ການເຊື່ອມໂຍງເຂົ້າກັບອາຊຽນ: ຫັນຄວາມຮັບຮູ້ເປັນການກະທຳ


(vovworld)- ວັນ​ທີ 31/12/2015, ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ ຂອງ ອາ​ຊຽນ ໃນ​ເກືອບ 5 ທົດ​ສະ​ວັດ​ຜ່ານ​ມາ. ການ​ເຕີບ​ໂຕ​ຂອງ ອາ​ຊຽນ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ຫລວງ​ໃຫ້​ທັງ​ພາກ​ພື້ນ, ໃນ​ນັ້ນ ມີແຕ່​ລະ​ປະ​ເທດ​ສະ​ມາ​ຊິກ. ສຳ​ລັບ​ຫວຽດ​ນາມ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ ອາ​ຊຽນ ດ້ວຍ​ຖາ​ນະ​ແມ່ນ​ສະ​ມາ​ຊິກ​ຂອງ ອາ​ຊຽນ ຕະ​ຫລອດ​ຮອດ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ ອາ​ຊຽນ, ເຖິງວ່າ ຫວຽດ​ນາມ ໄດ້​ມີ​ການ​ກະ​ກຽມ​ແລ້ວ, ແຕ່​ພວມ​ວາງ​ອອກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ຍາວ​ນານ. ບົດ​ຂຽນ​ຂອງ​ນັກ​ຂ່າວ ແອງ​ຮ່​ວຽນ

ການເຊື່ອມໂຍງເຂົ້າກັບອາຊຽນ: ຫັນຄວາມຮັບຮູ້ເປັນການກະທຳ - ảnh 1

        ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ນຳ​ມາ​ເຊິ່ງ​ສະ​ພາບ​ແວດ​ລ້ອມ​ສະ​ດວກ​ຫລາຍກວ່າ, ຮັບ​ໃຊ້​ໃຫ້​ພາ​ລະ​ກິດ​ສ້າງ​ສາ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ຫວຽດ​ນາມ. ສະ​ເພາະ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ປະ​ຊາ​ຄົມ ອາ​ຊຽນ ໄດ້​ສ້າງ​ໃຫ້​ຫວຽດ​ນາມ ກາ​ລະ​ໂອ​ກາດ​ສຳ​ພັດ​ກັບ​ຕະ​ຫລາດ​ທີ່ກ​ວ້າງ​ໃຫຍ່ກວ່າ. ​ບໍ່​ພຽງ​ແຕ່​ແມ່ນຕະ​ຫລາດ ​ທີ່​ມີ​ພົນ​ລະ​ເມືອງ 625 ລ້ານ​ຄົນເທົ່າ​ນັ້ນ ຫາກ​ຍັງ​ເປີດກວ້າງ​ອອກ​ສູ່​ ​ຕ່າງ​ປະ​ເທດ​ອີກ​ດ້ວຍ.

        ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ

        ໄດ້​ມີ​ການ​ໄຈ້​ແຍກ, ຕີ​ລາ​ຄາ​ຫລາຍ​ຢ່າງ​ກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ​ຂອງ​ຫວຽດ​ນາມ ເມື່ອ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ ອາ​ຊຽນ. ກາ​ລະ​ໂອ​ກາດ​ທຳ​ອິດ ນັ້ນ​ແມ່ນ​ກາ​ລະ​ໂອ​ກາດ​ກ່ຽວ​ກັບ​ຕະ​ຫລາດ, ກ່ຽວ​ກັບ​ແຮງ​ງານ, ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ພາຍ​ໃນ​​ກຸ່ມອາ​ຊຽນ ແລະ ນອກອາ​ຊຽນ ແລະ ສຸດ​ທ້າຍ​ແມ່ນ​ກາ​ລະ​ໂອ​ກາດ ຖື ອາ​ຊຽນ ເປັນ​ກຳ​ລັງ​ຫນູນ​ເພື່ອ​ສ​ຳ​ພັດ​ກັບ​ຕະ​ຫລາດ, ສຳ​ພັດ​ກັບ​ແຫລ່ງ​ເງິນ​ລົງ​ທຶນ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່ ນອກ ອາ​ຊຽນຄື: ອາ​ເມ​ລິ​ກາ, ອີ​ຢູ, ຍີ່​ປຸ່ນ… ກ່ອນ​ອື່ນ​ໝົດ, ຜົນ​ປະ​ໂຫຍດ​ໃຫຍ່​ສຸດ​ເມື່ອ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ ອາ​ຊຽນ ແມ່ນ​ນຳ​ມາ​ໃຫ້​ຫວຽດ​ນາມ ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ. ທ່ານ ຫວູ​ດັງ​ຢູງ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ອາ​ຊຽນ ຖື​ວ່າ:

        “ໃນ​ອ​າ​ຊຽນ ມີ​ກົນ​ໄກ​ຮັບ​ປະ​ກັນ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຮັກ​ສາ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ ຕໍ່​ຫນ້າ​ການ​ຜັນ​ແປ​ຂອງສ​ະ​ພາບ​ເສດ​ຖະ​ກິດ​ໂລກ. ນອກນັ້ນ ພວກ​ເຮົາ ມີ​ເງື່ອນ​ໄຂ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຕົນ​ຄືນ​ໃຫມ່. ຜົນ​ປະ​ໂຫຍດ​ຫນຶ່ງ​ອີກ ນັ້ນ​ແມ່ນ​ຜ່ານ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ພວກ​ເຮົາ​ຕ້ອງ​ດັດ​ປັບ, ​ປັບ​ປຸງລະ​ບອບ​ນະ​ໂຍ​ບາຍ​ການ​ຕະ​ຫລາດ​ໃຫ້​ສົມບູນ​ແບບ, ສະ​ດວກກວ່າ ແລະ ເໝາະ​ສົມ​ກັບ​ທຳ​ນຽມ​ສາ​ກົນ.”

        ຜົນ​ປະ​ໂຫຍດ​ຊື່ງ​ປະ​ຊາ​ຄົມ ອາ​ຊຽນ ນຳ​ມາ​ໃຫ້​ຫວຽດ​ນາມ ແມ່ນ​ຈະ​ແຈ້ງ​ທີ່​ສຸດ, ພິ​ເສດ ໃນ​ຂົງ​ເຂດ​ເສດ​ຖະ​ກິດ. ເຖິງວ່າ ມາ​ຮອດ​ປະ​ຈຸ​ບັນ, ລະ​ດັບ​ເຊື່ອມ​ໂຍງ​ໃນ​ອາ​ຊຽນ ໂດຍ​ບັນ​ດາ​ນັກ​ໄຈ້​ແຍກ​ເສດ​ຖະ​ກິດ​ຊີ້​ໃຫ້​ເຫັນ ພຽງ​ແຕ່​ຈາກ​ລັດ​ຖະ​ບານ, ອົງ​ການ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ສ່ວນ​ວິ​ສາ​ຫະ​ກິດ​ເອງບໍ່​ທັນ​ເຂົ້າ​ຮ່ວມ​ຢ່າງ​ຈະ​ແຈ້ງ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຈີ້ງ​ທິ​ທູ​ເຮືອງ, ຮອງ​ຫົວ​ຫນ້າ​ພະ​ແນກ​ເສດ​ຖະ​ກິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ, ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຄ້າ​ຕ່າງ​ປະ​ເທດ ຖື​ວ່າ:

        “ກາ​ລະ​ໂອ​ກາດ​​ນຳ​ມາ​ເຊິ່ງ​ຕະ​ຫລາດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ແມ່ນ​ຈະ​ແຈ້ງ​ແລ້ວ. ຕະ​ຫລາດ​ອາ​ຊຽນ ແມ່ນ​ຕະ​ຫລາດ​ໃຫຍ່​ທີ 3 ໃນ​ໂລກ. ແລະ ຕະ​ຫລາດນີ້​ແມ່ນ​ຄຽງ​ຂ້າງ​ຫວຽດ​ນາມ. ສະ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ ​ກຳ​ໄດ້​ກາ​ລະ​ໂອ​ກາດ​ທີ່​ດີນີ້​ເພື່ອ​ພັດ​ທະ​ນາ​ການ​ດຳ​ເນີ​ນ​ທຸ​ລະ​ກິດ.”

        ມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ, ທ່ານ ເລ​ກົງ​ຟູ້ງ, ອ​ະ​ດີດ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຫວຽດ​ນາມ  ຢືນ​ຢັນ​ວ່າ: ຄຽງ​ຄູ່​ກັບ​ບັນ​ດາ​ນະ​ໂຍ​ບາຍ, ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ​ເອງ ຄວນ​ເປັນ​ເຈົ້າ​ການ​ໃນ​ວິ​ວັດ​ການນີ້. ຫນຶ່ງ​ໃນ​ບັນ​ດາ​ບາດ​ກ້າວ​ເປັນ​ເຈົ້າ​ການ ນັ້ນ​ແມ່ນ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ບັນ​ດາ​ຜົນ​ປະ​ໂຫຍດ ແລະ ກາ​ລະ​ໂອ​ກາດ ຊື່ງ​ປະ​ຊາ​ຄົມ ອາ​ຊຽນ ນຳ​ມາ​ໃຫ້. ທ່ານ​ເລ​ກົງ​ຟູ້​ງ ເນັ້​ນ​ຫນັກ​ວ່າ:

        “ເພື່ອ​ແກ້​ໄຂ​ບັນ​ຫານີ້ ຂ້າ​ພະ​ເຈົ້າ​ຖື​ວ່າ ພວກ​ເຮົາ​ຄວນ​ຍູ້​ແຮງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຜົນ​ປະ​ໂຫຍດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊຽນ. ທີ​ສອງ ຕ້ອງ​ປ່ຽນ​ແປງ​ໂຄງ​ປະ​ກອບ, ພັດ​ທະ​ນາ​ການ​ສອນ​ວິ​ຊາ​ຊີບ​ໃຫ້​ເປັນ​ລະ​ບົບ ຈຶ່ງ​ມີ​ກາ​ລະ​ໂອ​ກາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃນພາກ​ພື້ນ.”

        ໃນ​ຂະ​ນະ​ນັ້ນ ຍັງ​ຊີ້​ໃຫ້​ເຫັນ​ບັນ​ດາ​ຈ​ຸດ​ອ່ອນ​ຂອງ​ຫວຽດ​ນາມ ຄວນ​ແກ້​ໄຂເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ ອາ​ຊຽນ, ທ່ານ ດັ້ງ​ຫວູ​ຢູ​໋ງ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ອາ​ຊຽນ ເນັ້ນ​ຫນັກ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຄຸນ​ນະ​ພາບ​ແຮງ​ງານ, ພິ​ເສດ ແມ່ນ​ລະ​ດັບ​ດ້ານ​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ຄົນ​ງານ​ຫວຽດ​ນາມ.

        “ຂ້າ​ພະ​ເຈົ້າ​ຢາກ​ເນັ້ນ​ຫນັກ​ເຖິງ​ການ​ບຳ​ລຸງ​ສ້າງ​ພາ​ສາ​ອັງ​ກິດ. ຄົນ​ງານ ຟີ​ລີບ​ປີນ ເຂົາ​ເຈົ້າ​ສາ​ມາດ​ໄປ​ເຮັດ​ວຽກ​ໃນ​ທົ່ວ​ໂລກ ແລະ ຫລາຍ​ປະ​ເທດ​ຢາກ​ຮັບ​ຄົນ​ງານ ຟີ​ລີບ​ປີນ ແທ​ນ​ໃຫ້​ຄົນ​ງານ​ປະ​ເທດ​ອື່ນ, ໃນ​ນັ້ນ ມີ​ຫວຽດ​ນາມ, ເພາະ​ຄົນ​ງານ ຟີ​ລີບ​ປີນ ເຂົາ​ເຈົ້າ ​ຮູ້​ພາ​ສາ​ອັງ​ກິດ​. ສະ​ນັ້ນ ພວກ​ເຮົາ​ຢາກ​ແກ້ງ​ແຍ້ງ​ໃນ​ພາກ​ພື້ນ ກ່ອນ​ອື່ນ ຕ້ອງ​ຮູ້​ພາ​ສາ​ອັງ​ກິດ.”

        ຫັນ​ຄວາມ​ຮັບ​ຮູ້​ເປັນ​ການ​ກະ​ທຳ

        ປະ​ຊາ​ຄົມ ອາ​ຊຽນ ຈະ​ນຳ​ມາ​ເຊິ່ງ​ຫລາຍ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ແກ່​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ນັບ​ທັງ​ດ້ານ​ການ​ເມືອງ ຄວາມ​ໝັ້​ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ​ສັງ​ຄົມ, ແຕ່​ຄ​ຽງ​ຄູ່​ກັນ​ນັ້ນ ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ.  ມີ​ຄວາມ​ຮັບ​ຮູ້ຢ່າງ​ຖືກ​ຕ້ອງ​ກັບ​ປະ​ຊາ​ຄົມ ອາ​ຊຽນ ຍິ່ງ​ມີ​ບັນ​ດາ​ບາດ​ກ້າວ​ກະ​ທຳ​ເໝາະ​ສົມ ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ ແລະ ແກ້​ໄຂ​ສິ່ງ​ທ້າ​ທາຍ​ໄດ້. ພ້ອມ​ກັບ​ປະ​ຊາ​ຄົມ, ຢູ່​ຂັ້ນ​ລະ​ດັບຊາດ, ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ໂຄ​ສະ​ນາ, ຍົກ​ສູງ​ແຫລ່ງ​ກຳ​ລັງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ກໍ​ຄື​ພະ​ນັກ​ງານ, ປະ​ຊາ​ຊົນ​ແຕ່​ລະ​ຄົນ​ເມື່ອ​ເຂົ້າ​ຮ່ວມ ອາ​ຊຽນ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ກັບ​ພາກ​ພື້ນເທື່ອ​ລະ​ກ້າວ. ຄຽງ​ຄູ່​ກັນ​ນັ້ນ ຫວ​ຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ປະ​ກອບ​ສ່ວນ​ສ້າງວິ​ໄສ​ທັດ​ພັດ​ທະ​ນາ​ຂອງ ອາ​ຊຽນ ຫລັງ​ປີ 2015 ເພື່ອ​ຊ່ວຍ​ຮ່ວມ​ສຳ​ພັນ ອາ​ຊຽນ ເລິກ​ເຊິ່ງກວ້າງ​ຂວາງກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ