ຂີດ​ໝາຍ​ປະ​ຫວັດ​ສາດ​ໃຫ​ມ່​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ, ວັນ​ທີ 6/7, ທ່ານ ຫງວຽນ​ຟູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ຄ​ະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສະ​ຫະ​ລັດ​ອາ​ເມ​ລິ​ກາ ຢ່າ​ງ​ເປັນ​ທາງ​ການ ແຕ່​ວັນ​ທີ 6-10/7/2015. ການ​ຢ້ຽມ​ຢາມ​ແມ່​ນ​ເຫດ​ການ​ໄດ້​ຮັບ​ຄວາມ​ສົນ​ໃຈ​​ເປັນ​ພິ​ເສດຈາກ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ເພາະ​ການ​ຢ້ຽມ​ຢາມ​​ແມ່ນມີ​ຄວາມ​ໝາຍ​ສຳ​ຄັນພິ​ເສດ. ບົ​ດ​ຂຽນ​ຂອ​ງ​ນັກ​ຂ່າວ ຫວູ​ຢີ ທີ່​ມີ​ຫົວ​ຂໍ້​ວ່າ: ຂີດ​ໝາຍ​ປະ​ຫວັດ​ສາດ​ໃຫ​ມ່​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

        ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ແມ່ນ​ກົງ​ກັບ​ໂອ​ກາດ​ສອງ​ປະ​ເທດ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ ນັບ​ແຕ່​ວັນ​ທີ 11/7/1995.

       ການຜັ​ນ​ແປ​ໃນ​ອະ​ດີ​ດ​ຕະ​ການ, ເພີ່ມ​ພູນ​ຄູນ​ສ້າງ​ເພື່ອ​ອະ​ນາ​ຄົດ

        ຫວນ​ຄືນ​ອະ​ດີ​ດ​ຕະ​ການ, ບໍ່​ແມ່ນ​ຮອດ​ປີ 1995 ຫາກ​ໄລ​ຍະກ່ອນນີ້, ​ເຖິງວ່າ ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ຕັ້ງຫ່າງ​ໄກ​ກັນ​ເຖິງ​ເຄິ່ງ​ຫນ່ວຍ​ພິ​ພົບ​ກໍ​ຕາມ, ແຕ່​ໄດ​້​ມີ​ການ​ພົວ​ພັນນຳ​ກັນ ແລະ ໄດ້​ຜ່ານ​ຜ່າ​ການ​ຜັນ​ແປ​ຫລາຍ​ຢ່າງ, ໃນ​ນັ້ນ ມີ​ໄລ​ຍະ​ຫນຶ່ງ​ທີ່ຫງ່ວມ​ເຫງົາ ແລະ ​ໄດ້​ກໍ່ຜົນ​ຮ້າຍ​ຢ້ອນ​ຫລັງ​ໃຫ້​ທັງ​ສອງ​ຊາດ. ມາ​ຮອດ​ປະ​ຈຸ​ບັນ, 40 ປີ​ພາຍ​ຫລັງ​ສົງ​ຄາມ ແລະ 20 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປົກ​ກະ​ຕິ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ໃນ​ຫລາຍ​ຂົງ​ເຂດ, ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ ແລະ​ກັນ, ສະ​ເໝີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ປີ 2000, ສອງ​ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ. ເດືອນ 7/2013, ໃນ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ສອງ​ຝ່າຍ​ໄດ້​ສ້າງ​ຂອບ​ເຂດ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຮອບ​ດ້ານ, ຊຸກ​ຍູ້​ການ​ພົ​ວ​ພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

        ການ​ພົວ​ພັນ​ດ້ານ​ການ​ຄ້າ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ລຽນ​ຕິດ, ກາຍ​ເປັນ​ຈຸດ​ສຸມ​ໃນ​ການ​ພົວ​ພ​ັນ​ລະ​ຫວ່າ​ງ​ສອງ​ປະ​ເທດ, ເປັນ​ຕົ້ນ​ພາຍ​ຫລັງ​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ​ມີ​ຜົນ​ສັ​ກ​ສິດ​ເມື່ອ​ປີ 2001 ມ​າ​ຮອດ​ປະ​ຈຸ​ບັນ. ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ ແມ່ນ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປີ 1995 ບັນ​ລຸ​ພຽງ 451 ລ້ານ USD, ຮອດ​ປີ 2014 ແມ່ນ​ຂຶ້ນ​ເຖິງ ປະ​ມານ 36 ຕື້ USD, ໃນ​ນັ້ນ ຫວຽດ​ນາມ ສົ່ງ​ອອກ​ກວ່າ 30 ຕື້ USD. ແຕ່​ປີ 2015, ອາ​ເມ​ລິກາ ກາຍ​ເປັນ​ຕະ​ຫລາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ​ຫວຽດ​ນາມ. ປະ​ຈຸ​ບັນ ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ ອາ​ເມ​ລ​ິກາ ບັນ​ລຸ​ເກືອບ 11 ຕື້ USD ຢືນ​ອັນ​ດັບ 7 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ຢູ່​ຫວຽດ​ນາມ. ຫວຽດ​ນາມ ຍັງ​ຄົງ​ແມ່ນ​ຕະ​ຫລາດ​​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພວມ​ລໍ​ຄອຍ​ກະ​ແສ​ການ​ລົງ​ທຶນ​ໃຫມ່​ຈາກ ອາ​ເມ​ລິ​ກາ.

ຂີດ​ໝາຍ​ປະ​ຫວັດ​ສາດ​ໃຫ​ມ່​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ
ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ເມື່ອ​ປີ 2013
ພາບ:vtc.vn
ໃນ​ຂົງ​ເຂດ​ການສຶກສາ, ຫວຽດນາມ ​ແມ່ນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມີ​ຈຳນວນ​ນັກຮຽນ, ນັກ​ສຶກສາ​ທີ່​ພວມ​ຮໍ່​າຮຽນຢູ່​ອາ​ເມ​ລິ​ກາ ຫຼາຍ​ກວ່າ​ໝູ່​ດ້ວຍ 17.000 ຄົນ. ​ໂຄງການ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ​ຮູບ​ແບບ​ອາ​ເມ​ລິ​ກາ ຢູ່​ຫວຽດນາມ (ມະຫາວິທະຍາ​​​ໄລ Fulbright) ພ​ວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງ​ໜ້າ. ອາ​ເມ​ລິ​ກາ ສືບ​ຕໍ່​ສະຫງວນ​ທຶນສຶກສາ​ໃຫ້​ນັກ​ຄົ້ນຄວ້າ​ຫວຽດນາມ ຜ່ານ​ບັນດາ​ລາຍການ​ທຶນ​ສຶກສາ​ຄື: Fulbright​ ແລະ ກອງ​ທຶນ​ສຶກສາ​ຫວຽດນາມ (VEF). ຫວຽດນາມ ​ແມ່ນ​ປະ​ເທດ​​ບຸລິ​ມະ​ສິດ​​ໃນ​ໂຄງການ​ໜູນຊ່ວຍ​ຢ່າງ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ HIV/AIDS ຂອງ​ອາ​ເມ​ລິ​ກາ. 2 ຝ່າຍ​ພວມ​ຜັນ​ຂະຫຍາຍ​ໂຄງການ​ໜູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ປ່າ ​ແລະ ​ເຂດ​ທົ່ງພຽງ​ໄລຍະ 2013 – 2017, ດ້ວຍ​ຈຳນວນ​ທຶນ​ໃຫ້​ຄຳ​ໝັ້ນ​ສັນຍາ​​ໃນເບືອງຕົ້ນ​ແມ່ນ 17 ລ້ານ USD. ຫວຽດນາມ ສືບ​ຕໍ່​ໜູນ​ຊ່ວຍ​ກອງທັບ​ອາ​ເມ​ລິ​ກາ ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ທະຫານ​ອາ​ເມ​ລິ​ກາ ທີ່ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ​. ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​​ໃນ​ການ​ຊ່ວຍ​ເຫຼືອ​ຫວຽດນາມ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ, ລະ​ເບີດ​ບໍ່​ທັນ​​ແຕກ​ພາຍຫຼັງ​ສົງຄາມ… ຢ່າງ​ຈະ​ແຈ້ງ.

      ​ໃນ​ຂົງ​ເຂດ​ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ເພີ່​ມທະວີ​ບັນດາ​ການ​ເຈລະຈາ, ​ໂຄງການ​ຮ່ວມ​ມື, ຮັກສາ​ການ​ຕ້ອນຮັບ​ບັນດາ​ກໍ່າ​ປັ່ນ​ຂອງ​ອາ​ເມ​ລິ​ກາ ມາຢ້ຽມຢາມ​ທ່າກໍ່າ​ປັ່ນ​ຂອງ​ຫວຽດນາມ, ຮ່ວມ​ມື​ໃນ​ຂົງ​ເຂດຊອກ​ຫາ, ກູ້​ໄພ​ກູ້​ຊີບ… ​ປີ 2014, ອາ​ເມ​ລິ​ກາ ​ໄດ້​ຖະ​ແຫຼ​ງຍົກ​ເລິກ​​ຄຳ​ສັ່ງ​ຂວ້ຳບາດ​ດ້ານ​ອາວຸດສ່ວນ​ໜຶ່ງສຳລັບ​ຫວຽດນາມ. ​ເດືອນ 06/2015, ​ລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ວິ​​ໄສທັດ​ລວມກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ 2 ຝ່າຍ.

      ​ເລື່ອງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນພໍ​ສົມຄວນທີ່​ບັນດາ​​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຄື ​APEC, ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF), ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ບັນດາ​ປະ​ເທດ​ອາ​ຊຽນ ​ເປີດ​ກວ້າງ (ADMM+), ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS) ​ແລະ ​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ເມ​ລິ​ກາ - ອາ​ຊຽນ…

ການຢ​້ຽມ​ຢາມ​ຄັ້ງປະ​ຫວັດ​ສາດ

        ໃນ​ຊຸມ​ປີ​ຜ່ານ​ມາ, ໂດຍ​ປະ​ຕິ​ບັດ​ແນວ​ທາງ​​ການ​ຕ່າງ​ປະ​ເທດເປີດ​ກ້​ວາງ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ມີ​ການ​ສຳ​ພັດ​ໃນ​ເບື້ອງ​ຕົ້ນ​ກັບ 2 ພັກ​ການ​ເມືອງ​ໃຫຍ່​ຂອງ ອາ​ເມ​ລິ​ກາ ແມ່ນ​ພັກ​ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ສາ​ທາ​ລະ​ນະ​; ຮັກ​ສ​າ​ການ​ພົວ​ພັນ​ກັບ​ພັກ​ກອມ​ມູ​ນິດ ອາ​ເມ​ລິ​ກາ. ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແມ່ນ​ເຫດ​ການ​​ທີ່ມີ​ຄວາມ​ໝາຍ​ປະ​ຫ​ວັດ​ສາດ, ດ​ຳ​ເນີນ​ໄປ​ໃນ​ຈຸດ​ເວ​ລາ​ສຳ​ຄັນ​ສຳ​ລັບ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ. ການ​ນຳ​ສູງ​ສຸດ​ຂອງ 2 ປະ​ເທດ​ຈະ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ພົວ​ພັນ​ໃນ​ຕະຫຼອດ 20 ປີ​ຜ່ານ​ມາ ແລະ ກ​ຳ​ນົດ​ທິດ​ພັດ​ທະ​ນາ​ການ​ພົວ​ພັນ 2 ຝ່າຍ​ໃນ 20 ປີ​ຈະ​ມາ​ເຖິງ​ບົນ​ຈິດ​ໃຈ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ເຈ​ລະ​ຈາ, ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ເປີດ​ອົກ​ເປີດ​ໃຈ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ຍັງ​ຄົງ​ຄ້າງ​ທີ່​ແຕກ​ຕ່າງ​ກັນ. 2 ຝ່າຍກໍ່​ຈະ​ແລກ​ປ່ຽນ, ແບ່ງ​ປັນ​ທັດ​ສະ​ນະ​ກ່ຽວ​ກັບ​ບາງ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ການ​ຢ້ຽມ​ຢາມ​ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສັນ​ຕິພາບ, ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ມິດ​ຕະ​ພາບ, ຮ່ວມ​ມື, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ, ​ຖ​ືເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ຂອງ ຫວຽດ​ນາມ. ການ​ຢ້ຽມ​ຢາມກໍ່​ຢັ້ງ​ຢືນ​ທີ່​ຕັ້ງ, ບົດ​ບາດ​ນຳ​ພາ​ຂອງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ໃນ​ໄລ​ຍະ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເວ​ທີ​ສາ​ກົນ​ຢ່າງ​ແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ