ວນ​ແຕ່​ບັນ​ດາ​ກົດ​ໝາຍ​ໃຫຍ່, ສຳ​ຄັນ​ໃນ​ຊີ​ວິດ​, ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ຊາດ.”

        ໃນ​​ຈຳ​ນວນຮ່າງ​ກົດ​ໝາຍ 11 ສະ​ບັບ ຊື່ງ​ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອນີ້, ເປັນ​ຫນ້າ​ສ​ົນ​ໃຈ​ແມ່ນ​ກົດ​ໝາຍ​ວ່າ​ດ້ວ​ຍ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ​ໝູ່​ເກາະ, ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່​ງ​ລັດ(ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການກວດ​ສອບ​ແຫ່ງ​ລັດ (ສະ​ບັບ​ປັບ​ປຸງ). ພິ​ເສດ​ ມີ​ກົດ​ໝາຍ​ປະ​ກາດ​ໃຊ້​ເອ​ກະ​ສານ​ນິ​ຕິ​ກຳ​​ໄດ້​ຮັບ​ຖື​ວ່າ​ແມ່ນ​ກົດ​ໝາຍ​ພື້ນ​ຖານ​ເພື່ອ​ປະ​ກາດ​ໃຊ້​ເອ​ກະ​ສາ​ນ​ນິ​ຕິ​ກຳ​ທຸກ​ສະ​ບັບ.

          ໃນ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ສະ​ພາ​ແຫ່ງ​ຊາດມອບ​ໃຫ້​ລັດ​ຖະ​ບານ ຍື່ນ ຮ່າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ, ຮ່າງ​ມະ​ຕິ 138 ສະ​ບັບ. ດ້ວຍ​ເນື້ອ​ໃຈ​ຈິດ​ໃຈ​ວິ​ທະ​ຍາ​ສາດ, ຮັບ​ຟັງ, ຮັບ​ເອົາ​ຄຳ​ເຫັນ, ຮັບ​ເອົາພູມ​ປັນ​ຍາ​ຍອດ​ຍິ່ງ​ ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ຢູ່ ພາຍ​ໃນ ແລະ ​ຕ່າງ​ປະ​ເທດ, ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ ແຕ່​ລະ​ເທື່ອ ລ້ວນ​ແຕ່​ມີ​ເອ​ກະ​ສານ, ກົດ​ໝາຍ​ຫລາຍ​ສະ​ບັບໄດ້​ຮັບ​ການປະ​ກາດ​ໃຊ້ ແລະ ປັບ​ປຸງ, ເພີ່ມ​ເຕີມ, ຕອບ​ສະ​ຫນອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຢ່າງ​ທັນ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ