ການເລືອກຕັ້ງປະທານາທິບໍດີຢູ່ອິນໂດເນເຊຍ: ການຊ່ວງເສັງລະຫວ່າງບັນດາຜູ້ອອກສະໝັກຮັບເລືອກຕັ້ງຢ່າງເຄັ່ງຄັດ

   (vovworld)-ວັນ​ທີ 9/7, ​ປະ​ເທດ​ອິນ​ໂດ​ເນ​ເຊຍ ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ, ເລືອກ​ຕັ້ງ​ຜູ້​ສືບ​ທອດ​ທ່ານ Susilo Bambang Yudhoyono. ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ຖືກ​ຖື​ວ່າ​ແມ່ນ​ການ​ຊ່ວງ​ເສັງ​ລະ​ຫວ່າງ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສອງ​ທ່ານ, ຄື: ທ່ານ​ເຈົ້າ​ຄອງ​ນະ​ຄອນຫຼວງ​ຈາກ​ກາກ​ຕາ Joko Widodo ຜູ້​ທີ່​ຢາກ​ຍູ້​ແຮງ​ປະ​ຊາ​ທິ​ປະ​ໄຕ ແລະ ອະ​ດີດ​ນາຍ​ທະ​ຫານ Prabowo Subianto ຜູ້​ທີ່​ຫາງ​ສຽງ​ເປັນ​ຫ່ວງ​ກັງ​ວົນ​ວ່າ​ຈະ​ນຳ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ກັບ​ຄືນ​ສະ​ໄ​ຫມ​​ຜູກ​ຂາດ. ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນບໍ່​ມີ​ຄວາມ​ຜິດ​ໂຕນຫຼາຍ, ແນວ​ທາງ​ການ​ຫາ​ສຽງ​ເລ​ືອກ​ຕັ້ງ​ຕ່າງ​ກັນ​ພ້ອມ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ເລ​ືອກ​ຕັ້ງ​ໄດ້​ເຮັດ​ໃຫ້ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ກາຍ​ເປັນ​ການ​ຊ່ວງ​ເສັງ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້.

ການເລືອກຕັ້ງປະທານາທິບໍດີຢູ່ອິນໂດເນເຊຍ:  ການຊ່ວງເສັງລະຫວ່າງບັນດາຜູ້ອອກສະໝັກຮັບເລືອກຕັ້ງຢ່າງເຄັ່ງຄັດ - ảnh 1

ຜູ້ອອກສະໝັກລືອກຕັ້ງເປັນປະທານາທິບໍດີ  Prabowo ແລະ Jokowi
(ພາບ:: Reuters
)
    ຜູ້​ມີ​ສິດ​ເລືອກ​ຕັ້ງ​ອິນ​ໂດ​ເນ​ເຊຍ ປະ​ມານ 190 ລ້ານ​ຄົນຈະ​ໄປ​ປ່ອນ​ບັດ​ຢູ່​ສະ​ຖານ​ທີ່​ປ່ອນ​ບັດ​ເກືອບ 487.000 ແຫ່ງ​ໃນ​ທົ່ວ​ປະ​ເທດ. ກ່ອນນັ້ນ, ແຕ່​ວັນ​ທີ 4-6/7, ຜູ້​ມີ​ສິດ​ເລືອກ​ຕັ້ງອິນ​ໂດ​ເນ​ເຊຍ ຢູ່​ຕ່າງ​ປະ​ເທດ 2 ລ້ານ​ຄົນ​​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ກ່ອນ​ກຳ​ນົດ​ເວ​ລາ​ຢູ່​ບັນ​ດາ​ອົງ​ການ​​ທູ​ຕາ​ນຸ​ທູດ​ຂອງ​ອິນ​ໂດ​ເນ​ເຊຍ.

  ຫຼາຍ​ຄົນ​ຖື​ວ່າ, ການ​ຫາ​ສຽງເລືອກ​ຕັ້ງລະ​ຫວ່າງ​ທ່ານ Joko Widodo ແລະ ທ່ານ Prabowo Subianto ແມ່ນ​ການ​ຫາ​ສຽງ​ເລືອກ​ຕັ້ງລະ​ຫວ່າງ​ຝ່າຍ 1 ​ ​ຢາກດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ຝ່າຍ 1 ຢາກ​ຮັກ​ສາ​ສະ​ພາບ​ເດີມ. ຕາມ​ທ່ານດ​ຣ Alexander Arifianto ຫົວ​ໜ້າ​ສະ​ຖາບັນຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຢູ່​ສິງ​ກະ​ໂປ​ແລ້ວ, ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ ຍ້ອນ​ວ່າ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ ພວມກໍ່​ຄວາມ​​ດັນບັງ​ຄັບ​ໃຫ້​ລັດ​ຖະ​ບານ​ຕ້ອງ​ປະ​ຕິ​ຮູບ​ພື້ນ​ຖານ​ການ​ເມືອງ​ທີ່​ຄົງ​ຕົວ​ໃນ​ຕະຫຼອດ 50 ປີ​ມານີ້​ນັບ​ແຕ່​ອິນ​ໂດ​ເນ​ເຊຍ ກາຍ​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ. ສ່ວນນ​ັກ​ໄຈ້​ແຍກ​ການ​ເມືອງ​ເອ​ກະ​ລາດ Paul Rowland ຢູ່​ຈາກ​າກ​ຕາ ພັດ​ຖື​ວ່າ, ນີ້​ແມ່ນ​ການ​ເລືອກ​ຕັ້ງ​ເພື່ອ​ກຳ​ນົດ​ວ່າ ອິນ​ໂດ​ເນ​ເຊຍ ​ຈະ​ກ້າວ​ຂຶ້ນຫຼື​ຖອຍ​ຫລັງ.

ອັດຕາ​ສ່ວນ​ຜູ້​ສະໜັບສະໜູນ​ເທົ່າ​ທຽມ​ກັນ

ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ນີ້​ຢູ່​ອິນ​ໂດ​ເນ​ເຊຍ ​ໄດ້​ກາຍ​ເປັນ​ການ​ຊ່ວງ​​ເສ​ງທີ່​ຂ້ຽວຂາດ. ຕາມ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ, ອັດຕາ​ສ່ວນ​ຜູ້​ສະໜັບສະ​ໜູນ​ໃຫ້​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ສອງ​ທ່ານ ແມ່ນ​ບໍ່​ຜິດ​ໂຕນ​ກັນ​ປານ​ໃດ. ດັ່ງ​ນັ້ນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທັງ​ສອງ​ທ່ານ ລ້ວນ​ແຕ່​ມຸງ​ເຂົ້າ​ສູ່​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງບໍ່​ທັນ​ຕົກລົງ​ຈະ​ປ່ອນ​ບັດ​ໃຫ້​ໃຜ (ຕາມ​ການ​ສຳ​ຫຼວດ, ຕົວ​ເລກ​ດັ່ງກ່າວ​ແມ່ນ​ປະມານ 20%).

        ​ໃນ​ຂະນະ​ນັ້ນ, ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ການ​ແຂ່ງຂັນ​ຢ່າງ​ແທ້​ຈິງ​​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ຄັ້ງ​ນີ້​ ແມ່ນ​​ໃນ​ເຂດ​ຊົນນະບົດ Java, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ມີ​ພົນລະ​ເມືອງ​ອິນ​ເດຍພວມ​ດຳລົງ​ຊີ​ວິດ​ 40%. ​ເພື່ອ​ຮັບ​ ​ໄຊຊະນະ, ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ທັງ​ສອງ​ທ່ານ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຕົນ​ເອງ​ແມ່ນ​ຜູ້ນຳ​ທີ່​ໃກ້ຊິດ​ກັບ​ປະຊາຊົນ, ​ເອົາ​ໃຈ​ໃສ່​ເຖິງ​ປະຊາຊົນ ​ແລະ ຈະ​ໜູນ​ຊ່ວຍ​ໃຫ້​ປະຊາຊົນຜູ້ມີ​ລາຍ​ຮັບ​ຕຳ່​ຫຼາຍ​ກວ່າ​ອີກ. ພິ​ເສດ​ແມ່ນ​ຊາວ​ກະ​ສີກ​ອນ, ​ເພາະວ່າ 1/2 ຈຳນວນ​ພົນລະ​ເມືອງ Java ​ແມ່ນ​ຊາວ​ກະ​ສີກ​ອນ. ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ຜູ້​ໃດສຳ​ພັດ​ກັບ​ຊາວ​ກະ​ສີກ​ອນ ຜ່ານ​ນະ​ໂຍບາຍ​ເສດຖະກິດ​ທີ່​ຖືກຕ້ອງ​ໄດ້, ຜູ້​ນັ້ນ​ຈະ​ກາຍ​ເປັນ​ປະທາ​ນາ​ທິບໍດີ​ຂອງ​ອິນ​ໂດ​ເນ​ເຊຍ.

        ຍ້ອນ​ເຫດ​ນັ້ນ, ​ໃນ​ໂຄງການ​ເຄື່ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ຕົນ, ທ່ານ Joko Widodo ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ, ນຳ​ມາ​ເຊິ່ງການ​ປ່ຽນ​​ແປງ, ບຸກທະລຸ​ໃຫ້​ແກ່​ອິນ​ໂດ​ເນ​ເຊຍ, ​ເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ກະ​ສີ​ກຳ, ​ເບິ່ງ​ແຍງ​ສຸຂະພາບ​ໂດຍ​ບໍ່​ເສຍ​ເງິນໃຫ້​ຄົນ​ທຸກ​ຍາກ​; ​ໃນ​ຂະນະ​ນັ້ນ, ທ່ານ Prabowo Subianto ​ພັດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ພື້ນຖານ “​ເສດຖະກິດ​ເພື່ອ​ປະຊາຊົນ“ ດ້ວຍ​ເລື່ອງ​ເພີ່ມ​ງົບປະມານ​ຂຶ້ນທົບ10 ​ເທົ່າ​ໃຫ້​ແກ່​ຂົງ​ເຂດ​ກະ​ສີ​ກຳ.

        ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່ສຳລັບ​ປະທານາທິບໍດີ​ຄົນ​ໃໝ່

        ຜູ້​ອອກ​ສະໝັກ​ເລືອກ​ຕັ້ງທ່າ​ນ​ໃດ​ໄດ້​ຮັບ​ຊະນະ​ໃນ​ການ​ເລືອກ​ຕັ້ງ ກໍ່​ຕ້ອງ​ຮັບ​ມື​ກັບ​ຫຼາຍ​ບັນຫາ​ທີ່​ບໍ່​ງ່າຍດາຍ​ຢູ່​ປະ​ເທດ​ທີ່​ມີ​ຈຳນວນ​ພົນລະ​ເມືອງ​ຫຼາຍ​ອັນ​ດັບ 4 ຢູ່​ໂລກ.

        ​ເລື່ອງ​ຄວບ​ຄຸມ​ໄພ​ສໍ້​ລາດ​ບັງ​ຫຼວງ ​ແລະ ສ້າງ​ຄວາມ​ຍຸຕິ​ທຳ​ໄດ້ ຈະ​ແມ່ນ​ບັນຫາ​ທຳ​ອິດ​ເຊິ່ງລັດຖະບານ​ໃໝ່​ຕ້ອງ​ແກ້​ໄຂ. ຕາມ​ອົງການ​ແຈ້ງ​ຊັດ​ສາກົນ​ແລ້ວ, ອິນ​ໂດ​ເນ​ເຊຍ​ຖືກ​ຈັດອັນ​ດັບ 114/177 ປະ​ເທດ​ທີ່​ໄດ້​ຮັບ​ການ​ສຳ​ຫຼວດກ່ຽວ​ກັບ​​ໄພສໍ້​ລາດ​ບັງ​ຫຼວງ. ​ໃນ​ຂະນະ​ນັ້ນ, ບົດ​ລາຍ​ງານ​ແກ່ງ​ແຍ້​ງທົ່ວ​ໂລກ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກໍ່​ໃຫ້​ຮູ້​ວ່າ, ​ໄພສໍ້​ລາຍບັງ​ຫຼວງ​ຍັງ​ຄົງ​ແມ່ນ​ປັດ​ໃຈ​ກໍ່​ຄວາມ​ກີດຂວາງ​ກວ່າ​ໝູ່​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢູ່​ອິນ​​ໂດ​ເນ​ເຊຍ.

     ບັນ​ຫາ​ທີ 2 ນັ້ນ​ແມ່ນ​ປະຕິ​ຮູບ​ພື້ນຖານ​ເສດຖະກິດ. ນັກ​ເສດຖະກິດ Aldian Taloputra ສັງກັດ​ບໍລິສັດຫຼັກ​ຊັບ Mandiri Sekuritas ຢູ່ Jakarta ​​​ໄດ້ໃສ່​ໃຈ​ວ່າ: ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ອາຍຸ​ການ 2014 – 2019 ຈະ​ຕ້ອງ​ສືບ​ທອດ​ພື້ນຖານ​ເສດຖະກິດ​ພັດທະນາ​ດ້ວຍ​ລະດັບ​ຊ້າ​ສຸດ​ນັບ​ແຕ່​ປີ 2009 (ຫລຸດຜ່ອນຈາກ​ລະດັບ 6% ​ໃນ​ຊຸມ​ປີ​ກ່ອນ​ນັ້ນ​​ລົງ 5,8% ​ໃນ​ປີ 2013). ​​ເງິນ rupiah ຖືກ​ຕົກ​ລາຄາ​ຫຼາຍ​ເມື່ອ​ທຽບ​ໃສ່​​ໂດ​ລາ​ສະຫະລັດ (ຫລຸດ​ລົງ​ປະມານ 20%). ລາຄາ​ເຊື້ອ​ເພິ​ງ ​ແລະ ພະ​ລັງງານ​ເພີ່ມ​ຂຶ້ນ ກໍ່​ຄື​ຄ່າ​ນຳ​ເຂົ້າ​ນ້ຳມັນ​ອາຍ​ແກ​ດ ​ແລະ ບັນດາ​ປະ​ເພດ​ທັນ​ຍາ​ຫານ​ຄື: ໝາກ​ທົ່ວ​​ເຫຼືອງ, ​ເຂົ້າ​ບະ​ເລ​ເພີ່ມ​ຂຶ້ນ​ສູງ.

        ນອກຈາກ​ນັ້ນ, ບັ້ນ​ຮົບ​ຕ້ານ​ຄວາມ​ອຶດຫິວ, ທຸກ​ຍາກ​ຂອງ ອິນ​ໂດ​ເນ​ເຊຍ ສືບ​ຕໍ່​ແມ່ນ​ການ​ທ້າ​ທາຍ​ໃຫຍ່ຂອງ​ລັດຖະບານ ​ແລະ​ ປະທານາທິບໍດີ​ຄົນ​ໃໝ່. ຕາມ​ທະນາຄານ​ໂລກ (WB) ​ແລ້ວ, ຄວາມ​ຜິດ​ໂຕນ​ລະຫວ່າງ​ຄົນ​ຮັ່ງມີ - ກັບ​ຄົນທຸກ​ຍາກ​ຢູ່​ປະ​ເທດ​ມີ​ພົນລະ​ເມືອງ​ຫຼາຍ​ອັນ​ດັບ 4 ຂອງ​ໂລກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ອັດຕາ Gini ຂອງ ອິນ​​ໂດ​ເນ​ເຊຍ - ​ເຊິ່ງ​ແມ່ນ​ອັດຕາ​ກ່ຽວ​ກັບ​ຄວາມ​ບໍ່​ສະ​ເໝີ​ພາບ​ດ້ານ​ລາຍ​ຮັບ, ​ເພີ່ມ​ຈາກ 0,35 ຄະ​ແນນ​ໃນ​ປີ 2005 ຂຶ້ນ​ເຖິງ 0,41 ຄະ​ແນນ​ໃນ​ປີ 2012, ​ເຊິ່ງ​ແມ່ນ​ສັນຍານ​ກ່າວ​ເຕືອນ​ກ່ຽວ​ກັບ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ທາງ​ດ້ານ​ສັງ​ຄົມ. ຕົວ​ເລກ​ຂອງ​ອົງການ​ສະຖິຕິ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ (BPS) ກໍ່​ໃຫ້​ເຫັນ​ວ່າ: ຈຳນວນ​ພົນລະ​ເມືອງ ອິນ​​ໂດ​ເນ​ເຊຍ ດຳລົງ​ຊີວິດ​​ໃຕ້​ມາດຖານ​ທຸກ​ຍາກ​ຂອງ​ລັດຖະບານ​ປະ​ເທດ​ນີ້​​ກວມ​ເອົາ 11,5% ຈຳນວນ​ພົນລະ​ເມືອງ​ທັງ​ໝົດ, ສິ່ງ​ດັ່ງສະ​ແດງກ່າວ​ໃຫ້​ເຫັນ​ວ່າ: ອັດຕາ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ຂອງ​ປະ​ເທດ​ມີ​ໝູ່​ເກາະ​ນັບ​ໝື່ນໆ​ແຫ່ງ​ນີ້​ພວມ​ຊັກ​ຊ້າ​ລົງ.

        ​​​ໂດຍແມ່ນ​ປະ​ເທດ​ມຸດ​ສະ​ລິ​ມ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ, ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ​ໜຶ່ງ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ວັນ​ທີ 9/7 ຈະ​ມີ​ບົດບາດ​ສຳຄັນ​ພິ​ເສດ​ໃນ​ການກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ ອິນ​​ໂດ​ເນ​ເຊຍ ​ໃນ​ສະຕະວັດ​ທີ 21. ດັ່ງ​ນັ້ນ, ​ເລື່ອງ​ເລືອກ​​ເຟັ້ນບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທີ່​ເໝາະ​ສົມ​ແມ່ນ​ການຕັດສິນ​ທີ່​ຫຍຸ້ງຍາກ​ສຳລັບ​ຜູ້​ມິ​ສິດ​ເລືອກ​ຕັ້ງ 190 ລ້ານ​ຄົນ​ຢູ່ ອິນ​​ໂດ​ເນ​ເຊຍ.

       

ຕອບກັບ

ຂ່າວ/ບົດ​ອື່ນ