ກຽມພ້ອມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ

ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆອາ​ຍຸ​ການ 2016-2021 ຈະ​ຖືກ​ດຳ​ເນີນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 22/5 ທີ່​ຈະ​ມາ​ເຖິງ. ນີ້​ແມ່ນ​ຄັ້ງທີ 2 ທີ່​ຫວຽດ​ນາມ​ໄດ້​ດຳ​ເນີນ ​ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆໃນ​ຈຸດ​ເວ​ລາ​ດຽວ​ກັນ, ແນ​ໃສ່​ສັບ​ຊ້ອນ​ດ້ານ​ບຸກຄະ​ລາ​ກອນ​ໃນ​ລະ​ບົບ​ການ​ເມືອງ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ​ເພື່ອ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່ກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ກຽມພ້ອມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ - ảnh 1
ທ່ານ ເລ​ມິນ​ທົງ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

     ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆຈະ​ຖືກ​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ດຽວ​ກັນ, ອັນ​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ໃຫ້​ແກ່​ຊຸມ​ວັນ​ກະ​ກຽມ​ການ​ເລືອກ​ຕັ້ງ. ນີ້​ແມ່ນ​ວັນ​ບຸນ​ໃຫຍ່​ທີ່​ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ​ຫວຽດ​ນາມ​ພວມ​ມຸ່ງ​ໄປ​ເຖິງ​ໃນ​ທ່າມ​ກາງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ເຊື່ອ​ໝັ້ນ.

     ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທັງ​ຊາດ

   ກ່ຽວ​ກັບ​ລັກ​ສະ​ນະ​ສຳ​ຄັນ​ຍິ່ງ​ຂອງ​ເຫດ​ການ​ການ​ເມືອງ​ທີ່​ຈະ​ມາ​ເຖິງນີ້, ທ່ານ ເລ​ມິນ​ທົງ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຖື​ວ່າ : ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆອາ​ຍຸ​ການ 2016-2021 ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພົນ​ລະ​ເມືອງ, ເພີ່ມ​ທະ​ວີ​ການ​ເສີມ​ຂະ​ຫຍາຍ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ໂດຍ​ຜ່ານ​ການ​ເລືອກ​ຕັ້ງ, ປະ​ຊາ​ຊົນ​ຫວຽດ​ນາມ​ໄດ້​ຢັ້ງ​ຢືນ​ເຈດ​ຈຳ​ນົງ, ຄວາມ​ຕັດ​ສິນ​ໃຈ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ, ສືບ​ຕໍ່​ກ້າວ​ເດີນ​ບົນ​ເສັ້ນ​ທາງແຫ່ງ​ການ​ສ​້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ​ເລ​ມິນ​ທົງ ຍັງ​ໃຫ້​ຮູ້​ວ່າ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ວັນ​ບຸນ​ໃຫຍ່​ຂອງ​ທົ່ວ​ປວງ​ຊົນ​ພວມ​ຖືກ​ດຳ​ເນີນ​ໄປ​ດ້ວຍ​ດີ. ຍ້ອນ​ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆຖືກ​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ດຽວ​ກັນ, ດັ່ງ​ນັ້ນ​ຈຳ​ນວນ​ວຽກ​ງານ​ທີ່​ຕ້ອງ​ຜັນ​ຂະ​ຫຍາຍ​ຢູ່​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຂັ້ນ​ສູນ​ກາງ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແມ່ນຫຼວງຫຼາຍ​ທີ່​ສຸດ ພ້ອມ​ກັນ​ນັ້ນ, ຈຳ​ນວນ​ພະ​ນັກ​ງານ​ທີ່​ເຂົ້າຮ່ວມ​ວຽກ​ງານເລືອກ​ຕັ້ງ​ກໍ​ໄດ້​ຮັບ​ການ​ລະ​ດົມໃນ​ລະ​ດັບ​ສູງ​ສຸດ. ທ່ານ ເລ​ມິນ​ທົງ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ເວົ້າວ່າ :

    “ ອາດ​ຈະ​ເວົ້າ​ວ່າ ການ ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ ຖືກ​ດຳ​ເນີນ​ໃນ​ສະ​ພາ​ວະ​ພິ​ເສດສະ​ເພາະ. ດັ່ງ​ນັ້ນ ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ, ວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ ແລະ ຜັນ​ຂະ​ຫຍາຍການ​ເລືອກ​ຕັ້ງ ໄດ້​ຖືກຈັດວາງໃນ​ສະ​ພາ​ວະ​ພິ​ເສດ. ພິ​ເສດ ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ພວກ​ເຮົາ​ດຳ​ເນີນ​ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆໃຕ້​ແສງ​ສະ​ຫວ່າງ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ຊຶ່ງ​ແມ່​ນ​ລັດ​ຖະ​ທຳ​ມະ​ນູນທີ່​ໄດ້​ເຊີດ​ຊູ​ສິດ​ທິ​ມະ​ນຸດ, ສິດ​ອັນ​ເປັນ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ”

     ຜູ້​ມີ​ສິດ​ເລືອກ​ຕັ້ງດ້ວຍ​ຄວາມ​ຮັບ​ຜິດ​ຊອບ ແລະ ສະຫຼາດ​ສ່ອງ​ໃສ​ຈະ​ເລືອກ​ເອົາ​ບັນ​ດາ​ຜູ້​ເປັນ​ຕົ​ວ​ແທນ​ຂອງ​ຕົນ

   ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆຖືກ​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ດຽວ​ກັນ, ດັ່ງ​ນັ້ນ ຜູ້​ມີ​ສິດ​ເລືອກ​ຕັ້ງຈະ​ຕ້ອງ​ເລືອກ​ຕັ້ງ​ເປັນ 4 ຄັ້ງ​ໃນ 4 ບັນ​ຊີ​ລາຍ​ຊື່​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເພື່ອ​ຊອກ​ຫາ​ຜູ້​ທີ່​ເໝາະ​ສົມ​ເພື່ອ​ເລືອກ​ຕັ້ງ​ເຂົ້າ​ໃນ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຕົວ​ແທນ​ປະ​ຊາ​ຊົນ​ໃນ 4 ຂັ້ນ​ແຕກ​ຕ່າງ​ກັນ. ເພາະ​ສະ​ນັ້ນ, ທ່ານ ຫງວຽນ​ວ​ັນ​ຟາ ຮອງ​ປະ​ທານຄະ​ນະ​ກຳ​ມ​ະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : 

    “ ໃນ​ພາບ​ດຽວ, ຜູ້​ມີ​ສິດ​ເລືອກ​ຕັ້ງໄດ້​ເລືອກ​ເຟັ້ນ, ຄົ້ນ​ຄ້ວ​າ 4 ບັນ​ຊີ​ລາຍ​ຊື່​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ແຕ່​ລະ​ບັນ​ຊີ​ລາຍ​ຊື່ກໍ​ມີຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ​ເຖິງ 3 – 5 ຄົນ, ເປັນ​ອັນ​ວ່າ ການ​ຄົ້ນ​ຄ້​ວາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງຈຳ​ນວນ 20 ຄົນ​ໃນ​ເວ​ລາ​ອັນ​ສັ້ນໆ​ນັ້ນ , ຖ້າ​ຫາກບໍ່​ຄົ້ນ​ຄ້ວ​າ​ລະ​ອຽດ ກໍ​ພາ​ໄປ​ເຖິງ​ການ​ເລືອກ​ເຟັ້ນຕາມ​ລຳ​ພັງ​ໃຈ . ຍ້ອນ​ເຫດນີ້​ເອງ, ພັກ, ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຂັ້ນ​ຕ່າງໆ ມີ​ແຜນ​ນະ​ໂຍ​ບາຍ​ເປີດ​ກ້​ວາງ ແລະ ເພີ່ມ​ທະ​ວີ​ຮູບ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຕາມ​ລະ​ບຽບ​ກົດ​ໝາຍ​ເພື່ອ​ໃຫ້ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງມີ​ເງື່ອນ​ໄຂ ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງເພື່ອ​ໃຫ້​ບັນ​ດາ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮູ້​ຈັກ​ເຖິງ​ໂຄງ​ການ​ດຳ​ເນີນ​ງານ​ຂອງຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ເພື່ອ​ຈະ​ເລືອກ​ເອົາ​ຜູ້​ທີ່​ເໝາະ​ສົມ​ເຂົ້າ​ເຮັດ​ວຽກ​ໃນ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຕົວ​ແທນ​ປະ​ຊາ​ຊົນ”

     ຜົນ​ສຳ​ເລັດ​ຂອງ​ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆຄັ້ງ​ນີ້ ແມ່ນ​ມີ​ການ​ປະ​ກອບ​ສ່​ວນບໍ່​ໜ້ອຍ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງແຕ່​ລະ​ຄົນ. ທ່ານ ຫງວຽນ​ວັນ​ຖີ ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ ບັກ​ຕື​ລຽມ, ຮ່າ​ໂນ້ຍ ມີ​ຄຳ​ເຫັນ​ດັ່ງ​ນີ້ :

    “ ເຖິງວ່າ ແມ່ນ​ສ່ວນ​ບຸກ​ຄົນ​ດຽວ​ເທ່ົານັ້ນ, ແຕ່​ໃນ​ຈຳ​ນວນຜູ້​ມີ​ສິດ​ເລືອກ​ຕັ້ງນັບ​ລ້ານ​ຄົນ​ນັ້ນ, ບັດ​ເລືອກ​ຕັ້ງ​ຂອງ​ເຮົາ​ແມ່ນ​ມີ​ຄວາມສຳ​ຄັນ​ທີ່​ສຸດ​ເພື່ອ​ເລືອກ​ເອົາ​ບັນ​ດາ​ຜູ້​ສຸມ​ຈິດ​ສຸມ​ໃຈ​ໃຫ້​ແກ່​ປະ​ເທດ​ຊາດ ແລະ ຫວັງ​ວ່າ​ບັນ​ດາ​ຜູ້​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ນັ້ນ ຕ້ອງ​ພະ​ຍາ​ຍາມ​ເພື່ອ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ”

     ຜູ້​ມີ​ສິດ​ເລືອກ​ຕັ້ງຄວນຄົ້ນ​ຄ້​ວາ ບັນ​ຊີ​ລາຍ​ຊື່​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງຢ່າງ​ລະ​ອຽດ​ເພື່ອ​ເລືອກ​ເອົາ​ບັນ​ດາ​ຜູ້​ທີ່​ເໝາະ​ສົມ​ເຂົ້າ​ເຮັດ​ວຽກ​ຢູ່​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ອຳ​ນາດແຫ່ງ​ລັດ ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ຜູ້​ແທນ​ປະ​ຊາ​ຊົນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ລັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ, ນຳ​ປະ​ເທດ​ຊາດ ແລະ ແຕ່​ລະ​ທ້ອງ​ຖິ່ນ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ໃນ​ໄລ​ຍະ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ