ການເລືອກຕັ້ງປະທານາທິບໍດີ ບຣາຊິນ: ມີສິ່ງບັງເອີນຫຼາຍຢ່າງຍາກທີ່ຈະຄາດຄະເນໄດ້


(vovworld)-ຕາມ​ໝາກ​ຜົນ​​ແຫ່ງການ​ເລືອກ​ຕັ້ງຊື່ງ​ຖືກ​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 6/10, ຜູ້​ມີ​ສິດ​ເລືອກ​ຕັ້ງ ບ​ຣາ​ຊີນ ຕ​ອ້ງ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ ຮອບ​ທີ 2 ໃນ​ວັນ​ທີ 26/10 ຍ້ອນບໍ່​ມີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທ່ານໃດຍາດ​ໄດ້​ຈຳ​ນວນ​ບັດ​ກາຍ​ເຄິ່ງ​ເພື່ອ​ກາຍ​ເປັນ​ຜູ້​ນຳ​ຂອງ​ປະ​ເທດ​ໃຫຍ່​ສຸດ ແລະ ມີ​ພົນ​ລະ​ເມືອງ​ຫລາຍ​ສຸດ​ຢູ່​ ອາ​ເມ​ລິ​ກາ​ລາ​ຕີນ. ທີ່​ການ​ປ່ອນ​ບັດ​ຮອບ​ທີ 2 ນີ້ ພຽງ​ແຕ່​ແມ່ນ​ການ​ແກ້ງ​ແຍ້ງ​ລະ​ຫວ່າງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ​ຄື: ທ່າ​ນນາງ ປະ​ທາ​ນາ​ທິ​ບໍ​ດີ Dilma Rousseff ຂຶ້ນ​ກັບ​ພັກ​ແຮງ​ງານ(PT) ແລະ ສະ​ມາ​ຊິກ​ສະ​ພາ​ສູງ ​ທ່ານ Aecio Neves ຂຶ້ນ​ກັບ​ພັກ​ປະ​ຊ​າ​ທິ​ປະ​ໄຕ​ສັງ​ຄົ​ມ(PSDB). ນີ້​ແມ່ນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານຍາດ​ໄດ້​ຈຳ​ນວນ​ບັດ​ຫລາຍ​ສຸດ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຄັ້ງ​ທຳ​ອິດ.

       

 

ການເລືອກຕັ້ງປະທານາທິບໍດີ ບຣາຊິນ: ມີສິ່ງບັງເອີນຫຼາຍຢ່າງຍາກທີ່ຈະຄາດຄະເນໄດ້ - ảnh 1

ປະທານາທິບໍດີ Dilma Rousseff ເປັນຄູ່ແຂງກັບທ່ານ Aecio Neves
ໃນການເລືອກຕັ້ງປະທານາທິບໍດີຮອບ 2

ໝາກ​ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊີນ ​ໃນຄັ້ງ​ທຳ​ອິດ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ Dilma Rousseff ນຳ​ຫນ້າ​ດ້ວຍ 41,08% ​ບັດ​ສະ​ຫນັບ​ສະ​ຫນູນ ໃນ​ຂະ​ນະ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ Aecio Neves ຢືນ​ອັນ​ດັບ 2 ດ້ວຍ​ຈຳ​ນວນ​ບັດ​ສະ​ຫນັບ​ສະ​ຫນູນ 34,20%. ສ່ວນ​ທ່ານ​ນາງ Marina Silva ພຽງ​ໄດ້​ຮັບຈຳ​ນວນ​ບັດ​ສະ​ຫນັບ​ສະ​ຫນູນ 21%. ດ​້​ວຍ​ໝາກ​ຜົນ​ນີ້, ທ່ານ​ນາງ Marina Silva, ຕ້ອງ​ຢຸດ​ຕິ​ໃນ​ການ​ຊ່ວງ​ເສັງ​ຍາດ​ທີ່​ນັ່ງ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣ​າ​ຊີນ.

        ບັນ​ດາ​ທ່າ​ໄດ້​ປຽບ​ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ

       ທ່ານ​ນາງ Dilma Rousseff ໄດ້​ຮູ້​ຈັກ​ເຖິງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ຍິງຄົນ​ທຳ​ອິດ​ຂອງ ບ​ຣາ​ຊີນ. ປີ 2010, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva, ທ່ານ​ນາງ​ຍາດ​ໄດ້​ທີ່​ນັ່ງເປັນຜູ້​ນຳ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ. ​ທ່ານ​ນາງ​ຂຶ້ນ​ກຳ​ອຳ​ນາດ​ໃນ​ເງື່ອ​ນ​ໄຂ​ສະ​ດວກ ພ້ອມ​ກັບ​ແນວ​ທາງຊີ້​ນຳ​ນຳ​ພາ​ຢ່າງມີ​ໄຫວ​ພິບ, ທ່ານ​ນາງ Dilma Rousseff ​ໄດ້ປະ​ກອບ​ສ່ວນບໍ່​ຫນ້ອຍ​ຊ່ວຍ​ໃຫ້ ບ​ຣາ​ຊີນ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ກ່ຽວ​ກັບເສດຖະ​ກິດ ສັງ​ຄົມ. ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ປະ​ກາດ​ຫວ່າງ​ແລ້ວນີ້ ​ໄດ້ຮັບ​ຮູ້​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ທ່ານ​ນາງ Dilma Rousseff ແລະ ຜູ້​ສືບ​ທອດແມ່ນ​ທ່ານ Lula da Silva, ອັດ​ຕາ​ສ່ວນ​ຜູ້​ວ່າງ​ງານ​ຫລຸດ​ລົງ​ຍັງ​ເຫລືອ​ພຽງ 5%, ຊື່ງ​ແມ່ນ​ລະ​ດັບ​ຕ່ຳ​ສຸດ​ໃນ​ປ​ະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ​ທີ່ມີ​ພົນ​ລະ​ ເມືອງກວ່າ 200 ລ້າ​ນ​ຄົ​ນ. ນີ້​ແມ່ນ​ໝາກ​ຜົນ​​ຂອງ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັ​ດ​ຖະ​ບານ​ໃນ​ ການ​ສ້າງວຽກ​ເຮັດ​ງານ​ທຳ, ຫນູ​ນ​ຊ່ວຍ​ດ້ານ​ການ​ເງິນ ແລະ ກໍ່​ສ້າງ​ເຮືອນ​ຢູ່ນ​ັບ​ລ້ານ​ຫລັງ​ໃຫ້​ແກ່​ຜູ້​ມີ​ລາຍ​ຮັບ​ຕ່ຳ.

ໃນ​ລາຍການ​ຫາ​ສຽງ​ເລືອກ​ຕັ້ງ, ທ່ານ​ນາງ Dilma Rousseff ​ໃຫ້​ຄຳ​ໝັ້ນ​ສັນຍາ, ຈະ​ສືບ​ຕໍ່ປະຕິບັດນະ​ໂຍບາຍ​ພັດທະນາ​ເສດຖະກິດ​ ​ພ້ອມ​ກັບ​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ໃນ​ສັງຄົມ​, ເຊິ່ງ​ໄດ້​ຮັບ​ການ​ປະຕິບັດ​ກ່ອນ​ນີ້ 12 ປີ, ນັບ​ແຕ່​ເມື່ອ PT ຂຶ້ນ​ກຳ​ອຳນາດ, ອະນຸບາດ​ໃຫ້​ຄົນ​ທຸກ​ຍາກ​ກວ່າ 40 ລ້ານ​ຄົນ ​​​ເຂົ້າເປັນສະມາຊິກ​ຊົນຊັ້ນ​ກາງ​ໃນ​ສັງຄົມ.

        ຄູ່​ແຂງ​ຂອງ ທ່ານ​ນາງ Dilma Rousseff​ ແມ່ນ​ທ່ານ Aecio Neves ​ແມ່ນ​ຜູ້​ທີ່​ມີ​ນະ​ໂຍບາຍ​ສະຫງ່ຽມ​ຄ່ຽມຄົມ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ທີ່​ສຸດ​ຈາກ​ນັກທຸລະກິດ. ນັກ​ການ​ເມືອງ​ທີ່​ມີ​ອາຍຸ 54 ປີ​ນີ້ ​ແມ່ນ​ນັກ​​ເສດຖະກິດ​ຕາມ​ທ່າ​ອ່ຽງ​ເສລີ​ໃໝ່ ​ແລະ ພວມ​ນຳພາ PSDB. ທ່ານເຄີຍ​ແມ່ນ​ປະທານ​ສະພາ​ຕຳ່​ສະ​ຫະພັນ​ສະມາຊິກ​ສະພາ​ຕຳ່​ສະຫະພັນ ​ແລະ ນັບ​ແຕ່​ເດືອນ 2/2013 ມາ​ຮອດ​ປະຈຸ​ບັນ ​ແມ່ນ​ສະມາຊິກ​ສະພາ​ສູງ​ສະຫະພັນ.

        ທ່າ​ໄດ້​ປຽບ​ທີ່​ສຸດຂອງ​ທ່ານ ​ແມ່ນ​ມີ​ຄວາມ​ສະໜິດ​ກັບ​ວົງ​ການ​ນັກທຸລະກິດ ​ແລະ ​ເຄີຍ​ແມ່ນ​ຜູ້​ຮັກສາ​ການ​ລັດ​ Minas Gerais ທີ່​ມີ​ພົນລະ​ເມືອງ​ຫຼາຍ​ອັນ​ດັບ 2 ຂອງ ບຣາຊິນ. ຢູ່​ທີ່​ນີ້, ທ່ານ​ໄດ້​ປະສົບ​ຜົນສຳ​ເລັດ​ທີ່​ສຸດ ດ້ວຍ​​ໂຄງການ​ຟື້ນ​ຟູ​ຂະ​ແໜງ​ການ​ເງິນ​ລັດ, ສະໜອງ​ປື້​ມຕຳລາ​ຮຽນ​ໃຫ້​ນັກຮຽນ​ມັດ​ທະ​ຍົມ​ຕອນ​ປາຍ, ນັບ​ທັງ​ປື້​ມສຳລັບ​ຄົນ​ຕາບອດ​ອີກ. ປີ 2010, ທ່ານລາ​ອອກ​ຈາກ​ຕຳ​ແໜ່​ງຜູ້​ວ່າການ​ລັດ ​ແລະ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ນັກ​ລົງທຶນ​ຫຼາຍ​ຄົນ​ກໍ່​ຄື​ບັນດາ​ກຸ່ມ​ບໍລິສັດ​ການ​ຄ້າ.

        Aecio Neves ​ແມ່ນ​ຜູ້​ທີ່​ມີ​ທັດສະນະ​ຕ່າງ​ກັບ​ລັດຖະບານ​ໃນ​ປະຈຸ​ບັນ​, ນັບ​ທັງ​ທາງ​ດ້ານ​ເສດຖະກິດ ກໍ່​ຄື​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ​ແຕ່​ທ່ານ​ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເປີດ​ກວ້າງ​ບັນດາ​ລາຍການ​ສັງຄົມ​ໃນ​ປະຈຸ​ບັນ.

        ສິ່ງ​ບັງ​ເອີນ​ທຸກ​ຢ່າງ​ອາດ​ຈະ​ເກີດ​ຂຶ້ນ​ໄດ້

        ຫາງ​ສຽງ​ຍັງ​ຄົງ​ຈື່​ຈຳ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ບຣາຊິນ ຮອບ​ທຳ​ອິດ, ​ເມື່ອ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສັງຄົມ (PSDB) ຝ່າຍ​ຄ້ານ, ສະມາຊິກ​ສະພາ​ສູງ Aecio Neves ລື່ນ​ກາຍ​ຄູ່​ແຂງຂອງ​ຕົນ​ແມ່ນ​ທ່ານນາງ Marina Silva ​ໂດຍ​ບັງ​ເອີນ ​ເພື່ອ​ຍາດ​ໄດ້​ສິດ​ລອດ​ເຂົ້າ​ຮອບ​ທີ່ 2 ​ແລະ ກາຍ​ເປັນ​ຄູ່​ແຂງ​ຂອງ​ປະທານາທິບໍດີ​ໃນ​ປະຈຸ​ບັນ​ແມ່ນ​ທ່ານນາງ Dilma Rousseff. ​ໃນ​ຂະນະ​ທີ່ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ພັດໃຫ້​ຮູ້​ວ່າ, ທ່ານ Aecio Neves ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຫຼາຍ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມື່ອ​ທຽງ​ໃສ່​ທ່ານ​ນາງ Marina Silva. ຍ້ອນ​ເຫດ​ນັ້ນ, ຫາງ​ສຽງ​ຈຶ່ງ​ບໍ່​ສາມາດ​ຄາດ​ຄະ​ເນ​ຢ່າງ​ຄັກ​ແນ່​ໄດ້​ວ່າ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທີ 2 ນີ້, ຜູ້​ໃດ​ຈະ​ຍາດ​ໄດ້​ໄຊຊະນະ.

        ຄຽງ​ຂ້າງ​ນັ້ນ​ການ​ຊຸດ​ໂຊມ​ເສດຖະກິດ​ໃນ​ໄລຍະ​ຜ່ານ​ມາ​ກໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຜົນສຳ​ເລັດ​ຂອງ​ທ່ານນາງ​ປະທານາທິບໍດີ ບຣາຊິນ​ ໃນ​ປະຈຸ​ບັນ. ອັດຕາ​ເຕີບ​ໂຕ​ເສດຖະກິດ​ຈາກ 4% ​ໃນ​ເມື່ອ​ກ່ອນ, ປະຈຸ​ບັນ​ບັນລຸ​ພຽງ 1,5%/ປີ. ​ລະດັບໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ກວ່າ 6.5%... ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ອິດ​ທິພົນ​ຊື່​ສຽງ​ຂອງ​ນັກ​ການ​ເມືອງ​ຍິງລັດຖະບານ ບຣາຊິນ ຜູ້​ນີ້​ຖືກ​ຫຼຸດ​ລົງ​​ໃນລະດັບ 30% (ກ່ອນ​ນີ້​ແມ່ນ 78%).

        ສ່ວນ​ທ່ານ ສະມາຊິກ​ສະພາ​ສູງ Aecio Neves, ພາຍຫຼັງ​ຖືກ​ຈັດ​ອັນ​ດັບ 2 ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ບຣາຊິນ ຮອບ​ທີໜຶ່ງ, ຜູ້​ສະໝັກ​ຮັບເລືອກ​ຕັ້ງ​ຂອງ​ພັກ​ສັງຄົມ​ປະຊາທິປະ​ໄຕ (PSDB) ຝ່າຍ​ຄ້ານ ​ໄດ້​ຮຽກຮ້ອງ​ການ​​ສະໜັບສະໜູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພັກ​ສັງຄົມ (PSB) ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທີ 2. ທ່ານ Aecio Neves ຖື​ວ່າ​ສອງ​ພັກ​ຝ່າຍ​ຄ້ານ​ຕົ້ນຕໍ​ຢູ່​ປະ​ເທດ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ກວ່າ​ໝູ່​ຢູ່ ອາ​ເມ​ລິ​ກາ​ລາຕີ​ນ ນີ້​, ຕ້ອງ​ຮ່ວມ​ສຳພັນ​ນຳ​ກັນ ​ເພື່ອ​ຢຸດຕິ 12 ປີ ​ແຫ່ງ​ກຳ​ອຳນາດ​ຂອງ​ພັກ​ແຮງ​ງານ (PT)ຕາມ​​ແນວທາງ​ຝ່າຍ​ຊ້າຍ.

        ປະທານາທິບໍດີ​ຄົນ​ໃໝ່​ຂອງ ບຣາຊິນ ຈະ​ໄດ້​ຮັບ​ເລືອກລະຫວ່າງ​ທ່ານ​ທັງ​ທັງ​ທອງ​ແມ່ນ​ທ່ານ​ນາງ Dilma Rousseff ​ແລະ ທ່ານ​ນາງ Aecio Neves ​ໃນ​ວັນ​ທີ 26/10. ຜູ້​ໃດ​ໃນ​ຈຳນວນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ ຈະ​ກາຍ​ເປັນ​ຜູ້​ບໍລິຫານ​ປະ​ເທດ​ທີ່​ມີ​ພົນລະ​ເມືອງ​ກວ່າ 200 ຄົນນີ້ ນັບ​ແຕ່​ວັນ​ທີ 1/1/2015 ຢ່າງ​ເປັນ​ທາງ​ການ. ນີ້​ຈະ​ຂຶ້ນ​ກັບສິດ​ຕັດສິນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ