ຂີດໝາຍແຫ່ງການພົວພັນຝະລັ່ງ - ກູບາ


(vovworld) - ທ່ານ​ປະທານ​ປະ​ເທດ ກູ​ບາ Raul Castro ພວມ​ດຳ​ເນີນ​ການ​ຢ້ຽມຢາມ​ ສາທາລະນະ​ລັດ ຝລັ່ງຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງປະຫວັດສາດທຳ​ອິດ​ຂອງ​ການ​ນຳ ກູ​ບາ ​ເຖິງ​ປະ​ເທດ ຝລັ່ງ ນັບ​ແຕ່​ປີ 1995. ການ​ຢ້ຽມຢາມ ຝລັ່ງ​ເປັນ​ເວລາ 2 ວັນ​ຂອງ​ທ່ານ​ປະທານ Raul ​ໄດ້​ເປັນ​ຂີດ​ໝາຍ​​ແຫ່ງ​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ ກູ​ບາ - ຝລັ່ງ ​ເວົ້າ​ສະ​ເພາະ , ​ແລະ ບັນດາ​ປະ​ເທດ​ແຖວ​ໜ້າ​ໃນ​ໂລກ​ເວົ້າ​ລວມ, ພາຍຫຼັງທີ່​ປະ​ເທດ​ນີ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ອາ​ເມ​ລິ​ກາ​ໃນ​ປີ 2015.

ຂີດໝາຍແຫ່ງການພົວພັນຝະລັ່ງ - ກູບາ - ảnh 1

ປະທານາທິບໍດີ ຝລັ່ງ Francois Hollande ແລະປະທານ​ປະ​ເທດ ກູ​ບາ Raul Castro

(ພາບ: AFP.)

        ການ​ຢ້ຽມຢາມ ຝລັ່ງ​ ຂອງທ່ານ​ປະທານ​ປະ​ເທດ ກູ​ບາ Raul Castro ດຳ​ເນີນ​ພາຍຫຼັງ​ການ​ຢ້ຽມຢາມ ກູ​ບາ​ຂອງ​ປະທານາທິບໍດີ ຝລັ່ງ Francois Hollande  ​ເມື່ອ​ເດືອນ 5/2015. ນີ້​ກໍ່​ແມ່ນ​ການ​ຢ້ຽມຢາມ ຝລັ່ງ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ ກູ​ບາ, ນັບ​ແຕ່​ການ​ຢ້ຽມຢາມ​ຂອງ​ທ່ານປະທານ​ປະ​ເທດ Fidel Castro ກ່ອນ​ນີ້ 21 ປີ, ການ​ຢ້ຽມຢາມ​ນີ້​ຈະ​ໄຂ​ໜ້າ​ປະຫວັດສາດ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ ກູ​ບາ ກັບ​ຝ່າຍ​ຕາ​ເວັນ​ຕົກ​ເວົ້າ​ລວມ, ​ແລະ​ກັບ ຝລັ່ງ​ເວົ້າ​ສະ​ເພາະ​ໃນ​ຫຼາຍ​ຂົງ​ເຂດ.

        ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ສອງ​ຝ່າຍ

        ​ໃນ 2 ວັນ​ຢູ່​ຢ້ຽມຢາມ ຝລັ່ງ, ທ່ານປະທານ​ Raul Castro ມີ​ການ​ເຈລະຈາ​ກັບ ປະທານາທິບໍດີ ຝລັ່ງ Francois Hollande, ພົບ​ປະ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ອື່ນໆ​ຂອງ ຝລັ່ງ. ສອງ​ຝ່າຍ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເປີດ​ກວ້າງ ​ແລະ ຫັນ​ການ​ພົວພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ຫຼາຍ​ຂົງ​ເຂດ, ຈາກ​ຂົງ​ເຂດ​ການ​ເມືອງ, ເສດຖະກິດ, ການ​ຄ້າ, ການ​ເງິນ, ການ​ລົງທຶນ​ຕະຫຼອດ​ຮອດ​ວັດທະນະທຳ ​ແລະ ການ​ຮ່ວມ​ມື. ສິ່ງ​ເປັນ​ໜ້າ​ສົນ​ໃຈນັ້ນ​ແມ່ນ, ຄຽງ​ຂ້າງ​ການ​ລົງ​ນາມ​ໃນ​ສັນຍາ​ເສດຖະກິດ 10 ກວ່າ​ສະບັບ​ແລ້ວ, ສອງ​ຝ່າຍ​ຍັງ​ລົງ​ນາມ​ໃນ “​ແຜນ​ເສດຖະກິດ“ ສະບັບ​ໜຶ່ງ ​ເພື່ອ​ປັບປຸງ​ການ​ພົວພັນ ກໍ່​ຄື​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການຮ່ວມ​ມື​ໃນ​ຂົງ​​ເຂດ​ຄົມມະນາຄົມ, ການທ່ອງທ່ຽວ ​ແລະ ການ​ຄ້າ.

        ປະຈຸ​ບັນ, ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຍັງ​ຄົງ​ຈຳກັດ​ຢູ່, ຕາມປະທານາທິບໍດີ ຝລັ່ງ Francois Hollande ​ແລ້ວ, ສິ່ງ​ສຳຄັນ​ບໍ່​ແມ່ນ​ວ່າ​ບັນດາ​ສັນຍາ​ທີ່​ໄດ້​ລົງ​ນາມ​ກັບ ກູ​ບາ​ເທົ່າ​ນັ້ນ, ຫາກ​​ນີ້ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ຝລັ່ງສຳຜັດ​ກັບ​ຕະຫຼາດ ອາ​ເມ​ລິ​ກາລາຕີ​ນອັນ​ກວ້າງ​ໃຫຍ່​ນີ້.

        ທູດ​ພິ​ເສດ​ຂອງ​ປະທານາທິບໍດີ ຝລັ່ງຮັບຜິດຊອບກ່ຽວ​ກັບ​ ກູ​ບາ, ທ່ານ Jean-Pierre Bel, ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ດ້ວຍ​ເລື່ອງ​ສອງ​ຝ່າຍ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ. ທ່ານ​ກໍ່​ຢືນຢັນ​ວ່າ​ ຝລັ່ງຍາມ​ໃດ​ກໍ່​ຄັດຄ້ານ​ຄຳ​ສັ່ງ​ຄວ້ຳ​ບາດ​ຕ້ານ ກູ​ບາ​ໃນ​ສະຫະພາບ ​ເອີ​ລົບ. ຄວາມ​ຈິງ​ແລ້ວ, ການ​ມີໜ້າ​ຂອງ ຝລັ່ງຢູ່ ກູ​ບາ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ບໍ່​ຫຼາຍ​ປານ​ໃດ, ​ແຕ່​ພັດ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ປະ​ເທດ​ນີ້. ຝລັ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ດ້ານເສດຖະກິດອັນ​ດັບ​ໜຶ່ງ​ຂອງ ກູ​ບາ, ດ້ວຍ​ມູນ​ຄ່າ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ແມ່ນ​ປະມານ 195 ລ້ານ USD. ​ແຕ່​ວ່າ​ລະດັບ​ນີ້​ບໍ່​ທັນ​ສົມ​ກັບ​ຄວາມ​ຫວັງ​ຂອງ​ທັງ​ສອງ​ຝ່າຍ. ຫວ່າງ​​ແລ້ວ​ນີ້ ຝລັ່ງກໍ່​ຊຸກຍູ້​ຂໍ້​ຕົກລົງ​ລົບ​ໜີ້ 8.5 ຕື້ USD ​ໃຫ້ ​ກູ​ບາ, ​ເປີດ​ຊ່ອງ​ທາງ​ໃຫ້ ກູ​ບາ​ສຳຜັດ​ກັບ​ບັນດາ​ຕະຫຼາດ​ການ​ເງິນ​ສາກົນ. ຝລັ່ງກໍ່​ມີ​ບົດບາດນຳ​ໜ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ກູ​ບາ - ​ຝລັ່ງ ​ເວົ້າ​ລວມ

        ​​ໄຂ​ໄລຍະ​ໃໝ່​ໃນ​ການ​ພົວພັນ​ຝລັ່ງ - ກູ​ບາ

        ​ໂດຍ​ເຂົ້າ​ໃຈ​ແຈ້ງ​ບັນດາ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ນີ້, ດັ່ງ​ນັ້ນ​ພາຍຫຼັງ​ການ​ພົວພັນ​ ອາ​ເມ​ລິ​ກາ - ກູ​ບາ ​ໄດ້​ຮັບ​ການ​ປັບປຸງ, ຝລັ່ງ​ໄດ້​ນຳ​ໜ້າ​ໃນ​ບັນດາ​ປະ​ເທດ​ສະຫະພາບ​ເອີ​ລົບ​ຊຸກຍູ້​ການ​ພົວພັນ​ກັບ ກູ​ບາ. ຝລັ່ງ​ໄດ້​​ສະໜັບສະໜູນ​ ​ພັນທະ​ມິດ ອາ​ເມ​ລິ​ກາ ​ໃນ​ການ​ຫຍັບ​ມໍ່​ໃກ້​ກັນກັບ ກູບາ. ຝລັ່ງກໍ່​ມີ​ການ​ແກ່ງ​ແຍ່ງ​ກັບ ອາ​ເມ​ລິ​ກາ ​ໃນ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ​ກັບ​ ກູ​ບາ. ປະທານາທິບໍດີ ຝລັ່ງ​ແມ່ນ​ຜູ້ນຳ​ຝ່າຍ​ຕາ​ເວັນ​ຕົກ ຜູ້​ທຳ​ອິດ​ມາ​ຢ້ຽມຢາມ ກູ​ບາ ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ​. ການ​ຮ່ວມ​ເດີນທາງກັບ​ປະທານາທິບໍ​ດີ ຝລັ່ງ​ໄປ​ຢ້ຽມຢາມ ກູ​ບາ ​ຂອງ​ການ​ນຳວິ​ສາ​ຫະກິດ ຝລັ່ງ 30 ທ່ານ​​ໃນ​ຄັ້ງ​ນີ້ ​ໄດ້​ເປັນ​ການ​ພິສູດ​ໃຫ້​ເຫັນ​ເລື່ອງ ຝລັ່ງ ຢາກ​ຊຸກຍູ້​ການ​ພົວພັນ​ກັບປະ​ເທດ ກູບາ ​ແລະ ​ເພີ່ມ​ທະ​ວີ​ການ​ມີໜ້າ​ຂອງ​ບັນ​ດາ​ວິ​ສາ​ຫະກິດ ຝລັ່ງຢູ່​ປະ​ເທດ​ນີ້.       

        ຕາມ​ບັນດາ​ນັກ​​ໄຈ້​ແຍກ​ແລ້ວ, ການ​ຢ້ຽມຢາມ ຝລັ່ງຂອງ​ປະທານ ກູ​ບາ ​ໃນ​ຄັ້ງ​ນີ້, ກ່ອນ​ອື່ນ​ໝົດ​​ເປັນ​ການ​ຢືນຢັນ​​ໃຫ້​ເຫັນໄລຍະ​ໃໝ່​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ພາຍຫຼັງ​ການ​ຢ້ຽມຢາມ​ ກູ​ບາຂອງ​ປະທານາທິບໍດີ Francois Hollande ​​​ເມື່ອ​ເດືອນ 5/2015, ​ແຕ່​ສິ່ງ​ສຳຄັນ​ກວ່ານັ້ນ​ແມ່ນ​ ເພື່ອ​ແນ​ໃສ່​ປັບປຸງ​ທີ່​ຕັ້ງ​ຂອງ ກູ​ບາ​ໃນ​ເວທີ​ສາກົນ. ​ໃນ​ຂະນະ​ນັ້ນ, ຝລັ່ງກໍ່​ຫວັງ​ວ່າ​ຈະ​ບັນລຸ​ໄດ້ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃນ​ການ​ຊຸກຍູ້​ການ​ພົວພັນ​ກັບ ກູ​ບາ. ​ໃນ​ຂະນະ​ນັ້ນ, ກູ​ບາ​ກໍ່​ຕ້ອງການ​ຊຸກຍູ້​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ ​ແລະ ປັບປຸງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ. ກູ​ບາ​ກໍ່​ມີ​ຄວາມ​ຕ້ອງການ​ຫຼາຍ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ ​ແລະ ບໍລິການ​ພະລາທິການ,…

        ​ໂດຍ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນຳ​ກັນ​ເມື່ອ​ປີ 1902, ຝລັ່ງ ​ແລະ ກູ​ບາ​ມີ​ການ​ພົວພັນ​ທາງ​ດ້ານ​ປະຫວັດສາດ ​ແລະ ວັດທະນະທຳ​ຢ່າງ​ແໜ້ນ​ແຟ້ນ. ຝລັ່ງກໍ່​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ສຳຄັນ​ຂອງ​ປະ​ເທດ ກູ​ບາ, ຢືນ​ອັນ​ດັບ 11 ຢູ່​ໃນ​ໂລກ ​ແລະ ອັນ​ດັບທີ 5 ຢູ່ ​ເອີ​ລົບ. ການ​ຢ້ຽມຢາມ ຝລັ່ງຄັ້ງ​ນີ້​ຂອງ​ປະທານ ກູ​ບາ ບໍ່​ພຽງ​ແຕ່​ເປັນ​ຂີດ​ໝາຍ​ໃຫ້​ແກ່​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ ກູ​ບາ ກັບ​ບັນດາ​ປະ​ເທດ​ແຖວ​ໜ້າ​ໃນ​ໂລກ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກາລະ​ໂອກາດ​ໃຫ້ ກູ​ບາ​ໃນ​ການ​ປະຕິບັດ​ແນວທາງ​ພັດທະນາ​ເສດຖະກິດ​ໃໝ່ອີກ​ດ້ວຍ.

       

ຕອບກັບ

ຂ່າວ/ບົດ​ອື່ນ