ການ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ - ລັດ​ເຊຍ - ຢູ​ແກຼນ: ຄວາມ​ຫວັງ​ຈາກ​ບັນ​ດາ​ບາດ​ກ້າວ​ນ້​ອຍໆ

(VOVWORLD) - ການເຈລະຈາສາມຝ່າຍຄັ້ງທີ 2 ລະຫວ່າງ ອາເມລິກາ, ລັດເຊຍ ແລະ ຢູແກຼນ ໃນອາທິດຜ່ານມາ ຍັງບໍ່ທັນນຳມາເຊິ່ງບາດກ້າວບຸກທະລຸໃນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແຕ່ພັດໄດ້ຊຸກຍູ້ບັນດາກຳລັງໜູນອັນຕັ້ງໜ້າໃນການພົວພັນສອງຝ່າຍລະຫວ່າງ ອາເມລິກາ - ລັດເຊຍ, ໃນຈຸດເວລາບັນດາກົນໄກຄວບຄຸມອາວຸດຍຸດທະສາດລະຫວ່າງສອງປະເທດມະຫາອຳນາດນິວເຄຼຍນີ້ພວມລົ້ມລະລາຍ.

ການເຈລະຈາ 3 ຝ່າຍ ລະຫວ່າງ ອາເມລິກາ - ລັດເຊຍ - ຢູແກຼນ ຮອບທີ 2 ໄດ້ດຳເນີນໃນລະຫວ່າງວັນທີ 04 – 05 ກຸມພາ ຢູ່ Abu Dhadi, ສະຫະລັດ ອາຣັບ ເອມມີເລດ (UAE). ຕາງໜ້າໃຫ້ແກ່ຄະນະເຈລະຈາຝ່າຍ ອາເມລິກາ ແມ່ນ ທ່ານ Steve Witkoff ທູດພິເສດ ແລະ ທ່ານ Jared Kushner, ລູກເຂີຍທ່ານ Donald Trump ປະທານາທິບໍດີ ອາເມລິກາ; ສ່ວນຫົວໜ້າຄະນະຝ່າຍ ລັດເຊຍ ແມ່ນທ່ານພົນເຮືອເອກ Igor Kostyukov, ຫົວໜ້າກົມສືບລາຊະການລັບການທະຫານ; ຫົວໜ້າຄະນະເຈລະຈາຂອງ ຢູແກຼນ ແມ່ນທ່ານ Rustem Umerov ເລຂາສະພາຄວາມໝັ້ນຄົງ ແລະ ການປ້ອງກັນຊາດ.

       ບັນດາບາດກ້າວນ້ອຍໆ

        ກ່ອນເວລາດຳເນີນການເຈລະຈາ 3 ຝ່າຍຄັ້ງທີ 2 ລະຫວ່າງ ອາເມລິກາ, ລັດເຊຍ ແລະ ຢູແກຼນ ຢູ່ Abu Dhabi, ໄດ້ມີຄວາມຫວັງຈຳນວນໜຶ່ງຕໍ່ເລື່ອງຝ່າຍຕ່າງໆອາດຈະບັນລຸໄດ້ບັນດາໝາກຜົນທີ່ມີລັກສະນະບາດລ້ຽວໃນການຢຸດຕິການປະທະກັນທີ່ແກ່ຍາວເກືອບ 4 ປີລະຫວ່າງ ລັດເຊຍ ແລະ ຢູແກຼນ, ເມື່ອເປັນຄັ້ງທຳອິດທີ່ ລັດເຊຍ ແລະ ຢູແກຼນ ຈັດຄະນະເຈລະຈາສະເພາະເພື່ອປຶກສາຫາລືກ່ຽວກັບບັນດາບັນຫາການທະຫານ, ໄປຄຽງຄູ່ກັບຄະນະປຶກສາຫາລືກ່ຽວກັບບັນດາບັນຫາການເມືອງ. ລະອຽດ, ຄະນະເຈລະຈາສະເພາະດ້ານການທະຫານຈະປຶກສາຫາລືກ່ຽວກັບແຜນການ ກຳລັງບົ່ມຊ້ອນກ່ຽວກັບການຕິດຕາມກວດກາການຢຸດຕິການປະທະກັນໃນອະນາຄົດ ແລະ ແບບວິທີປະຕິບັດຄຳສັ່ງຢຸດຍິງ, ການສ້າງສູນເພື່ອຕິດຕາມກວດກາ ແລະ ສົມທົບກັບບັນດາບັນຫາຢຸດຍິງ, ກໍຄືການຄັດເລືອກບັນດາປະເທດທີ່ມີຜູ້ຕາງໜ້າປະຈຳສູນດັ່ງກ່າວ.

        ເຖິງຢ່າງໃດກໍຕາມ, ເມື່ອສິ້ນສຸດການເຈລະຈາໃນສອງວັນຢູ່ Abu Dhabi, ບັນດາຝ່າຍເຂົ້າຮ່ວມຍັງບໍ່ທັນບັນລຸໄດ້ບາດກ້າວບຸກທະລຸດັ່ງທີ່ຫວັງ. ຄະນະເຈລະຈາດ້ານການເມືອງ ຍັງມີຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງຕໍ່ກັບບັນດາຄຳຮຽກຮ້ອງຈາກແຕ່ລະຝ່າຍໃນບັນຫາຜືນແຜ່ນດິນກໍຄືອະນາຄົດດ້ານການເມືອງ - ຄວາມໝັ້ນຄົງຂອງ ຢູແກຼນ, ໃນຂະນະນັ້ນ ຄະນະເຈລະຈາດ້ານການທະຫານກໍ່ບໍ່ຍົກອອກແຈ້ງການໃດກ່ຽວກັບຄວາມສາມາດຢຸດຕິການປະທະກັນຊົ່ວຄາວ. ໝາກຜົນລະອຽດທີ່ສຸດ ທີ່ບັນດາຝ່າຍບັນລຸໄດ້ແມ່ນການເຊື່ອມຕໍ່ຄືນເລື່ອງແລກປ່ຽນຊະເລີຍເສິກ. ບັນດາຝ່າຍກໍເຫັນດີຈັດຮອບເຈລະຈາຄັ້ງທີ 3 ໂດຍໄວ, ອາດຈະດຳເນີນຢູ່ ອາເມລິກາ ໃນ 1 ຫາ 2 ອາທິດຈະມາເຖິງ.

        ເຖິງວ່າມີຄວາມປະເອີບໃຈຕໍ່ເລື່ອງບັນດາຝ່າຍຍັງຄົງສືບຕໍ່ດຳເນີນການເຈລະຈາຮອບໃໝ່ ເພື່ອມຸ່ງໄປເຖິງບັນລຸໄດ້ຂໍ້ຕົກລົງເທື່ອລະກ້າວ ແຕ່ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ຍອມຮັບວ່າ ບັນດາຄວາມຄັດແຍ້ງໃຫຍ່ສຸດລະຫວ່າງ ລັດເຊຍ ແລະ ຢູແກຼນ ຍັງບໍ່ທັນມີສັນຍານຫຼຸດລົງ. ທ່ານກ່າວວ່າ:

        “ຖ້າປຽບທຽບບັນຊີລາຍຊື່ບັນດາບັນຫາເປີດທີ່ຕ້ອງປຶກສາຫາລືໃນຈຸດເວລານີ້ລະຫວ່າງປີກ່ອນ ກັບປີນີ້, ອາດເຫັນໄດ້ວ່າ ບັນດາບັນຫາທີ່ຍັງເຫຼືອທີ່ຕ້ອງແກ້ໄຂເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ ໄດ້ຫຼຸດລົງຫຼາຍພໍສົມຄວນ. ນີ້ແມ່ນຂ່າວດີ, ແຕ່ຂ່າວບໍ່ດີແມ່ນບັນດາບັນຫາທີ່ຍັງເຫຼືອນັ້ນ ພັດແມ່ນບັນດາບັນຫາຍາກທີ່ສຸດ, ດັ່ງນັ້ນ ການປະທະກັນຍັງສືບຕໍ່ດຳເນີນ”.

        ສຳລັບຝ່າຍ ລັດເຊຍ ແລະ ຢູແກຼນ, ເມື່ອກ່າວຄຳເຫັນໃນວັນທີ 05 ກຸມພາ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ຍອມຮັບວ່າ ບັນດາການເຈລະຈາລະຫວ່າງສາມຝ່າຍທີ່ດຳເນີນຢູ່ Abu Dhabi ນັ້ນ ແມ່ນ “ບໍ່ງ່າຍ”, ພ້ອມທັງເນັ້ນໜັກວ່າ Kiev ຢາກເຫັນບັນດາບາດກ້າວເດີນ ມຸ່ງໄປເຖິງການຢຸດຕິການປະທະກັນທີ່ໄວກວ່າ. ໃນຂະນະນັ້ນ, ທ່ານ Kirill Dmitriev ທູດພິເສດຂອງທ່ານປະທານາທິບໍດີ ລັດເຊຍ ທັງເປັນຜູ້ອຳນວຍການຝ່າຍບໍລິຫານກອງທຶນລົງທຶນໂດຍກົງ ລັດເຊຍ ໄດ້ຕີລາຄາວ່າ ບັນດາຮອບເຈລະຈາກໍມີຄວາມຄືບໜ້າ ແລະ ສັນຍານຕັ້ງໜ້າ, ແຕ່ຍັງສືບຕໍ່ຕຳໜິຕິຕຽນບັນດາປັດໄຈທີ່ພວມກີດຂວາງວິວັດທະນາການນີ້, ເຊິ່ງໝາຍເຖິງທັດສະນະທີ່ແຂງກະດ້າງຈາກບັນດາປະເທດ ເອີຣົບ.

       ການສົນທະນາເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ

        ເຖິງວ່າບັນດາຄວາມມານະພະຍາຍາມແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ບໍ່ບັນລຸໄດ້ບາດກ້າວບຸກທະລຸກໍຕາມ ແຕ່ສາຍພົວພັນສອງຝ່າຍລະຫວ່າງ ອາເມລິກາ - ລັດເຊຍ ພັດຮັບຮູ້ມີສັນຍານຕັ້ງໜ້າ. ການມີໜ້າຂອງທ່ານລັດຖະມົນຕີກະຊວງທະຫານບົກ ອາເມລິກາ ແລະ ຜູ້ບັນຊາການທະຫານ ອາເມລິກາ ປະຈຳ ເອີຣົບ ໃນວາລະເຈລະຈາຢູ່ Abu Dhabi ໄດ້ຊຸກຍູ້ການປຶກສາຫາລືແບບເຊິ່ງໜ້າລະຫວ່າງບັນດາເຈົ້າໜ້າທີ່ການທະຫານລະຫວ່າງ ອາເມລິກາ - ລັດເຊຍ. ວັນທີ 05 ກຸມພາ, ທຳນຽບ 5 ແຈ ແຈ້ງໃຫ້ຊາບວ່າ ອາເມລິກາ ແລະ ລັດເຊຍ ໄດ້ເຫັນດີເປັນເອກະພາບສ້າງກົນໄກສົນທະນາດ້ານການທະຫານຂັ້ນສູງຄືນໃໝ່. ຕາມບັນດານັກຊ່ຽວຊານແລ້ວ, ເລື່ອງສອງປະເທດມະຫາອຳນາດນິວເຄຼຍໃຫຍ່ສຸດໃນໂລກເຊື່ອມຕໍ່ການສົນທະນາດ້ານການທະຫານຂັ້ນສູງຄືນໃໝ່ ແທນໃຫ້ການຕິດຕໍ່ຜ່ານໂທລະສັບສາຍດ່ວນນັ້ນ ແມ່ນມີຄວາມໝາຍສຳຄັນບໍ່ພຽງແຕ່ຕໍ່ບັນດາຄວາມມານະພະຍາຍາມຄວບຄຸມການຊ່ວງເສັງອາວຸດເທົ່ານັ້ນ ຫາກຍັງມີຄວາມໝາຍຕໍ່ສະຖຽນລະພາບຍຸດທະສາດທົ່ວໂລກ, ໃນສະພາບຄວາມເຄັ່ງຕຶງດ້ານພູມີສາດການເມືອງໃນໂລກ ທີ່ນັບມື້ນັບສັບສົນອີກດ້ວຍ. ທ່ານ Daryl G.Kimball, ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມຄວບຄຸມ ອາວຸດ (ACA), ອາເມລິກາ, ໃຫ້ຂໍ້ສັງເກດວ່າ:

        “ພວກເຮົາພວມຢູ່ໃນຈຸດເວລາເຊິ່ງເລື່ອງ New START ໝົດຜົນບັງຄັບໃຊ້ ເປັນຄັ້ງທຳອິດພາຍຫຼັງ 35 ປີ ທີ່ ອາເມລິກາ ແລະ ລັດເຊຍ ອາດສາມາດເພີ່ມປະລິມານອາວຸດນິວເຄຼຍ ທີ່ສອງຝ່າຍອາດຈະຜັນຂະຫຍາຍ. ນອກຈາກນັ້ນແລ້ວ, ສະພາບການປັດຈຸບັນ ຍັງອາດສາມາດເປີດບັ້ນຊ່ວງເສັງອາວຸດສາມຝ່າຍ ແບບບໍ່ຈຳກັດ ແລະ ອັນຕະລາຍ, ບໍ່ພຽງແຕ່ລະຫວ່າງ ອາເມລິກາ ແລະ ລັດເຊຍ ເທົ່ານັ້ນ ຫາກຍັງກ່ຽວຂ້ອງເຖິງທັງປະເທດ ຈີນ ອີກດ້ວຍ”.

        ໄປຄຽງຄູ່ບົດບາດເພີ່ມລັກສະນະຄວາມຈະແຈ້ງ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຫຼີກລ້ຽງບັນດາການຄິດໄລ່ທີ່ຜິດພາດແລ້ວ, ວົງການນັກສັງເກດການກໍຖືວ່າ ເລື່ອງ ອາເມລິກາ ແລະ ລັດເຊຍ ເຊື່ອມຕໍ່ການເຈລະຈາດ້ານການທະຫານຂັ້ນສູງຄືນໃໝ່ໃນຈຸດເວລານີ້ ຍັງແມ່ນເງື່ອນໄຂທີ່ຈຳເປັນໃຫ້ແກ່ບັນດາການເຈລະຈາທີ່ມີກຳລັງບົ່ມຊ້ອນກ່ຽວກັບຂໍ້ຕົກລົງໃໝ່ແທນໃຫ້ New START.  ໃນແຈ້ງການທີ່ໄດ້ຍົກອອກມາໃນວັນທີ 05 ກຸມພາ ໃນສື່ສັງຄົມ Truth, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອາເມລິກາ ບໍ່ເຫັນດີຕໍ່ວິທີຕໍ່ກຳນົດເວລາ New START ແຕ່ຈະແຕ່ງຕັ້ງບັນດານັກຊ່ຽວຊານນິວເຄຼຍຄົ້ນຄວ້າ ສົນທິສັນຍາຄວບຄຸມອາວຸດນິວເຄຼຍສະບັບໃໝ່ທີ່ທັນສະໄໝ ແລະ ຍືນຍົງກວ່າ. ໃນຊຸມປີມໍ່ໆມານີ້, ອຳນາດການປົກຄອງ ອາເມລິກາ ຍາມໃດກໍຖືວ່າ ບໍ່ວ່າສົນທິສັນຍາຄວບຄຸມອາວຸດນິວເຄຼຍໃໝ່ສະບັບໃດ ກໍຕ້ອງມີການເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຮອບດ້ານຈາກ ຈີນ, ຫາກບໍ່ພຽງແຕ່ມີ ອາເມລິກາ, ລັດເຊຍເທົ່ານັ້ນ, ເຖິງວ່າ ຈີນເຄີຍປະຕິເສດຄຳຮຽກຮ້ອງນີ້ເປັນຫຼາຍເທື່ອ ແລະ ຝ່າຍ ລັດເຊຍ ກໍບໍ່ຍົກອອກຄຳຮຽກຮ້ອງຕ້ອງມີການເຂົ້າຮ່ວມຂອງ ຈີນ./.

ຕອບກັບ

ຂ່າວ/ບົດ​ອື່ນ