ການເລືອກຕັ້ງຢູ່ອາເມລິກາ : ການແຂ່ງຂັນທີ່ຍັງເຄັ່ງຕຶງ

ບັ້ນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາ​ໄດ້​ເລີ່​ມ​ຕົ້ນ​ຢ່າງ​ເປັນ​ທາງ​ການດ້ວຍ​ເຫດ​ການ​ທີ່​ລັດ Lowa ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຄັ້ງ​ທຳ​ອິດ. ຄວາມ​ປະຫຼາດ​ໃຈໄດ້​ເກີດ​ຂຶ້​ນ. ຜົນຂອງ​ການ​ປ່ອນ​ບັດ​ຢູ່​ລັດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເລືອກ​ຕັ້ງ​ຈະ​ເຄັ່ງ​ຕຶງ​ຂຶ້ນ ແລະ ເສັ້ນ​ທາງ​ແຫ່ງ​ການ​ແຂ່ງ​ຂັນ​ເຂົ້າ​ທຳ​ນຽບ​ຂາວ ຍັງ​ຈະ​ລະ​ອິດ​ລະ​ອ້ຽວ​ຢູ່.

 

ການເລືອກຕັ້ງຢູ່ອາເມລິກາ : ການແຂ່ງຂັນທີ່ຍັງເຄັ່ງຕຶງ - ảnh 1
ທ່ານ​ນາງ Hillary Clinton ໄດ້​ຍາດ​ເອົາ​ໄຊ​ຊະ​ນະ​ຢ່າງວຸດ​ວິດ​ຕໍ່​ສະ​ມາ​ຊິກ​ສະ​ພາ​ສູງ Bernie Sanders

       ຜູ້​ມີ​ສິດ​ເລືອກ​ຕັ້ງ​ສັງ​ກັດ​ພັກ​ສາ​ທາ​ລະ​ນະ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ​ຢູ່​ລັດ​ Lowa ​ເມື່ອບໍ່​ດົນ​ມານີ້ ໄດ້​ເລີ່ມ​ປ່ອນ​ບັດ​ເພື່ອ​ເລືອກ​ເອົາ​ຜູ້​ສະ​ໝັກ​ເລືອກ​ຕັ້ງເປັນປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່ 2 ພັກ​ໃນການ​ແຂ່ງ​ຂັນ​ເຂົ້າ​ທຳ​ນຽບ​ຂາວ​ປີ 2016. ໄຊ​ຊະ​ນະ​ຢູ່​ທີ່​ລັດ​ນີ້ ຈະ​ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງເພື່ອ​ສືບ​ຕໍ່​ການ​ແຂ່ງ​ຂັນ​ຢູ່​ລັດ New Hampshire ໃນ​ວັນ​ທີ 9/2 ທີ່​ຈະ​ມາ​ເຖິງ.

​ມີຄວາມ​ປະຫຼາດ​ໃຈ​ສຳ​ລັບ​ທັງ 2 ພັກ​ສາ​ທາ​ລະ​ນະ ແລະພັກ​ປະ​ຊາ​ທິ​ປະ​ໄຕ

    ຕາມ​ຜົນ​ຂອງ​ການ​ນັບ​ບັດ​ທີ່​ປະ​ກາດ​ເມື່ອ​ວັນ​ທີ 2/2 ແລ້ວ, ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Hillary Clinton ໄດ້​ຍາດ​ເອົາ​ໄຊ​ຊະ​ນະ​ຢ່າງວຸດ​ວິດ​ຕໍ່​ສະ​ມາ​ຊິກ​ສະ​ພາ​ສູງ Bernie Sanders ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ເພື່ອ​ສາ​ມາດ​ກາຍ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ພັກ​ປະ​ຊາ​ທິ​ປະ​ໄຕທີ່​ເຂົ້າ​ຮ່ວມ​ການເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາເມື່ອ​ເດືອນ 11/2016. ດ້ວຍ 100% ຈຳ​ນວນ​ບັດ​ໄດ້​ນັບ, ທ່ານ​ນາງ Hillary Clinton ຍ​າດ​ໄດ້ 49,8% ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ ໃນ​ຂະ​ນະ​ທີ່ ສະ​ມາ​ຊິກ​ສະ​ພາ​ສູງ Bernie Sanders ຍາດ​ໄດ້ 49,6%. ຜູ້​ມີ​ສິດ​ເລືອກ​ຕັ້ງ​ພັກ​ປະ​ຊາ​ທິ​ປະ​ໄຕໄດ້​ເຮັດ​ໃຫ້​ຫາງ​ສຽງ​ມີ​ຄວາມ​ປະຫຼາດ​ໃຈ​ເມື່ອ​ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນຜູ້​ສະ​ໝັກ​ເລືອກ​ຕັ້ງທີ່​ມີ​ອາ​ຍຸ 72 ປີ ທ່ານ Bernie Sanders ແມ່ນ​ສູງກວ່າຫຼາຍ​ເມື​ອ່​ທຽບ​ໃສ່​ໝາກ​ຜົນ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ທີ່​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ. ຕະຫຼອດ​ໄລ​ຍະ 6 ເດືອນ​ແຫ່ງ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ທີ່​ຜ່ານ​ມາ, ທ່ານ​ນາງ Hillary Clinton ຍາມ​ໃດ​ກໍ​ຍາດ​ໄດ້​ສຽງ​ສະ​ໜັບ​ສະ​ໜູນຫຼາຍກວ່າບັນ​ດາ​ຄູ່​ແຂ່ງ​ໃນ​ພັກຢ່າງ​ຂາດ​ຂັ້ນ. ກ່ອນ​ທີ່ດຳ​ເນີນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ, ເບິ່ງ​ຄື​ວ່າ ມີບໍ່​ເທົ່າ​ໃດ​ຄົນ​ທີ່​ໄດ້ຄິດເຖິງ​ກໍ​ລະ​ນີ ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ທັງ 2 ນີ້​ໄດ້​ແຂ່ງ​ຂັນ​ກັນ​​ຢ່າງ​ຂ້ຽວ​ຂາດດ້ວຍ​ໝາກ​ຜົນ​ຢ່າງວຸດ​ວິດ.

      ສຳ​ລັບ​ການ​ແຂ່ງ​ຂັນ​ຂອງ​ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ສັງ​ກັດພັກ​ສາ​ທາ​ລະ​ນະນັ້ນ, ກໍ​ໄດ້​ຮັບ​ຖື​ວ່າ​ມີ​ຄວາມ​ຂ້ຽວ​ຂາດ​ກ່​ວາຫຼາຍ ແລະ ມີ​ຄວາມ​​ປະຫຼາດ​ໃຈ. ສະ​ມາ​ຊິກ​ສະ​ພາ​ສູງລັດ Texas ທ່ານ Ted Cruz ບັງ​ເອີນ​ໄດ້​ຍາດ​ເອົາ​ໄຊ​ຊະ​ນະ​ຕໍ່​ມະ​ຫາ​ເສດ​ຖີ​ຄ້າ​ຂາຍ​ອະ​ສັງ​ຫາ​ລິມມະ​ຊັບ ທ່ານ Donald Trump. ຕາ​ມ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ສຸດ​ທ້າຍ​ແລ້ວ, ​ ​ຜູ້​ສະ​ໝັກ​ເລືອກ​ຕັ້ງ ທ່ານ Ted Cruz ຍາດ​ໄດ້ 27,70% ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ, ໃນ​ຂະ​ນະ​ທີ່ມະ​ຫາ​ເສດ​ຖີ​ ທ່ານ Donald Trump ຍາດ​ໄດ້​ພຽງ 24,31% ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນເທົ່າ​ນັ້ນ.​ຢືນ​ອັນ​ດັບ​ທີ 3 ແມ່ນສະ​ມາ​ຊິກ​ສະ​ພາ​ສູງລັດ Florida ທ່ານ Marco Rubio ດ້ວຍ 23,1% ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ. ເຫດ​ການນີ້ໄດ້​ຮັບ​ການ​ຕີ​ລາ​ຄາວ່າ ແມ່ນ​​ຄວາມ​ປະຫຼາດ​ໃຈ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ແຂ່ງ​ຂັນ​ຢູ່​ພາຍ​ໃນພັກ​ສາ​ທາ​ລະ​ນະ, ເພາະ​ຕາມ​ການ​ຢັ່ງ​ຫາງ​ສຽງ​ທຸກ​ຄັ້ງ​ກ່ອນ​ທີ່​ດຳ​ເນີນ ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຢູ່ລັດ Lowa ນັ້ນ, ​ຜູ້​ສະ​ໝັກ​ເລືອກ​ຕັ້ງ ທ່ານ Donald Trump ​ຍາມ​ໃດ​ກໍ​ໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜູນລື່ນ​ກາຍ​ບັນ​ດາ​ຄູ່​ແຂ່ງ​ພາຍ​ໃນ​ພັກ​ນີ້​ຢ່າງ​ຂາດ​ຂັ້ນ. ເບິ່ງ​ຄື​ວ່າ ຜູ້​ຕາງ​ໜ້າ​ໃຫ້​ແກ່ພັກ​ສາ​ທາ​ລະ​ນະເພື່ອເຂົ້າ​ຮ່ວມ​ການເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາເມື່ອ​ເດືອນ 11/2016 ແມ່ນ​ຈະ​ໄດ້​ແກ່​ທ່ານໜຶ່ງໃນ​ຈຳ​ນວນ​ຜູ້​ສະ​ໝັກ​ເລືອກ​ຕັ້ງ 3 ທ່ານ​ດັ່ງກ່າວ.

    ການ​ແຂ່ງ​ຂັນເຂົ້າ​ທຳ​ນຽບ​ຂາວ​ຍັງ​ເຄັ່ງ​ຕຶງຢູ່

   ລັດ Lowa ແມ່ນ​ແຫ່ງ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຕ​າມ​ຮູບ​ການ​ປ່ອນ​ບັດ​ຢູ່​ພາຍ​ໃນ​ພັກ​ຄັ້ງ​ທຳ​ອິດ, ສ່ວນ​ຢູ່​ລັດ New Hampshire ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຕາມ​ຮູບ​ການ​ປ່ອນ​ບັດ​ຂອງ​ຫົວ​ໜ້າ​ກຸ່ມ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄັ້ງ​ທຳ​ອິດ. ຕາມ​ການ​ສະ​ຖີ​ຕິ​ຈາກ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເມື່ອມໍ່ໆ​ມານີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ກາຍເປັນປະ​ທາ​ນາ​ທິ​ບໍ​ດີ​ເຄີຍ​ແມ່ນ​ຜູ້​ສະ​ໝັກ​ເລືອກ​ຕັ້ງນຳ​ໜ້າ​ໃນ​ການ​ແຂ່ງ​ຂັນ​ຢູ່​ພາຍ​ໃນ​ພັກ​ທີ່​ລັດ Lowa. ແຕ່​ປະ​ຫວັດ​ການ​ເລືອກ​ຕັ້ງ​ຢູ່​ອາ​ເມ​ລິ​ກາ ກໍ​ໄດ້​ມີຫຼາຍ​ກໍ​ລະ​ນີ​ຜິດ​ປົກ​ກະ​ຕິ. ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່​ລັດ Lowa ເມື່ອ​ປີ 2008, ​ຜູ້​ສະ​ໝັກ​ເລືອກ​ຕັ້ງ Huckabee ສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະ; ປີ 2012, ​ຜູ້​ສະ​ໝັກ​ເລືອກ​ຕັ້ງ Santorum ຍາດ​ໄດ້​ໄຊ​ຊະ​ນະ, ແຕ່​ຜູ້​ສະ​ໝັກ​ເລືອກ​ຕັ້ງທັງ 2 ນີ້ ສຸດ​ທ້າຍ​ກໍ​ຖືກ​ປະ​ລາ​ໄຊ. ຊ້ຳ​ບໍ​ໜຳ, ທ່ານ Bill Clinton ຍັງ​ຖືກ​ປະ​ລາ​ໄຊ ໃນ​ການ​ປ່ອນ​ບັດ 6 ຄັ້ງ​​ທຳ​ອິດຢ່າງ​ລຽນ​ຕິດໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ເມື່ອ​ປີ 1992, ແຕ່​ສຸດ​ທ້າຍ​ຍັງ​ຄົງ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ.

    ນັບ​ແຕ່ນີ້​ຈົນ​ຮອດ​ເວ​ລາ​ດຳ​ເນີນກອງ​ປະ​ຊຸມ​ຂອງ 2 ພັກ​ເມື່ອ​ເດືອນ 7/2016, ເສັ້ນ​ທາງ​ແຫ່ງ​ການ​ແຂ່ງ​ຂັນ​ເຂົ້າ​ທຳ​ນຽບ​ຂາວ ຍັງ​ຈະ​ລະ​ອິດ​ລະ​ອ້ຽວ​ຢູ່ ແລະ ບໍ່​ເວັ້ນ​ເສຍ​ກໍ​ລະ​ນີ​ຜິດ​ປົກ​ກະ​ຕິ​ຈະ​ເກີດ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ