ການເຄື່ອນໄຫວຊັກຖາມຈະຍົກສູງ ບົດບາດຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ

ການ​ເຄື່ອນ​ໄຫວ​ຊັກ​ຖາມ​ແມ່ນສ່ວນ​ໜຶ່ງ​ໃນພາ​ລະ​ບົດ​ບາດ​ຕິດຕາມກວດກາ​ສູງ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ. ຜ່ານ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ເຕີບ​ໂຫຍ່​ຂອງສະ​ພາ​ແຫ່ງ​ຊາດ, ການ​ເຄື່ອນ​ໄຫວ​ຊັກ​ຖາມໄດ້​ສ້າງ​ບັນ​ດາຂີດ​ໝາຍແຫ່ງ​ບັນ​ຍາ​ກາດ​ປະ​ຊາ​ທິ​ປະ​ໄຕ ແລະ ປ່ຽນ​ແປງ​ໃໝ່ ອັນ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ງານ​ລວມ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ຊ່ວຍ ສະ​ພາ​ແຫ່ງ​ຊາດປະ​ຕິ​ບັດ​ບົດ​ບາດ​ເປັນ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ.

ການເຄື່ອນໄຫວຊັກຖາມຈະຍົກສູງ ບົດບາດຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ - ảnh 1
ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ

     ພ້ອມ​ກັບ​ການ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ສ້າງ​ກົດ​ໝາຍ, ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ການ​ເຄື່ອນ​ໄຫວ​ຕິດຕາມກວດກາ​ສູງ​ສຸດ, ໃນ​ນັ້ນ​ມີການ​ເຄື່ອນ​ໄຫວ​ຊັກ​ຖາມ ແມ່ນ 3 ໜ​້າ​ທີ່ ​ຂອງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ.

       ວາ​ລະ​ຊັກ​ຖາມ​ຄັ້ງ​ທຳ​ອິດ : ປະ​ຊາ​ທິ​ປະ​ໄຕ, ກົງ​ໄປ​ກົງ​ມາ.

    ວາ​ລະ​ຊັກ​ຖາມ​ຄັ້ງ​ທຳ​ອິດຂອງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຖືກ​ດຳ​ເນີນ​ໃນ​ວັນ​ທີ 31/10/1946, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຊຸດ​ທີ 1. ບັນ​ຍາ​ກາດ​ປະ​ຊາ​ທິ​ປະ​ໄຕ, ກົງ​ໄປ​ກົງ​ມາ​ໄດ້​ປົກ​ຄຸມ​ເຫດ​ການນີ້. ນອກ​ຈາກ​ບັນ​ດາ ສ.ສ.ຊ, ປະ​ຊາ​ຊົນ​​ໄດ້​ມາ​ຕິດ​ຕາມກອງ​ປະ​ຊຸມ​ຂອງສະ​ພາ​ແຫ່ງ​ຊາດ ເຕັມ​ໝົດ 2 ຊັ້ນ ຂອງ​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍເພື່ອ​ເຫັນ​ປະ​ຈັກ​ຕາ​ບັນ​ຍາ​ກາດ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດຫວຽດ​ນາມ. ບັນ​ດາ ສ.ສ.ຊ ຊຶ່ງ​ແມ່ນ​ຜູ້​ຕ່າງ​ໜ້າ​ໃຫ້​ແກ່​ປະ​ຊາ​ຊົນ​ໄດ້​ຊັກ​ຖາມ​ບັນ​ດາ​ລັດ​ຖະ​ມົນ​ຕີ, ພິ​ເສດ​ແມ່ນ​ການ​ລໍ່​ຖ້າ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ຂຶ້ນ​ຕອບ​ຄຳ​ຊັກ​ຖາມ. ກວ່າ 80 ຄຳຖາມໄດ້​ຖືກ​ຍົກ​ອອກ​ໃຫ້​ຜູ້​ນຳ​ລັດ​ຖະ​ບານ ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ. ທີ່ວາ​ລະ​ຊັກ​ຖາມ​ຄັ້ງ​ທຳ​ອິດ, ມີຫຼາຍ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຖືກ​ເຕື້ອງ​ເຖິງ​ເຊັ່ນ: ການ​ຄວບ​ຄຸມ​ລາ​ຄາ ແລະ ຄຸນ​ນະ​ພາບ​ຢາ​ປົວ​ພະ​ຍາດ, ການ​ຂາດ​ແຄນ​ປຶ້ມ​ແບບ​ຮຽນ…ມີ​ສິ່ງ​ໜຶ່ງ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ ແມ່ນ​ວາ​ລະ​ຕອບ​ຄຳ​ຊັກ​ຖາມໄດ້​ຖືກ​ດຳ​ເນີນ​ຖືກຕາມທິດ​ນຳ “ຕ້ອງ​ເຮັດ​ວຽກ​ໃຫ້​ໝົດ​ໂດຍບໍ່​ຈຳ​ກັດເວ​ລາ” ຊຶ່ງ​ໄດ້​ແກ່​ຍາວ​ແຕ່​ຕອນ​ບ່າຍ​ຮອດ​ຕອນ​ທຽງ​ຄືນ. ວາ​ລ​ະ​ປະ​ຊຸມ​ຂອງສະ​ພາ​ແຫ່ງ​ຊາດ​ໄດ້​ອັດ​ລົງ​ໃນ​ເວ​ລາ 1 ໂມງ​ເຊົ້າ. ນັກ​ຄົ້ນ​ຄ້​ວາປະ​ຫວັດ​ສາດ ເຢືອງ​ຈຸງ​ກ໋ວກ ໃຫ້​ຂໍ້​ສັງ​ເກດ​ວ່າ : 

“ການ​ເຄື່ອນ​ໄຫວ​ຊັກ​ຖາມໄດ້​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ໃນ​ບັນ​ຍາ​ກາດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ທີ່​ຫາ​ກໍ​ຍາດ​ເອົາ​ເອ​ກະ​ລາດ​ມາ​ໄດ້. ທີ່ວາ​ລະ​ຊັກ​ຖາມ​ຄັ້ງ​ທຳ​ອິດນີ້, ທ່ານ​ປະ​ທານ​ໂຮ່​ຈິ​ມິນຊຶ່ງ​ແມ່ນ ຜູ້​ນຳ​ລັດ​ຖະ​ບານຄາວນັ້ນ​ໄດ້​ຕອບ​ຄຳ​ຊັກ​ຖາມ. ໃຫ້​ຂໍ້​ສັງ​ເກດ​ລວມ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ບັນ​ດາ​ ສ.ສ.ຊ ຊັກ​ຖາມ. ທ່ານ​ປະ​ທານ​ໂຮ່​ຈິ​ມິນ ຖື​ວ່າ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​ຕັ້ງ​ຄຳ​ຖາມ​ທີ່​ເລິກ​ເຊິ່ງ ຊຶ່ງ​ໄດ້​ເຕື້ອງ​ເຖິງທຸກໆ​ບັນ​ຫາທີ່​ກ່ຽວພັນ​ເຖິງຊາ​ຕະ​ກຳ​ຂອງ​ປະ​ເທດ​ຊາດ. ດ້ວຍ​ການ​ເຕີບ​ໃຫຍ່​ທາງ​ດ້ານ​ການ​ເມືອງ, ຄວາມເອົາ​ໃຈ​ໃສ່​ກ່ຽວ​ກັ​ບ​ບັນ​ຫາ​ຂອງ​ປະ​ເທດ​ຊາດນັ້ນ, ບໍ່​ມີ​ໃຜ​ອາດ​ຈະ​ປະ​ຕິ​ເສດ​ຕໍ່​ຖາ​ນະ​ເອ​ກະ​ລາດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ”

      ການ​ເຄື່ອນ​ໄຫວ​ຊັກ​ຖາມມີ​ການ​ປ່ຽນ​ໃໝ່​ຢ່າງບໍ່​ຢຸດຢັ້ງ, ມຸ່ງໄປ​ສູ່​ທ່າ​ອຽງ​ເວ​ທີ່​ສະ​ພາ​ແຫ່ງ​ຊາດ​ທີ່​ທັນ​ສະ​ໄໝ

            ນັບ​ແຕ່ວາ​ລະ​ຊັກ​ຖາມ​ຄັ້ງ​ທຳ​ອິດ, ພາຍຫຼັງ​ຖືກ​ຕັດ​ຕອນ​ມາ​ເປັນ​ໄລ​ຍະ​ຍາວຍ້ອນ​ສາຍ​ເຫດຫຼາຍ​ຢ່າງ, ໃນ​ນັ້ນ ສົງ​ຄາມ, ການ​ເຄື່ອນ​ໄຫວ​ຊັກ​ຖາມໄດ້​ປະ​ຕິ​ບັດ​ຄືນ​ຢູ່​ວາ​ລະ​ປະ​ຊຸມສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຊຸດ​ທີ 8 (1987-1992) . ມາ​ຮອດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ກາງ​ປີ 1994, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຊຸດ​ທີ 9, ເປັນ​ຄັ້ງ​ທຳ​ອິດ​ທີ່ການ​ເຄື່ອນ​ໄຫວ​ຊັກ​ຖາມ​ໄດ້​ຖື​ກອອກ​ອາ​ກາດ​ສົດ​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ. ນີ້​ຖືກ​ຖືວ່າ ແມ່ນ​ໜຶ່ງໃນ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ເປີດ​ເຜີຍ, ກະ​ຈ່າງ​ແຈ້ງ​ຂອງ​ການ​ເຄື່ອນ​ໄຫວສະ​ພາ​ແຫ່ງ​ຊາດ​. ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ບັນ​ດາ​ວາ​ລະ​ຊັກ​ຖາມ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງໃນ​ກອງ​ປະ​ຊຸມ​ແຕ່​ລະ​ເທື່ອ​ຂອງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ເພື່ອ​ຍົກ​ສູງປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຊັກ​ຖາມ, ນັບ​ແຕ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 4 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຊຸດ​ທີ 12, ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ​ວ​າ​ລະ​ຊັກ​ຖາມ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​ອອກ​ມະ​ຕິ​ກ່ຽວ​ກັບການ​ເຄື່ອນ​ໄຫວ​ຊັກ​ຖາມ ຊຶ່ງ​ໄດ້​ຊີ້​ແຈ້ງ​ເຖິງວຽກ​ງານ​ຕ່າງໆ​ທີ່​ຜູ້​ຕອບ​ຄຳ​ຊັກ​ຖາມ​ຕ້ອງ​ປະ​ຕິ​ບັດ ແລະ ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ສະ​ໄໝ​ປະ​ຊຸມ​ຄັ້ງ​ຕໍ່​ໄປ.

     ສະ​ເພາະ​ໃນ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ການ​ເຄື່ອນ​ໄຫວ​ຊັກ​ຖາມໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ. ເປັນ​ຄັ້ງ​ທຳ​ອິດ​ທີ່​ສະ​ພາ​ແຫ່ງ​ຊາດ, ການ​ເຄື່ອນ​ໄຫວ​ຊັກ​ຖາມ ບໍ່​ແມ່ນ​ເວ​ທີ​ປາ​ໄສ​ຂອງ ລັດ​ຖະ​ມົນ​ຕີ 4-5 ທ່ານ​ອີກ​ແລ້ວ. ຫົວ​ໜ້າ​ຂະ​ແໜງ​ການ, ສະ​ມາ​ຊິກ​ລັດ​ຖະ​ບານ​ທຸກໆ​ທ່ານ ກໍ​ລ້ວນ​ແຕ່​ຖືກ​ຊັກ​ຖາມ ແນ​ໃສ່​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຊັກ​ຖາມ​ ​ຈົນ​ສຸດ​ກົກ​ສຸດ​ປາຍຂອງບັນ​ຫາທີ່ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ມີ​ຄວາມ​ສົນ​ໃຈ. ຜູ້​ທີ່​ຖືກ​ຊັກ​ຖາມກໍ​ບໍ່​ຮູ້​ຄຳ​ຖາມ​​ລ່ວງ​ໜ້າ, ບໍ່​ໄດ້​ກະ​ກຽ​ມ​ລ່ວງ​ໜ້າ ແລະ ຕ້ອງ​ໃຫ້​ຄຳ​ຕອບ​ຢູ່​ກັບ​ທີ່. ທັງ​ນີ້​ກໍ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຊັກ​ຖາມນັບ​ມື້​ນັບ​ມິີລັກ​ສະ​ນະອາ​ຊີບ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ, ກາຍ​ເປັນ​ຂົງ​ເຂດ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ທ່ານ ຫງວຽນ​ແຫ້ງ​ຟຸກ ເລ​ຂາ​ທິ​ການໃຫຍ່​ສະ​ພາ​ແຫ່ງ​ຊາດຊຸດ​ທີ 13 ຕີ​ລາ​ຄາ​ວ່າ : 

     “ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນເທື່ອ​ທີ 10 ທີ່​ຜ່ານ​ມາ, ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ໃນ ການ​ເຄື່ອນ​ໄຫວ​ຊັກ​ຖາມ ດ້ວຍ​ເລື​ອ່ງ ສ.ສ.ຊ ສາ​ມາດ​ຊັກ​ຖາມ​ສະ​ມາ​ຊິກ​ທຸກ​ທ່ານ​ໃນ​ຄະ​ນະ​ລັດ​ຖະ​ບານ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ຕະຫຼອດ​ອາ​ຍຸ​ການ. ສິ່ງນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສືບທອດ ບັນ​ດາຜົນ​ສຳ​ເລັດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ເມື່ອ​ກ່ອນນີ້ໃນ​ສະ​ພາ​ວະ​ປະ​ຈຸ​ບັນ ”

       ນັບ​ແຕ່ວາ​ລະ​ຊັກ​ຖາມ​ກ່ອນນີ້​ເກືອບ 70 ປີ, ມາ​ຮອດ​ປະ​ຈຸ​ບັນ, ການ​ເຄື່ອນ​ໄຫວ​ຊັກ​ຖາມໄດ້​ກາຍ​ເປັນ​ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ເລື່ອງ​ປ່ຽນ​ໃໝ່ການ​ເຄື່ອນ​ໄຫວ​ຊັກ​ຖາມ ນັບ​ທັງ​ດ້ານ​ເນື້ອ​ໃນ ແລະ ຮູບ​ການ ໄດ້​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ແທດ​ຈ​ິງ ແລະ ມີ​ປະ​ສິດ​ທິ​ຜົນ, ສົມ​ກັບ​ທີ່​ຕັ້ງ​ບົດ​ບາດ​ເປັນ​​ອົງ​ການແຫ່ງ​ລັດ​ມີ​ສິດ​ອຳ​ນາດ​ສູງ​ສຸດ, ອົງ​ການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ .

ຕອບກັບ

ຂ່າວ/ບົດ​ອື່ນ